ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ຄ້າວໆເລີຍ ກ້ອງ 8,7 ລ້ານພິກເຊວ ຮູບລະອຽດກວ່າ iphone 5
ຊາກແບັດໄລ້ສາຍ ພຽງຢອງໃສຖາດສາກຂອງມັນ
ຄວາມຈຳ 32 ກິກ ແລມ 1 ກິກ
ໂປແກມອື່ນໆອີກ ໂຄດເລີຍຢາກໄດ້
ສີສັນແຈດໆທັ້ງນັ້ນ
ຢາກຮູ້ລາຍລະອຽດເຂົ້າເບິ່ງເລີຍ
http://www.thaimobilecenter.com/spec/Nokia_Lumia_920.asp
ຫຼືຖ້າໃຜມີແລ້ວ ບອກແດ່ກະໄດ້ເດີ້ວ່າມັນຄຸ້ມບໍ່ ໂດຍສ່ວນຕົວ ມັກ Nokia lumia 920 ກ່ອນ iphone 5
ຖ້າມັນລົດລາຄາລົງຈັກໜ້ອຍໜຶ່ງຈະຊື້ ຕອນນິເງິນຍັງບໍ່ເຖິງ 55555+

jidapha

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າທຽບເລື່ອງຟັ່ງຊັ່ນ Lumia 920 ກິນຂາດແຂງແຮງກ່ວາ ທົນທານກ່ວາ ແຕ່ເລື່ອງຄວາມສະຖຽນ ແລະແອັບ iOS ໃນ iPhone ດີກ່ວາ
ສ່ວນເລື່ອງແບັດໝົດໄວ ແລະອາການເຄື່ອງຮ້ອນ ມືຖືສຸດທ໋ອບໃນປີ 2012 ຍົກໃຫ້ iPhone 5 ເປັນທີ1 ເພາະເຄື່ອງມັນຮ້ອນໄດ້ໃຈອີຫລີ (ບໍ່ເຖິງຂັ້ນວ່າຈະຈັບບໍ່ໄດ້)

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຖ້າຈະທຽບໃສ່ກັນແບບ1:1ຈະມີພຽງກ້ອງ ຄວາມແຮງ ແລະຄວາມທົນທານທາງພາຍນອກທີ່ຈະສາມາດເອົາຊະນະໄອໂຟນ5ໄດ້ ສ່ວນເລື່ອງລະບົບການເຮັດວຽກທຽບໄອໂຟນ5ບໍ່ໄດ້ເລີຍເພາະຂອງໄອໂຟນເປັນ IOS ການເຮັດວຽກສະຖຽນກວ່າທຸກໆລຸ້ນຢູ່ແລ້ວ ສ່ວນຄວາມຈຳຂອງໄອໂຟນມີໃຫ້ເລືອກ3ຂະໜາດຄື 16G 32G ແລະ 64G ສ່ວນລາຄາກໍ່ແພງຕາມລຳດັບ ທຽບດ້ານຮູບຮ່າງພາຍນອກ ໄອໂຟນ5ງາມກວ່າຫລາຍເທົ່າ ເຄື່ອງເບົາຈັບຖະນັດມື ແຖມຖ່າຍຮູບແບບພາໂນຣາມາ360ອົງສາພ້ອມລະບົບກັນສັ່ນ ສ່ວນເລື່ອງແບັດເຕີຣີ່ໝົດໄວເພາະວ່າຕອນອັບເປັນ IOS 6.0.2 ເຂົາເຈົ້າແກ້ bug ການຈັບສັນຍານໄວເລດມັນເລີຍຄົ້ນຫາສັນຍານຕະລອດ ເລີຍເຮັດໃຫ້ແບັດເຕີຣີ່ໝົດໄວກວ່າປົກກະຕິ ແລະຕອນນີ້ທາງ Apple ກຳລັງທົດລອງ IOS 6.2 ອອກມາໃຫ້ອັບເດດກັນໄວໆນີເຊິ່ງຈະແກ້ເລື່ອງ ແບັດເຕີຣີ່ໝົດໄວເກີນເຫດ ເຊິ່ງລຸ່ນນີ້ທາງ Apple ບອກວ່າເປັນລຸ່ນສົມບູນແບບແລະອາດເປັນລຸ່ນສຸດທ້າຍທີ່ຈະປ່ອຍໃຫ້ອັບເດດກັນ ກ່ອນຈະມີສິນຄ້າຕົວໃໝ່ອອກມາເຊິ່ງກໍ່ຄືໄອໂຟນ5sນັ້ນເອງ ເຊິ່ງຕອນນີ້ທາງ Apple ກຳລັງສັ່ງໃຫ້ບໍລິສັດຟັອກຄອນ(ບໍລິສັດໃນປະເທດຈີນ ທີ່ຜະລິດສິນຄ້າໃຫ້ກັບ Apple) ກຳລັງທົດສອບການຜະລິດຊິ້ນສ່ວນໄອໂຟນ5ເປັນທີ່ຮຽບຮ້ອຍແລ້ວ ແລະຕາມຂ່າວລືອາດຈະມີໃຫ້ເລືອກຫລາຍສີຂຶ້ນ(ຍ້ຳວ່າອາດຈະ)

ເຖິງຢ່າງໃດກໍ່ຕາມທາງດ້ານວາລະສານທາມ(ວາລະສານລາຍສັບປະດາຂອງອາເມລິກາ ທີ່ໂລກຍອມຮັບ)ໄດ້ຍົກຍ້ອງໃຫ້ໄອໂຟນ5 ເປັນສຸດຍອດສະມາດໂຟນແຫ່ງປີ2012ເປັນທີ່ຮຽບຮ້ອຍ ສຳຫລັບຂ້ອຍຄິດວ່າຖ້າຈະເນັ້ນການໃຊ້ງານກໍເລືອກໄອໂຟນ5 ຖ້າຈະເນັ້ນການຖ່າຍຮູບກໍ່ ໂນເກຍລູເມຍ 920 ແຕ່ຂ້ອຍເລືອກໄອໂຟນ5 ເພາະວ່າງາມກວ່າການປະມວນຜົນສະຖຽນກວ່າ ສ່ວນເລື່ອງກ້ອງກໍ່ລື່ນກັນບໍ່ພໍເທົ່າໃດ ສະຫລຸບໄອໂຟນ5ເດີ້

ສ່ວນໃຜທີ່ຍັງຕັດສິນໃຈບໍ່ໄດ້ກໍ່ຖ້າລຸ່ນຕໍ່ໄປຄ່ອຍຊື້ກໍໄດ້

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ບໍ່ຊ່າງຊິວ່າ ມັກໃຜມັກມັນ ແຕ່ລອງເຂົ້າອ່ານເບິ່ງຕາມລິ້ງນີ້ແລ້ວ ອາດຊ່ວຍການຕັດສິນໃຈງ່າຍຂຶ້ນກົດອ່ານເບິ່ງໂລດເດີ້

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍສ່ວນໂຕກະມັກ iphone5 ຫລາຍກ່ວາ lumia 920 ນະ
ເລື່ອງລະບົບ ກັບ App ຈະມີລູກເລ່ນທີ່ຄັກກ່ວາ ແຕ່ການຖ່າຍພາບແມ່ນຍົກໃຫ້ lumia 920
ຂື້ນກັບວ່າໃຜຈະຊື້ມາໃຊ້ງານແບບໃດກະເລື່ອງແບບນັ້ນ

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້

jidapha

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ໝູ່ກະໃຊ້ ໄອໂຟນ 5 ເຫັນໝູ່ເຮັດຕົກພື້ນບາດດຽວ ບິ່ນໄປເລີຍ ແຕ່ລູເມຍນິທົນທານຂະໜາດ
ສາມາດປ່ຽນໜ້າກາກຝາຫຼັງໄດ້ຢ່າງສະບາຍ ກໍ່ແລ້ວແຕ່ຄົນຈະໃຊ້ງານເນາະ
ໄອໂຟນ 5 ເບິ່ງມາມັນກະພັດທະນາຈາກໄອໂຟນສີ່ຂື້ນມາດີອີກລະດັບໜຶ່ງຫັ້ນລະເນາະ
ຈັງໃດກະຍັງຄົງສີເດີມ ອັນເກົ່າ...
ເຊື່ອວ່າຫຼາຍຄົນກະຢາກໄດ້ສີສັນສວຍງາມໂດດເດັ່ນ ແຕ່ເລືອກໄອໂຟນຫຼາຍຍ້ອນການໃຊ້ງານ

jidapha

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lindaopasith ຂຽນວ່າ...

ທີ່ຂ້ອຍບອກຫັ້ນແຫລະວ່າລູເມຍ920ເອົາຊະນະໄອໂຟນ5ໄດ້ກໍ່ຄືກ້ອງທີ່ລະອຽດກວ່າ ແຮງກວ່າ ແລະຮູບພາຍນອກທົນທານກວ່າ ທີ່ບອກວ່າໄອໂຟນຕົກພື້ນບາດດຽວແຕກເພາະວ່າບໍໄດ້ໃສ່ເຄສ ຖ້າໃຊ້ຕ້ອງໃສ່ເຄສ ເພາະໄອໂຟນ5 ເປັນຮອຍງ່າຍທີ່ສຸດໃນສະມາດໂຟນທຸກລຸ່ນ ຊື້ມາແລ້ວຕ້ອງຕິດຟີມກັນຮອຍກ່ອນຈະໃຊ້ງານແລະກໍ່ຊື້ເຄສມາໃສ່ ເວລາຕົກພື້ນຈະໄດ້ປ້ອງກັນໄດ້ສ່ວນ1 ແຕ່ການປະມວນຜົນໃຊ້ງານອື່ນໆດີກວ່າທຸກລຸ່ນແນ່ນອນເພາະວ່າປະມວນຜົນດ້ວຍ IOS

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້

jidapha

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...

ເວົ້າໄປເວົ້າມາ ກະເລືອກບໍ່ໄດ້ອີກ ເຮີ້...

ແຕ່ບາງຄົນບໍ່ມີຄວາມຈຳເປັນຫຼາຍທີ່ຈະຕ້ອງໃຊ້ງານແບບທີ່ຄິດວ່າດີທີ່ສຸດເນາະ
ແບບເຮົາຄົນທຳມະດານິ ບໍ່ຕ້ອງເອົາເລີດກະໄດ້ເນາະ...ອິອິ

jidapha

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາບໍ່ໃຊ້ລະຕິເບາະ.......ອຶອຶ

໑໑ ກະທູ້
໑໔໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ...
ເຂົາບໍ່ໃຊ້ລະຕິເບາະ.......ອຶອຶ

ບໍ່ໃຊ້ລຸ້ນມີເສົາຫັ້ນຫວາ ແຮ່ໆ

jidapha