ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ


ສັງຄົມໄຮໂຊບອກວ່າໂທລະສັບລຸ່ນນີ້ຄືສະມາດໂຟນທີ່ຫລູທີ່ສຸດຕອນນີ້ ຈາກຄ້າຍ Vertu ທີ່ເປີດຕົວໂທລະສັບແອນດອຍລຸ່ນທຳອິດຂອງແບນຄື Vertu Ti ບາງຄົນອາດຈະງົງວ່າແບນ Vertu ມາຈາກໃສ ທີ່ຈິງແບນນີ້ກໍ່ຄືແບນລູກຂອງໂນເກຍນັ້ນເອງ ທີ່ເມື່ອກ່ອນຈະຜະລິດສະເພາະມືຖືແພງໆ ອອກມາຂາຍ ຕອນນີ້ໂນເກຍໄດ້ຂາຍແບນນີ້ໃຫ້ກັບ EQT VI ເຊິ່ງເປັຍບໍລິສັດລົງທຶນໃນຢູໂຫລບເໜືອນັ້ນເອງ ມືຖື Vertu Ti ເປັນສະມາດໂຟນລຸ່ນທຳ ອິດຂອງແບນ

ສະເປັກໂດຍລວມຂອງ Vertu Ti

• ລະບົບເຮັດວຽກ Android 4.0 ICS
• CPU dual-core Snapdragon S4 ຄວາມໄວ 1.7GHz, ແຣມບໍໄດ້ບອກມາ
• ໜ່ວຍຄວາມຈຳຕົວເຄືອງ 64GB
• ໜ້າຈໍ 3.7" WVGA
• ກ້ອງຫລັງ 8 ລ້ານພິກເຊວ ພ້ອມໂຟໂຕ້ກັດແລະ LED flash
• ກ້ອງໜ້າ 1.3 ລ້ານພິກເຊວ
• ເຊື່ອມຕໍ່ Bluetooth, NFC ແລະ WiFi hotspot
• ຮັບຮອງ 2G, 3G ແລະ 4G LTE
• ແບັດເຕີຣີ່ 1,250mAh
• ໜາ 12.8 mm ໜັກ 181-201 g
• ລາຄາໜ່ວຍລະ 10.000$ ປະມານ80.000.000ກີບ

ຜະລິດອອກມາທັງໝົດ 326,000 ໜ່ວຍທົ່ວໂລກ ແລະມີຕົວແທນຈຳໜ່າຍກວ່າ 500 ແຫ່ງ



ໂດຍສ່ວນຕົວຂ້າພະເຈົ້າແມ່ນບໍ່ມັກ ເບິ່ງແລ້ວມັນບໍງາມ ເຖິງວ່າລາຄາຖືກກໍ່ບໍຊື້ດອກ ຂໍຕາຍກັບໄອໂຟນຕໍ່ໄປ ເອົາໄວ້ມີຍີ່ຫໍ້ໃໝ່ໆອອກມາທີ່ງາມ ກວ່າໄອໂຟນຈຶ່ງວ່າກັນໃໝ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິນ 10,000$ ຂ້ອຍເອົາໄປຊື້ iphone ກັບ galaxy note ດີກ່ວາ, ເຫລືອລະເອົາມາຊື້ລົດ BYD


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວີຕູ່ ຕັ້ງແພງເສດຖີແຖວອາລັບມັກໆ ໄດ໋ັ້ຫັ້ນເພາະຫນັງທີ່ຫຸ້ມຫໍ້ຕົວເຄື່ອງສ່ວນຫລາຍແມ່ນເຮັດດ້ວຍມື


໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ບໍ່ງາມ ຄືຂອງຫຼີ້ນໃນສາຍຕາໄຮໄຕ່ຄືຂ້ອຍເຮີໆ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາໂທ ແພງໆໆໆ ເຫມາະ ກັບ ເສດ ຖີ ແລະ ໄຮໂຊ
ສ່ວນ ເຮົາ ເບີ່ງຢ່າງ ດຽວ ເອົາ ເງິນ ໄປເຮັດ ຢ່າງອື່ນ ດີກວ່າ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...


ສັງຄົມໄຮໂຊບອກວ່າໂທລະສັບລຸ່ນນີ້ຄືສະມາດໂຟນທີ່ຫລູທີ່ສຸດຕອນນີ້ ຈາກຄ້າຍ Vertu ທີ່ເປີດຕົວໂທລະສັບແອນດອຍລຸ່ນທຳອິດຂອງແບນຄື Vertu Ti ບາງຄົນອາດຈະງົງວ່າແບນ Vertu ມາຈາກໃສ ທີ່ຈິງແບນນີ້ກໍ່ຄືແບນລູກຂອງໂນເກຍນັ້ນເອງ ທີ່ເມື່ອກ່ອນຈະຜະລິດສະເພາະມືຖືແພງໆ ອອກມາຂາຍ ຕອນນີ້ໂນເກຍໄດ້ຂາຍແບນນີ້ໃຫ້ກັບ EQT VI ເຊິ່ງເປັຍບໍລິສັດລົງທຶນໃນຢູໂຫລບເໜືອນັ້ນເອງ ມືຖື Vertu Ti ເປັນສະມາດໂຟນລຸ່ນທຳ ອິດຂອງແບນ

ສະເປັກໂດຍລວມຂອງ Vertu Ti



• ລະບົບເຮັດວຽກ Android 4.0 ICS
• CPU dual-core Snapdragon S4 ຄວາມໄວ 1.7GHz, ແຣມບໍໄດ້ບອກມາ
• ໜ່ວຍຄວາມຈຳຕົວເຄືອງ 64GB
• ໜ້າຈໍ 3.7" WVGA
• ກ້ອງຫລັງ 8 ລ້ານພິກເຊວ ພ້ອມໂຟໂຕ້ກັດແລະ LED flash
• ກ້ອງໜ້າ 1.3 ລ້ານພິກເຊວ
• ເຊື່ອມຕໍ່ Bluetooth, NFC ແລະ WiFi hotspot
• ຮັບຮອງ 2G, 3G ແລະ 4G LTE
• ແບັດເຕີຣີ່ 1,250mAh
• ໜາ 12.8 mm ໜັກ 181-201 g
• ລາຄາໜ່ວຍລະ 10.000$ ປະມານ80.000.000ກີບ

ຜະລິດອອກມາທັງໝົດ 326,000 ໜ່ວຍທົ່ວໂລກ ແລະມີຕົວແທນຈຳໜ່າຍກວ່າ 500 ແຫ່ງ



ໂດຍສ່ວນຕົວຂ້າພະເຈົ້າແມ່ນບໍ່ມັກ ເບິ່ງແລ້ວມັນບໍງາມ ເຖິງວ່າລາຄາຖືກກໍ່ບໍຊື້ດອກ ຂໍຕາຍກັບໄອໂຟນຕໍ່ໄປ ເອົາໄວ້ມີຍີ່ຫໍ້ໃໝ່ໆອອກມາທີ່ງາມ ກວ່າໄອໂຟນຈຶ່ງວ່າກັນໃໝ່




ແພງຂະຫນາດນີ້
ເງີນເດືອນເຮົາຫມົດປີ ຍັງບໍ່ໄດ້ ເຄິ່ງຊ້ຳ
ລາຄາ ຊຳ ປຸກເຮືອນ ນ້ອຍ ໄດ້ ຫລັງໜຶ່ງເລີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊື້ດິນຕັ້ງເຮືອນກ່ອນຖ້າມີເງິນນະ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງຫລຸ້ນນີ້ຖືວ່າຖືກແລ້ວມີອີກຫລຸ້ນໜຶ່ງທີ່ເປີດຕົວມາພ້ອມກັນຄື VERTU Constellation Quest Ferrari ໂຕນີ້ລາຄາແມ່ນ 461,000 บาท
ຄິດເປັນເງິນລາວຕາມອັດຕາແລກປ່ຽນມື້ນີ້ຕົກຢູ່ທີ 122,626,000 ກີບ
ໃຜຢາກໄດ້ຂໍ້ມູນ ແລະສະເປັກ ລາຄາຕາມນີ້



໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ແບບວ່າທຳອິດກະງົງວ່າມັນຊິເປັນຣຸ້ນຫຍັງແຕ່ເຂົ້າມາເບິ່ງເຫັນແຕ່ຢິ່ຫໍ້ລະ ໂອອອອອອ. . . .


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ໂທລະສັບຊິແພງຊ່ຳໃດສຸດທ້າຍແລ້ວກາເປັນໂທລະສັບຄືເກົ່າ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອຄືມາແພງແທ້ເນາະ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງແລ້ວຄັນຊິວ່າແພງມັນກະບໍ່ໄດ້ແພງເພາະມັນເປັນເຄື່ອງປະດັບ ຕົວເຄື່ອງແມ່ນເຮັດດ້ວຍທອງຄຳ, ຄຳຂາວ ແລະເພັດ ອີກຢ່າງທີ່ຕົວເຄື່ອງແມ່ນມີຄວາມທົນທານສາມາດໃຊ້ງານໄດ້ໃນລະດັບ 40-50 ປີແຖມມີປະກັນ ແລະບັນທຶກລາຍຊື່ຄົນທີ່ເປັນເຈົ້າຂອງໄວ້ ຂາຍທຸກຫລຸ້ນແມ່ນມີຈຳນວນຈຳກັດໃນທົ່ວໂລກ ຖ້າໂທລະສັບເພແມ່ນສາມາດນຳເອົາວັດຖຸມີຄ່ານັ້ນຂາຍຕໍ່ໄດ້ ຫລືນຳປ່ຽນເຄື່ອງໃຫມ່ໄດ້


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່າປ່າປ່າ.....ມາແພງແທ້ໃຜຊິຊີໍ້ເດເນາະ