ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຂພຈ ປ່ງນກະທູ້ ຈາກ ຄືວ່າ ຂພຈ ຢາກຊື້ມືຖື Sony Xperia Z ທີ່ສາມາດກັນນ້ຳກັນຝຸ່ນໃດ້ນະ ງິນວ່າຈະເຂົ້າສູນໄທປະມານທ້າຍເດືອນສາມ ແຕ່ຢູ່ລາວຊິມີບໍ່ ເຊິ່ງລາຄາກໍ່ປະມານ 22000 bath ນິລະ ຄັນຊິຊື້ iphone 5 ຫຼື samsung ພັດຍັງມີໃຈໃຫ້ Sony ຢູ່ ເພາະມັນທົນດີ ແຕ່ລູກຫຼິ້ນຫຼືແອັບຕ່າງໆບໍ່ແນ່ໃຈຊິຄັກບໍ່


ມາເປັນ Sony ດີສູ້ iphone ໃດ້ບໍ່?
ຂໍຄຳເຫັນນຳແນ່


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າເຫັນແຕ່ສູນ ໄອໂມບາຍ ໂຄສະນາຂາຍໂຊນີ້ ຢູ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕະຫລາດຊຽງຈັງ...ເດ້


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຄືວ່າເຫັນແຕ່ສູນ ໄອໂມບາຍ ໂຄສະນາຂາຍໂຊນີ້ ຢູ່


ແມ່ນຫວາ ລະຊີໄປເບິ່ງ


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຕະຫລາດຊຽງຈັງ...ເດ້


Sony ຈີນຕິ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງບໍ່ມີໃຜຫີ້ວເອົາມາຂາຍເທື່ອນ່າຫລຸ້ນ Z ນີ້ນະປະເທດໃກ້ຄຽງເຂົາຈະຂາຍທ້າຍເດືອນ 3/2013


໔໑ ກະທູ້
໑໖໗ ໂພສ
ນັກການກະທູ້
Sony Xperia Z ລຸ່ນນີ້ຕາມຂ່າວບອກວ່າປະເທດໄທ ໃກ້ຈະໄດ້ເອົາມາຂາຍແລ້ວ ແຕ່ປະເທດລາວເຮົາຈະມີຄົນເອົາມາຂາຍບໍ່ນໍ້

ວ່າງໆເຂົ້າມາອ່ານມາເບິ່ງໄດ້ເດີ້

Deklao.com ສາລະບັນເທີງເພື່ອສັງຄົມລາວ
ຂ່າວ
Video
ຟັງເພັງອອນໄລ
gossip

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ລາວຈັກໜ້ອຍມີຂາຍກຽມເງີນໄວ້


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ການລໍຄອຍມັນຕັ້ງທໍລະມານ ມີເງິນແລ້ວແຕ່ເຄື່ອງຊິຊື້ບໍ່ມີ ຢ້ານໃດ້ຫາຊື້ລຸ້ນອື່ນຢູ່


໙ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ billionaire ຂຽນວ່າ...
ການລໍຄອຍມັນຕັ້ງທໍລະມານ ມີເງິນແລ້ວແຕ່ເຄື່ອງຊິຊື້ບໍ່ມີ ຢ້ານໃດ້ຫາຊື້ລຸ້ນອື່ນຢູ່

ອົດໃຈຖ້າຄາວໜຶ່ງ ຖ້າຢາກໄດ້ຂອງດີນະ

Have @ nice day

໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຂໍຄຳເຫັນນຳແນ່


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ໃຈມັກກໍ່ຖ້າລໍເອົາໂລ້ດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງສູ້ໄດ້ບໍ່ຕ້ອງຍອມຮັບວ່າທຸກແບນຣມັນສູ້ iOS ຂອງ Apple ບໍ່ໄດ້ລະບົບມັນມີຄວາມສະຖຽນກ່ວາ ບັນຫາເລື່ອງເຄື່ອງຄ້າງແລະດັບເອງແມ່ນບໍ່ມີ
ຂໍ້ເສຍມັນບໍ່ມີ NFC, ເຄື່ອງຮ້ອນ, ແບັດຫມົດໄວ ພະລັງສຽງຂອງສາຍສະເບົ້າກະງັ້ນຯ ຖ້າຢາກໃຫ້ມັນມ່ວນສົມຈິງຕ້ອງຟັງຜ່ານສາຍສະ Beats tour ແຕ່ລາຄາກະຢູ່ທີ່ 5,000 ບາດໂດຍປະມານ
ຖ້າຈະເລືອກເລື່ອງສຽງມ່ວນ ຖ່າຍຮູບງາມ ຍົກໃຫ້ Sony, htc ສ່ວນເລື່ອງແອັບຈັ່ງໃດກະບໍ່ສູ້ iPhone
ໂດຍຄວາມຮູ້ສຶກສ່ວນຕົວແລ້ວຕະກຸນແອ່ນດອຍຕໍ່ໄປຂ້ອຍກະຄົງຈະຢຸດຢູ່ທີ່ SS Note 2 ເຄື່ອງທີສອງຮອງຈາກ iOS ຕໍ່ໄປຄົງຈະແມ່ນ windows mobile ຫລື BB 10
ສ່ວນຄົນອື່ນຈະວ່າແນວໃດນັ້ນຂ້ອຍວ່າຖ້າໃຊ້ຫລາຍໆຫລຸ້ນຈະຮູ້ເອງວ່າມັນມີຈຸດທີ່ດ້ອຍກ່ວາ ຖ້າເຮົາໃຊ້ແຕ່ແບນຣດຽວຜູກຕິດຢູ່ກັບມັນເຮົາກໍ່ຈະຮູ້ແຕ່ສິ່ງນັ້ນ ແລະຈະເວົ້າແຕ່ວ່າສິ່ງນັ້ນດີກ່ວາ...


໒ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ billionaire ຂຽນວ່າ...
ຂພຈ ປ່ງນກະທູ້ ຈາກ ຄືວ່າ ຂພຈ ຢາກຊື້ມືຖື Sony Xperia Z ທີ່ສາມາດກັນນ້ຳກັນຝຸ່ນໃດ້ນະ ງິນວ່າຈະເຂົ້າສູນໄທປະມານທ້າຍເດືອນສາມ ແຕ່ຢູ່ລາວຊິມີບໍ່ ເຊິ່ງລາຄາກໍ່ປະມານ 22000 bath ນິລະ ຄັນຊິຊື້ iphone 5 ຫຼື samsung ພັດຍັງມີໃຈໃຫ້ Sony ຢູ່ ເພາະມັນທົນດີ ແຕ່ລູກຫຼິ້ນຫຼືແອັບຕ່າງໆບໍ່ແນ່ໃຈຊິຄັກບໍ່


ມາເປັນ Sony ດີສູ້ iphone ໃດ້ບໍ່?
ຂໍຄຳເຫັນນຳແນ່

ກໍ່ຕ້ອງSonyຕິຂ້ອຍໃຊ້ມາ6ປີແລ້ວບໍ່ເຫັນຈະເປັນຫຍັງ


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
iphone ສູ້ sony ບໍ່ໄດ້ດອກບໍ່ວ່າເລື່ອງໃດ
iphoneລາຄາແພງແຕ່ສະເປັກຕ່ຳໆ
iphoneໄດ້ຂາຍກະຍ້ອນຊື່ຍີ່ຫໍ້ໍຊື່ໆ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດໃຈລໍ


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ເຊີຍ SONY ສະເປັກສູງ ແລະມີຈໍຄວາມລະອຽດລະດັບ FullHD (1920*1080) ແຕ່ ໄອໂຟນຫັ້ນ ບໍ່ວ່າໂຕໃດກໍຕາມ ຂະໜາດຈໍບໍ່ຮອດ HD (1280*720) ຊ້ຳ, ອີກຢ່າງ SONY ໃຊ້ໜ່ວຍປະມວນຜົນແຮງກວ່າອີກ, ແຮມກາ 2ກິກ ຢາກຫຼິ້ນຫຍັງກາຫຼິ້ນ ຫຼິ້ນຫຼາຍໆອັນພ້ອມກັນກາໄດ້ສະບາຍ. ສຳລັບເລື່ອງລະບົບປະຕິບັດການ 2 ໂຕນີ້ມັນກໍສູສີກັນ, ຂ້ອຍຄິດວ່າໃດ໋ ເພາະບໍ່ມີເງິນຊື້ມາໃຊ້ຄືກັບເຂົາເຈົ້າ, ທ້ອນເທື່ອລະໜ້ອຍ ໄດ້ຫຼາຍໜ້ອຍໜຶ່ງກະຫາຍໝົດ 555555. ອີກຢ່າງຂ້ອຍກາຢາກຮູ້ວ່າ Android ນິ ເວລາໂຫຼດແອັບໜັກໆມັນຈະໃຫ້ຕໍ່ Wifi ຄື ios ບໍ່? ເພາະເຫັນໝູ່ຂ້ອຍຫຼິ້ນ ໄອໂຟນ ເວລາມັນຢາກໂຫຼດເກມ 100ເມັກ ມັນຕ້ອງຕໍ່ Wifi ຫັນນ່າ..... ^^


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງສະເປັກ, ເລື່ອງຄວາມແຮງຂອງເຄື່ອງ, ຄວາມໄວຂອງຫນ່ວຍປະມວນຜົນ ແລະ Ram ອັນນີ້ບໍ່ຖຽງແອນດ່ອຍກິນຂາດບໍ່ວ່າຈະເປັນ iOS, BB & Windows mobile
ແຕ່ຂໍ້ສົງໄສ ເປັນຫຍັງຕົວເຄື່ອງມັນຄືມັກຄ້າງ ແລະດັບເອງ ບາງຄັ້ງກະສຳພັດບໍ່ຄ່ອຍຈະແມ່ນຢຳແລະຕົງຈຸດຄື Win & iOS ຖ້າທຽບກັບຄວາມແຮງຖືວ່າກິນຂາດ ແຕ່ກັບມາເບິ່ງ
iOS & Win ເລື່ອງລະບົບ, ການສຳພັດຈະແມ່ນຍຳກ່ວາ2ລະບົບນີ້ຂໍໂທດບໍ່ມີຄ້າງ ແລະດັບເອງແນ່ນອນ ວ່າບໍ່ເຊື່ອລອງໃຊ້ຫລາຍໆ OS ນຳກັນເບິ່ງແລ້ວຈະຮູ້ເອງ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TAMcTx ຂຽນວ່າ...
ເຊີຍ SONY ສະເປັກສູງ ແລະມີຈໍຄວາມລະອຽດລະດັບ FullHD (1920*1080) ແຕ່ ໄອໂຟນຫັ້ນ ບໍ່ວ່າໂຕໃດກໍຕາມ ຂະໜາດຈໍບໍ່ຮອດ HD (1280*720) ຊ້ຳ, ອີກຢ່າງ SONY ໃຊ້ໜ່ວຍປະມວນຜົນແຮງກວ່າອີກ, ແຮມກາ 2ກິກ ຢາກຫຼິ້ນຫຍັງກາຫຼິ້ນ ຫຼິ້ນຫຼາຍໆອັນພ້ອມກັນກາໄດ້ສະບາຍ. ສຳລັບເລື່ອງລະບົບປະຕິບັດການ 2 ໂຕນີ້ມັນກໍສູສີກັນ, ຂ້ອຍຄິດວ່າໃດ໋ ເພາະບໍ່ມີເງິນຊື້ມາໃຊ້ຄືກັບເຂົາເຈົ້າ, ທ້ອນເທື່ອລະໜ້ອຍ ໄດ້ຫຼາຍໜ້ອຍໜຶ່ງກະຫາຍໝົດ 555555. ອີກຢ່າງຂ້ອຍກາຢາກຮູ້ວ່າ Android ນິ ເວລາໂຫຼດແອັບໜັກໆມັນຈະໃຫ້ຕໍ່ Wifi ຄື ios ບໍ່? ເພາະເຫັນໝູ່ຂ້ອຍຫຼິ້ນ ໄອໂຟນ ເວລາມັນຢາກໂຫຼດເກມ 100ເມັກ ມັນຕ້ອງຕໍ່ Wifi ຫັນນ່າ..... ^^


ໂຫລດໄດ້ຄືກັນຂ້ອຍລອງກັບນ້ອງ Note2 ມາແລ້ວໄດ້ຊວາ...


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຂ້ອຍເອງຍັງບໍ່ເຄີຍໃຊ້ທັງສອງລະບົບການນີ້ມາກ່ອນ ເພາະຜ່ານມາໃຊ້ແຕ່ຊິມບ້ຽນ ແຕ່ລຸ້ນທີ່ເບິ່ງໆໃວ້ຕອນນີ້ກໍ່ຄື iphone 5 , sony xperia z ອອກມາແລ້ວແຕ່ຍັງບໍ່ເຂົ້າໄທ ແລະ ລາວ , samsung galaxy s4 ກຳລັງຈະເຫັນໃນວັນທີ14 ນີ້
sony xperia z ມັກເພາະດີຊາຍຖືກໃຈ ກ້ອງຫຼັງ 13ລ້ານ ກ້ອງໜ້າ 2 ລ້ານ ສະເປັກມາແຮງ ກັນນ້ຳກັນຝຸ່ນ ຄິດວ່າໜ້າຈະທົນທານ ສ່ວນທີ່ກັງວົນ ໜ້າຈໍໃຫຍ່ເກີນໄປ ຫ່ວງເວລາເພມາໄປຫາແປງຍາກ ຟີມກັນຫວ້າຍ ເຄສຍ້ານຫາຍາກ ສີສັນຈໍຕາມທີ່ເຫັນມາມັນບໍ່ແຈ້ງສ່ຳລຸ້ນອື່ນໆ ຫ່ວງເລື້ອງຄວາມສະຖຽນຍ້ານເຄື່ອງຄ້າງ ແຕ່ລວມໆແລ້ວມັກຫຼາຍ

samsung galaxy s4 ຍັງລຸ້ນໆວ່າຊິອອກມາຈັງໃດ ແຕ່ຄິດວ່າມາແຮງແທ້ ແມ່ນຊຳຊຸງກຳລັງມາແຮງທັງລູກຫຼິ້ນແລະສະເປັກ ແຕ່ຫ່ວງເລື່ອງຄ້າງ ຫຼື ດັບເອງເວລາທີ່ໃຊ້ໄປໃດ້ດົນໆເຄື່ອງບໍ່ຄ່ອຍທົນ ເພາະງິນຫຼາຍຄົນບອກມາ ຢາກຕິຈໍຊິໃຫຍ່ໂພດ ຍັດໃສ່ຖົງໂສ້ງຍາກ ແຕ່ກໍ່ບໍ່ແນ່ ອາດຈະລໍຖ້າຊື້

Iphone 5 ມີໃຈໃຫ້ໄອໂພນຫຼາຍເຕີບບບບ ຕິຈໍນ້ອຍເກີນໄປ ແຕ່ມັກຄວາມສະຖຽນປອດໄພ ດີຊາຍງາມຫຼູດູດີ ເຖິງສະເປັກ ແລະ ກ້ອງຈະບໍ່ສູ້ເຈົ້າອື່ນໆ ບໍ່ມີເສີມແມັມ ແຕ່ກໍ່ຢາກໃດ້ທີ່ສຸດ ທີ່ເປັນຫ່ວງຄືຢ້ານມັນໂປກໄວ ເຄື່ອງຮ້ອນ ແບັດຫມົດໄວ ອັນຫ່ວງອີກອັນໜຶ້ງຄືບໍ່ເກັ່ງລະບົບໄອໂອເອສເທື່ອ

ເອົາຈັ້ງໃດດີ ຊິລໍໄຫວບໍ່ ຫຼືຊິຈັດໄອໂຟນ5 ເລີຍ



໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ຈັດ​ໄອໂຟນ5 ໄປເລີຍ


໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມັນຄົນລະລຸ້ນ ,ແບບເວັບໄທ ກັບ ຈີນ ຫັ້ນນະ "ຖ້າບໍ່ເຊື່ອ ແລະ ມີ ເງິນໄຂ ກໍ່ຊື້ໝົດສອງອັນມາລອງດ້ວຍຕົນເອງ"


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄອໂຟນຂ້ອຍຊືໍ້ລຸ່ນທຳອິດມາຮອດຕອນນີ້ຍັງໃຊ້ສະບາຍບໍ່ຮູ້ວ່າດີຫຼືໍບໍ


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
khoi sue IPone 5 leo 5555 hoo suek wa khoum khar u