ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ
ຂໍຖາມຊາວພັນລາວ ທີ່ນຳໃຊ້ wifi ແນ່, ທ່ານມີຄຳແນະນຳແນວໃດສຳລັບການເລືອກໃຊ້ wifi ຫມາຍວ່າ ເຄືອຂ່າຍໃດທີ່ມີສັນຍານດີ ແລະ ໄວກວ່າໝູ່. ແລ້ວຖ້າເຮືອນຢູ່ໃກ້ກັບຫລັກໂທລະສັບ ຈະມີຜົນກັບຄວາມໄວຂອງມັນບໍ່ຖ້າເຮົາຈະເລືອກໃຊ້ wifi ຂອງເຄືອຂ່າຍດັ່ງກ່າວ. ຂອບໃຈ ລ່ວງໜ້າສຳລັບທູກໆຄຳແນະນຳ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຍັງບໍ່ຮູ້ຊ້ຳວ່າອັນ wifi ແມ່ນອິຫຍັງ ເຫັນຢູ່ໃນໂທລະສັບ ແຕ່ບໍ່ຮູ້ໃຊ້ ບາງທີມັນຈົນເຕືອນວ່າ ອັນນີ້ໃຊ້ບໍ່ໄດ້ ເພາະໂທລະສັບຂອງທ່ານບໍ່ໄດ້ເປີດໃຊ້ wifi 555 ;p


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລົງເມັ້ນສອງອັນ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໃຊ້ wifi M-phone ຄວາມໄວແມ່ນພໍໃຊ້ໄດ້, ແຕ່ຖ້າມື້ໃດເປີດໃຫ້ແຂກໃຊ້ 3-4 ສິບຄົນ ມັນຈະໂຄດຊ້າເລີຍ.....ຖ້າຫາກໃຊ້ສະເພາະ ຄອບຄົວ ຄິດວ່າ MPhone ກະ OK ດີ


໓ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ຂ້ອຍໃຊ້ wifi M-phone ຄວາມໄວແມ່ນພໍໃຊ້ໄດ້, ແຕ່ຖ້າມື້ໃດເປີດໃຫ້ແຂກໃຊ້ 3-4 ສິບຄົນ ມັນຈະໂຄດຊ້າເລີຍ.....ຖ້າຫາກໃຊ້ສະເພາະ ຄອບຄົວ ຄິດວ່າ MPhone ກະ OK ດີ

ອັນນີ້ແມ່ນເຈົ້າຫມາຍເຖິງ wifi ຈາກ router ເຈົ້າເອງບໍ?

So much I need to say been lonely since the day
the day you went away......





໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ສັນຍານໄວຟາຍ ບໍ່ຈຳເປັນຕ້ອງໄປເຊົ່າຈາກສູນບໍລິການໃຫ້ຍຸ້ງຍາກດອກ ຕອນນີ້ໃຜຢູ່ໃກ້ບໍລິສັດໃຫຍ່ໆ ໂຮງແຮມ ຮ້ານອາຫານທີ່ເຂົາເຈົ້າເຊົ່າໄວຟາຍມາໃຊ້ ຈັບສັນຍານໄດ້ໃຊ້ຟຣີເລີຍ ຫ່າໆໆໆ

- ການໃຊ້ໄວຟາຍໃຫ້ໄດ້ສັນຍານທີ່ໄວໃນລາຄາປະຫຍັດ ຄືການໄປຊື້ອຸປະກອນແປງສັນຍານອິນເຕີເນັດທຳມະດາເປັນສັນຍານໄວວາຍມາໃຊ້ເອງດີກວ່າ ລາຄາປະມານ3ແສນກີບຂຶ້ນໄປ ເຊັ່ນຖ້າເຮົາໃຊ້ອິນເຕີເນັດ3ຈີຜ່ານແອກາດຢູ່ແລ້ວກໍ່ເອົາແອກາດຕໍ່ກັບເຄື່ອງແປງສັນຍານເພື່ອໃຫ້ເປັນສັນຍານໄວຟາຍ ເທົ່ານີ້ກໍ່ໄດ້ໄວຟາຍຄວາມໄວເທົ່າໆກັບແອກາດເຮົາແລ້ວ ຖ້າເຮົາໄປບ່ອນທີ່ໃຊ້ອິນເຕີແບບໃຊ້ສາຍກໍ່ເອົາສາຍແລນມາຕໍ່ໃສ່ ເຮົາກໍ່ໄດ້ໄວຟາຍຄວາມໄວຕາມທີ່ອິນເຕີເນັດນັ້ນໆມາໃຊ້ແບບສະບາຍໆເລີຍ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເທັກໂນໂລຊີໄຮ້ສາຍລະແນະນຳ ETL,MPhone,Planet ເດີ້ ພີ່ນ້ອງ


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ງົງເວີ້ຍ wifi ບໍ່ແມ່ນວ່າຢາກຫຼິ້ນລະກົດຕໍ່ລະຫຼິ້ນໄດ້ໂລດໃດ໋ ມັນຕ້ອງໄດ້ໄປບ່ອນທີ່ມີສັນຍານນັ້ນກ່ອນ ເຊິ່ງຫຼັກໆກໍມີ ETL ກັບ Mphone.

Wifi ETL ມີຢູ່ ສະຖາບັນການທະນາຄານແຫ່ງສປປລາວ (ຮູ້ແຕ່ບ່ອນດຽວ 555)
Mphone ກໍມີຫຼາຍໆບ່ອນ ບໍ່ຈື່ວ່າມີຢູ່ໃສແດ່

ແລ້ວເຮືອນເຈົ້າມີສັນຍານ Wifi ຂອງພວກນີ້ຊ່ຳເບາະຈັ່ງສິຫຼິ້ນ?

ຂ້ອຍວ່າເຈົ້າໝາຍເຖິງ ເນັດ 3ຈີ ຫຼາຍກວ່າໃດ. ຖ້າຢາກໃຊ້ຂ້ອຍແນະນຳໃຫ້ຊື້ໂຕທີ່ໃສ່ໄດ້ທຸກໆເບີ, ຈາກນັ້ນຊື້ເບີມາຄົບ 4ເບີ ໂລດ ແລ້ວເລືອກໃຊ້ເອົາ, ເພາະວ່າແຕ່ລະບ່ອນຄວາມໄວມັນບໍ່ຄືກັນ. ບາງບ່ອນຄົນໃຊ້ ເອັມໂຟນຫຼາຍ ເອັມໂຟນກໍຊ້າ, ບາງບ່ອນຄົນໃຊ້ ບີລາຍ ຫຼາຍ ບີລາຍກໍຊ້າ.


໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄັນເທັກໂນໂລຊີໄຮ້ສາຍລະແນະນຳ ETL,MPhone,Planet ເດີ້ ພີ່ນ້ອງ

ແມ່ນແລ້ວຂ້ອຍກຳລ=ັງຊອກຫາ ໄວໄຟເລົ້າເຕີ ຢູ່ ໂຕທີ່ໄຮ້ສາຍແລະສາມາດໃຊ້ຮ່ວມກັນເຖິງ10ຫນ່ວຍ(ຄອມພິວເຕີ ຫລື ມືຖື) ນີ້ແຫລະ ບໍ່ຮູ້ວ່າມັນແມ່ນຂອງໂຕໃດ໋ນິທ່ານ?


໓ ກະທູ້
໒໑໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ zooyamaza ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄັນເທັກໂນໂລຊີໄຮ້ສາຍລະແນະນຳ ETL,MPhone,Planet ເດີ້ ພີ່ນ້ອງ

ແມ່ນແລ້ວຂ້ອຍກຳລ=ັງຊອກຫາ ໄວໄຟເລົ້າເຕີ ຢູ່ ໂຕທີ່ໄຮ້ສາຍແລະສາມາດໃຊ້ຮ່ວມກັນເຖິງ10ຫນ່ວຍ(ຄອມພິວເຕີ ຫລື ມືຖື) ນີ້ແຫລະ ບໍ່ຮູ້ວ່າມັນແມ່ນຂອງໂຕໃດ໋ນິທ່ານ?


ສະຫລຸບແລ້ວແມ່ນທີ່ເຈົ້າຕ້ອງການແມ່ນ router ບໍ? ເຫັນຖາມທໍາອິດວ່າ wifi ຂອງເຄື່ອຂ່າຍໃດດີ,
ຖ້າເປັນຣູດເຕີແມ່ນໂຕໃດກໍໄດ້ ຄວາມໄວແມ່ນຂຶ້ນກັບເຄື່ອຂ່າຍ, ບັນຫາມັນຢູ່ທີ່ໄລຍະ ກັບ ຄວາມເຂັ້ມຂອງສັນຍານ.

ໄປເຫັນໂຕນີ້ຢູ່ອິນເຕີິເນັດ (ລອງເຂົ້າອ່ານເບິ່ງ)

So much I need to say been lonely since the day
the day you went away......





໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TAMcTx ຂຽນວ່າ...
ງົງເວີ້ຍ wifi ບໍ່ແມ່ນວ່າຢາກຫຼິ້ນລະກົດຕໍ່ລະຫຼິ້ນໄດ້ໂລດໃດ໋ ມັນຕ້ອງໄດ້ໄປບ່ອນທີ່ມີສັນຍານນັ້ນກ່ອນ ເຊິ່ງຫຼັກໆກໍມີ ETL ກັບ Mphone.

Wifi ETL ມີຢູ່ ສະຖາບັນການທະນາຄານແຫ່ງສປປລາວ (ຮູ້ແຕ່ບ່ອນດຽວ 555)
Mphone ກໍມີຫຼາຍໆບ່ອນ ບໍ່ຈື່ວ່າມີຢູ່ໃສແດ່

ແລ້ວເຮືອນເຈົ້າມີສັນຍານ Wifi ຂອງພວກນີ້ຊ່ຳເບາະຈັ່ງສິຫຼິ້ນ?

ຂ້ອຍວ່າເຈົ້າໝາຍເຖິງ ເນັດ 3ຈີ ຫຼາຍກວ່າໃດ. ຖ້າຢາກໃຊ້ຂ້ອຍແນະນຳໃຫ້ຊື້ໂຕທີ່ໃສ່ໄດ້ທຸກໆເບີ, ຈາກນັ້ນຊື້ເບີມາຄົບ 4ເບີ ໂລດ ແລ້ວເລືອກໃຊ້ເອົາ, ເພາະວ່າແຕ່ລະບ່ອນຄວາມໄວມັນບໍ່ຄືກັນ. ບາງບ່ອນຄົນໃຊ້ ເອັມໂຟນຫຼາຍ ເອັມໂຟນກໍຊ້າ, ບາງບ່ອນຄົນໃຊ້ ບີລາຍ ຫຼາຍ ບີລາຍກໍຊ້າ.



ຂ້ອຍວ່າເຈົ້າເຂົ້າໃຈຜິດໄປຫລາຍເຕີບ ແມ່ນຢູ່ທີ່ບອກວ່າຕ້ອງໄປບ່ອນມີສັນຍານກ່ອນຈິ່ງໃຊ້ໄດ້ ແຕ່ສັນຍານໄວຟາຍສາມາດດັດແປງຈາກສັນຍານອິນເຕີເນັດທຳມະດາໄດ້ (ຕາມທີ່ຂ້ອຍໄດ້ເວົ້າໄປໃນຄອມເມັ້ນທາງເທິງ) ແລະໃນຫ້ອງການໃຫຍ່ໆ,ໂຮງແຮມ,ຮ້ານອາຫານ,ຮ້ານບໍລິການອິນເຕີເນັດ ສ່ວນຫລາຍເຂົາເຈົ້າກໍ່ເຊົ່າສັນຍານໄວຟາຍໃຫ້ບໍລິການຢູ່ ແລະສັນຍານໄວຟາຍສາມາດເຊົ່າຈາກສູນບໍລິການແລ້ວໃຫ້ເຂົາເຈົ້າໄປຕິດຕັ້ງໃຫ້ໄດ້


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ຂ້ອຍໃຊ ຢູນິເທລ(ແອຣ໌ກາຣດ) ໃສ່ໂນດບຸກລະໃຊ້ໂປຣແກຣມ Conectify ເປີດ ໄວໄຟ ແຮງປຣູດດດດດ ແນວຫຼິ້ນຄົນດຽວ


໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ
ຂອບໃຈຫລາຍໆ ທີ່ພວກທ່ານໄດ້ສະຫລະເວລາມາຕອບກະທູ້ຂ້ອຍ ຕອນນີ້ຂ້ອຍກຳລັງສຶກສາເບິ່ງ ໂຕMifi ຂອງ planet ຢູ່.