ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ມາຮູ້ຈັກ Facebook home ສໍາລັບ ​​​Android ທີ່ກຳລັງຈະປ່ອຍອອກມາດີກວ່າ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ


Facebook home ກໍ່ຄື Launcher ຕົວຫນື່ງທີ່ທ່ານສາມາດດາວໂຫລດມາຕິດຕັ້ງແທນ Launcher ເກົ່າໃນໂທລະສັບແອນ ດອຍຂອງທ່ານ ເຊິ່ງໂດຍປົກກະຕິແລ້ວໂທລະສັບທຸກລຸ້ນຈະມີ Launcher ເປັນຂອງຕົນເອງ ແລະ ມີລັກສະນະການໃຊ້ງານ ຕ່າງກັນຕາມແຕ່ລະລຸ້ນ. ໂດຍ Facebook home ນີ້ຈະເປັນ Launcher ທີ່ເນັ້ນໄປທາງການໃຊ້ໂຊຊ້ຽວເນັດເວິກທີ່ກ່ຽວ ຂ້ອງກັບເຟສບຸກເຊັ່ນ: ຂໍ້ຄວາມແຊັດ, ການ ແຈ້ງເຕືອນ, ການໂພສສະຖານະຕ່າງໆເປັນຕົ້ນ ບໍລິການຕ່າງໆເຫລົ່ານີ້ຈະສະ ແດງຢູ່ຫນ້າ home screen ເລີຍຖ້າທ່ານຕິດຕັ້ງ Facebook home. ນອກຈາກນັ້ນທ່ານຍັງສາມາດປັບແຕ່ງໄອຄອນ ຕ່າງໆໄດ້ ຕາມຄວາມຕ້ອງການ. ເຟສບຸກຈະຮ່ວມກັບ HTC, Samsung ໃນການເອົາ Launcher ຕົວນີ້ເຂົ້າໄປໃນໂທລະ ສັບ ແລະ ຈະອອກວາງຂາຍໃນໄວໆນີ້. ແຕ່ຫາກທ່ານໃດຊື້ໂທລະສັບໄປແລ້ວທ່ານກໍ່ສາມາດຕັ້ງເຟສບຸກໂຮມນີ້ໄດ້ໃນ Googleplay ຂອງທ່ານໄດ້ໂດຍໂທລະສັບຂອງທ່ານຕ້ອງ ໄດ້ຕິດຕັ້ງແອັບ ​​​Facebook ແລະ Facebook Massenger ເວີຊັ້ນລ່າສຸດໄວ້ແລ້ວຈິ່ງຈະສາມາດໃຊ້ໄດ້

Credit: laoscience-it.blogspot.com


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນຢູ່ Face Book ຊ່ວຍກັນ ແຊ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂອບໃຈ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຫລິ້ນຢູ່ຈານ ແຕ່ຂ້ອຍລອງໂຫລດມາລົງລະມັນງົງໆ ເປັນອັນວ່າບໍ່ຖະນັດສ່ວນ Launcher ທີ່ຫລິ້ນຢູ່ຕອນນີ້ແມ່ນ Launcher 8