ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ມາລຸ້ນໃຫ້ Google ປ່ອຍບານລູນກະຈາຍສັນຍານໄວຟາຍທົ່ວ ອາຟຣີກກາ ແລະ ອາຊີ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ



ປະຈຸບັນນີ້ມີແຫລ່ງຂ່າວຈາກສື່ຕ່າງໆທີ່ວ່າອາກູ (Google) ບໍລິສັດຍັກໃຫຍ່ດ້ານເວັບຄົ້ນຫາກໍາລັງມີແຜນທີ່ຈະສົ່ງບານລູນ ຕິດອຸປະກອນກະສັນຍາຍໄວຟາຍ ເຊິ່ງອຸປະກອນນີ້ສາມາດກະຈາຍສັນຍານໄດ້ຫລາຍຮ້ອຍກິໂລແມັດກວມເອົາທະວີບອາ ຟຣິກກາ ແລະ ອາຊີ
ທ້າຍອາທິດທີ່ຜ່ານມາສຳພັກພິມ ວອລສະຕຣີດເຈເນຣັນ ໄດ້ຕິພິມເອກະສານທີ່ລະບຸວ່າກູເກີ້ລກໍາລັງວາງເຄືອຄ່າຍ Airborn wireless network ເພື່ອໃຫ້ປະຊາຊົນທີ່ຢູ່ຫ່າງໄກສອກຫລີກສາມາດເຂົ້າເຖິງອິນເຕີເນັດໄດ້ (ແຕ່ວ່າຟຣີ ຫລື ບໍ່ ອີກເລື່ອຫນື່ງ) ໂດຍຈະປ່ອຍໃນເຂດອາຟຣີກກາ ແລະ ອາຊີຕາເວັນອອກສ່ຽງໃຕ້
ໃນພື້ນທີ່ອາຟຣິກກາພື້ນທີ່ເປົ້າຫມາຍຂອງກູເກີ້ລກໍ່ຄືແຖບ Sub-saharan africa ທາງຕອນໃຕ້ຂອງທະເລຊາຍຊາຮາຣາ ມີ 48 ປະເທດ ມີປະຊາກອນລວມກັນເຖິງ 574 ລ້ານຄົນ ແລະ ມີອັດຕາການເຕີບໂຕຂອງເສດຖະກິດສູງໃນ 8-10 ປີທີ່ຜ່ານມາ ບານລຸນຍິງສັນຍານ ໄວຟາຍຂອງກູເກີ້ລທີ່ເອີ້ນວ່າ Hi-attitude platform ສາມາດກະຈາຍໄປໄດ້ຫລາຍຮ້ອຍກິໂລແມັດ ສາມາດເພີ່ມຈຳນວນຜູ້ໃຊ້ອິນເຕີເນັດຂື້ນອີກ 1 ພັນລ້ານຄົນ ທີ່ຍັງບໍ່ສາມາດເຂົ້າເຖິງອິນເຕີເນັດໄດ້
ແຕ່ເຖິງຈະມີການເປີດເຜີຍອຸປະກອນຕ່າງໆໄປແລ້ວ ແຕ່ປະຈຸບັນຍັງບໍ່ທັນມີການຢັ້ງຢືນໃດໆຈາກກູເກີ້ລ ນອກຈາກນີ້ຍັງມີ ຂ່າວວ່າກູເກິ້ລກຳລັງພິຈາລະນາການກະຈາຍສັນຍານທາງດາວທຽມເຊິ່ງອາດຈະເຮັດຄວບຄູ່ກັນໄປ.

ຂ່າວຍັງລະບຸອີກວ່າກູເກີ້ລໄດ້ເລີ່ມພັດທະນາລະບົບນີ້ມາແຕ່ປີ 2000 ແລ້ວ ເຊິ່ງໄດ້ຈົດສິດທິບັດໃນຊື່: "Hi-alttitude
platform control system"

ປລ: ຖ້າກູ້ເກີ້ລເຮັດສຳເລັດເມື່ອໃດ ເຄື່ອຄ່າຍໂທລະສັບຄ່າຍຕ່າງໆຂອງເຮົາຄົງຫນາວໄປຕາມໆກັນ

ອ່ານຂ່າວວິທະຍາສາດເທັກໂນໂລຢີອື່ນເປັນພາສາລາວໄດ້ທີ່: http://laoscience-it.blogspot.com


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຂໍໃຊ້ນຳແດ່ເດີ.


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນທຸກມື້ນີ້ສົນໃຈພັດທະນາແຕ່ວັດຖຸ ແຕ່ບໍ່ສົນໃຈພັດທະນາຈິດໃຈ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຄົນທຸກມື້ນີ້ສົນໃຈພັດທະນາແຕ່ວັດຖຸ ແຕ່ບໍ່ສົນໃຈພັດທະນາຈິດໃຈ


ແມ່ນຄວາມ...


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ຖາມແນ່ "ປລ" ຫມາຍຄວາມວ່າຫຍັງ?ໄດ້ມາຈາກໃສ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ຖາມແນ່ "ປລ" ຫມາຍຄວາມວ່າຫຍັງ?ໄດ້ມາຈາກໃສ


ປລ. (PS.) ຫຍໍ້ມາຈາກ Post scriptum ເປັນພາສາລາຕິ່ນ, ໃນພາສາອັງກິດ Postscript, ພາສາລາວ (ປັດສິມມະລິຂິດ)
ທັງໝົດນີ້ມີຄວາມໝາຍຂອງ ປລ. ແມ່ນຂໍ້ຄວາມສຸດທ້າຍຂຽນໃນຈົດໝາຍ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ປ່ອຍມາທາງບ້ານຂ້ອຍ ຊິບອກເດັກນ້ອຍເອົາກະຖຸນຍິງກ່ອນ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈີນບໍ່ແຄຜະລິດຕະພັນ ເອີລົບຢູ່ແລ້ວ

ແຕ່ທາງກົງກັນຂ້າມ
ຫວ່າງແລງມື້ນີ້ 10/06/2013 ເຫັນໄທຂ່າວ ວ່າ ທາງການຈີນ
ບຼອກ ເຝັກບຸກ, ກູເກິນ, ແລະ ຢູທູບ ໃຫ້ໃຊ້ ແຕ່ເວບຂອງຈິນເອງ ແຖມຍັງ ຄົນພາຍໃນປະເທດ dowload ບໍ່ໄດ້ອີກ ...


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳເລັດໄວໆເດີພໍຊິໄດ້ໃຊ້ນຳ