ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ຢາກໃຫ້ທ່ານ ເທບແລະຊຽນທັງຫລາຍ ຊ່ວຍແກ້ບັນຫາ Samsung galaxy S4 Model GT-i9502 (ສອງຊິມ )

໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ຂພຈ ມີໂທລະສັບ Samsung Galaxy S4 2sim Model : GT-i9502 ເຄື່ອງນີ້ ແມ່ນໃຊ້ສະເພາະ ເຄືອຂ່າຍ ຂອງ China Unicom ຊື່ງເຂົາເຈົ້າໄດ້ ບລັອກ Facebook, Twitter , youtube ,instragram... ໝາຍຄວາມວ່າ ບໍ່ສາມາດຕັ້ງ apps ພວກນີ້ໄດ້ເລີຍ . ຂະເຮັດແນວໃດ ຈຶ່ງຈະສາມາດ ຕັ້ງ apps ນີ້ລົງໃສ່ ໂທລະສັບເຄື່ອງນີ້ໄດ້? ຂໍຄວາມຊ່ວຍເຫລືອ ຈາກ ທ່ານທີ່ມີຄວາມຮູ້ ນີ້ ກະລູນາ ແນະນຳແດ່ ..​

ມີສະຕິ ມີປັນຍາ ກ້າສະແດງອອກ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂທໄປຫາລັດຖະບານຈີນໃຫ້ປ່ອຍ facebook


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າຕັ້ງຄ່າ ແລ້ວກົດເລືອກຕັ້ງຄ່າຄືນໃຫມ່ຈາກໂຮງງານ ຈາກນັ້ນກະໂຫລດເອົາແອັບຕ່າງໆຢູ່ Play Store ມາລົງໃຫມ່ກະຫລິ້ນໄດ້
ໂຕ 2 ຊີມນີ້ແມ່ນເຄື່ອງກ໋ອບເດີເພາະ S4 ແທ້ຕອນນີ້ຍັງໃຊ້ຊີມດຽວ


໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເຂົ້າຕັ້ງຄ່າ ແລ້ວກົດເລືອກຕັ້ງຄ່າຄືນໃຫມ່ຈາກໂຮງງານ ຈາກນັ້ນກະໂຫລດເອົາແອັບຕ່າງໆຢູ່ Play Store ມາລົງໃຫມ່ກະຫລິ້ນໄດ້
ໂຕ 2 ຊີມນີ້ແມ່ນເຄື່ອງກ໋ອບເດີເພາະ S4 ແທ້ຕອນນີ້ຍັງໃຊ້ຊີມດຽວ


ຂອບໃຈ ຫລາຍໆ ທີ່ແນະນຳ

ມີສະຕິ ມີປັນຍາ ກ້າສະແດງອອກ

໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ເຂົ້າຕັ້ງຄ່າ ແລ້ວກົດເລືອກຕັ້ງຄ່າຄືນໃຫມ່ຈາກໂຮງງານ ຈາກນັ້ນກະໂຫລດເອົາແອັບຕ່າງໆຢູ່ Play Store ມາລົງໃຫມ່ກະຫລິ້ນໄດ້
ໂຕ 2 ຊີມນີ້ແມ່ນເຄື່ອງກ໋ອບເດີເພາະ S4 ແທ້ຕອນນີ້ຍັງໃຊ້ຊີມດຽວ


ຊ ພ ຈ ເຂົ້າໄປ ທີ່ຕັ້ງຄ່າແລ້ວ ແຕ່ບໍ່ເຫັນ ບ່ອນ ຕັ້ງຄ່າຄືນໃໝ່ຈາກໂຮງງານ ເລີຍ ມີ ແນວອື່ນແນະນຳ ແດ່ ຫລືວ່າ ມີຮ້ານໃດ ທີ່ແກ້ໄດ້ ກໍ ຊ່ວຍແນະນຳແດ່

ມີສະຕິ ມີປັນຍາ ກ້າສະແດງອອກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີນ່າໂທລະສັບທຸກເຄື່ອງມີຫມົດ ເຂົ້າ Settings - Back up and reset - Factory data reset ຈາກນັ້ນກະກົດ Reset device


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຊີເລົ່າເລື່ອງເປັນຫຍັງປະເທດຈີນຈື່ງບໍ່ອານຸຍາດໃຫ້ Facebook, Twitter , youtube ,instragram.
1:ຍ້ອນວ່າເວັບພວກນີ້ເປັນເວັບທີ່ເປີດແປນໂພດ.ບັນດານັກຫຼີ້ນເວັບຈຳພວກນີ້ມັກເລົ່າເລືອງສ່ວນຕົວຫຼືເລື່ອງວຽກງານຕ່າງອອກມາໂພດ.ຈົນກ້າວໄປເລືອງ
ຂອງເຫດບ້ານການເມືອງ.ເລື່ອງວຽກງານຂອງລັດທະບານກະເອົາໂພດ.ເຊີງເປັນສີ່ງຫຼໍ່ແຫຼມໃຫ້ພວກກຸ່ມຄົນບໍ່ດີຮູ້ເລືອງຂອງລັດທະບານ.ດັ່ງນັ້ນລັດບານຈີນ
ຈື່ງ ບອກເວັບຈໍາພວກນີ້ໄວ້. ແຕ່ເຖີງວ່າລັດທະບານເຂົາຈະສັ່ງບອກເວັບພວກນີ້ໄວ້.ບັນດານັກທ່ຽວເວບທັງຫຼາຍເຂົາກະບໍ່ໄດ້ງໍ່.ເພາະເຂົາກະມີເວບຫຼາກຫຼາຍ
ໄຫ້ຫຼີ້ນກັນ.ຖ້າຢາກເບີງໜັງຟັງເພງ. ດາວໂລດເພງຄິບວີດີໂອເຂົາກະມີແບບຄ້າຍຄືຢູທູບໃຫ້.www.youku china ເບີງໜັງຟັງເພງດາວໂຫຼດສະບາຍ.

ແລະຄັນຫາກຢາກເຂົ້າ ຢູທູບ ເຟສບຸກ ແມ່ນຈະໃຊ້ເວັບບລາວເສີມາຊ່ວຍຄືເວັບ Web freer ເຈົ້າໃຊ້ບລາວເສີຕົວນີ້ຊ່ວຍກໍ່ສາມາດເຂົ້າເບີ່ງຢູ່ທູບໄດ້


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍໃຊ້


໐ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ຂ້ອຍຫາກໍ່ໄດ້ຍິນນິແຫລະວ່າ S4 ມີສອງຊິມ

ທ່ານໃດມີໂປຣແກຣມປົດລອກໄຟລທີ່ດາວໂຫລດມາແດ່...