ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຫົວຂໍ້ຄືວ່າຂ້ອຍຢາກໄດ້ໂທລະສັບ Lenovo A390 ມາເປັນຕົວແຈກ Wifi ໃຫ້ອຸປະກອນຕົວອື່ນເພາະບໍ່ຢາກປ່ຽນຊີມເຂົ້າ-ອອກແອກາດເວລາເດີນທາງ ລາຄາຢູ່ປະເທດໃກ້ຄຽງແມ່ນ 2,990 ບາດ ສ່ວນຮ້ານຈີໂລ່ແມ່ນ 3,490 ບາດນັ້ນບໍ່ບັນຫາ ບັນຫາຄືຂ້ອຍບໍ່ມັກຮ້ານຈີໂລ ເລີຍຢາກຖາມວ່າບ້ານເຮົາພໍມີຮ້ານໃດແດ່ທີ່ຂາຍຂ້ອຍສອບຖາມໄປຮ້ານລາວໂມບ່າຍ ກັບ ຮ້ານກວາງແລ້ວແມ່ນບໍ່ມີ ຖ້າໃຜຮູ້ຮ້ານຂາຍລົບກວນຊ່ວຍບອກແນ່ເດີ
ຂອບໃຈລ່ວງໜ້າເປັນຢ່າງສູງ...



ຂໍ້ມູນລາຍລະອຽດຕົວເຄື່ອງ...


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ບໍ່ເຄີຍຮູ້ ຮູ້ລາຍລະອຽດຕົວເຄື່ອງ ສົນໃຈລະນິ ລາຄາ ກໍ່ພໍຟັງ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ້ານຄອມທົ່ວໄປ ເຂົາເອີ້ນ 3G wifi


໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຂ້ອຍກໍຫາຊື້smartphoneຂອງlenovoຢູ່ຄືກັນ ວ່າຈະລອງເລາະໆຫາເບີ່ງຖ້າບໍ່ມີແທ້ໆອາດຈະໄດ້ໄປໄທ ປ.ລ ຂ້ອຍເຄີຍຊື້ຄອມຢູ່jiroໃຊ້ມາສອງປີແລ້ວຮາດແວຣ໌ບໍ່ເຄີຍມີບັນຫາຫຍັງເລີຍບໍ່ໄດ້ເຂົ້າຮ້ານຈັກເທື່ອ ເຫັນເຂົາເວົ້າກັນຫຼາຍກໍຢ້ານໆຢູ່55


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຮ້ານຄອມທົ່ວໄປ ເຂົາເອີ້ນ 3G wifi


ຂ້ອຍໃຊ້ດຽວນີ້ແມ່ນ Huawei E585 ໃຊ້ງານຕົວຈິງໄດ້ 3-4 ຊົ່ວໂມງ ແລະຍາກນຳເອົສຊີມເຂົ້າ-ອອກເພາະສັນຍານ 3G ບ້ານເຮົາແຕ່ລະເຄືອຄ່າຍມັນໄປບໍ່ຮອດທຸກພື້ນທີ່ເທົ່າກັນເລີຍຢາກໄດ້ໂທລະສັບທີ່ໃຊ່ 2ຊີມ ມາແຈກ Wifi ແທນ


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຕະຫຼາດເຊົ້າຫັ້ນເດຊິອຶດຫຍັງກະໄປເລາະເບິ່ງທະແມ໋

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ຕະຫຼາດເຊົ້າຫັ້ນເດຊິອຶດຫຍັງກະໄປເລາະເບິ່ງທະແມ໋


ໄດ້ໄປເລາະກະຊື້ມາໃຫ້ແດ່ດຸເຖົ້າ ສິບຟ້າຊາວປີຂ້ອຍບໍ່ເຄີຍໄປຍ່າງຢູ່ຫັ້ນ ຊື້ມາລະຊິໄຊ້ຄືນດອກແຖມເບຍອີກ 6 ກວດແຕ່ຂ້ອຍບໍ່ກິນນຳເດີເຂົ້າພັນສາແລ້ວ


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຢ່າວ່າຊັ້ນວ່າຊີ້ ຂໍຢືມກະທູ້ນີ້ຈົ່ມທຸກແດ່ ອາທິດແລ້ວນີ້ໄປຊື້ samsung Galaxy ເຄື່ອງນຶ່ຢູ່ຮ້ານໆນຶ່ງແຖວດົງປ່າລານ (ຈື່ຊື່ຮ້ານບໍ່ໄດ້ ອອກກລຸບໆນີ້ແລະ) ພະນັກງານໜ້າບູດຂະໜາດເລີຍ ລົມກັນກໍ່ແບບບໍ່ເຕັມໃຈ ແລະເຮັດຄືເພິ່ນຟ້າວວຽກອື່ນສຳຄັນກ່າວການຂາຍເຄື່ອງໃຫ້ເຮົາ. ເບິ່ງແລ້ວໄຮ້ມາລະຍາດທີ່ສຸດເລີຍ ດຽວນີ້ເຫັນໂທລະສັບໜ່ວຍທີ່ຂ້ອຍຊື້ຍັງຄິດເຫັນໜ້າພ/ງຄົນນັ້ນຢູ່ເລີຍ!


໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ khunlu ຂຽນວ່າ...
ຢ່າວ່າຊັ້ນວ່າຊີ້ ຂໍຢືມກະທູ້ນີ້ຈົ່ມທຸກແດ່ ອາທິດແລ້ວນີ້ໄປຊື້ samsung Galaxy ເຄື່ອງນຶ່ຢູ່ຮ້ານໆນຶ່ງແຖວດົງປ່າລານ (ຈື່ຊື່ຮ້ານບໍ່ໄດ້ ອອກກລຸບໆນີ້ແລະ) ພະນັກງານໜ້າບູດຂະໜາດເລີຍ ລົມກັນກໍ່ແບບບໍ່ເຕັມໃຈ ແລະເຮັດຄືເພິ່ນຟ້າວວຽກອື່ນສຳຄັນກ່າວການຂາຍເຄື່ອງໃຫ້ເຮົາ. ເບິ່ງແລ້ວໄຮ້ມາລະຍາດທີ່ສຸດເລີຍ ດຽວນີ້ເຫັນໂທລະສັບໜ່ວຍທີ່ຂ້ອຍຊື້ຍັງຄິດເຫັນໜ້າພ/ງຄົນນັ້ນຢູ່ເລີຍ!


ຖ້າເປັນແບບນັ້ນຂ້ອຍຍ່າງອອກຮ້ານເລີຍຂະໜາດໄປຊື້ຍັງບູດຊົ່ວວ່າໂທລະສັບເພໄປແປງແຮ່ງຊິບໍ່ໂຄດບູດເລີຍເບາະ55


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ badboys ຂຽນວ່າ...
ຕະຫຼາດເຊົ້າຫັ້ນເດຊິອຶດຫຍັງກະໄປເລາະເບິ່ງທະແມ໋


ໄດ້ໄປເລາະກະຊື້ມາໃຫ້ແດ່ດຸເຖົ້າ ສິບຟ້າຊາວປີຂ້ອຍບໍ່ເຄີຍໄປຍ່າງຢູ່ຫັ້ນ ຊື້ມາລະຊິໄຊ້ຄືນດອກແຖມເບຍອີກ 6 ກວດແຕ່ຂ້ອຍບໍ່ກິນນຳເດີເຂົ້າພັນສາແລ້ວ


ບໍ່ຯຯຯ 6ແກ້ວບໍ່ເອົາບໍ່ຄຸ້ມຄ່າຍ່າງຄ່າຢືນຄ່າເມີ່ອຍຄ່າເຮື່ອອອກຄ່າປາກຄ່າເວົ້າແລະຄ່າອື່ນຯຯຯອີກ
ຖ້າໄດ້ຫຼາຍກ່ວານັ້ນຈຶ່ງຈະໄປຊື້ໃຫ້,,,,,,,,,,,,,ເດີ ກັບກຣຸງວຽງຈັນກ່ອນແລ້ວຈະໄປເບິ່ງໃຫ້

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ຂ້ອຍເຫັນຢູ້ຮ້ານ ສຸພະໄຊ ເພິ່ນຕິດລາຄາຢູ່ 3.900 Bath ແຕ່ຂ້ອຍເບິ່ງຢູ່ Siamphone ລາຄາກໍ່ຄືເຈົ້າວ່າຫັ້ນລະ


໙ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ຂ້ອຍເຫັນຢູ້ຮ້ານ ສຸພະໄຊ ເພິ່ນຕິດລາຄາຢູ່ 3.900 Bath ແຕ່ຂ້ອຍເບິ່ງຢູ່ Siamphone ລາຄາກໍ່ຄືເຈົ້າວ່າຫັ້ນລະ


ຮ້ານນັ້ນຢູ່ແຖວໃດ???


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ xokthilat ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ...
ຂ້ອຍເຫັນຢູ້ຮ້ານ ສຸພະໄຊ ເພິ່ນຕິດລາຄາຢູ່ 3.900 Bath ແຕ່ຂ້ອຍເບິ່ງຢູ່ Siamphone ລາຄາກໍ່ຄືເຈົ້າວ່າຫັ້ນລະ


ຮ້ານນັ້ນຢູ່ແຖວໃດ???



ບ້ານ ອຸບມຸງ, ຖະໜົນ ສຸພານຸວົງ. ກົງກັນຂ້າມກັບ ວັດອຸບມຸງ ເປະເລີຍ
Oubmoung Village, Sikhottabong District, 856 Vientiane, Laos856-21-251207, mobile: 856-20-22200849
Facebook ເພິ່ນ: Souphasay Computer, www.souphaxay.com


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555 ລອງ​ໄປ​ເບີ່ງ​ຫລາຍ​ໆຮ້ານ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ