ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ທ່ານຮູ້ບໍ່ວ່າ Google ອ່ານອີເມລຂອງທ່ານທຸກສະບັບຫາກທ່ານໃຊ້ Gmail

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ


ຫລາຍທ່ານອາດເຄີຍໃຊ້ອີເມລຂອງ Gmail ເມລທີ່ກຳລັງຮິດທີສຸດໃນປະຈຸບັນໃນການສົ່ງຈົດຫມາຍວຽກງານ, ສົງຫາກິກ ຫາແຟນ, ສົ່ງຫາເມຍນ້ອຍ, ເມຍໃຫຍ່ເລື້ອຍໆ...... ແຕ່ທ່ານຮູ້ບໍ່ວ່າ ເມລທຸກອັນຂອງທ່ານນັ້ນຈະຖືກເປີດອ່ານດ້ວຍລະບົບ ຂອງ Google ..... ເຊິ່ງນີ້ກໍ່ມີທັງຜົນດີຜົນເສຍ, ຜົນດີທີ່ທາງກູ້ເກີ້ລບອກນັ້ນແມ່ນ ທ່ານຈະສາມາດຄົ້ນຫາ ອີເມລ ແລະ ສິ່ງ ຕ່າງໃນບັນຊີເມລຂອງທ່ານໄດ້ຢ່າງແມ້ນຢໍາ( ແນ່ນອນລະກະແນວໄປອ່ານເມລຈົນຫມົດ), ນອກຈາກນັ້ນຂໍ້ມູນດັ່ງກ່າວ ຊ່ວຍໃຫ້ ກູ້ເກີ້ລຕອບສະຫນອງບໍລິການທີ່ເຫມາະສົມກັບທ່ານໄດ້ດີຂື້ນເຊັ່ນ: ການຄົ້ນຫາຄວາມຮູ້, ສິ່ງຕ່າງໆທີ່ກົງກັບທ່ານ ໄດ້ດີຂື້ນເປັນຕົ້ນ..... ສ່ວນຜົນເສຍກະມີແນ່ນອນລະສຳລັບຜູ້ທີ່ມັກຄວາມເປັນສ່ວນຕົວ ແລະ ຜູ້ທີ່ໃຊ້ເມລສົ່ງສິ່ງທີ່ສຳຄັນ ເພາະ ກູ້ເກີ້ລ ຈະຮູ້ຂໍ້ມູນຂອງທ່ານທັງຫມົດ ເຖິງວ່າກູ້ເກີ້ລ ຈະບອກວ່າ ບໍ່ໄດ້ສົນໃຈ ນໍາຂໍ້ມູນຂອງລູກຄ້າກໍ່ຕາມ, ເຖິງຂັ້ນ ມີລູກຄ້າຫລາຍ ຟອ້ງກູ້ເກີ້ລ ພຸ້ນລະ

ສຳລັບຂ້າພະເຈົ້າບໍ່ມີຫຍັງສຳຄັນໃນອີເມລ ກູ້ເກີ້ລ ສະບາຍໃຈຫາຍຫ່ວງ ອ່ານໄປໂລດລະ , ສຳລັບທ່ານໃດ ຫລື ອົງກອນໃດ ທີ່ຫວັງຝາກຂໍ້ມູນທີ່ສຳຄັນໄວ້ກັບອີເມລ ກໍ່ໃຫ້ພິຈາລະນາໃຫ້ດີ


ວິຊາການເຫີ່ຍໆ
ກອບມາຈາກບ໋ອກ:


[url=][/url]http://laoscience-it.blogspot.com


ທີ່ມາ: sanook.com


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ເຂົ້າໃຈວ່າ ທີ່ອ່ານຫັ້ນແມ່ນຄອມພິວເຕີ ບໍ່ແມ່ນຄົນ
ສ່ວນຈຸດປະສົງຫລັກໆແຕ່ບໍ່ເນັ້ນກໍ່ຄືການ ໂຄສະນາ
google ຈະສົ່ງໂຄສະນາທີ່ກ່ຽວກັບຄໍາທີ່ເຮົາພິມປະຈໍາໃນ mail
ສ່ວນຄົນທີ່ຟ້ອງນັ້ນບໍ່ຮູ້ວ່າເປັນປະສາດບໍ
ເພາະວ່າ google ກະບອກເອງວ່າຊິສະແກນເມວ ຄັນບໍ່ຢາກໃຫ້ຮູ້ຄວາມລັບ
ກະບໍ່ຕ້ອງໄປສະໝັກ ຫລືໃຊ້ ບໍລິການ gmail ກໍ່ໄດ້ google ເອງກະຄົງບໍ່ໄດ້ວ່າຫຍັງ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແນ່ແຕ່ຂ້ອຍໃຊ້ yahoo ໃຜວ່າເຊີຍກະຕາມແຕ່



໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ບໍ່ສະເພາະແຕ່ ຈີເມວ.ທຸກໆ ອີເມວທີ່ທານໃຊ້.ເຂົາສາມາດ ແຮັກພາດສະເວີດ ແລະ ສາມາດອ່ານໄດ້ໝົດ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າໃຊ້ gmail ສະໝັກ Dropbox ຂໍ້ມູນທີ່ຢູ່ໃນ Dropbox ຄົນອື່ນທີ່ເຮົາບໍ່ໄດ້ແຊ໌ໃຫ້ສາມາດຄົ້ນຫາຂໍ້ມູນໄດ້ບໍ່?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ດົນແລ້ວ ອິອິ