![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ຫລິ້ນຄອມເປັນກໍ່ສາມາດສ້າງແອັບໃຫ້ສະມາດໂຟນດ້ວຍຕົນເອງໄດ້!
![]() ສ້າງແອັບແອນດຣອຍ ແລະ ແອັບໄອໂອເອສ ຟຣີ ບໍ່ຕ້ອງມີຄວາມຮູ້ດ້ານຂຽນໂປຣແກຣມ ພຽງຫລິ້ນຄອມເປັນກໍ່ສາມາດສ້າງແອັບແອນດຣອຍ ແລະ ແອບໄອໂອເອສໄດ້ເລີຍ. ຕົວຢ່າງການສ້າງແອັບຮ້ານກິນດື່ມແລ້ວພາຍໃນ 25 ນາທີ ລາຍລະອຽດ ສ້າງແອັບໃນເວັບ http://www.infinitemonkeys.mobi/ ແຕ່ຕ້ອງລອກອິນກ່ອນ ດ້້ວຍບັນຊີ Google Account, Facebook, Twitter, Yahoo ກໍ່ໄດ້ ແອັບທີ່ສ້າງຈາກເວັບນີ້ມີລັກສະນະເຊື່ອມຕໍ່ອິນເຕີເນັດເພື່ອໄປດຶງເອົາຂໍ້ມູນຈາກເວັບມາສະແດງໃນແອັບ ແອັບຟຣີທີ່ໄດ້ຈະມີໂຄສະນາສອດແຊກ. ສ້າງແອັບແອນດຣອຍດ້ວຍ Mobincube ໃນ 10 ນາທີ ໄປທີ່ເວັບ http://appinventor.mit.edu/explore/ ຄລິກ Invent ຫລື Create ກໍ່ໄດ້ແລ້ວລອກອິນດ້ວຍບັນຊີກູເກິ້ນ ໂປຣແກຣມສ້າງແອັບແອນດຣອຍ IMT App Inventor ສາມາດລອກອິນດ້ວຍ google account(gmail) ສ້າງແອັບວິທະຍຸອອນໄລນ໌ແບບງ່າຍໆ ຕອນທີ 1 ສ້າງແອັບວິທະຍຸອອນໄລນ໌ແບບງ່າຍໆ ຕອນທີ 2 ແຖມ ໂປຣແກຣມສ້າງແອັບແອນດຣອຍ ແລະ ແອັບໄອໂອເອສ Titanium Studio ທີ່ໃຊ້ຈາວາສະຄຣິຟ ດາວໂຫລດໄດ້ຈາກເວັບ http://www.appcelerator.com/developers/ (ຫລຸ້ນສຳລັບວິນໂດຄືຫາຍໄປ?). Titanium Studio ທຳງານຮ່ວມກັບ Andriod SDK ແລະ IOS SDK ຫມາຍຄວາມວ່າຈະມີການຕິດຕັ້ງເພີ່ມເຕີມ ຜູ້ໃຊ້ງານ Titanium Studio ແມ່ນເຄີຍສ້າງເວັບດ້ວຍ HTML ແລະ CSS ຜູ້ໃຊ້ງານຮູ້ຈັກຫນ້ອຍຫນຶ່ງກ່ຽວກັບ Javascript ວິທີຕິດຕັ້ງ Titanium Studio ວິທີໃຊ້ງານ Titanium Studio |
|
![]() ມື້ນີ້ມາເດິກ ດຽວມື້ຫນ້າມາເບິ່ງຕໍ່ ![]() |
|
![]() ຍາກສ້າງແອັບໃນວິນໂດໂຟນ, ມີໃຜຮູ້ວິທີບໍ່ |
|
![]() ສ້າງແອັບ ວິນໂດໂຟນ(window phone) ດ້ວຍ App Studio ເປັນລັກສະນະສ້າງໃນເວັບ(web based) ໂດຍໄປທີ່ລິ້ງນີ້ http://appstudio.windows.com ແລ້ວຄລິກ Start New Project ເທິງຂວາມື. ແລະລັອກອິນດ້ວຍບັນຊີໄມໂຄຣຊອຟຄື Hotmail ໄປເບິ່ງຫມໍນີ້ເຮັດ ອີກແບບຫນຶ່ງເປັນການສ້າງແອັບ ວິນໂດໂຟນ ໃນລັກສະນະເປັນໂປຣແກຣມຕິດຕັ້ງຄື Visual Studio ລົງໃສ່ວິນໂດ 8(ຂຶ້ນໄປ) ວິທີນີ້ຈຳເປັນຕ້ອງມີຄວາມຮູ້ດ້ານການໃຊ້ພາສາໃດຫນຶ່ງທີ່ຕົນຖະນັດເຊັ່ນ: JavaScript, Visual Basic, Visual C# ຫລື Visual C++ ຮຽນຮູ້ຕື່ມ |
|
![]() ວັນເສົາ-ອາທິດ ຊິສຶກສາເບິ່ງນຳເດີ ![]() ![]() |
|
![]() ຫນ້າສົນໃຈ
"Knowledge is freedom"
|
|
![]() Thank you for sharing |
|
![]() ![]() ![]() ![]() ![]() ![]() ![]() ![]() |