ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ຫລິ້ນຄອມເປັນກໍ່ສາມາດສ້າງແອັບໃຫ້ສະມາດໂຟນດ້ວຍຕົນເອງໄດ້!

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສ້າງແອັບແອນດຣອຍ ແລະ ແອັບໄອໂອເອສ ຟຣີ ບໍ່ຕ້ອງມີຄວາມຮູ້ດ້ານຂຽນໂປຣແກຣມ
ພຽງຫລິ້ນຄອມເປັນກໍ່ສາມາດສ້າງແອັບແອນດຣອຍ ແລະ ແອບໄອໂອເອສໄດ້ເລີຍ.

ຕົວຢ່າງການສ້າງແອັບຮ້ານກິນດື່ມແລ້ວພາຍໃນ 25 ນາທີ
ລາຍລະອຽດ
ສ້າງແອັບໃນເວັບ http://www.infinitemonkeys.mobi/ ແຕ່ຕ້ອງລອກອິນກ່ອນ
ດ້້ວຍບັນຊີ Google Account, Facebook, Twitter, Yahoo ກໍ່ໄດ້
ແອັບທີ່ສ້າງຈາກເວັບນີ້ມີລັກສະນະເຊື່ອມຕໍ່ອິນເຕີເນັດເພື່ອໄປດຶງເອົາຂໍ້ມູນຈາກເວັບມາສະແດງໃນແອັບ
ແອັບຟຣີທີ່ໄດ້ຈະມີໂຄສະນາສອດແຊກ.



ສ້າງແອັບແອນດຣອຍດ້ວຍ Mobincube ໃນ 10 ນາທີ
ໄປທີ່ເວັບ http://appinventor.mit.edu/explore/ ຄລິກ Invent ຫລື Create ກໍ່ໄດ້ແລ້ວລອກອິນດ້ວຍບັນຊີກູເກິ້ນ



ໂປຣແກຣມສ້າງແອັບແອນດຣອຍ IMT App Inventor
ສາມາດລອກອິນດ້ວຍ google account(gmail)
ສ້າງແອັບວິທະຍຸອອນໄລນ໌ແບບງ່າຍໆ ຕອນທີ 1


ສ້າງແອັບວິທະຍຸອອນໄລນ໌ແບບງ່າຍໆ ຕອນທີ 2




ແຖມ

ໂປຣແກຣມສ້າງແອັບແອນດຣອຍ ແລະ ແອັບໄອໂອເອສ Titanium Studio ທີ່ໃຊ້ຈາວາສະຄຣິຟ
ດາວໂຫລດໄດ້ຈາກເວັບ http://www.appcelerator.com/developers/ (ຫລຸ້ນສຳລັບວິນໂດຄືຫາຍໄປ?).
Titanium Studio ທຳງານຮ່ວມກັບ Andriod SDK ແລະ IOS SDK ຫມາຍຄວາມວ່າຈະມີການຕິດຕັ້ງເພີ່ມເຕີມ
ຜູ້ໃຊ້ງານ Titanium Studio ແມ່ນເຄີຍສ້າງເວັບດ້ວຍ HTML ແລະ CSS
ຜູ້ໃຊ້ງານຮູ້ຈັກຫນ້ອຍຫນຶ່ງກ່ຽວກັບ Javascript
ວິທີຕິດຕັ້ງ Titanium Studio


ວິທີໃຊ້ງານ Titanium Studio




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ມາເດິກ ດຽວມື້ຫນ້າມາເບິ່ງຕໍ່


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍາກສ້າງແອັບໃນວິນໂດໂຟນ, ມີໃຜຮູ້ວິທີບໍ່


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສ້າງແອັບ ວິນໂດໂຟນ(window phone) ດ້ວຍ App Studio ເປັນລັກສະນະສ້າງໃນເວັບ(web based)
ໂດຍໄປທີ່ລິ້ງນີ້ http://appstudio.windows.com ແລ້ວຄລິກ Start New Project ເທິງຂວາມື.
ແລະລັອກອິນດ້ວຍບັນຊີໄມໂຄຣຊອຟຄື Hotmail

ໄປເບິ່ງຫມໍນີ້ເຮັດ



ອີກແບບຫນຶ່ງເປັນການສ້າງແອັບ ວິນໂດໂຟນ ໃນລັກສະນະເປັນໂປຣແກຣມຕິດຕັ້ງຄື Visual Studio ລົງໃສ່ວິນໂດ 8(ຂຶ້ນໄປ)
ວິທີນີ້ຈຳເປັນຕ້ອງມີຄວາມຮູ້ດ້ານການໃຊ້ພາສາໃດຫນຶ່ງທີ່ຕົນຖະນັດເຊັ່ນ: JavaScript, Visual Basic, Visual C# ຫລື Visual C++

ຮຽນຮູ້ຕື່ມ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ວັນເສົາ-ອາທິດ ຊິສຶກສາເບິ່ງນຳເດີ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໓໓ ກະທູ້
໑໘໗ ໂພສ
ນັກການກະທູ້
ຫນ້າສົນໃຈ

"Knowledge is freedom"

໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
Thank you for sharing


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້