ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີທຸກຄົນ ປະຈຸຸບັນຂ້ອຍໃຊ້ໂທລະສັບຂອງຫົວເວ ພີ 20 ໂປລ Huawei P20 Pro ທີ່ປະຈຸບັນເປັນກ້ອງທີ່ມີນະວັດຕະກຳສູງເລື່ອງຂອງການຖ່າຍຮູບ ເຊີ່ງໂທລະສັບດ່ັງກ່າວ ມີກ້ອງເຖີງສາມຕົວ ແລະ ທີ່ເດັ່ນທີສຸດແມ່ນກ້ອງໂຕທຳອິດ ທີ່ຢູ່ເທີງສຸດ ແມ່ນມີຄວາມລະອຽດໃນການຖ່າຍຮູບສູງເຖີງ 40ລ້ານ ເມກາພິກເຊວ ແລະ ອີກສອງຕົວແມ່ນຄວາມລະອຽດຕ່ຳຮອງລົງມາ ແຕ່ວ່າແຕ່ລະຕົວແມ່ນມີໜ້າທີ່ຕ່າງກັນໃນເວລາຖ່າຍຮູບໃນໂຫມດຕ່າງກັນ ແຕ່ສີ່ງທີ່ຂ້ອຍຢາກຖາມແມ່ນ ກ້ອງໂຕທຳອິດ ທີ່ມີຄວາມລະອຽດສູງກ່ອນໝູ່ນັ້ນຂ້ອຍໃດ້ລອງເອົາມືປິດ ຫລື ສະກອດດຳປິດໄວ້ ແລ້ວ ລອງຖ່າຍຮູບ ແລະ ປັບໂຫມດຕ່າງຽທຸກໂຫມດ ແລະ ທຸກການຕັ້ງຄ່າ ແຕ່ວ່າກ້ອງດັ່ງກາ່ວຍັງສາມາດຖ່າຍຮູບໃດ້ ມັນໝາຍຄວາມວ່າແນວໃດ ພໍຈະມີໃຜສາມາດອະທິບາຍ ຫລື ບອກວິທີຕັ້ງຄ່າຖ່າຍຮູບຈາກເລນດັ່ງກ່າວໃດ້ບໍ່.
ຂໍຂອບໃຈລ່ວງໜ້າ