ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ໂທລະສັບມືຖື, ອຸປະ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ໂທລະສັບມືຖື, ອຸປະກອນຂະໜາດນ້ອຍ ແລະເຄືອຂ່າຍໂທລະສັບ » ວິທີເຮັດໃຫ້Nokia N70-ME ໃຊ້ສັນຍານ3Gໄດ້ຕະຫຼອດເວລາ(ສຳລັບເບີຂອງລາວໂທລະຄົມ)

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ວິທີເຮັດໃຫ້Nokia N70ME ໃຊ້ສັນຍານ3Gໄດ້ຕະຫຼອດເວລາ(ສຳລັບເບີຂອງລາວໂທລະຄົມ)
How to set NOKIA N70-ME only use 3G/UMTS/WCDMA 2100 Network

ຕາມທຳມະດາແລ້ວໂນເກຍNOKIA N70-ME ຈະມີພຽງແຕ່2 Modeເທົ່ານັ້ນຄື Dual mode ແລະ GSM mode ແຕ່ພັດບໍ່ມີ UMTS modeຊໍ້າ...ມັນລະໃຊ້ສັນຍານ3Gໄດ້ບໍ່ເຕັມທີ່ (Dual mode ກໍ່ໃຊ້ສັນຍານ3Gໄດ້ຄືກັນ ແຕ່ຖ້າຢູ່ບ່ອນສັນຍານບໍ່ແຮງພັດວ່າ3Gບໍ່ຂຶ້ນ)
ຂພຈ ເອງເປັນຄົນໃຊ້NOKIA N70-ME ເຖິງມັນຈະເປັນໂທລະສັບລຸ້ນເກົ່າ ແຕ່ມັນກະໃຊ້ດີຢູ່ ອິອິ
ຂພຈ ລະມັກຫຼິ້ນເນັດຢູ່ໂທລະສັບ ຖ້າໄປບ່ອນໃດສັນຍານຄ່ອຍ 3Gພັດບໍ່ຂື້ນຊໍ໊າ ຫຼິ້ນເນັດກະຄືວ່າຊ້າກວ່າເກົ່າ
ກະເລີຍວ່າລອງຄົ້ນຫາວິທີເຮັດໃຫ້Nokia N70-ME ໃຊ້ສັນຍານ3Gໄດ້ຕະຫຼອດໃນເວັບGoogle
ປະກົດວ່າມີບາງເວັບບອກໃຫ້ໃຊ້ໂປຣແກຣມ Nemesis service suite ທີ່ສາມາດເພີ່ມmodeສຳລັບNOKIA N70-MEຈາກ2 Modeໃຫ້ກາຍເປັນ3 Mode ເຮັດໃຫ້NOKIA N70-ME ມີUMTS mode ແຕ່ບາດລອງເຮັດເບິ່ງແລ້ວກະບໍ່ມີຫຍັງປ່ຽນແປງ ແຫະໆ

ແລະໃນທີ່ສຸດກໍ່ສາມາດຫາໂປຣແກຣມໃຫມ່ ນັ້ນຄືໂປຣແກຣມ Phoenix service software ແຕ່ໂປຣແກຣມພັດບໍ່ສາມາດເພີ່ມModeຈາກ2 Modeໃຫ້ກາຍເປັນ3 Modeໄດ້ ມີແຕ່ເຮັດໃຫ້NOKIA N70-MEໃຊ້ສັນຍານ3Gໄດ້ຢ່າງເຕັມທີ່ຄືໃຊ້UMTS mode
######ອຸປະກອນ######
+++ Computer
+++ nokia pc suite
+++ ສາຍUSB ທີ່ເຊື່ອມNOKIA N70-MEເຂົ້າກັບComputer
+++ Phoenix service software
######ວິທີເຮັດ######
ກ່ອນອື່ນComputerຕ້ອງມີໂປຣແກມ nokia pc suite ທີ່ຕິດຕັ້ງໄວ້ແລ້ວ ຖ້າດີແທ້ ຂພຈ ຄິດວ່າNOKIA N70-MEຕ້ອງເຄີຍເຊື່ອມຕໍ່ກັບnokia pc suiteມາກ່ອນແລ້ວ ອິອິ
+++ຕິດຕັ້ງໂປຣແກຣມ Phoenix service software
+++ ຫຼັງຈາກຕິດຕັ້ງແລ້ວໆ, ກໍ່ເຊື່ອມຕໍ່ NOKIA N70-MEເຂົ້າກັບComputerໂດຍໃຊ້ສາຍUSB ຂອງNOKIA,ແລ້ວເປີດໂປຣແກຣມ Phoenix service software ແລ້ວໄປທີ່File menu ແລ້ວເລືອກscan product(ຫຼືກົດ Ctrl-R)ລໍຖ້າມັນscan ຈົນແລ້ວຈະເຫັນຄຳວ່າReady
(ຖ້າຢາກເຫັນຂໍ້ມູນຂອງໂທລະສັບກົດProduct menuເລືອກPhone information###ບໍ່ຕ້ອງເຮັດກະໄດ້###)
+++ຫຼັງຈາກລໍຖ້າມັນscan ຈົນແລ້ວ ໃຫ້ໄປທີ່Product menuແລ້ວເລືອກSystem mode=>selected system mode, ໃຫ້ເລືອກເອົາWCDMAແລ້ວກົດ Writeຕາມດ້ວຍReadແລະກະກົດWriteອີກເທື່ອໜຶ່ງ ໂທລະສັບມັນຈະມອດເປີດໃໝ່ເອງ, ສາມາດຖອດສາຍUSBໄດ້, ເມື່ອໂທລະສັບເປີດຂື້ນມາຈະເຫັນເປັນ3Gແຕ່ສັນຍານອາດຈະບໍ່ຂື້ນໃນຄັ້ງທຳອິດ,
ໃຫ້ກົດໃສ່Offline mode ແລ້ວກັບໄປໃສ່ໂໝດອອນລາຍຄືນ, ຫຼືອາດຈະມອດແລ້ວເປີດໃໝ່ ເທົ່ານີ້NOKIA N70-MEກໍ່ສາມາດໃຊ້UMTS mode(3G)
+++ເມື່ອເຂົ້າໄປເບິ່ງທີ່ເມນູເລືອກໂໝດເຄືອຂ່າຍ ຈະເຫັນຄຳວ່າUMTS
ແລະກໍ່ສາມາດກັບໄປໃຊ້Dual mode ແລະ GSM modeໄດ້ຄືເກົ່າ ແລະເມື່ອເລືອກກັບໄປໃຊ້Dual mode ຫຼື GSM mode ແລ້ວຈະບໍ່ສາມາດເລືອກໃຊ້UMTS modeຈາກໂທລະສັບຄືນໄດ້ ເພາະຢູ່ໂທລະສັບບໍ່ມີUMTS mode ,ຖ້າຢາກໃຊ້ UMTS modeຄືນ, ໃຫ້ເຮັດຕາມວິທີທີ່ບອກຢູ່ຂັ້ນເທິງນັ້ນຄືນ

====================================================================================
Link to download Phoenix service software: 95196 KB

http://rapidshare.com/files/358728754/Phoenix_Service_Software_2010.08.004.41526.rar


To Download, CLICK Here!!!

ຫຼືຊອກຢູ່ເວັບGoogle
========================================================================
ຖ້າປ່ຽນໃຊ້ເບີອື່ນທີ່ບໍ່ແມ່ນເບີເອັມໂຟນ ຖ້າໂທລະສັບໃຊ້UMTS modeໃຫ້ປ່ຽນເປັນDual modeຄືນ ດຽວສັນຍານບໍ່ຂື້ນ, ເພາະເບີອື່ນຍັງບໍ່ທັນມີ3Gເທື່ອ ¸ວ່າຊັ້ນຊະ ເອິ໊ກໆ

(ແຕ່ຄິດວ່າເບີ Unitel ກະຄືຊິມີ)




ichigo

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ໃຊ້ລຸ້ນນີ້ມີແຕ່ໝູ່ໃຊ້

21 3-15-13-16-12-5-20-5 13-5


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາບໍ່ໄດ້ໃຊ້ລຸ້ນນີ້ ຂ້ອຍໃຊ້ແມ່ນລຸ້ນບູຮານກ່ອນອີກ nokia 6681 ແຕ່ກະໃຊ້ດີຢູ່ ພັດລົງພາສາລາວບໍ່ໄດ້ ໂຄດເຊັງເລີຍນິ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ບໍ່ໄດ້ໃຊ້ລຸ້ນນີ້ມີແຕ່ໝູ່ໃຊ້



ວ່າຊັ້ນສະ ແຫະໆ


ichigo

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ກາບໍ່ໄດ້ໃຊ້ລຸ້ນນີ້ ຂ້ອຍໃຊ້ແມ່ນລຸ້ນບູຮານກ່ອນອີກ nokia 6681 ແຕ່ກະໃຊ້ດີຢູ່ ພັດລົງພາສາລາວບໍ່ໄດ້ ໂຄດເຊັງເລີຍນິ



ເສຍດາຍ ບໍ່ມີໃຜໃຊ້ລຸ້ນຄືຂ້ອຍຈັກຄົນ

ກ໊າກໆໆໆໆໆໆໆໆໆໆໆໆໆໆໆໆໆ



ichigo

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
kh ga sai nokia n70 kheu gun

tae bor dai sai ber Lao telecom dork 5555+



໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ຈະມີຜົນຂ້າງຄຽງຫຍັງບໍ່


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ minaa ຂຽນວ່າ...
kh ga sai nokia n70 kheu gun

tae bor dai sai ber Lao telecom dork 5555+





ichigo

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Shinnobi ຂຽນວ່າ...
ຈະມີຜົນຂ້າງຄຽງຫຍັງບໍ່



ຄິດວ່າບໍ່ມີຜົນຂ້າງຄຽງຫຍັງ

ເພາະວ່າເຈົ້າຂອງເອງ ກະເຮັດແນວນີ້ຫຼາຍເທື່ອແລ້ວ

ຈົນບໍ່ຈື່ວ່າເຮັດໄປຈັກເທື່ອແລ້ວ 55+

ichigo

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ໂດຍໆ.... ເຮົາກະໃຊ້ N70-ME ຢູ່ຄືກັນ

ມີເທັກນິກດີໆກະເອົາມາບອກແນ່ເດີ້


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Shinnobi ຂຽນວ່າ...
ໂດຍໆ.... ເຮົາກະໃຊ້ N70-ME ຢູ່ຄືກັນ

ມີເທັກນິກດີໆກະເອົາມາບອກແນ່ເດີ້



ok ເລີຍນ້ອງ ແຫະໆ


ichigo

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໜ້າຈະມີບັນຫາເວລາມັນບໍ່ມີສັນຍານ 3G ແຕ່ຜັດມີສັນຍາ GSM ມັນກໍຈະເຮັດໃຫ້ຮັບ GSM ບໍ່ໄດ້ແມ່ນບໍ່?


໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໜ້າຈະມີບັນຫາເວລາມັນບໍ່ມີສັນຍານ 3G ແຕ່ຜັດມີສັນຍາ GSM ມັນກໍຈະເຮັດໃຫ້ຮັບ GSM ບໍ່ໄດ້ແມ່ນບໍ່?



ໂດຍ ແມ່ນແລ້ວ


ichigo

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ກຳ window vista ລົງໂປແກມ nokia pc ຍັງບໍ່ໄດ້

M99NOY

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ກຳ window vista ລົງໂປແກມ nokia pc ຍັງບໍ່ໄດ້



ລອງໄປໂຫຼດໂຕເວີຊັ້ນໃໝ່ລອງເບິ່ງຢູ່ເວັບມັນເລີຍ

ບາງເທື່ອໄດ້ ສ່ວນຫຼາຍກະໜ້າຈະໄດ້ໝົດ

ເຮົາໃຊ້ Windows 7 ຍັງລົງໄດ້ ແຫະໆ

windowຫ vista ກະຄິດວ່າແຮ່ງໄດ້

ichigo