ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » ຢາກເປັນຊ່າງຖ່າຍພາບທີ່ເກັ່ງຈະເລືອກຊື່ກ້ອງແນວໃດ ?ຊ່ວຍແນະນຳແດ່?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າບໍ່ມີພື້ນຖານໃນການໃຊ້ກ້ອງຖ່າຍຮູບ ເລີຍ ແລະ ກະບໍ່ຮູ້ວ່າຈະເລືອກຊື້ກ້ອງຖ່າຍແບບໃດ?
ແລະຕັ້ງຄ່າແນວໃດໃນການໃຊ້ກ້ອງໜ່ວຍນັ້ນ ເຮົຈະຊອກຮຽນໄດ້ຢູ່ໃສ່ໄດ້ແດ່ໃນການເປັນຊ່າງຖ່າຍພາບແບບມືອາຊີບນີ້

ບໍມີວັນໄດ້ຮັກກັນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຊື່ກ້ອງມາຫຼາຍໜ່ວຍ ມີແຕ່ເບີ່ງ effective megapixels ກັບ zoom ສອງອັນນີ້
ນີ້ແມ່ນໜ່ວຍຫຼ້າສຸດທີ່ຊື້ມາ
<a href="http://img.laoupload.com/"><img src="http://img.laoupload.com/images/40472207353468165538.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a><a href="http://img.laoupload.com/"><img src="http://img.laoupload.com/images/17986120842574053961.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>

ບໍມີວັນໄດ້ຮັກກັນ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢອງຄໍມາຈອບໆເບິ່ງ
ປະກົດວ່າຍັງບໍ່ມີມືກ້ອງອາຊີບອອກມາປະກົດໂຕກາງເຄິ່ງ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຖ້າຍັງບໍ່ມີຄວາມຮູ້ພື້ນຖານ ກໍຮຽນມັນກ່ອນ

- ເລື່ອງລະບົບ sensor
- ຮູຮັບແສງ
- ການເຮັດວຽກຂອງ shutter
- ການຈັດອົງປະກອບພາບ
- ກາບປັບແຕ່ງພາບເບື້ອງຕົ້ນ

ແມ່ນຫຍັງປະມານນັ້ນ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ການເລືອກກ້ອງ

- ຄ້າຍຂອງກ້ອງ (ເພື່ອເບິ່ງສູນບໍລິການຫລັງການຂາຍ, ເລື່ອງເລນເທື່ອມີຫມູ່ໃຊ້ຄ້າຍດຽວກັນ ຢືມກັນໄດ້)
- ລະບົບ Sensor ແບບນິນ ບອກ ເພາະມັນມີສອງແບບ Full Frame ກັບ ຕົວຄູນ ຫລື APS-C ເຊິ່ງແຄນນອນຈະຕ່າງຫມູ່ x1.6 ສ່ວນຄ້າຍອື່ນ x1.5 (ຍົກເວັ້ນ Sigama x1.7 ກັບ Canon ລຸ້ນ 1D ທີ່ເປັນ APS-H ມີຕົວຄູນ x1.3)
- ເລື່ອງ Mega pixel ຖ້າຖ່າຍແລ້ວມາລົງໃນຄອມພິມນ້ອຍໆ (ບໍ່ເກີນ A4) 12ລ້ານພິກເຊລສຳລັບກ້ອງdSLR ກະພຽງພໍແລ້ວ (ແຕ່ພວກກ້ອງຄອມແພັກ mega pixel ສູງຫລາຍບັນຫາທີ່ຕາມມາແມ່ນ Noise ຂອງຮູບສູງຂຶ້ນຫລາຍ ພວກຈຸດໆ ທີ່ມີຕາມຮູບຫັ້ນນະ)
- ເລືອກກ້ອງເຜື່ອເງິນຊື້ເລນ ມີເງິນພໍດີເປະລຸ້ນນັ້ນແຕ່ເຮົາກະຄືສິບໍ່ເອົາລຸ້ນນັ້ນເລີຍ ຍັງຕ້ອງຊື້ ເລນ, ເມມກ້ອງບາງກ້ອງໃຊ້ CF ແພງຂຶ້ນໄປອີກ, Filter ລະກະ Hood ດີບໍ່ດີມີຂາກ້ອງຫ້ອຍມານຳຕອນໄປຮ້ານ.
- ISO ບາງຫນ່ວຍມີ 100-3200, ບາງຫນ່ວຍຄັກກວ່າມີ 50-12800 ໄດ້ເບິ່ງກັນອີກ. ເລື່ອງ ISO ນີ້ສຳຄັນເຊັ່ນກັນ ເພື່ອຮູບອອກມາດີ ຖ້າກ້ອງລຸ້ນດີໆ ຍາມປັບ ISO ໄປສູງໆ ຮູບຈະຫ່ວຍຫນ້ອຍລົງ ແມ່ນລະ "ຫ່ວຍ" ມັນຈະມີແຕກໆ ເບິ່ງຍາມເຮົາກ້ອງຄອມແພັກໃສ່ ISO ສູງໆ ຖ່າຍຮູບທີ່ແສງຫນ້ອຍແມະ

ຊ່ຳໆນີ້ກ່ອນເນາະ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າ ຂອບໃຈເດີ ສຳລັບຄຳຊີ້ແນະ ແຕ່ຍັງຄ່າໃຈບ່ອນຮູຮັບແສງມັນຢູ່ສ່ວນໃດຂອງກ້ອງ?
ຂ້ອຍສົນໃຈກ້ອງລຸ້ນນີ້ແຕ່ບໍ່ຮູ້ວ່າຈະເສີມເລນແນວໃດໃສ່ຕື່ມຫຼືວ່າຈະມີເລນໃຊ້ແທນກັນກັບລຸ້ນໃດແດ່?

ບໍມີວັນໄດ້ຮັກກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຮູຮັບແສງຢູ່ໃນເລນ ສັງເກດຕົວອັກສອນທັງຫລັງຊື່ເລນເຊັ່ນ Canon EF 70-200 f/4 L,
ສະແດງວ່າເລນນັ້ນ f/4 ແມ່ນຮູຮັບແສງກວ່າສຸດຂອງກ້ອງ
ການປັບຮູຮັບແສງມີສອງແບບ ປັບໃນກ້ອງເລີຍ (ສະເພາະພວກ dSLR), ກັບປັບທີ່ເລນ (ສ່ວນຫລາຍເປັນເລນສຳລັບຟິມທີ່ໃຊ້ຫົວແປງ Mount ມາໃຊ້ກັບກ້ອງ)

ເສີມອີກ F ຕົວເລກຫນ້ອຍແມ່ນ ຮູຮັບແສງກວ່າ ກົງກັນຂ້າມ Fຕົວເລກຫລາຍແມ່ນຕົວເລກແຄບ.
ຮູບຮັບແສງກວ້າງຈະໃຫ້ຮູບຈຸດໂຟກັສທີ່ຄົມກວ່າ ກົງກັນຂ້າມກັບ ຮູບຮັບແສງແຄບເພາະຕ້ອງຮັບແສງດົນຂຶ້ນ ຮູບທີ່ໄດ້ຈະຈຸດຊັດທີ່ເທົ່າກັນທົ່ວຮູບ
ສຳລັບລາຄາເລນ ທີ່ Fຕົວເລກຫນ້ອຍຈະແພງກວ່າ Fຕົວເລກຫລາຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວເຮົາຈະປັບເລນ ແນວໃດແດ່ເພື່ອໃຫ້ເໝາະກັບພາບທີ່ເຮົາຈະຖ່າຍນັ້ນ ເຊັ່ນວ່າ ວີວ ,ຄົນ ວັດຖຸ ຫຼືສີ່ງເຄື່ອນໄຫວຢູ່

ບໍມີວັນໄດ້ຮັກກັນ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ......ຂອບເຈີເຮັງເດີ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ສັ້ນໆເນາະ

ວິວ ເຫມາະກັບເລນ Wide ຖ່າຍໂຕນີ້ປັບໂຟກັສບໍ່ຍາກເພາະ ບໍ່ມີຫຍັງໃຫ້ໂຟກັສ ຖ່າຍໄປຊັດຫມົດ ເພາະສິ່ງຈະຖ່າຍຢູ່ຫ່າງຈາກກ້ອງຫລາຍ ມີແຕ່ຕ້ອງໄດ້ຈັດອົງປະກອບຂອງຮູບ

ຄົນ ມີຫລາຍແບບແຕ່ຄືສິຖາມແບບ Portrait, ເລນ ຊ່ວງ 50mm, 85mm ເປັນຊ່ວງທີ່ນິຍົມ ໃນການຖ່າຍຄົນແລ້ວສາກຫລັງ blur ເນື່ອງຈາກຮູຮັບແສງກວ້າງ ມີຕັ້ງແຕ່ f/1.8 f/1.4 f/1.2 ປັບຮູຮັບແສງໃຫ້ກວ້າງໆແລ້ວວາງທ່າຕົວແບບດີໆ ການຈັດອົງປະກອບບໍ່ມີຕາຍໂຕ ຂຶ້ນນຳຄົນຖ່າຍ

ວັດຖຸ ອັນນີ້ຢາກວ່າກວ້າງແຕ່ຫນ້າຈະຄ້າຍຖ່າຍຄົນ

ສິ່ງທີ່ເຄື່ອນໄຫວຢູ່ ອັນນີ້ຖ້າແສງເປັນໃຈ (ທ້ອງຟ້າແດດແຈ້ງ ຫລື ມີໄຟແຈ້ງ) ເຮົາສາມາດເລັ່ງ shutter speed ໄດ້ສູງກວ່າ 1/250 ວິນາທີ ເພື່ອຈັບສິ່ງທີ່ເຄື່ອນໄຫວໃຫ້ຢຸດນິ້ງ. ຢ່າລືມປັບ ໂຫມດ AF ເປັນ AI Servo AF (ສຳລັບ Canon ຄ້າຍອື່ນຊື່ເອີ້ນອາດຕ່າງກັນໄປ) ໂຫມດໂຟກັສໂຕນີ້ ຈະໄລ່ວັດຖຸທີ່ເຮົາຈັບໄວ້ແຕ່ທຳອິດແລະຈະນຳວັດຖຸນັ້ນໄປ.

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັນກ້ອງແຕ່ລະລຸ້ນມີຄວາມແຕກຕ່າງກັນໝົດຫວາ?
ເລນກະໃຊ້ແທນໄດ້ບໍ່ໄດ້ແມ່ນບໍ?

ບໍມີວັນໄດ້ຮັກກັນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເອົາ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ກ້ອງແຕ່ລະຫນ່ວຍຕ່າງກັນທີ່ຄຸນນະສົມບັດ ຄືມືຖືຫັ້ນແຫລະ, ບາງລຸ້ນ ມີ wifi ບາງລຸ້ນບໍ່ມີ, ບາງລຸ້ນໃຫມ່ໆ ຍັງມີຮອດໄຟສາຍ ຮະໆ
ເລື່ອງເລນ ແຕ່ລະຄ້າຍມີ Mount ທີ່ຕ່າງກັນ ເພື່ອໃຊ້ເລນຂອງຕົວເອງ ແຕ່ເຮົາສາມາດໃຊ້ Mount adapter ຫລື ຫົວແປງເພື່ອໃຫ້ກ້ອງຂອງເຮົາໃຊ້ເລນຂອງຄ້າຍຂອງຄົນອື່ນໄດ້ ຫລື ບາງຄົນ (ຕົວເອງກະເຮັດ) ໃຊ້ Canon ແຕ່ຢາກເອົາເລນກ້ອງຟິມມາໃຊ້ ເຊິ່ງ Mount ລຸ້ນເກົ່າແມ່ນ FD ດຽວນີ້ແມ່ນ EF ກະຕ້ອງໄດ້ຊື້ຫົວແປງມາໃສ່ເພື່ອໃຫ້ໃຊ້ໄດ້ ແຕ່ເຮົາຕ້ອງໄດ້ປັບ ໂຟກັສດ້ວຍມື.

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ກ້ອງແຕ່ລະຫນ່ວຍຕ່າງກັນທີ່ຄຸນນະສົມບັດ ຄືມືຖືຫັ້ນແຫລະ, ບາງລຸ້ນ ມີ wifi ບາງລຸ້ນບໍ່ມີ, ບາງລຸ້ນໃຫມ່ໆ ຍັງມີຮອດໄຟສາຍ ຮະໆ
ເລື່ອງເລນ ແຕ່ລະຄ້າຍມີ Mount ທີ່ຕ່າງກັນ ເພື່ອໃຊ້ເລນຂອງຕົວເອງ ແຕ່ເຮົາສາມາດໃຊ້ Mount adapter ຫລື ຫົວແປງເພື່ອໃຫ້ກ້ອງຂອງເຮົາໃຊ້ເລນຂອງຄ້າຍຂອງຄົນອື່ນໄດ້ ຫລື ບາງຄົນ (ຕົວເອງກະເຮັດ) ໃຊ້ Canon ແຕ່ຢາກເອົາເລນກ້ອງຟິມມາໃຊ້ ເຊິ່ງ Mount ລຸ້ນເກົ່າແມ່ນ FD ດຽວນີ້ແມ່ນ EF ກະຕ້ອງໄດ້ຊື້ຫົວແປງມາໃສ່ເພື່ອໃຫ້ໃຊ້ໄດ້ ແຕ່ເຮົາຕ້ອງໄດ້ປັບ ໂຟກັສດ້ວຍມື.

ການເລືອກ ໃຊ້ແຟັດ ເດ ເຮົາຄວນເລືອກໃຊ້ ສະພາບແບບໃດ ? ມັນຊ່ວຍໃຫ້ພາບ ເກີດປະຕິກິບີຍາແນວໃດສ

ບໍມີວັນໄດ້ຮັກກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກລົງວ່າ ໃຊ້ ລຸ້ນໃດ ແທ້ ເພື່ອເໝາະກັບມືອາຊີບ ຖ່າຍ ແຟຊັນ ໂມໂດແລະແບບໃດເໝາະກັບ ວີວທົ່ວໄປ

ບໍມີວັນໄດ້ຮັກກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເບິ່ງຕາມກຳລັງຊັບໂລດແຫລ໋ ເບິ່ງສະເປັກແຕ່ລະລຸ້ນ ວ່າມັນຖືກໃຈເຮົາຊ່ຳໃດເງິນພໍກະເອົາໂຕນັ້ນ ຈົບງ່າຍໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ເບິ່ງຕາມກຳລັງຊັບໂລດແຫລ໋ ເບິ່ງສະເປັກແຕ່ລະລຸ້ນ ວ່າມັນຖືກໃຈເຮົາຊ່ຳໃດເງິນພໍກະເອົາໂຕນັ້ນ ຈົບງ່າຍໆ

ນິນ ມີລຸ້ນນັ້ນແທ້ຫວາ Nikon Ds3 ນະ

ບໍມີວັນໄດ້ຮັກກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ແມ່ນ, ແຕ່ຢ່າສັບສົນ ນິນແມ່ນ au8ust ພຸ້ນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ແມ່ນ, ແຕ່ຢ່າສັບສົນ ນິນແມ່ນ au8ust ພຸ້ນ

ກະຮູ້ຢູ່ ໂອ້ເຫັນລາຄາກະແພງໄດ້ເນາະຂອງລາວນະ

ບໍມີວັນໄດ້ຮັກກັນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ເບິ່ງຕາມກຳລັງຊັບໂລດແຫລ໋ ເບິ່ງສະເປັກແຕ່ລະລຸ້ນ ວ່າມັນຖືກໃຈເຮົາຊ່ຳໃດເງິນພໍກະເອົາໂຕນັ້ນ ຈົບງ່າຍໆ

ນິນ ມີລຸ້ນນັ້ນແທ້ຫວາ Nikon Ds3 ນະ

ຈັດໄປ



ປ.ລ. D3s ບໍ່ແມ່ນ Ds3 ເດີ້ ຫະຫະ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ເບິ່ງຕາມກຳລັງຊັບໂລດແຫລ໋ ເບິ່ງສະເປັກແຕ່ລະລຸ້ນ ວ່າມັນຖືກໃຈເຮົາຊ່ຳໃດເງິນພໍກະເອົາໂຕນັ້ນ ຈົບງ່າຍໆ

ນິນ ມີລຸ້ນນັ້ນແທ້ຫວາ Nikon Ds3 ນະ

ຈັດໄປ



ສຸດຍອດຫຼາຍໆລຸ້ນນີ້ ຢາກໄດ້ເດ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ເບິ່ງຕາມກຳລັງຊັບໂລດແຫລ໋ ເບິ່ງສະເປັກແຕ່ລະລຸ້ນ ວ່າມັນຖືກໃຈເຮົາຊ່ຳໃດເງິນພໍກະເອົາໂຕນັ້ນ ຈົບງ່າຍໆ

ນິນ ມີລຸ້ນນັ້ນແທ້ຫວາ Nikon Ds3 ນະ

ຈັດໄປ



ສຸດຍອດຫຼາຍໆລຸ້ນນີ້ ຢາກໄດ້ເດ

ເຮົາກະຢາກໄດ້ນະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາລະດີໆ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຢ່າໂຊນາ, ດຽວ 1Ds Mrk IV ອອກສິໄດ້ເສັຍເງິນ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍໄປໂລດດ່ຽວ
ຂອງມັກເດ


〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໃຫ້ຂາຍລົດໃສ່ກ້ອງຫວາ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນິນ ລາວຊື້ ເທົ່າໃດຫັນ ມີເລນພ້ອມຫວາ?ເຂົາຂາຍຢູ່ນີ້ບໍ່ມີເລນຊ້ຳ

ບໍມີວັນໄດ້ຮັກກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ແພງເຕີບໄວ້ໃຫ້ນິນມາເວົ້າເອງ ຮະໆ, ແຕ່ D3s ບໍ່ມີ Kit Lens ຂາຍແຕ່ body ຢ່າງດຽວ.

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ໃຫ້ຂາຍລົດໃສ່ກ້ອງຫວາ?



ຂາຍ Minor Morris ໃສ່ເລີຍຍ

ໄດ້ລາຄາດີ

ອີີອີອີອີອ


〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>