ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 7 ໜ້າ <<<1234567>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີທ່ານ ພັນລາວ ມືກ້ອງ ທີ່ທ່ຽວສອດສ່ອງຕາມຂອບບ້ານຊານເມືອງທັງຫຼາຍ.
ນານມາແລ້ວ ບໍ່ໄດ້ເຫັນ ດອກໄມ້ຕາມຊື່ນີ້::
- ດອກ ຈຳປາແດງ;
- ດອກສມັ່ງ;
- ດອກເກດ;
- ດອກ ກະທືນ ແລະ ອິນທະຫວາ.

ຫາກວ່າ ທ່ານໃດມືດີ, ທັງຮັກຄວາມງາມຂອງດອກໄມ້ເຫຼົ່ານີ້ແລ້ວ ກະຢາກຂໍຮ້ອງຊ່ອຍວາດຮູບອັນງາມໆມາໃຫ້ເບິ່ງນຳແນ່.
ຄິດວ່າທັງຊາດນີ້ແລະຊາດຫນ້າຈະບໍ່ລືມບຸນຄຸນ.

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍແລ້ວcວາດມາໃຫ້ເບິ່ງ

★★★★★★★★

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຮູບແຕ້ມ ຫລື ຮູບຖ່າຍ ລຸງເທົາ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຳປາແດງ.. ແມ່ນຈຳປີຫັ້ນຫວ໋າ..??
ຊັ້ນເຮົາສິຖ່າຍຮູບມາໃຫ້ເບິ່ງໄດ້ຢູ່..
ເພາະຢູ່ບ້ານກະປູກໄວ້..

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະເອົາໄປເຮັດຫຍັງລຸງ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜແຕ້ມເປັນ ...ກະລຸນາແຕ້ມໄຫ້ເບິ່ງແດ່ເດີ້ ພີ່ນ້ອງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໙໓ ໂພສ
ຂາປະຈຳເວັບບອດ
ບໍ່ມີກ້ອງຖ່າຍຮູບຊ້ຳ

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khoun ຂຽນວ່າ...
ບໍ່ມີກ້ອງຖ່າຍຮູບຊ້ຳ

ບໍ່ມີກ້ອງຖ່າຍກາແຕ້ມເອົາ

★★★★★★★★

໕ ກະທູ້
໑໒໓ ໂພສ
ນັກການກະທູ້
ຮູ້ແຕ່ດອກຈຳປາແດງ

ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ebi ຂຽນວ່າ...
ໂດຍແລ້ວcວາດມາໃຫ້ເບິ່ງ

ສະບາຍດີ,
ຂອບໃຈຫຼາຍໆທີ່ຕອບຄຳໄປ ແລະຈະຄອຍເບິ່ງ ແມ່ນວ່າຈະເປັນຮູບດອກຫຍັງທີ່ກ່າວໄວ້ກໍດີ.
ເພາະຮູບ ຫຼືຂອງແທ້ນັ້ນບໍ່ໄດ້ເຫັນມາເປັນເວລານານ ມັນຫຼົງລືມສີສັນແລະຄວາມງາມນັ້ນຂອງມັນໄປ..
ຈຶ່ງຂໍຮ້ອງມາ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຮູບແຕ້ມ ຫລື ຮູບຖ່າຍ ລຸງເທົາ?

ຫຼານດ່ຽວ,
ຫາກວ່າບໍ່ມີຮູບແທ້ ກະຮູບແຕ້ມກະໄດ້ ເພື່ອເປັນການທົບທວນຫວນຫາຈາກສີສັນໃນໃບຮູບນັ້ນ ຊຶ່ງອາຈນຳໄປຫາກິ່ນຫອມຫຼືດວງດອກທີ່ເຄີຍໄດ້ເຫັນມາຄາວຍັງນ້ອຍ...
ປຽບໄດ້ວ່າ ເປັນເຫມຶອນແຮງໄຟທີ່ ຊາດເຂົ້າຕື່ມໃນໃຈໃຫ້ຄວາມນຶກຄິດໄດ້ຫມັ້ນທ່ຽງຄືນປານວ່າໄດ້‍ູ່ໃກ້ໆດອກໄມ້ເຫຼົ່ານັ້ນ.

ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຈຳປາແດງ.. ແມ່ນຈຳປີຫັ້ນຫວ໋າ..??
ຊັ້ນເຮົາສິຖ່າຍຮູບມາໃຫ້ເບິ່ງໄດ້ຢູ່..
ເພາະຢູ່ບ້ານກະປູກໄວ້..

ກະມີບັນຫາ ກ່ຽວກັບຈຳປີນີ້ ເພາະບໍ່ຮູ້ວ່າເປັນຈັ່ງໃດ!

ດອກຈຳປາແດງ ເທື່ອສຸດທ້າຍໄດ້ເຫັນຕອນຮຽນປໍສາມ ຮຮ ປະຖົມທີ່ບ້ານ..
ທີ່ຫມູ່ຜູ່ຍິງເອົາມາຈ້າງໃຫ້ບອກເລກໃຫ້ເຂົາ!!!(ມັນລົດເສຍນິໄສມາແຕ່ນ້ອຍ!)
ມັນມີກີບຍາວ(ບໍ່ຄືຈຳປາ)ແລະກະບໍ່ບານຄືຈຳປາອື່ນ ພຽງວ່າແງ້ຂື້ນເລກນ້ອຍ ຍາມເຊົ້າ ບາດຍາມແລງໆມາກະງັບເຂົ້າຢ່າງຄືບໍ່ທັນບານນີ້.
ຫາກວ່າ ເປັນໄປໄດ້ກະຢາກເຫັນຈຳປີຄືກັນ..ນ້ອງເບລລ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ຈະເອົາໄປເຮັດຫຍັງລຸງ

ກະຄືຢາກເບິ່ງ ເພາະບໍ່ໄດ້ເຫັນມາ ຕັ້ງແຕ່ຄາວຈາກບ້ານໄປ..
ກັບມາຢາມບ້ານເທື່ອໃດທ່ຽວໄປຊອກຫາທຸກບ່ອນທີ່ເຄີຍໄດ້ເຫັນມາ ກະຫາບໍ່ມີສອບຖາມນຳຊາວບ້ານ
ເຂົາເຈົ້າກະບອກແຕ່ໄປເລາະຫາ ກະບໍ່ເຫັນ..
ຢາກເກັບມາເບິ່ງ, ຢາກເຫັນສີສັນຂອງມັນທີ່ລູງຄິດວ່າ ເປັນເຫມຶອນ ເຄື່ອງ ``ຊາດ`ມຫມໍ້ໄຟຍາມມັນໃກ້ຫມົດແຮງໄຟ..
ຜູ່ອື່ນອາຈໄດ້ເຫັນແລະບໍ່ຖືວ່າເປັນຂອງສຳຄັນ...
ແຕ່ສຳຫຼັບລູງມັນຄືການສູນເສັຍທີ່ສຳຄັນ ຍາມຄິດຫາດອກໄມ້ເຫຼົ່ນັ້ນບໍ່ເຫັນໃນຈິນຕະນາການໃນສຫມອງ...
ຫັ້ນຫນາ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ໃຜແຕ້ມເປັນ ...ກະລຸນາແຕ້ມໄຫ້ເບິ່ງແດ່ເດີ້ ພີ່ນ້ອງ

ຄິດວ່າຄົງມີໃຜຕອບຄຳນີ້ໄດ້ແນ່ນອນ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khoun ຂຽນວ່າ...
ບໍ່ມີກ້ອງຖ່າຍຮູບຊ້ຳ

ກະດີໃຈແມ່ນວ່າຂາດອຸປກອນແຕ່ກະຍັງມາເຫັນໃຈ..ແລ້ວແຖວບ້ານເຈົ້າກະມີເບາະດອກໄມ້ນີ້?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kobeerlao ຂຽນວ່າ...
ຮູ້ແຕ່ດອກຈຳປາແດງ

ແຕ່ກີ້ດອກໄມ້ນີ້ ມີຢູ່ບ້ານຂ້ອຍ ຫຼາຍແຕ່ພາຍຫຼັງມານີ້ ບໍ່ມີຮອດກົກມັນ..
ມີນ້ອງສາວຮັບເອົາມາແຕ່ໃສບຸ ເອົາມາປູກໄວ້ ແຕ່ຕອນຂ້ອຍເມືອຢາມບ້ານຄັ້ງແລ້ວ ມັນຫາກຊ ສູງພໍປານ ກົກຂານີ້ແຫຼະ ແລະກະບອກນ້ອງໃຫ້ຖນຸຖນອມໃຫ້ມັນໃຫຍ່ແລ້ວຊ່ອຍກັນປົກປັກຮັກສາ ພາກັນປູກໄປໃຫ້ຫຼາຍໆ.
ດັ່ງຢູ່ບ້ານຂ້ອຍຫັ້ນຍັງມີກົກຂຍອມກົກຫນຶ່ງຢູ່ແທບວ່າ ກາງບ້ານເລີຍ..
ໄດ້ບອກ ທັງຂໍຮ້ອງຍາດຕິພີ່ນ້ອງຢ່າໃຫ້ພາກັນຕັດມັນຖີ້ມໃຫ້ພະຍາຍາມເກັບຮັກສາເພາະມັນເປັນກົກໄມ້ທີ່ນັບມື້ນັບນ້ອຍລົງ..
ດັ່ງນີ້ຈຶ່ງຢາກເຫັນດອກໄມ້ເຫຼົ່ານີ້.
ເປັນດອກໄມ້ທີ່ເຮົາເຄີຍມີ,ເຄີຍເຫັນ ແລະໄດ້ສູດດົມກິ່ນອັນຫອມຫວນຂອງມັນຫັ້ນ!!
ອີກຢ່າງເຈົ້າຄິດເບິ່ງຕິວ່າ ຊື່ ດອກໄມ້ເຮົາມັນມີຫຍັງທີ່ ແສນຈະ romantic ເຊັ່ນ ດອກ ສະມັ່ງ, ດອກ ກາບ..
ວ່າບໍ!

໑ ກະທູ້
໒໗໖ ໂພສ
ນັກການກະທູ້
ຢູ່ບ້ານມີແຕ່ຕົ້ນ ອິນທະຫວາ...ແຕ່ຍັງບໍ່ອອກດອກເທື່ອ...
ເພາະ ອິນທະຫວາ ຕ້ອງເອົາໃຈໃສ່ໃນການປູກຫລາຍເຕີບ...ຈິ່ງຈະອອກດອກ...
ຖ້າຢາກເຫັນຕົ້ນ ກະສິຖ່າຍຮູປມາໃຫ້ເບີ່ງ...ແຕ່ຢາກເຫັນດອກ ກະຕ້ອງຖ້າແດ່ຈັກໜ້ອຍ ຫາ ດົນເຕີບ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vongsili ຂຽນວ່າ...
ຢູ່ບ້ານມີແຕ່ຕົ້ນ ອິນທະຫວາ...ແຕ່ຍັງບໍ່ອອກດອກເທື່ອ...
ເພາະ ອິນທະຫວາ ຕ້ອງເອົາໃຈໃສ່ໃນການປູກຫລາຍເຕີບ...ຈິ່ງຈະອອກດອກ...
ຖ້າຢາກເຫັນຕົ້ນ ກະສິຖ່າຍຮູປມາໃຫ້ເບີ່ງ...ແຕ່ຢາກເຫັນດອກ ກະຕ້ອງຖ້າແດ່ຈັກໜ້ອຍ ຫາ ດົນເຕີບ...

ກະເອົາກົກມາໃຫ້ເບິ່ງນຳກະດີຫາກວ່າມີ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົານີ້ມາຝາກໃຫ້ເປັນການແລກປ່ຽນ!Linkhubert pudlo

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ບໍ່ມີກ້ອງຖ່າຍຮູບຊ້ຳ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ສະບາຍດີທ່ານ ພັນລາວ ມືກ້ອງ ທີ່ທ່ຽວສອດສ່ອງຕາມຂອບບ້ານຊານເມືອງທັງຫຼາຍ.
ນານມາແລ້ວ ບໍ່ໄດ້ເຫັນ ດອກໄມ້ຕາມຊື່ນີ້::
- ດອກ ຈຳປາແດງ;
- ດອກສມັ່ງ;
- ດອກເກດ;
- ດອກ ກະທືນ ແລະ ອິນທະຫວາ.

ຫາກວ່າ ທ່ານໃດມືດີ, ທັງຮັກຄວາມງາມຂອງດອກໄມ້ເຫຼົ່ານີ້ແລ້ວ ກະຢາກຂໍຮ້ອງຊ່ອຍວາດຮູບອັນງາມໆມາໃຫ້ເບິ່ງນຳແນ່.
ຄິດວ່າທັງຊາດນີ້ແລະຊາດຫນ້າຈະບໍ່ລືມບຸນຄຸນ.

ດອກ ກະທຶນກັບດອກເກດ ນິຄືຊິບໍ່ມີ ເພາະນ້ອງບໍ່ເຄີຍເຫັນນະ ດອກ ອື່ນກະໄຄແນ່

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໐໘ ກະທູ້
໒໒໖໕ ໂພສ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປານນັ້ນຕິ
ບໍ່ມີກ້ອງຖ່າຍຮູບນະ
ດອກໄມ້ ທັງສີ່ ຊະນິດນີ້ ຮູ້ຈັກ ແຕ່ ດອກ ຈຳປາຢ່າງດຽວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ປານນັ້ນຕິ
ບໍ່ມີກ້ອງຖ່າຍຮູບນະ
ດອກໄມ້ ທັງສີ່ ຊະນິດນີ້ ຮູ້ຈັກ ແຕ່ ດອກ ຈຳປາຢ່າງດຽວ

ດອກ ອິນທະຫວາ ເປັນດອກ ໄມ້ສີຂາວ ມີກິນຫອມທີ່ ຫອມຫຼາຍ ຫອມຈົນບໍ່ຢາກບັນລະຍາຍເລີຍ ງາມຫຼາຍ ແຕ່ດຽວນິບໍ່ມີລະຕິເບາະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ຖ້າຫາໄດ້ແລ້ວຈະເອົາມາໃຫ້ເດີ້ ປູ່

We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ສະບາຍດີທ່ານ ພັນລາວ ມືກ້ອງ ທີ່ທ່ຽວສອດສ່ອງຕາມຂອບບ້ານຊານເມືອງທັງຫຼາຍ.
ນານມາແລ້ວ ບໍ່ໄດ້ເຫັນ ດອກໄມ້ຕາມຊື່ນີ້::
- ດອກ ຈຳປາແດງ;
- ດອກສມັ່ງ;
- ດອກເກດ;
- ດອກ ກະທືນ ແລະ ອິນທະຫວາ.

ຫາກວ່າ ທ່ານໃດມືດີ, ທັງຮັກຄວາມງາມຂອງດອກໄມ້ເຫຼົ່ານີ້ແລ້ວ ກະຢາກຂໍຮ້ອງຊ່ອຍວາດຮູບອັນງາມໆມາໃຫ້ເບິ່ງນຳແນ່.
ຄິດວ່າທັງຊາດນີ້ແລະຊາດຫນ້າຈະບໍ່ລືມບຸນຄຸນ.

ດອກ ກະທຶນກັບດອກເກດ ນິຄືຊິບໍ່ມີ ເພາະນ້ອງບໍ່ເຄີຍເຫັນນະ ດອກ ອື່ນກະໄຄແນ່

ກະດ້ວຍເຫດນີ້ຈຶ່ງຢາກເຫັນເພາະຄິດວ່າຢ່າງນ້ອຍໃນທີ່ແຫ່ງໃດແຫ່ງຫນຶ່ງໃນລາວເຮົາຍັງຄົງເຫຼືອຢູ່ ແລະຈິດໃຈແທ້ຢາກຮຽນຮ້ອງມາຫາ ສະມາຊິກໃນພັນລາວ ໃຫ້ແນມເຫັນຄວາມສຳຄັນຂອງບັນຫາ ທີ່ສິ່ງທີ່ເຮົາເຄີຍມີບໍ່ຢາກໃຫ້ມັນສູນຫາຍໄປຈາກຄອກແຄແຈຮົ້ວຂອງບ້ານເຮົາ.ກ
ແລະຊົນທີ່ຈະຕາມເຮົາມາໃຫ້ໄດ້ຮູ້ເຖິງກິ່ນແລະຄວາມງາມຂອງດອກໄມ້ເຫຼົ່ານີ້..
ເຮົາອາຈມີຄວາມພາກພູມໃຈໃນຄວາມມັ່ງມີທາງທຳມະຊາດຂອງບັນພະບຸຣຸດຂອງເຮົາທີ່ໄດ້ເກັບຮັກສາມາແຕ່ນົມນານ...
ຂ້ອຍມີຮບກົກດອກເກດມາແຕ່ບ້ານ ຂໍຮ້ອງໃຫ້ນ້ອງໆທາງບ້ານໃຫ້ຊ່ອຍພາກັນຖນຸຖນອມຮັກສາເອົາໄວ້ ເປັນເຫມຶອນເຄື່ອງເອ້ ແຈຮົ້ວຂອງໃຜໆທີ່ຍັງຮັກຍັງຫວງນຳມວນດອກໄມ້ນີ້ດ້ວຍໃຈ ແລະດ້ວຍຄວາມຮັກ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ປານນັ້ນຕິ
ບໍ່ມີກ້ອງຖ່າຍຮູບນະ
ດອກໄມ້ ທັງສີ່ ຊະນິດນີ້ ຮູ້ຈັກ ແຕ່ ດອກ ຈຳປາຢ່າງດຽວ

ບໍ່ຮູ້ວ່າເຂົ້າໃຈຄືກັນບໍ່ຫຼືບໍ່ນີ້ນະ?

ດອກຈຳປາ ທີ່ຖືກພັລນາໃນເພັງຈຳປາເມືອງລາວຫັ້ນ ບໍ່ແມ່ນໃດ໋ ດອກຈຳປາແດງນີ້ມີຮູບຮ່າງຕ່າງຈາກ ຈຳປາທຳມະດາ..
ຫາກວ່າ ອອກຄຳເຫັນນີ້ບໍ່ຄືເຈົ້າຄິດ ກະຂໍໂທດເດິ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ປານນັ້ນຕິ
ບໍ່ມີກ້ອງຖ່າຍຮູບນະ
ດອກໄມ້ ທັງສີ່ ຊະນິດນີ້ ຮູ້ຈັກ ແຕ່ ດອກ ຈຳປາຢ່າງດຽວ

ດອກ ອິນທະຫວາ ເປັນດອກ ໄມ້ສີຂາວ ມີກິນຫອມທີ່ ຫອມຫຼາຍ ຫອມຈົນບໍ່ຢາກບັນລະຍາຍເລີຍ ງາມຫຼາຍ ແຕ່ດຽວນິບໍ່ມີລະຕິເບາະ

ກະຄິດເຫັນໄດ້ເຖິງຄວາມຫອມແລະຍັງແນມເຫັນສີຂາວ ແລະກີບຂອງມັນທີ່ຊ້ອນກັນຫຼາຍໆຊັ້ນຫຼາຍໆກີບ...
ຂ້ອຍບໍ່ແມ່ນນັກເພີ້ຝັນດັ່ງ ເລນນອນວ່າຫັ້ນແຫຼະແຕ່ຂ້ອຍຝັນຫາກິ່ນແລະກີບຂອງອິນທະຫວານີ້ທຸກວັນ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ຖ້າຫາໄດ້ແລ້ວຈະເອົາມາໃຫ້ເດີ້ ປູ່

ຈະຄອຍດ້ວຍຄວາມຫວັງ...
ແທບທຸກຄາວທີ່ຄິດເຫັນດອກໄມ້ ເຊັ່ນ ດອກ ສະມັ່ງນີ້ ແລ້ວ ພະຍາຍາມຂຽນກາບກອນທທີ່ອອກມາຈາກຈິນຕະນາການທີ່ຍັງມີຢູ່ ແລະຍັງແນມເຫັນດອກຫັ້ນ..
ແຕ່ນັບວັນໆມັນຄ່ອຍຈາງຫາຍໄປຈາກຄວາມນຶກຄິດ..
ດ້ວຍເຫດນີ້ຈຶ່ງໄດ້ຮຽກຮ້ອງມານະທີ່ນີ້...

ໜ້າທີ່ 1 ຈາກທັງໝົດ 7 ໜ້າ <<<1234567>>>