ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » ຖ່າຍ​ຮູບ​ຈັ່ງໃດ​ໃຫ້​ແຈ່ມ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
<a href="http://img.laoupload.com/"><img src="http://img.laoupload.com/images/75503438709571066822.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>
ພວກເຂົາ​ວ່າ ຮູບ​ໜຶ່ງ​ຮູບ ອາດ​ແທນ​ຄຳ​ບັນຍາຍ​ໄດ້​ເປັນ​ລ້ານໆ ແລະ​ການ​ຖ່າຍ​ຮູບ​ທີ່​ດີ​ນັ້ນ ກໍ​ບໍ່​ຈຳ​ເປັນ​ວ່າ​ຈະ​ຕ້ອງ​ເກີດ​ຈາກ​ກ້ອງ​ລາ​ຄາ​ລະດັບ​ສິບ​ລ້ານ​ຊາວ​ລ້ານ​ກີບ​ດອກ ເພາະ​ທັງ​ຫຼາຍ​ທັງປວງ​ນັ້ນ ມັນ​ຂຶ້ນ​ຢູ່​ກັບ​ສີ​ມື ແລະ​ມຸມ​ຂອງ​ຜູ້​ຖ່າຍຮູບ​ນັ້ນ​ເອງ ວ່າ​ຈະ​ຖ່າຍ​ທອດ​ສິ່ງ​ທີ່​ຕາ​ເຫັນ ມາ​ເປັນ​ຮູບ​ຖ່າຍ​ໄດ້​ຢ່າງໃດ​ຕ່າງຫາກ ແລະ​ເຖິງແມ່ນ​ການ​ຖ່າຍ​ຮູບ​ຂອງ​ທ່ານ​ອາດຈະ​ບໍ່​ສາມາດ​ແທນ​ຄຳ​ບັນຍາຍ​ໄດ້​ເປັນ​ລ້ານ​ຄຳ ແຕ່​ທ່ານກໍ​ສາມາດ​ທີ່​ຈະ​ຖ່າຍ​​ໄຫ້​ມັນ​ເບິ່ງ​ດີ ມີສະ​ໄຕບໍ່​​ເສຍ​ໃຫ້​ໃຜ ເຊັ່ນ​ດຽວ​ກັນ ຂໍ​ພຽງ​ແຕ່ມີ​ເຄັດ​ລັບຈັກ​ໜ້ອຍ​ເຊັ່ນ ຫາກ​ຢາກ​ເກັບ​ພາບ​ບັນ​ຍາ​ກາດ​ສະໜຸກສະໜານ​ຂອງ​ການ​ໄປ​ທ່ອງ​ທ່ຽວ​ກັບ​ແກ໊ງເກີ​ຜູ້​ຮູ້​ໃຈ ແທນ​ທີ່​ຈະໃຫ້​ເພື່ອນ​ໆ ມາ​ນັ່ງ​ໂພດທ່າ​ເປັນ​ນາຍ​ແບບ​ນາງ​ແບບ​ຈຳ​ຍອມ (ແຕ່​ຄົນ​ເບິ່ງ​ອາດຈະ​ຕ້ອງ​ຈຳ​ທົນ) ເຮົາ​ລອງ​ມາ​ປ່ຽນ​ເປັນ​ການ​ການ​ແຄນ​ຄິດ ຫລື​ປະ​ມານ​ຖ່າຍ​ທີ​ເຜີ​ລອງເບິ່ງ​​ ຮັບຮອງ​ວ່າ​ຈະ​ໄດ້​ພາບ​ໃນ​ບັນ​ຍາ​ກາ​ດມ່ວນໆ ເປັນ​ທຳມະຊາດ ແລະ​ຂຳໆ ອີ​ກພຽບ​ຢ່າ​ງແນ່ນອນ ພໍ​ເວລາ​ງັດ​ພາບ​ຂຶ້ນ​ມາ​ເບິ່ງ​​ບາດ​ໃດ ຕ້ອງ​ມີ​ເລື່ອງ​ໃຫ້​ໄດ້​​ໂສ​ເລ່ກັນ​ຢ່າງ​ເມົາ​ມັນ ​ແລະ​ນຶກ​ເຖິງ​ກັນ​ບໍ່​ຈົບ​ບໍ່​ສິ້ນ

ແຕ່​ຢ່າງ​ໜຶ່ງ​ທີ່​ທ່ານບໍ່​ຄວນ​ທີ່​ຈະ​ລືມ​ກໍ​ຄື ການ​ຈັດ​ວາງ​ຕຳແໜ່ງ​ຂອງ​ອົງປະກອບ​ຮູບ​ຕ່າງໆໃນ​ພາບເພາະ​ຢ່າງຫ​ນ້ອຍ​ຫາກ​ເຮົາ​ສາມາດ​ຈັດ​ວາງ​ສິ່ງ​ຕ່າງໆ ໄດ້​ຢ່າງ​ເໝາະ​ສົມ ແມ່ນ​ຈະ​ເປັນ​ພາບ​ຖ່າຍ​ແບບ​ແຄນ​ຄິດ ກໍ​ຈະ​ເປັນ​ການ​ແຄນ​ຄິດ​ທີ່​ດູ​ດີ ແລະຄື​ມື​ອາ​ຊີບ​ຖ່າຍ​ໄດ້​ເຊັ່ນ​ກັນ ງ່າຍໆ​ຫາກ​ກ້ອງ​ຂອງ​ທ່ານນັ້ນ​ເປັນ​ແບບ​ທີ່​ມີ​ເກົ້າ​ຊ່ອງ ກໍ​ຢ່າ​ລືມ​ວາງ​ອອບ​ເຈັກ ຫລື​ພະ​ເອກ​ນາງ​ເອກ​ເອົາ​ໄວ້​ຂອງ​ເລື່ອງ​ດ້ວຍ ໄວ້​ໃນ​ສ່ວນ​ທີ່​ອິນ​ເຕີ​ເຊັກ​ກັນ​ຂອງ​ເສັ້ນ ໂດຍ​ໃຫ້​ຢູ່ໃນ​ໂວນ​ກາງໆ ຄື​ໃຫ້​ຢູ່​ພາຍ​ໃນ​ກອບ​ມີ​ຂອບ​ເທິງ ແລະ​ມີ​ບລັອກລຸ່ມ​ແດ່ ບໍ່​ເຊັ່ນ​ນັ້ນ ອອບ​ເຈັກ​ຂອງ​ເຮົາ ອາດຈະ​ຂາດ​ຫົວ ເຮັດໃຫ້​ພາ​ບອອກ​ມາ​ນັ້ນ​ບໍ່​ໄດ້​ສັດ​ສ່ວນ ບໍ່​ສວຍງາມ ເອົາ​ງ່າຍໆ​ສ່ຳນີ້ ກໍ​ພໍ​ຈະ​ຊ່ວຍ​ໃຫ້​ພາບ​ທີ່​ເຮົາ​ຖ່າຍ ເບິ່ງ​ມີ​ຄວາມ​ເໝາະ​ສົມ​ລົງ​ຕົວ​ໃນ​ແງ່​ອົງປະກອບ​ພື້ນ​ຖານ​ແລ້ວ. ສ່ວນ​ເລື່ອງ​ອື່ນໆ ​ນັ້ນ ກໍ​ຄົງ​ຕ້ອງ​ອາໄສ​ປະສົບການ​ຂອງ​ແຕ່​ລະ​ຄົນ ແຕ່​ຫາກ​ໃຜ​ໝັ້ນໃຈ​ໃນ​ລູກ​ຫລິ້ນ​ຂອງ​ຕົວ​ເອງ​ຢູ່​ແລ້ວ​ກໍ ແຄນ​ຄິດ​ກັນ​ໄດ້​ເລີຍ
ຈາກເວັບຍີ້ມລາວ

ບໍມີວັນໄດ້ຮັກກັນ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາພາບມາໃຫ້ ເອົາໄວ້ໂຊ Desktop ງາມດີກົດ ກົດ ລະກະ ກົດ ກົດ
ອັນນີ້ກະງາມ ງາມ ກົດ ກົດ ກົດ ກົດ