ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » new update: FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ 11 Dec 2010 ພາກ 2

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອອກຈາກ ບ້ານເຮືອນຫີນ ກັບອອກມາຫາຫ້ອງວ່າການເມືອງ ເມືອງໄຊພູທອງ ປະມານ 17km, ແລະຈາກຫ້ອງວ່າການເມືອງ ເມືອງໄຊພູທອງ ໄປຫາພະທາດໂພ່ນ ປະມານ 11km. ຕາມເສັ້ນທາງໄປຫາພະທາດໂພ່ນ ແມ່ນມີຕົ້ນຕານຫຼາຍ




ຕົ້ນຕານ ແລະທົ່ງນາທີ່ເກັບກ່ຽວເຂົ້າເປັນທີ່ຮຽບຮ້ອຍແລ້ວ

ພະທາດໂພ່ນ ພະທາດແຫ່ງນີ້ສ້າງຂຶ້ນໃນສະໄໝ 577 ແລະ 700 ເມືອງເລື່ອງລາວເລິກລັບໃນອະດີດ ກ່ຽວກັບຄວາມຫຍຸ້ງຍາກຂອງພະພຸດທະສາດສະໜາ ເວລາທີ່ຊາວພຸດເດິນທາງມາທ່ອງທ່ຽວໃນພູມີພາກນີ້ ກໍ່ຈະຕ້ອງມາທີ່ພະທາດແຫ່ງນີ້ ພະທາດໂພ່ນນີ້ ສ້າງສຳເລັດພ້ອມກັນກັບ ພະທາດອີງຮັງ




ປະຕູທາງເຂົ້າ ພະທາດໂພ່ນ ທາງເບື້ອງ ຕາເວັນຕົກສຽງເໜືອ


ພະທາດໂພ່ນ


ຫໍແຈກ


ຄວາມງົດງາມຍອດຊໍ່ຟ້າ ຂອງຫໍແຈກ


ສິມ


ຫໍກອງ


ພະພຸດທະຮູບ ໄວ້ສຳລັບບູຊາ


ຮູບສັດໃນວັນນະຄະດີ




ຊາວບ້ານ ບ້ານໂພ່ນທາດ ສາທິດການເຮັດຝອຍກາ້ນຕານ


ເຕົາຕົ້ມນ້ຳຕານ ຕານ


ນ້ຳຕານ ຕານ ທີ່ຕົ້ມແລ້ວ


ນ້ຳຕານ ຕານ ລາຍໄດ້ເສີມຂອງຊາວບ້ານ ຈາກຕົ້ນຕານທີ່ມີຫຼາຍ


ຮາກຢາພື້ນເມືອງ ( ດີກະເພາະລຳໃສ້ )


ປີ້ງໄກ່ບ້ານໂພ່ນທາດ


ເຂົ້າໜົມໂອໂລ້

ແລະມາຮອດນີ້ການສຳຫຼວດແຫ່ຼງທ່ອງທ່ຽວ ເມືອງໄຊພູທອງ ໃນວັນທີ 11 ທັນວາ 201 ກໍ່ໄດ້ສີ້ນສຸດລົງທີ່ພະທາດໂພ່ນ ແລ້ວຄະນະຂອງພວກເຮົາກໍ່ເດີນທາງກັບຄືນ ມານອນທີ່ ຕົວເມືອງສະຫວັນ ເພື່ອຈະດຳເນີນຕໍ່ພາລະກິດໃນ ວັນທີ 12 ທັນວາ 2010 ໃນວົງສຳຫຼວດ ເມືອງຈຳພອນ

ກະລຸນາຕິດຕາມເດີ້


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາກະທູ້ນິລະ ຄິດຮອດບ້ານເດະ

ຮັກແທ້ຄືແມ່

໑ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ເຫັນປີ້ງໄກ່ ແລ້ວຢາກກິນປີ້ງໄກ່ເດ
ປີ້ງໄກ່ເຊໂນຫັ້ນໜາ ເວົ້າມາແຫຼະຢາກ
ແລ້ວບໍ່ໄດ້ໄປຫຼິ້ນກົງພະນັງບໍ່ ຖ້າຈື່ບໍ່ຜິດກະຄືວ່າຢູ່ໃກ້ກັບແຖວນັ້ນ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມມແທ້ງາມວ່າເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ເຮົາວ່າຊິລົງໄປວັນທີ່ 16 12 2010ຕອນແລງ ໄປດອງໝູ່
ໄດ້ໄປຫລາຍເທື່ອ ແຕ່ບໍ່ມີກ້ອງ ໄປເທື່ອນີ້ມີກ້ອງ
ລະຊິເອົາຮູບມາແບ່ງປັນນຳກັນເດີ

ຂ້ອຍແມ່ນ ”ລາວ“

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ເຮົາວ່າຊິລົງໄປວັນທີ່ 16 12 2010ຕອນແລງ ໄປດອງໝູ່
ໄດ້ໄປຫລາຍເທື່ອ ແຕ່ບໍ່ມີກ້ອງ ໄປເທື່ອນີ້ມີກ້ອງ
ລະຊິເອົາຮູບມາແບ່ງປັນນຳກັນເດີ

ຂ້ອຍແມ່ນ ”ລາວ“

໑ ກະທູ້
໒໔໐ ໂພສ
ນັກການກະທູ້
ເຫັນປີ້ງໄກ່ ແລ້ວຢາກກິນປີ້ງໄກ່ເດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ມີແຕ່ບ່ອນໜ້າສົນໃຈເນາະ

ຊົ່ວຢ່າງສ້າງສັນ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ພາບງາມເເຈ້ງດີ ເຮັດໃຫ້ສຳພັດໄດ້ບັນຍາກາດຕົວຈີ່ງຢູ່ສ່ວນໜື່ງ


໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເຫັນປີ້ງໄກ່ ແລ້ວຢາກກິນປີ້ງໄກ່ເດ
ປີ້ງໄກ່ເຊໂນຫັ້ນໜາ ເວົ້າມາແຫຼະຢາກ
ແລ້ວບໍ່ໄດ້ໄປຫຼິ້ນກົງພະນັງບໍ່ ຖ້າຈື່ບໍ່ຜິດກະຄືວ່າຢູ່ໃກ້ກັບແຖວນັ້ນ



ກົງພະນັງບໍ່ໄດ້ໄປ ຢາກໄປເຫັນຄືກັນ ເພາະວ່າວົງຈອນການທ່ອງທ່ຽວ ເມືອງໄຊພູທອງ ມີແຕ່ ເຮືອນຫີນ, ບ້ານເຮືອນຫີນ, ລ່ອງເຮືອ, ບ້ານໂພ່ນທາດ ແລະ ພະທາດໂພ່ນ


໑ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ nookzar90 ຂຽນວ່າ...
ເຫັນປີ້ງໄກ່ ແລ້ວຢາກກິນປີ້ງໄກ່ເດ
ປີ້ງໄກ່ເຊໂນຫັ້ນໜາ ເວົ້າມາແຫຼະຢາກ
ແລ້ວບໍ່ໄດ້ໄປຫຼິ້ນກົງພະນັງບໍ່ ຖ້າຈື່ບໍ່ຜິດກະຄືວ່າຢູ່ໃກ້ກັບແຖວນັ້ນ



ກົງພະນັງບໍ່ໄດ້ໄປ ຢາກໄປເຫັນຄືກັນ ເພາະວ່າວົງຈອນການທ່ອງທ່ຽວ ເມືອງໄຊພູທອງ ມີແຕ່ ເຮືອນຫີນ, ບ້ານເຮືອນຫີນ, ລ່ອງເຮືອ, ບ້ານໂພ່ນທາດ ແລະ ພະທາດໂພ່ນ



ໜ້າເສຍດາຍນຳເດເນາະ ບໍ່ໄດ້ໄປຫຼິ້ນຢູ່ກົງພະນັງຊ້ຳ
ແຕ່ວ່າບ່ອນທ່ອງທ່ຽວຢູ່ສະຫວັນນະເຂດກະຫຼາຍຢູ່
ພຽງແຕ່ວ່າຄົນທົ່ວໄປຍັງບໍ່ຮູ້ຊື່ໆ
ເພາະຂະໜາດຂ້ອຍເປັນຄົນສະຫວັນນະເຂດແທ້ໆຍັງບໍ່ຮູ້ວ່າຢ່ໃນແຂວງໂຕເອງມີບ່ອນທ່ອງທ່ຽວຫຼາຍຄືກັນ