ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » new update: FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ 12 Dec 2010. ພາກ 2

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
[size=12pt]ອອກເດີນທາງຈາກບ້ານດົງເມືອງ ໄປຫາບ້ານໜອງລຳຈັນ ໄລຍະທາງ 3km ຂ້າມນ້ຳເຊ ເຊຈຳພອນ ຖ້າຫາກມາໃນລະດູແລ້ງ ລົດສາມາດຂ້າມໄດ້ ເສຍດາຍ ບໍ່ໄດ້ຖ່າຍພາບມາໃຫ້ເບິ່ງທີ່ລົດພວມລຸຍຂ້າມນ້ຳເຊ. ຖ້າມາລະດູຝົນໝົດສິດຂ້າມເພາະວ່ານ້ຳເຊຈະຂືຶ້ນ ແຕ່ໃຊ້ເສັ້ນທາງອ້ອມໄປທ່ຽວ ໜອງປາຝາ ເຂົ້າມາທາງວັດຕາແຫຼວ ແລະຫໍໄຕ ບ້ານໜອງລຳຈັນ.

ຫໍໄຕປີດົກ
ຫໍພະໄຕປີດົກແຫ່ງນີ້ເປັນສະຖານທີ່ ທີ່ເກົ່າແກ່ ຖືກສ້າງຂືຶ້ນເມື່ອປະມານ 200 ປີກ່ອນ ເປັນສ່ວນໜຶ່ງຂອງວັດໜອງລຳຈັນ ເຊິ່ງໃຊ້ເປັນສະຖານທີ່ ເກັບຮັກສາ ໜັງສື ພະທຳ ພະຄຳພີ ພາສາບາລີ-ສັນສະກິດ ໜັງສືຜູກ ພາສາຂອມ ວັນນະຄະດີພື້ນເມືອງລາວ ແລະຍັງໄດ້ຂຽນເປັນຕົວທຳອີກ ທີ່ເກົ່າແກ່ຂອງລາວ ຫຼາຍກວ່າ 361 ເລື່ອງ ໂດຍບັນທຶກໄວ້ໃນໃບລານ ຈຳນວນ 4.000 ເຫຼັ້ມ ເຊິ່ງຖືກເກັບຮັກສາໄວ້ໂດຍພະສົງ, ສຳມະເນນ ແລະຊາວບ້ານທ້ອງຖິ່ນ ຫໍໄຕປີດົກ ແຫ່ງນີ້ຍັງເປັນສະຖານທີ່ເກັຍຮັກສາ ໍໜັງສືໄບລານຫຼາຍທີ່ສຸດໃນ ສປປ ລາວ.


ມາຮອດວັດເຫັນປ້າຍກະຮູ້ເລີຍວ່າເກົ່າແກ່ ແລະສັກສິດ


ພະອາຈານ ເຈົ້າອະທິການວັດ


ຫໍແຈກ


ຫໍໄຕປີດົກ


ບໍລິເວນດ້ານໜ້າປະຕູຫໍໄຕ


ສັກກະລະບູຊາກ່ອນເດີ້




ໜັງສືໄບລານຕ່າງໆ ທີ່ຖືກເກັບຮັກສາໄວ້


ຮູບປັ້ນພະພຸດທະຮູບ


ຄວາມງົດງາມຂອງພຶກສາຊາດ

ມີຕໍ່ ມີຕໍ່ ຕິດຕາມໆໆ


໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ໃຊ້ກ້ອງລຸ້ນໃດນະ ສີງາມດີ


໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
555 ອາຍເດ້ ຄັນມາເລື່ອງຮຸ່ນຍີ່ຫໍ້ກ້ອງຂອງຂ້າພະເຈົ້າ ໃຊ້ຢູ່ນຳກັນ ສອງໜ່ວຍ ແຕ່ຮູບທີ່ Post ລົງນີ້ສ່ວນຫຼາຍແມ່ນມາຈາກກ້ອງ Canon A3000 Compact ແລະບາງຮູບມາຈາກກ້ອງ OLYMPUS E300 + SIGMA Lens 55-200 4.5-5.6 DC ເທົ່ານັ້ນເອງ.

ສ່ວນເລື່ອງຂອງສີ ແມ່ນເອົາມາປັບແຕ່ງໃນ PHOTOSHOP ອີກໜ້ອຍນຶ່ງ

555 ບໍ່ເກັ່ງ ບໍ່ເດັ່ນ ແຕ່ເຮັດດ້ວຍໃຈມັກ!!!


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄິດດີ ເວົ້າດີ ເຮັດດີ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nookzar90 ຂຽນວ່າ...
ອອກເດີນທາງຈາກບ້ານດົງເມືອງ ໄປຫາບ້ານໜອງລຳຈັນ ໄລຍະທາງ 3km ຂ້າມນ້ຳເຊ ເຊຈຳພອນ ຖ້າຫາກມາໃນລະດູແລ້ງ ລົດສາມາດຂ້າມໄດ້ ເສຍດາຍ ບໍ່ໄດ້ຖ່າຍພາບມາໃຫ້ເບິ່ງທີ່ລົດພວມລຸຍຂ້າມນ້ຳເຊ. ຖ້າມາລະດູຝົນໝົດສິດຂ້າມເພາະວ່ານ້ຳເຊຈະຂືຶ້ນ ແຕ່ໃຊ້ເສັ້ນທາງອ້ອມໄປທ່ຽວ ໜອງປາຝາ ເຂົ້າມາທາງວັດຕາແຫຼວ ແລະຫໍໄຕ ບ້ານໜອງລຳຈັນ.

ຫໍໄຕປີດົກ
ຫໍພະໄຕປີດົກແຫ່ງນີ້ເປັນສະຖານທີ່ ທີ່ເກົ່າແກ່ ຖືກສ້າງຂືຶ້ນເມື່ອປະມານ 200 ປີກ່ອນ ເປັນສ່ວນໜຶ່ງຂອງວັດໜອງລຳຈັນ ເຊິ່ງໃຊ້ເປັນສະຖານທີ່ ເກັບຮັກສາ ໜັງສື ພະທຳ ພະຄຳພີ ພາສາບາລີ-ສັນສະກິດ ໜັງສືຜູກ ພາສາຂອມ ວັນນະຄະດີພື້ນເມືອງລາວ ແລະຍັງໄດ້ຂຽນເປັນຕົວທຳອີກ ທີ່ເກົ່າແກ່ຂອງລາວ ຫຼາຍກວ່າ 361 ເລື່ອງ ໂດຍບັນທຶກໄວ້ໃນໃບລານ ຈຳນວນ 4.000 ເຫຼັ້ມ ເຊິ່ງຖືກເກັບຮັກສາໄວ້ໂດຍພະສົງ, ສຳມະເນນ ແລະຊາວບ້ານທ້ອງຖິ່ນ ຫໍໄຕປີດົກ ແຫ່ງນີ້ຍັງເປັນສະຖານທີ່ເກັຍຮັກສາ ໍໜັງສືໄບລານຫຼາຍທີ່ສຸດໃນ ສປປ ລາວ.


ມາຮອດວັດເຫັນປ້າຍກະຮູ້ເລີຍວ່າເກົ່າແກ່ ແລະສັກສິດ


ພະອາຈານ ເຈົ້າອະທິການວັດ


ຫໍແຈກ


ຫໍໄຕປີດົກ


ບໍລິເວນດ້ານໜ້າປະຕູຫໍໄຕ


ສັກກະລະບູຊາກ່ອນເດີ້




ໜັງສືໄບລານຕ່າງໆ ທີ່ຖືກເກັບຮັກສາໄວ້


ຮູບປັ້ນພະພຸດທະຮູບ


ຄວາມງົດງາມຂອງພຶກສາຊາດ

ມີຕໍ່ ມີຕໍ່ ຕິດຕາມໆໆ


[size=12pt]ບ້ານປູ່ຂ້ອຍເອງ ເວົ້າມາແລະຢາກໄປຫຼີ້ນສຸຍເດ....ໄປຢອກລີງຢູ່ດົງເມືອງນຳ ຈາກນັ້ນໄປຫຼີ້ນເຮືອນໝູ່ ຢູ່ບ້ານດົງດອກໄມ້ບ້ານໂພນບ້ານຂາມເຖົ້າບ້ານຄໍ້ ຈາກນັ້ນໄປຫຼີ້ນຕໍ່ທີ່ ນາຄູບ້ານບາກແລ້ວຊື້ເກືອຫຼັກສີ່ ມີໝູ່ຢູ່ແກ້ງກອກອອກໄປຫຼີ້ນເຮືອນສ່ຽງຢູ່ດອນບັກ ເວົ້າມາວ່າມາແລ້ວຄິດຮອດເດ.........

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ