ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ກ້ອງ ແລະການຖ່າຍຮູບ » new update: FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ 12 Dec 2010. ອາວະສານ

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ຫຼັງຈາກທ່ຽວຊົມຫໍໄຕແລ້ວ ກໍ່ພັກທ່ຽງໜ້ອຍນຶ່ງ ແລ້ວກໍ່ອອກເດີນທາງຕໍ່ໄປຍັງວັດເກົ່າຕາແຫຼວ ໄລຍະທາງ 16km

ວັດເກົ່າຕາແຫຼວ ວັດແຫ່ງນີ້ ເປັນວັດທີ່ມີຄວາມງົດງາມ ແລະເປັນວັດທີ່ມີຄວາມໂດດເດັ່ນ ບໍ່ຄືວັດອື່ນໆທົ່ວໄປທີ່ພົບເຫັນ ເນື່ອຈາກມີລັກສະນະທີ່ ພິເສດໃນການປະສົມປະສານກັນທາງດ້ານສະຖາປັດຕິຍະກຳຂອງວັດທາງສາດສະໜາພຸດ ແລະ ໂບດກາໂຕລິກ ຄືຮູບຊົງດ້ານນອກທາງກາງ ມີຮູບ ຊົງຄ້າຍຄືກັບໂບດ ເຊິ່ງດ້ານໃນເມີຄວາມກວ້າງໃຫ່ຍ ແລະເປັນບ່ອນປະດິດສະຖານຂອງພະພຸດທະຮູບຂະໜາດໃຫ່ຍ ປາງສະມາທິ ນອກຈາກນີ້ ດ້ານໃນຂອງວັດຍັງຕົກແຕ່ງດ້ວຍສີລະປະເທິງຝາທີ່ສວຍງາມ ທີ່ບອກເລົ່າເຖິງປະຫວັດຄວາມເປັນມາຂອງວັດ. ຕາມການບອກເລົ່າຕໍ່ໆກັນມາ ວັດນີ້ຖືກສ້າງຂຶ້ນໃນຕົ້ນສັດຕະວັດທີ 20 ໂດຍພະອົງໜຶ່ງຕໍ່ມາໃນປີ 1969 ວັດໄດ້ຖືກທຳລາຍຈາກລະເບີດສົງຄາມ ປະຈຸບັນຍັງຄົງເຫຼືອໄວ້ພຽງແຕ່ ຫຼັງດຽວ ອີກຫຼັງໜຶ່ງໄດ້ຖືກທຳລາຍຍັງເຫຼືອພຽງຮອງຮອຍກ້ອນດິນຈີ່ເກົ່າເທົ່ານັ້ນ..


ວັດເກົ່າຕາແຫຼວ


ພະພຸດທະຮູບ ປາງສະມາທິ


ສີລະປະເທິງຝາ


ບໍລິເວນປະຕູເຂົ້າວັດ


ຕົ້ນໂພໃຫ່ຍ




ເອກະລັກ ສີລະປະກຳ

ຫຼັງຈາກນັ້ນພວກເຮົາກໍ່ໄປແຫ່ງທ່ອງທ່ຽວ ບ່ອນສຸດທ້າຍຂອງ Trip ນີ້ນັ້ນກໍ່ຄືໜອງປາຝາ ຫ່າງຈາກວັດເກົ່າຕາແຫຼວ 6km

ໜອງປາຝາແຫ່ງນີ້ແມ່ນເກີດຂື້ນເອງຕາມທຳມະຊາດໃນໝູ່ບ້ານດອນແດງຊາວບ້ານເຊື່ອກັນວ່າມີສິ່ງສັກສິດອາໃສຢູ່ໃນສາລາທີ່ຕັ້ງສະຫງ່າຢູ່ກາງ ໜອງ ເພື່ອປົກປັກຮັກສາປາຝາ ທີ່ອາໃສຢູ່ໃນໜອງນ້ຳແຫ່ງນີ້. ປາຝາທີ່ອາໃສຢູ່ໃນໜອງນີ້ມີດ້ວຍກັນຢູ່ 3 ຊະນິດນິິດທີ່ 1 ແມ່ນປາຝາດ່ອນ ຫຼື ປາຝາເງິນ. 2 ປາຝາເຫຼືງ ຫຼຶວ່າປາຝາຄຳ ແລະ 3 ແມ່ນປາຝາທີ່ພົບໄດ້ທົ່ວໄປ. ປາຝາທັງໃຫ່ຍ-ນ້ອຍທີ່ອາໃສຢູ່ໜອງນີ້ປະມານ 200 ກວ່າໂຕ ແລະໂຕທີ່ໃຫ່ຍ ກວ່າໝູ່ອາດຈະມີນ້ຳໜັກ ປະມານ 40-50 ກິໂລ. ປາຝາເປັນສັດທີ່ສະຫຼາດ ແລະມີອາຍຸຍືນຍາວ ແລະນັກທ່ອງທ່ຽວບໍ່ຄວນ ໃຊ້ວາຈາທີ່ບໍ່ສຸພາບໃນເວລາໃຫ້ອາຫານແກ່ປາຝາ...


ໜອງປາຝາ






ປ້າຍແນະນຳຕ່າງໆ ທີ່ນັກທ່ອງທ່ຽວຄວນປະຕິບັດຕາມ




ປາຝາກຳລັງກິນອາຫານທີ່ນັກທ່ອງທ່ຽວເອົາໃຫ້


ຮູບເສັ້ນທາງອອກມາຫາຕະຫຼາດແກ້ງກອກ ເສັ້ນທາງຖ້າຫາກວ່າໄດ້ຮັບການພັດທະນາ ປູທາງຍ່າງ ຖ້າຫາກຕັດຕົ້ນຕານອອກຄົງຈະຂາດ ຄວາມງາມ ແລະເອກະລັກຂອງເມືອງ

ສີ້ນສຸດພາລະກິດການສຳຫຼວດແຫ່ຼງທ່ອງຂອງຂ້າພະເຈົ້າພຽງເທົ່ານີ້ ໂອກາດໜ້າພໍ້ກັນໃໝ່ເດີ້ພີ່ ພັນລາວ

ຂໍຂອບໃຈເປັນຢ່າງສູງມາຍັງ ພະແນກທ່ອງທ່ຽວແຂວງ ແຂວງ ສະຫວັນນະເຂດ ທີ່ໄດ້ໃຫ້ກຽດເຊີນຂ້າພະເຈົ້າໄປຮ່ວມສຳຫຼວດແຫຼ່ງທ່ອງທ່ຽວ ໃນຄັ້ງນີ້

ສຳຫຼັບຂໍ້ມູນການທ່ອງທ່ຽວ
ກະລຸນາຕິດຕໍ່ ພະແນກທ່ອງທ່ຽວແຂວງ ແຂວງ ສະຫວັນນະເຂດ
ບ້ານ ໄຊຍະພູມ, ຖະໜົນ ຈະເລີນເມືອງ ແຂວງ ສະຫວັນນະເຂດ
Tel & Fax: 856-041 212 755, 214 206
www.tourismlaos.org