ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>

໙ ກະທູ້
໙໔ ໂພສ
ນັກການກະທູ້
ເປັນໂຕຂອງໂຕເອງນາຄົນລາວເອີຍ
ຢ່າຍ່າງນຳໄທຫຼາຍ ປານໝາຢ່າງນຳຂີ້
ຊາດລາວກໍຄືຊາດລາວ ຄົນລາວກໍຄືຄົນລາວ
ເຮົາມີສັກສີຂອງໂຕເອງ ເຮົາມີຊາດຂອງໂຕເອງ
ເຮົາມີພາສາຂອງໂຕເອງ ເຮົາມີວັດນະທຳເປັນຂອງໂຕເອງຊັນນາ

ເສົ້າໃຈທີ່ເຫັນຄົນລາວ "ຍອມແພ້"

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ກະເຈົ້າລົມກັນຢ່າງສັນຕິ

ແຕ່ພໍເຈົ້າມາລະຂ້ອຍຂອງຂຶ້ນເລີຍ 555

ຂໍໂທດ ທີ່ມື້ເຊົ້ານີ້ໃສ່ບາດຢາດນ້ຳ ລະຂ້ອຍລືມອຸດທິດສ່ວນບຸນສ່ວນກຸສົນໄປໃຫ້ເດີ້
ເຈົ້າກະເລີຍຍັງບໍ່ໄປຜຸດໄປເກີດຈາກພັນລາວປານນີ້

ດຽວມື້ອື່ນຈະເຮັດໃຫ້ ລະຮີບໄປເດີ້

I believe in the IMPOSSIBLE

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂໍໂທດ

ຖ້າທ່ານຄິດວ່າການຄ້າແມ່ນ *ບຸນຄຸນ* ແລະ ຈຳເປັນທີ່ຈະຕ້ອງ *ຂອບໃຈ*

ຂໍຖາມທ່ານວ່າ ໃນຄົນທີ່ມາຕອບກະທູ້ນີ້ ນິນ່າ ມີໃຜຄິດຄືກັນກັບທ່ານບໍ່?? ຫຼື ແມ່ນທ່ານຄິດໄປເອງຄົນດຽວ

ຄືດັ່ງເພິ່ນວ່າ ຈາກຫົວຂໍ້ກະທູ້ ຖ້າໃຜແມ່ນຄົນລາວ ກໍ່ຮູ້ສຶກບໍ່ດີ ທີ່ໄດ້ອ່ານ

ບາງທີ່ ຍັງສົງໃສ??? ການຄ້າກໍ່ຖືວ່າເປັນບຸນຄຸນໄດ້ ສົມມຸດວ່າມີຄົນເອົາຂອງມາຂາຍໃຫ້... ກໍ່ຕ້ອງຈ່າຍເງິນ
ແຕ່ເຈົ້າຈະຖືວ່າຜູ້ຂາຍບໍ່ມີບຸນຄຸນກັບເຈົ້າຂ້ອຍຄິດວ່າມັນຫນ້າເປັນໄປບໍ່ໄດ້ ເພາະຢ່າງຫນ້ອຍເຈົ້າກໍ່ໄດ້ຮັບສິນຄ້າຈາກລາວ
ຖ້າລາວບໍ່ມາຂາຍເຈົ້າກໍ່ບໍ່ໄດ້ຊື້ ບໍ່ໄດ້ກິນ ແລະຖ້າຍາມນັ້ນເປັນຍາມທີ່ອຶດຢາກທີ່ສຸດບໍ່ໄດ້ກິນຕາຍເລີຍແບບນີ້ຂ້ອຍວ່າບຸນຄຸນ
ຍິ່ງຈະເພີ່ມຂຶ້ນຫລາຍສິບເທົ່າ............???

@_@
ທີ່ຈີ່ງຂ້ອຍນັບຖືຄົນທີ່ເບີ່ງໂລກໃນເເງ່ດີເເລະຮູ້ທົດເເທນບູນຄູນຄົນ
ຂ້ອຍຍອມເຈົ້າເລີຍ
ຂ້ອຍບໍ່ເຂົ້າໃຈອາຍຸ22ເເມ່ນໃຫ່ຍມາໃນສະພາບເເວດລ້ອມເເບບໃດກັນ

ຂ້ອຍໃຫຍ່ໃນສະພາບທຸກຍາກລຳບາກຫລາຍ ກິນແຕ່ຂອງເຂົາເປັນສ່ວນໃຫຍ່ ກໍ່ເລີຍຕ້ອງຄອຍຂອບໃຈໄປວັນໆ
ບໍ່ຫມົດຈັກເທື່ອ ມີວັນຫນຶ່ງຂ້ອຍເດີທາງໄກຄົນດຽວ ຝົນຕົກຫນັກຫລາຍແຮງກໍ່ແຮງ ຂ້ອຍກໍ່ເລີຍເຂົ້າໄປຊົ້ນຢູ່ກ້ອງຕູບນ້ອຍໆ ຕອນນັ້ນຂ້ອຍຮູ້ສຶກເສົ້າເສຍໃຈຫວ້າເວ່ເຫມືອນວ່າຢູ່ໃນໂລກນີ້ພຽງລຳພັງ ຄິດວ່າຈະອອກໄປຕາກຝົນໃຫ້ຕາຍໄປເລີຍ ແຕ່ທັນໃດ
ນັ້ນກໍ່ຫລຽວໄປເຫັນຄັນຄາກຕົວຫນຶ່ງຢູ່ໃນຕູບນ້ອຍໆນັ້ນ ມັນເລີຍເຮັດໃຫ້ຂ້ອຍຄິດໄດ້ວ່າຂ້ອຍບໍ່ໄດ້ຢູ່ໃນໂລກນີ້ພຽງລຳພັງ...ຂ້ອຍ
ຄິດວ່າຄັນຄາກໂຕນັ້ນເປັນສິ່ງຫນຶ່ງທີ່ມີບຸນຄຸນກັບຂ້ອຍ...ຂ້ອຍຈຶ່ງຈຳເປັນຕ້ອງຂອບໃຈມັນແລະນຶກເຖິງມັນສະເຫມີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ສາທຸ...ສາທຸ...ສາທຸ ຈະລໍຮັບ
ອະນຸໂມທະນາຂອບໃຈ ຂໍໃຫ້ເຈົ້າໄປສູ້ສຸຂະຕິເທີ້ນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ~

ອະນຸໂມທາມິ~

ໄປສູ່ທີ່ຊອບ ທີ່ຊອບເດີ້~

I believe in the IMPOSSIBLE

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ບັນດາອຸດສາຫະກຳກົນຈັກລົດຍົນສ່ວນໃຫຍ່ເກືອບ 100% ບໍ່ແມ່ນຂອງໄທ ເປັນບໍລິສັດຕ່າງຊາດເຂົ້າມາລົງທຶນຜິດໃນໄທແລ້ວສົ່ງມາຂາຍບ້ານເຮົາຊື່ໆ ແລ້ວບ້ານເຮົາກໍ່ເຮີ່ວ່າຂອງໄທມັນດີ ຖ້າໄທຜະລິດເອົາແທ້ໆມັນກໍ່ໂຄດຮ່ວຍເລີ ... ຖ້າເປັນສິນຄ້າຕົວອື່ນກ່າພໍໂອ່ເຄ່ ສຳລັບສິນຄ້າໄທພໍຮັບໄດ້ ແຕ່ນິດໄສຄົນໄທຮັບບໍ່ໄດ້ ທຸກມື້ນີ້ຂ້ອຍໄປຕະຫຼາດຈະຖາມຫາຊື້ສິນຄ້າລາວ, ຈີນ ຫຼືສິນຄ້າຫວຽດເປັນອັນດັບທຳອິດ ບໍ່ເຄີຍຄິດຈະຖາມວ່າ ມີຂອງໄທບໍ່ກ່ອນສິ່ງອື່ນໃດ? (ບໍ່ມີສິນຄ້າໄທມາຂາຍຢູ່ລາວຍິ່ງດີ ວັດທະນະທຳລາວຄືຊິບໍ່ເຊື່ອມ)

ເຫັນດີນຳທ່ານຕອນນີ້ເຮົາມີທາງເລືອກຫລາຍແລ້ວຕ່າງຊາດກະມາລົງທຶນໃນລາວຫລາຍຂື້ນສິນຄ້າກະມີໃຫ້ເລືອກຫລາຍລະດັບ
ເຮົາເປັນຜູ້ບໍລິໂພກມີສິດເລືອກສີ່ງທີ່ດີຕໍ່ກະເປົາເງິນເຮົາ ຂ້າພະເຈົ້າເອງດຽວນີ້ຊື້ເຄື່ອງນຸ່ງສ່ວນໃຫຍ່ເປັນຂອງລາວງາມທັນສະໄຫມໃສ່ແລ້ວເທ່ ຈີນກະງາມ ບໍ່ແມ່ນບໍ່ມີເງິນເດີ ລາຄາຖືກກວ່າຄຸນນະພາບໄກ້ຄຽງກັນ ບາງຄົນຊື້ເຄື່ອງລາວນີ້ລະແຕ່ເຊົ້າໃຈວ່າຂອງໄທເພາະມັນເບີ່ງກັນບໍ່ອອກ
ເພາະວ່າແຟຊັ່ນມັນປ່ຽນໄປເລື້ອຍໆໄປຊື້ແພງເຮັດຫຍັງຂອງໄທກະບໍ່ແມ່ນຈະດີ ແຕ່ຕ້ອງຍອມຮັບວ່າເປັນຄ່ານິຍົມຄົນລາວທີ່ຕາມກະແສ ວັນເສົາອາທິດໄປ ຫນອງຄາຍໃນຫ້າງໂລຕັດມີແຕ່ຄົນລາວກາຍ 50%ພຸ້ນເບາະ ຄົນໄທເຂົາປະຢັດ ໄປເບີ່ງຕະຫລາດປອດພາສີທີ່ດ່ານທ່ານາແລ້ວໂລດຄົນໄທແຮ່ມາຊື້ມືຖືເຄື່ອງອີເລັກໂທນິກທີ່ເປັນຂອງຈີນບັກຫລາຍໆຖາມເຂົາເຂົາກະຕອບວ່າ ແັຊັ່ນມັນປ່ຽນເລື້ອຍໆຊື້ແພງເຮັຫຍັງ

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂໍໂທດ

ຖ້າທ່ານຄິດວ່າການຄ້າແມ່ນ *ບຸນຄຸນ* ແລະ ຈຳເປັນທີ່ຈະຕ້ອງ *ຂອບໃຈ*

ຂໍຖາມທ່ານວ່າ ໃນຄົນທີ່ມາຕອບກະທູ້ນີ້ ນິນ່າ ມີໃຜຄິດຄືກັນກັບທ່ານບໍ່?? ຫຼື ແມ່ນທ່ານຄິດໄປເອງຄົນດຽວ

ຄືດັ່ງເພິ່ນວ່າ ຈາກຫົວຂໍ້ກະທູ້ ຖ້າໃຜແມ່ນຄົນລາວ ກໍ່ຮູ້ສຶກບໍ່ດີ ທີ່ໄດ້ອ່ານ

ບາງທີ່ ຍັງສົງໃສ??? ການຄ້າກໍ່ຖືວ່າເປັນບຸນຄຸນໄດ້ ສົມມຸດວ່າມີຄົນເອົາຂອງມາຂາຍໃຫ້... ກໍ່ຕ້ອງຈ່າຍເງິນ
ແຕ່ເຈົ້າຈະຖືວ່າຜູ້ຂາຍບໍ່ມີບຸນຄຸນກັບເຈົ້າຂ້ອຍຄິດວ່າມັນຫນ້າເປັນໄປບໍ່ໄດ້ ເພາະຢ່າງຫນ້ອຍເຈົ້າກໍ່ໄດ້ຮັບສິນຄ້າຈາກລາວ
ຖ້າລາວບໍ່ມາຂາຍເຈົ້າກໍ່ບໍ່ໄດ້ຊື້ ບໍ່ໄດ້ກິນ ແລະຖ້າຍາມນັ້ນເປັນຍາມທີ່ອຶດຢາກທີ່ສຸດບໍ່ໄດ້ກິນຕາຍເລີຍແບບນີ້ຂ້ອຍວ່າບຸນຄຸນ
ຍິ່ງຈະເພີ່ມຂຶ້ນຫລາຍສິບເທົ່າ............???

@_@
ທີ່ຈີ່ງຂ້ອຍນັບຖືຄົນທີ່ເບີ່ງໂລກໃນເເງ່ດີເເລະຮູ້ທົດເເທນບູນຄູນຄົນ
ຂ້ອຍຍອມເຈົ້າເລີຍ
ຂ້ອຍບໍ່ເຂົ້າໃຈອາຍຸ22ເເມ່ນໃຫ່ຍມາໃນສະພາບເເວດລ້ອມເເບບໃດກັນ

ຂ້ອຍໃຫຍ່ໃນສະພາບທຸກຍາກລຳບາກຫລາຍ ກິນແຕ່ຂອງເຂົາເປັນສ່ວນໃຫຍ່ ກໍ່ເລີຍຕ້ອງຄອຍຂອບໃຈໄປວັນໆ
ບໍ່ຫມົດຈັກເທື່ອ ມີວັນຫນຶ່ງຂ້ອຍເດີທາງໄກຄົນດຽວ ຝົນຕົກຫນັກຫລາຍແຮງກໍ່ແຮງ ຂ້ອຍກໍ່ເລີຍເຂົ້າໄປຊົ້ນຢູ່ກ້ອງຕູບນ້ອຍໆ ຕອນນັ້ນຂ້ອຍຮູ້ສຶກເສົ້າເສຍໃຈຫວ້າເວ່ເຫມືອນວ່າຢູ່ໃນໂລກນີ້ພຽງລຳພັງ ຄິດວ່າຈະອອກໄປຕາກຝົນໃຫ້ຕາຍໄປເລີຍ ແຕ່ທັນໃດ
ນັ້ນກໍ່ຫລຽວໄປເຫັນຄັນຄາກຕົວຫນຶ່ງຢູ່ໃນຕູບນ້ອຍໆນັ້ນ ມັນເລີຍເຮັດໃຫ້ຂ້ອຍຄິດໄດ້ວ່າຂ້ອຍບໍ່ໄດ້ຢູ່ໃນໂລກນີ້ພຽງລຳພັງ...ຂ້ອຍ
ຄິດວ່າຄັນຄາກໂຕນັ້ນເປັນສິ່ງຫນຶ່ງທີ່ມີບຸນຄຸນກັບຂ້ອຍ...ຂ້ອຍຈຶ່ງຈຳເປັນຕ້ອງຂອບໃຈມັນແລະນຶກເຖິງມັນສະເຫມີ

ໄຮ້ສາລະຂະໜາດ ອ່ານມາລະຄືເດັກນ້ອຍຜິດກັນນິ... ຕາມເບິ່ງນິ ຈຂກທ ຕັ້ງຫາເລື່ອງນະ... ຢູ່ດີໆມາຕັ້ງກະທູ້ຈັ່ງຊີ້ເພື່ອຫຍັງ ຂ້ອຍເຂົ້າໃຈເຈົ້າຈົງໃຈຢາກໃຫ້ມີການສະແດງຄວາມມີມາລະຍາດດ້ວຍການຂອບໃຈ ແຕ່ຄໍາເວົ້າໃນຫົວຂໍ້ກະທູ້ເຈົ້າມັນຈົງໃຈເຮັດໃຫ້ຄົນອ່ານຮູ້ສຶກຢາກຮູ້ຢາກເຂົ້າມາເບິ່ງ ລະການໂພສຂອງເຈົ້າແຕ່ລະຄັ້ງຄວາມຈິງແລ້ວແມ່ນຢາກເຮັດໃຫ້ບັນດາສະມາຊິກເກີດຄວາມບໍ່ພໍໃຈ ເຈົ້ານິເປັນຜູ້ກໍ່ການຮ້າຍອີກແບບໜຶ່ງແຫຼະນິນະ ຄັນຈະເອົາເຫດຜົນອື່ນມາຕອບໂຕ້ກະຢ່າເທາະ... ຟັງບໍ່ຂຶ້ນ ໃຫຍ່ລະເຈົ້ານະ ຢາກເຮັດຫຍັງກະເວົ້າຕົງໆສະ ເຈົ້າກະໜ້າຈະຮູ້ຈັກປະເທດລາວດີເຈົ້າກະໃຫຍ່ເຕັມທີ່ລະ ອັນໃດຄວນບໍ່ຄວນກໍໜ້າຈະຮູ້ດີນະ ນອກຈາກວ່າເຈົ້າຈະຈົງໃຈກໍຄວາມຂັດແຍ້ງກະເທົ່ານັ້ນແຫຼະ

<img alt="http://punlao.com" src="http://punlao.com/glittergenerator/tipos/14/a.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/l.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/e.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/14/x.gif" /><br><a href="http://punlao.com"><b>http://punlao.com</b></a>

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ຂໍຖາມ ຈຂກທ ອາຍຸຈັກປີເເລ້ວ
ຮັກປະເທດຕ້ອງຂອບໃຈໄທ ປະໂຫຍກນີ້ຟັງເເລ້ວມັນຄັດໃຈ
ເເມ່ນຢູ່ກຳລັງການຜະລີດເຮົາຍັງດ້ອຍ ຂອງດີໆໆມີເເຕ່ຊາດອື່ນ
ໄທນ່າຈະເຫັນຄູ່ນຄ່າເຮົາເປັນເເຫຼ່ງຕະຫຼາດໃຫ້ເຂົາ ໄດ້ທັງອຸປະໂພກ,ບໍລີໂພກ~
ລະຖາມເຈົ້າ ເຈົ້າເຄີຍເຫັນນັກຄ້າຂາຍຄົນໃດໃນໂລກທີ່ຄ້າຂາຍໂດຍບໍ່ຫວັງຜົນກຳໄລເເນ່?~

22 ປີແລ້ວ ຫນ້າຈະຕາຍໄວໆນີ້ແຫລະ... ເຈົ້າເດ?
ຮັກປະເທດລາວຕ້ອງຂອບໃຈໄທໄປນຳ ຮັກລາວຕ້ອງຮັກສາວັດທະນະທຳອັນມີຄ່າໄວ້..........ຂອບໃຈໄທ ໃນຄວາມຄິດຂ້ອງຂ້າພະເຈົ້າ
ຄືວ່າ ສັງເກດເຫັນໃນລາວສ່ວນຫລາຍມີສິນຄ້າຂອງໄທ ກໍ່ເລີຍຕ້ອງຂອບໃຈເຂົາໃນຖານະເປັນຜູ້ຜະລິດໃຫ້ເຮົາໄດ້ໃຊ້ສອຍ (ແຕ່ກໍ່ຕ້ອງຊື້)

ຈຂກທ ເປັນຕາຫົວເນາະ 22ແລ້ວຍັງບໍ່ຮູ້ເລື່ອງລະບົບການຄ້າ ໄທບໍ່ຂາຍໃຫ້ເຮົາກະຊື້ຈາກ ຈີນ ສິງກາໂປ ມາເລເຊີຍ ອິນໂດເນເຊຍ
ແລະອື່ນໆ ລອງປະເທດລາວປ່ຽນຄູ່ຄ້າລອງເບີ່ງດຸ ໄທຊິເປັນຈັງໃດ ສິນຄ້າບໍ່ໄດ້ຂາຍລົດກຳລັງການຜະລິດລົງ ລົດແຮງງານລົງ ກະປະທ້ວງກັນອີກ ວຸ້ນວາຍອີກແນວຄົນມັນເຄີຍໄດ້ເຄີຍກິນທຸກຫນ້ອຍຫນື່ງກໍ່ຫັນມາຂ້າກັນໂລດ

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
^
^
ໄທໜ້າຈະຂອບໃຈປະເທດລາວ ທີ່ສີນຄ້າເຂົາໄດ້ສົ່ງອອກ ຖ້າສົມໝຸດວ່າ ໄທບໍ່ໃຫ້ສົ່ງສີນຄ້າໃຫ້ລາວ ແລ້ວຄົນລາວຊິບໍ່ມີຫຍັງກີນບໍ ໃນໂລກນີ້ມີຫຼາຍປະເທດທີ່ເຂົາຜະລິດສີນຄ້າ ບໍ່ຕ້ອງຢ້ານດອກວ່າຊິບໍ່ດີບໍ່ຄັກເທົ່າສີນຄ້າໄທ. ການທີ່ຈະຮັກປະເທດແທນທີ່ຈະຮັກດ້ວຍໃຈ,ດ້ວຍສັກສີ,ດ້ວຍລຳແຄ່ງຂອງຕົນ ແຕ່ກັບໄປຂອບໃຈປະເທດເຂົາ ເພາະເຫັນແກ່ການໃຊ້ຂອງເຂົາ,ກີນຂອງເຂົາ . ເປັນຄົນລາວຈົ່ງພູມໃຈທີ່ເປັນຄົນລາວ ໃຊ້ຂອງລາວ ກີນຂອງລາວ(ຖ້າເບຶ່ອໆກໍ່ກີນຂອງປະເທດອຶ່ນກໍ່ໄດ້) ອັນນີ້ຈັ່ງແມ່ນຮັກຊາດ(ເລຶອດນັກຮົບເກົ່າອອກລາຍ)

໐ ກະທູ້
໑໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະອະ ອິຫຍັງວະ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານ ນິນ ຫນ້າຈະປິດທູ້ນີ້ໄວ້ກະດີ!!!!

ດຽວມີການຕາຍເກີດຂຶ້ນ!!!

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆເຂົ້າມາຈອບເບີ່ງຈື່ໆໆໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ກະທູ້ຖືກປິດ

ຊົ່ວຢ່າງສ້າງສັນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີເຂົາກໍ່ລຳບາກຫລາຍເຕີບ ແຮ່ໆໆໆ ປິດຢ່າງສ້າງສັນ ຖຽງໄປກໍ່ໄຮ້ປະໂຫຍດໆໆໆໆໆໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
=======ຂອໂທດ ບໍ່ໄດ້ເບິ່ງວ່າກະທູ້ນີ້ປິດແລ້ວ===========

໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
=======ຂອໂທດ ບໍ່ໄດ້ເບິ່ງວ່າກະທູ້ນີ້ປິດແລ້ວ===========

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>