ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ກ້ອງ ແລະການຖ່າຍຮູບ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມື້ວານໄດ້ຂ່າວວ່າ ຈະມີການແຂ່ງລົດຖີບ Tour du Laos 2009 ເຊິ່ງຜ່ານໜ້າບ້ານ ຈຂກທ ນຳ ກໍເລີຍຖືໂອກາດໄປເກັບພາບມາຝາກ

ສະຖານທີ່ແມ່ນ ຖະໜົນສີສະຫວ່າງວົງ .. ຫຼວງພະບາງ .. ປະເທດລາວ
ເວລາປະມານ 10 ໂມງເຊົ້າ
























ປ.ລ. ໜ້າຈະເປັນ Tour de Laos ແຕ່ບໍ່ເຂົ້າໃຈເປັນຫຍັງເຂົາສະກົດຢູ່ປ້າຍວ່າ Tour du Laos ກໍເລີຍຂຽນ du ຕາມເພິ່ນສາ - -'


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ຕ້ອງໃຫ້ເດັກບີແລ້ງມາຊີ້ແຈງ.


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ແຖວໃດນິ

~Vਕਆpïrєی™~

໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ເຂົາຊິຂີ່ມາຮອດວຽງຈັນເລີຍຫວາ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເຂົາຖີບຈາກວຽງຈັນມາຫຼວງພະບາງ -_-'

ຕອນຂາກັບ ບໍ່ຮູ້ກັບແນວໃດ ບໍ່ໄດ້ຖາມ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໄສຍ່າງກັບ -_-'

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ໂອ ເກັງແທ້ ໃຊ້ເວລາ ຈັກຊົ່ວໂມງ ລະ ສູ້ສູ້ ເດີ

ສະບາຍດີໜົດທຸກຄົນ ເຂົ້າມາໃຫ້ຄວາມເຫັນນຳກັນນະ
ຄຸນຄ່າຄວາມຮັກຂອງຜູ້ຊາຍ ກັບ ຜູ້ຍິງໃຜຫຼາຍກ່ອນກັນ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຈະບໍ່ກັບ ສົງໃສຈະປັກຫຼັກຕັ້ງຖີ່ນຖານຢູ່ຫຼວງພະບາງ ຕີເບາະ

ເກັ່ງເນາະຖີບຂື້ນພູຄູນໄດ້ເສີຍ ຕອນກັບໜ້າຈະສະບາຍເພາະມີແຕ່ລົງ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ເພິ່ນໃສ່ Tour du laos

ທອງໃສຄິດວ່າ ປະເທດລາວ ຫລື Au laos ມັນເປັນ nom masculin ຄຳນາມເພດຜູ້ ຄຳທີ່ໄປກັບນາມເພດຜູ້ເພິ່ນໃສ່ Du ໄດ້ຈາກ(de+ le)

ເຊິ່ງວ່າ ປະເທດຝຣັ່ງ ຫລື En franciase ມັນເປັນ nom feminin ຄຳນາມເພດແມ່ ຄຳທີ່ໄປກັບນາມເພດແມ່ເພິ່ນໃສ່ De la

ອ້າວວ ບາງຄົນຊິຖາມວ່າ ເປັນຫຍັງບໍ່ໃສ່ Tour de la franciase ??? ຄືໃສ່ວ່າ Tour de franciase

ໃນທີ່ນີ້ ການແຂ່ງຂັນແມ່ນທົ່ວພາຍໃນປະເທດຝຣັ່ງ ເພິ່ນຈຶ່ງໃສ່ Tour De franciase ໝາຍເຖິງລວມໆເປັນປະເທດ ຖ້າຫາກ Tour de la franciase ມັນຈະມີຄວາມໝາຍເຈາະຈົງເຖິງການແຂ່ງໃນເມືອງໃດເມືອງໜື່ງເທົ່ານັ້ນ ຫລືເມືອງໃດຫາເມືອງໜື່ງເທົ່ານັ້ນ ຄື Tour du laos ເພິ່ນຖີບແຕ່ນະຄອນຫລວງຫາຫລວງພະບາງຕວະ? ຖ້າຫາກເປັນການແຂ່ງຂັນເສັ້ນທາງແຕ່ເໜືອຮອດໃຕ້ກະຄືຊິເປັນ Tour de laos(ຕິ)

ເວົ້າຜິດກະຂໍອະໄພນຳເດີ້ ພໍດີຢາກອອກຄຳເຫັນນຳ
ໃຫ້ຜູ່ຮູ້ພາສາມາອະທິບາຍ ຫລື ໃຫ້ນັກສຶກສາບີແລ້ງມາອະທິບາຍ ເພື່ອຈະໄດ້ຄຳຕອບທີ່ແນ່ນອນ

ທ້າວທອງໃສ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
Tour du Laos = ທົວຣ໌ແຫ່ງປະເທດລາວ. ໜ້າຍິນດີເນາະທີ່ມີການແຂ່ງຂັນໃນປະເທດລາວ, ຄິດວ່າໜ້າຈະເປັນການແຂ່ງຂັນສຸດແສນສາຫັດຣາຍການໜຶ່ງ ເພາະມີເສັ້ນທາງຂຶ້ນ-ລົງພູເຂົາກາຍເຄິ່ງຂອງໄລຍະທາງເລີຍ!


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫົນທາງຄຸ້ນໆ ເຫັນແຕ່ຟາກດຽວ
ບໍ່ແມ່ນຢູ່ແຖວບ້ານຈູມຄອ້ງແຖວພະລາດຊະວັງຫວານິ


໒ ກະທູ້
໑໔໕ ໂພສ
ນັກການກະທູ້
ມື້ໜ້າສະມາຊິກພັນລາວເຮົາກະບໍ່ເຮັດຄືກະເຈົ້າແນ່ເບາະ

someone watching over me!

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄ່ອຍເກັາງພາສາຝລັ່ງ


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ເຊັງເລີຍ ຕຳຫລວດມາປິດທາງຢູ່ແຖວບ້ານຕັ້ງແຕ່7ໂມງຮອດ11ໂມງ ຊິອອກກະບໍ່ໄດ້

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ສະຖານທີ່ຄຸ້ນໆໆ
ເຄືຍເມົາຢູ່ແຖວນັ້ນ ຫົດນ້ຳຈົນເດິກ ເກືອບຮອດ12ໂມງ ມື້ປີໃໝ່ລາວ

M99NOY

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮິໆ ອັນນິກະຄືກັນ


໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຄືບໍ່ເຫັນຫມູ່ເຮົາຫວະ ບໍ່ແມ່ນມື້ຖີບມັນເມົາຫວະ ອິໆໆໆໆ

K.Soubandith

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານແມ່ນຢູ່


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
pae der pae wa = orm pathed laos

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
[size=18pt]
ຂ້ອຍເປັນພຽງຄົນທຳມະດາຄົນໜຶ່ງ ແຕ່ຂ້ອຍກໍບໍ່ແມ່ນຄົນໜຶ່ງ
ຂ້ອຍບໍ່ສາມາດເຮັດທຸກສິ່ງໄດ້ ແຕ່ຂ້ອຍເຮັດບາງສິ່ງບາງຢ່າງໄດ້ ...
/size]


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ຽວຫຍັງກັບເຂົາເຈົ້າຂີ່ລົດຖີບລະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຄືບໍ່ມີຕອນເຂົ້າເສັ້ນໄຊ ຂ້ອຍລະຢູ່ເສັ້ນໄຊພຸ້ນ

-->-->-->

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ ເສັ້ນໄຊຢູ່ໃສ
ຢາກເຫັນຄືກັນ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ບ້ານນາວຽງຄຳ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ຖີບໄປຮອດນາວຽງຄຳຫວາ ກະບໍ່ໄກປານໃດ


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ໄກແທ້ ຕັ້ງວ່າອ້ອມເມືອງ9ຮອບ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວ
ເກົ້າຮອບພຸ້ນຫວາ
ເຮິໆເປັນຕາຄິດນຳຢູ່ຊັນນະ


໒ ກະທູ້
໑໔໕ ໂພສ
ນັກການກະທູ້
ຊໍ່ານັ້ນຫວາສະບາຍຂ້ອຍເຄີຍຖີບມາລະຕັ້ງ່ວ່າ2ຮອບພຸ້ນນະ

someone watching over me!

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
2ຮອບ..ສະບາຍໆ ຊິວໆ...ຂ້ອຍຖີບມາແຕ່ນ້ອຍໆພຸ້ນ ຈົນນັບຮອບບໍ່ໄດ້ແລ້ວ ຍັງບໍ່ເຫັນເວົ້າຫຍັງ

-->-->-->

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ມີຄົນເຂົ້າແຂ່ງຂັນຈັກຄົນ????ມີແຕ່ລາວຫວາ???


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>