ກະທູ້ມາໃໝ່ | ຫມວດ | ເທັກໂນໂ... » ກ້ອງ ແລະການຖ່າຍຮູບ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເລື່ອງມັນມີຢູ່ວ່າ ຂພຈ ກຳລັງຈະຊື້ກລ້ອງແຕ່ບໍ່ຄ່ອຍມີຄວາມຮູ້ກ່ຽວກັບມັນປານໃດ (ກລ້ອງທີ່ມີເລນ Focus ໄດ້) ມີໜ່ວຍໜຶ່ງຍີ່ຫໍ້ Fuji film S2000 ໃຜຮູ້ຂໍ້ມູນຊ່ວຍບອກແດ່ ຫຼື ຖ້າມີລຸ້ນອື່ນທີ່ດີກະຊ່ວຍແນະນຳແດ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລື່ອງນີ້ຕ້ອງຖາມ ອ້າຍນິນ
ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ແມ່ນມັນເປັນ DSLR like ຊື່ໆ ຫວາ? ແບບມັນບໍ່ຕ່າງຫຍັງກັນຫລາຍກັບ ກ້ອງ ຄອມແພັກ ເລີຍ ແນະນຳ ພວກ DSLR ໄປເລີຍ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມີງົບເທົ່າໃດລະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢາກຮູ້ນຳ ບອກແດ່ເດີ ບາງທີຈະ ຢາກໄດ້ນຳ ນະ ຂ້ອຍກໍ່ບໍ່ຮູ້ຄືກັນ
ສະບາຍດີໜົດທຸກຄົນ ເຂົ້າມາໃຫ້ຄວາມເຫັນນຳກັນນະ
ຄຸນຄ່າຄວາມຮັກຂອງຜູ້ຊາຍ ກັບ ຜູ້ຍິງໃຜຫຼາຍກ່ອນກັນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ชอบการถ่ายภาพ PROTRAIT เพราะภาพที่ออกมาดูอิสระดีครับ[img]null[/img]ใครมีความรู้ขอคำแนะนำด้วยครับหรือใครมีรูปสวยๆลองมาแชร์กันดูครับ.. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຫັນລຸ້ນນີ້ມັນລາຄາ 9.900B ກະເລີຍຢາກຮູ້ວ່າມັນດີບໍ່ (Fuji film S2000HD), ສ່ວນງົບມີປະບໍ່ຫຼາຍ 15.000B ຖ້າ ຫຼາຍກວ່ານິກະສິພະຍາຍາມຊອກໃສ່ຕື່ມອີກຫັນນ້າ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ເຄີຍຫຼິ້ນ dSLR-like ແຕ່ວ່າເບິ່ງໃນເວັບແລ້ວ FinePix S2000HD ລາຄາຖືກ ຕ່ຳກວ່າໝື່ນບາດ ແຕ່ວ່າກ້ອງລຸ້ນນີ້ຕາມ spec ແລ້ວໃຊ້ຖ່າຍ AA ສີ່ກ້ອນ ບໍ່ໄດ້ເປັນຖ່ານແບບໃນມືຖືທີ່ສາມາດສາກໄດ້ ເຖິງວ່າຈະສາມາດໃຊ້ AA ແບບ rechargeable ໄດ້ກໍຕາມ. ໄດ້ຍິນວ່າ ບ່ອນລັອກສຳລັບໃສ່ຖ່ານມັກຫັກ ບໍ່ຮູ້ວ່າເປັນຫຼາຍຫຼືໜ້ອຍ ສ່ວນ spec ອື່ນໆ ເບິ່ງແລ້ວກໍດີຢູ່ ຖ່າຍວິດີ 720p ໄດ້ນຳ. ຖ້າຖ່າຍຫຼິ້ນໆ ກໍແນະນຳເບິ່ງ dSLR-like ຫຼາຍໆ ໂຕເບິ່ງ ຫຼືອາດເປັນກ້ອງ Compact ທີ່ຄຸນນະພາບດີໆ ລາຄາປະມານ 13-14,000 ບາດ. ຫາກວ່າສົນໃຈການຖ່າຍພາບແບບຈິງຈັງກໍອາດຊື້ Nikon D60 ມືສອງ ລາຄາປະມານ 15-17,000 ຕິດເລນ kit ມານຳ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂອບໃຈສຳລັບຄຳແນະນຳດີດີ ເດີອ້າຍນິນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂອບໃຈສຳລັບຄຳແນະນຳດີດີ
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າຍນິນ ຖ້າເປັນກ້ອງ Canon ກະດີລຸ້ນສຳລັບງົບໜ້ອຍຢູ່ເບາະອ້າຍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອ້.. ອ້າຍ Noukip ລອງເບິ່ງພວກ Canon EOS 1000D ເປັນກ້ອງ dSLR ສຳລັບມືໃໝ່ ລາຄາມືນຶ່ງແບບ Kit (Canon EOS 1000D + Lens EF S 18-55 IS) ແມ່ນປະມານ 18,900 ບາດ ມືສອງມີຕັ້ງແຕ່ 13,000 ໄປຮອດ 15,000 ແລ້ວແຕ່ສະພາບ spec: * 10.1 MP CMOS sensor * Up to 3fps * 7-point wide-area AF * Self-Cleaning Image Sensor * 2.5” LCD with Live View mode * DIGIC III processor * SD/SDHC card slot * Picture Styles processing * Compact and lightweight * Compatible with EF/EF-S lenses and EX Speedlites ພາບຈາກກ້ອງ 1000D ເບິ່ງໄດ້ໃນ http://www.dpreview.com/gallery/canoneos1000d_samples/ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ້ອງໂຕນີ້ມີ Flash ໃນໂຕ ຫຼື ວ່າເປັນແບບແຍກສ່ວນ. ຖ້າລາຄາຕ່ຳກວ່ານີ້ກະບໍ່ມີແລ້ວແມ່ນບໍ່ ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແລ້ວກ້ອງຈຳພວກ Olympus ເປັນຈັງໃດກະດີຢູ່ບໍ ? ອ້ານນິນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ... ກ້ອງໂຕນີ້ມີ Flash ໃນໂຕ ຫຼື ວ່າເປັນແບບແຍກສ່ວນ. ຖ້າລາຄາຕ່ຳກວ່ານີ້ກະບໍ່ມີແລ້ວແມ່ນບໍ່ ?1000D ມີ Flash ໃນໂຕ ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ... ແລ້ວກ້ອງຈຳພວກ Olympus ເປັນຈັງໃດກະດີຢູ່ບໍ ? ອ້ານນິນOlympus ບໍ່ເຄີຍໃຊ້
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ່ານຕາມ spec ມີ flash ຢູ່ຫົວກ້ອງນຳ ແຕ່ flash ພວກນີ້ໃຊ້ຫຍັງຫຼາຍບໍ່ໄດ້ ເພາະມັນຍິງໄປຊື່ໆ ທາງໜ້າ ແຕ່ກໍດີກວ່າບໍ່ມີ 555 Olympus ບໍ່ຮູ້ ຮູ້ແຕ່ວ່າພວກລຸ້ນໃໝ່ໆ ຂອງ Olympus ມັນເປັນລະບົບ 4/3 ພາບອອກມາອັດຕາສ່ວນ 4/3 ບໍ່ຄືກັບຍີ່ຫໍ້ອື່ນໆທີ່ເປັນອັດຕາສ່ວນ 3:2 ເລື່ອງຄຸນນະພາບກໍ ບໍ່ຈັກຊິວ່າ ບໍ່ເຄີຍໃຊ້ ແຕ່ສ່ວນຫຼາຍມັນອອກແບບມານ້ອຍໆ ເພາະ sensor 4/3 ມັນນ້ອຍ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຖາມຕໍ່ແດ່ເດີ້ ກ້ອງຍີ່ຫໍ້ sony ກະດີຢູ່ບໍ?? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ້ອງຄອມແພັກທຳມະດາຫວາ ນຸ້ຍ? ກະ ໂອເຄ ແບບ ກ້ອງແນວນີ້ການເລືອກຊື້ກະຕ້ອງເບິ່ງການອອກແບບກ່ອນໂລດ ເວລາຈົກອອກມາຖ່າຍມັນກະອືມ ໝັ້ນໃຈ! ໂດຍສະເພາະ Sony ນິສີສັນເຕະຕາເລີຍ ມັນກະຄ້າຍກັບມືຖືຂອງຜູ່ໃຊ້ຫັ້ນແຫລະ ທີ່ຄຸນນະສົມບັດບໍ່ໄດ້ຕ່າງກັນຫລາຍ ແຕ່ຄົນມັກເລືອກໂທລະສັບທີ່ສີສັນ ເພາະຄັນຢາກໄດ້ຄວາມສາມາດທີ່ສູງໆ ເຂົາກະຊື້ກ້ອງໃຫຍ່ dSLR ພວກນີ້ແລ້ວ.
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກ້ອງທຸກຍີ່ຫໍ້ມີທັງລຸ້ນດີແລ້ວກໍລຸ້ນບໍ່ດີ ແລ້ວແຕ່ລຸ້ນເດີ້ພີ່ນ້ອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະແລ້ວແຕ່ບຸນແລະວາດສະໜາຂອງຜູ້ຊື້ວ່າສິຖືກໂຕດີ ຫຼື ໂຕບໍ່ດີແມ່ນບໍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບົດຄວາມນີ້ອາດຊ່ວຍໄດ້ຫລາຍສຳລັບກ້ອງຄອມແພັກ http://stonezoup.exteen.com/20080114/entry
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມາເບິ່ງນຳ
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
Canon EOS 1000D la kha lut la der...luea pa man 16.900B ni lea.. tha ot thon kerp mn ik noi 1... sue to ni mue 1 lei ka d... ^^ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເກັບເງິນມາຊື້ເລນພີ້ນາ ເຮິໆ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ JVisuaLRocKAncafeNightmareGazetteGraMiyavi ຂຽນວ່າ... Canon EOS 1000D la kha lut la der...luea pa man 16.900B ni lea..tha ot thon kerp mn ik noi 1... sue to ni mue 1 lei ka d... ^^ ລາຄາຫາຊື້ໄດ້ຢູ່ບ່ອນໃດນະ ເພາະວ່າກຳລັງສິຊື້ລຸ້ນນີ້ພໍດີ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
aow cannon aow sa hao sai ຍີ່ຫໍ້ ນິ້ ມາຕັ້ງດົນ ກາຮູ້ສຶກວ່າ ອອກມາລຸ້ນໃດກາເຮັດໃຫ້ເຮົາປະທັບໃຈຂະໜາດ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
http://www.olympusimaging-th.com/product_detail.php?id=25&cate=1 ແຮ ແຮ ເອົາຮູບລົງບໍ່ເປັນ ເລີຍ ເອົາລີ້ງໃຫ້ເບີ່ງສາ ( ເບີ່ງຊ່ວຍ ຂ້າພະເຈົ້າແດ່ ) .......... ເຮົາກາກຳລັງ ເບີ່ງລຸ້ນນີ້ຢູ່ .... ບໍ່ຮູ້ວ່າ : ມັນຈະ ok ບໍ ???? ລຸ້ນ olympus ( sp- 510uz )
ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມັນເປັນ dSLR-like ໃດ໋ ບໍ່ສາມາດປ່ຽນເລນໄດ້ ລາຄາ 10,900ບາດ ເຮົາວ່າ ເຕີ່ມເງິນອີກຫນ້ອຍຫນຶ່ງໄດ້ dSLR ໂຕນ້ອຍລະໃດ໋
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອືມ .... ຂອບໃຈເດີ :e93 ,,,,,, ດຽວເຣົາຂໍລອງໄປສືກສາອີກເທື່ອໜຶ່ງ ເບີ່ງກ່ອນ .
ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ມັນເປັນ dSLR-like ໃດ໋ ບໍ່ສາມາດປ່ຽນເລນໄດ້ ລາຄາ 10,900ບາດເຮົາວ່າ ເຕີ່ມເງິນອີກຫນ້ອຍຫນຶ່ງໄດ້ dSLR ໂຕນ້ອຍລະໃດ໋ ແມ່ນໆຖືກຕ້ອງທີ່ສຸດ ຂພຈ ກະກຳລັງສຶກສາກ້ອງພວກ dSLR ຄືກັນມີຫຍັງກະຊ່ວຍບອກແດ່ |