ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຈົ້າບອກມາ...ແລ້ວຂ້ອຍຊິຂຽນຕໍ່..

ໜ້າທີ່ 3 ຈາກທັງໝົດ 17 ໜ້າ <<<12345 ... 1314151617>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LoveFamily ຂຽນວ່າ...
ຄິດຮອດພໍ່ກັບແມ່ເດ້



ໃຜຜູ່ຍັງຄິດໄດ້....ຄວນຮັກໄຄ່ໃຜດີ
ໃນຊີວີດບັນທອນ ທີ່ຮ່ອນຮົນໃນດ້າວ
ໄປໄກກ້ຳ...........ສຸດສາຍຕາຟ້າອື່ນ
ໃຈໃຫ້ສິດ..........ຄິດຮອດເຈົ້າພໍ່ແມ່ເອີຍ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນວ່າຮັກຂອງຮຽມ....ປຽບດັ່ງເຝື້ອໃສ
ບໍ່ຍີ່ງໃຫຍ່ເໜືອອື່ນໃດ;..ກວ່າຈັກວານກວ້າງ
ຫາກແຕ່ເມືອ ເກີດຮັກ...ຮັກແທບບ້າປ່ວງ.
ເມິດດວງຈິດ ສຸດດວງໃຈ...ມອບໃຫ້ຄຽງຄອງ.
ໝາຍໝັ້ນ ພຽງແກ່ "ເຈົ້າ"; ຜູ່ດຽວ
ຊົ່ວນິຣັນບໍ່ມີວັນເມີນຈາກໄປ...ໃຈບໍ່ຝັນຮັກອື່ນ.
"ເຈົ້າ"ເທົ່ານັ້ນທີຄຸນຄ່າ ແລະຄວາມຫມາຍທຸກຄ່ຳຄືນ.;
ຫນື່ງລົມຫາຍໃຈທີຂ້ອຍມີ.....ຫມາຍຫມັ້ນ
ພຽງມອບຮັກໃຫ້ກັບ "ເຈົ້າ" ກໍ່ສຸກແລ້ວ ຊົ່ວຊີວັນ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນການຕໍ່ຈາກ ບົດຂຽນຂອງຝີ້ນ ແລະເທົາ!!


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃກ້ປີໃໝ່ ໃຈຫວງຫາຄິດຖິງບ້ານ
....


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ໃກ້ປີໃໝ່ ໃຈຫວງຫາຄິດຖິງບ້ານ
....



ບໍ່ວ່າໃຜດອກ..........ທີ່ຈະບໍ່ອາໄລ
ຍາມໃກ້ປີໃໝ່ ໃຈຫວງຫາຄິດຖິງບ້ານ
ຍາມຢູ່ໄກຈາກ........ຖິ່ນຖານບ້ານເກິດ
ຄິດຫາຫມູ່ທີ່ເຄິຍເຈິດ ເລາະຫຼີ້ນຮ່ວມກັນ.


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມເຫງົາ...........


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມເຫງົາ...ມີສີ່ງດີໆເຊື່ອງຢູ່
ຖ້າເຮົາຮູ້ທີ່ຈະຢູ່ກັບມັນໃຫ້ເປັນ
ເຮົາກໍ່ຈະເຫັນສິ່ງນັ້ນ
ຄວາມເຫງົາ...ພຽງຕ້ອງການໃຫ້ເຮົາແອບຢູ່ກັບໂຕເອງ
ເພາະຖ້າເຮົາຢູ່ກັບໂຕເອງບໍ່ໄດ້
ກະຢູ່ກັບໃຜກໍ່ບໍ່ມີຄວາມສຸກ ເຊັ່ນກັນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ຄວາມເຫງົາ...........



ໂລກທັງໂລກ.......ມີໄວ້ທຸກສິ່ງອັນ
ທັງ ຄວາມເຫງົາທີ່ປຽບເຫມືອນພະຍາດຮ້າຍ...
ບາງຄົນກໍ້.........ມີຈິດໃຈທີ່ຜັນງ່າຍ
depressionຈ່ອງໃຫ້ ຫຼົງມື້ຜ່າງວັນ..ກະມີດາຍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ຄວາມເຫງົາ...ມີສີ່ງດີໆເຊື່ອງຢູ່
ຖ້າເຮົາຮູ້ທີ່ຈະຢູ່ກັບມັນໃຫ້ເປັນ
ເຮົາກໍ່ຈະເຫັນສິ່ງນັ້ນ
ຄວາມເຫງົາ...ພຽງຕ້ອງການໃຫ້ເຮົາແອບຢູ່ກັບໂຕເອງ
ເພາະຖ້າເຮົາຢູ່ກັບໂຕເອງບໍ່ໄດ້
ກະຢູ່ກັບໃຜກໍ່ບໍ່ມີຄວາມສຸກ ເຊັ່ນກັນ



ແຕ່ໃນໂລກອື່ນນັ້ນ....ຄວາມເຫງົາເປັນແນວຕ່າງ...
ກັບກາຍເປັນແນວດີ...ຄູ່ຄຽງແນວຮ້າຍ
ຫາກວ່າເປັນແນວນີ້ ຂໍໄປນຳໄດ້ບໍ່
ເພາະວ່າໃນໂລກນີ້ ເມືອງຄົນແລ້ວຈັ່ງແມ່ນຊວຍ!!


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ
..........


໑ ກະທູ້
໑໙໖ ໂພສ
ນັກການກະທູ້
ດອກຄູນບານແຊມຊ້ອນ...........ຕ້ອນຮັບລະດູການ
ເປັນສັນຍານເຕືອນ................ກຸດສົງການມາຮອດແລ້ວ
ຊາວລາວແພວພ້ອມພຳ......... .ກັນສະຫຼອງກຸດສົງການອັນຍິ່ງໃຫຍ່
ປີໃໝ່ລາວມາເຖິງ.................ມວນພີ່ນ້ອງຊື່ນບານໃຈ
ໃບໜ້າອັນຍິ້ມແຍ້ມແຈ່ມໃສ......ຈິດໃຈຂາວຜຸດຜ່ອງ
ປວງປະຊາພີ່ນ້ອງ................ພຽງພ້ອມເຂົ້າຫາກັນ....


Evil ໃຈດຽວຫຼາຍຄວາມຄິດ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຊ່າງຊິວ່າເອົາຂ້ອຍໃຫ້


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ
..........



ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ

ກະຊ່າງຖາມນໍເຈົ້າ
ອັນວ່າແນວນາມຂ້ອຍເຄີຍຊວຍມາມາກ
ເພາະຄັນຄາກເຕັ້ນຂ້າມຂາຂ້ອຍແຕ່ມື້ວານ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Evil ຂຽນວ່າ...
ດອກຄູນບານແຊມຊ້ອນ...........ຕ້ອນຮັບລະດູການ
ເປັນສັນຍານເຕືອນ................ກຸດສົງການມາຮອດແລ້ວ
ຊາວລາວແພວພ້ອມພຳ......... .ກັນສະຫຼອງກຸດສົງການອັນຍິ່ງໃຫຍ່
ປີໃໝ່ລາວມາເຖິງ.................ມວນພີ່ນ້ອງຊື່ນບານໃຈ
ໃບໜ້າອັນຍິ້ມແຍ້ມແຈ່ມໃສ......ຈິດໃຈຂາວຜຸດຜ່ອງ
ປວງປະຊາພີ່ນ້ອງ................ພຽງພ້ອມເຂົ້າຫາກັນ....





ທັງສີສັນໃບຫນ້າ....ອາຈພາກັນຍິ້ມຊື່ນ
ຍາມເຫື່ອໄຫຼຢາດຢ້ອຍ..ຫຼຽວຫານ້ຳອາບບໍ່ມີ ນີ້ຕິເຈົ້າເອີຍ!!


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ
..........



ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ

ກະຊ່າງຖາມນໍເຈົ້າ
ອັນວ່າແນວນາມຂ້ອຍເຄີຍຊວຍມາມາກ
ເພາະຄັນຄາກເຕັ້ນຂ້າມຂາຂ້ອຍແຕ່ມື້ວານ!


555555


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນຄວາມຊວຍນັ້ນ ມັນຊິມີຫຍັງ
ມັນກະແມ່ນສິ່ງທີ່ເຮົາຫວັງ
ແຕ່ບໍ່ໄດ້ດັ່ງໃຈ
ແລ້ວຮ້ອງອອກໄປ ວ່າຊວຍແທ້ເດ່
5555


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ບໍ່ຊ່າງຊິວ່າເອົາຂ້ອຍໃຫ້





ບໍ່ຊ່າງຊິວ່າ ເອົາຂ້ອຍໃຫ້
ບໍ່ຢາກໄດ້ ຮູບຄົນຈັງໄຮມາຮ່ວມ
ເບິ່ງລວມໆດີໆ ປານວ່າຜີໂຕກິນບ້ານ!
ຄາວຫຼັງ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ
..........



ອັນວ່າຄວາມຊວຍນັ້ນ ມັນແມ່ນອິຫຍັງ

ກະຊ່າງຖາມນໍເຈົ້າ
ອັນວ່າແນວນາມຂ້ອຍເຄີຍຊວຍມາມາກ
ເພາະຄັນຄາກເຕັ້ນຂ້າມຂາຂ້ອຍແຕ່ມື້ວານ!


555555




555555 ຫ້າສອກສາມວາ
ໄປນຳຫາຫມູ່ແນວນາມເຊືອ
ສາວຊາວບ້ານແດນດິນເຂດຕ່າງ
ມາຮ່ວມຫ້ອງຫໍແກ້ວຮ່ວມໃຈກັນເດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອັນຄວາມຊວຍນັ້ນ ມັນຊິມີຫຍັງ
ມັນກະແມ່ນສິ່ງທີ່ເຮົາຫວັງ
ແຕ່ບໍ່ໄດ້ດັ່ງໃຈ
ແລ້ວຮ້ອງອອກໄປ ວ່າຊວຍແທ້ເດ່
5555



ແນວວ່າຊວຍໆແທ້ ລົງເຮືອນຫມາກະເຫົ່າ
ຍົກບາດເທົ້າ...ພັດເຫມັນຕື້ງ ເພາະຢຽບຫຍັງ...ໂອຍ ຊວຍແທ້!!


໑ ກະທູ້
໑໙໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Evil ຂຽນວ່າ...
ດອກຄູນບານແຊມຊ້ອນ...........ຕ້ອນຮັບລະດູການ
ເປັນສັນຍານເຕືອນ................ກຸດສົງການມາຮອດແລ້ວ
ຊາວລາວແພວພ້ອມພຳ......... .ກັນສະຫຼອງກຸດສົງການອັນຍິ່ງໃຫຍ່
ປີໃໝ່ລາວມາເຖິງ.................ມວນພີ່ນ້ອງຊື່ນບານໃຈ
ໃບໜ້າອັນຍິ້ມແຍ້ມແຈ່ມໃສ......ຈິດໃຈຂາວຜຸດຜ່ອງ
ປວງປະຊາພີ່ນ້ອງ................ພຽງພ້ອມເຂົ້າຫາກັນ....





ທັງສີສັນໃບຫນ້າ....ອາຈພາກັນຍິ້ມຊື່ນ
ຍາມເຫື່ອໄຫຼຢາດຢ້ອຍ..ຫຼຽວຫານ້ຳອາບບໍ່ມີ ນີ້ຕິເຈົ້າເອີຍ!!


ສັງມາວ່າບໍມີນ້ຳອາບ.....ແມ່ຂອງລາວຍັງບໍ່ຂາດບາງບົກ
ພຽງແຕ່ຫອດເຫືອດແຫ້ງ...ຍາມແລ້ງນ້ຳໃຊ້ກໍບໍ່ມີ
ພໍມາຕົກລະດູຝົນ,,,,,,,,,,,,,ແມ່ຂອງໄຫຼລິນລ່ອງ
ນ້ຳໄຫຼລິນອັ່ງລົ້ນ..............ເຕັມພຽງຝັ່ງກໍ່ມີ............

Evil ໃຈດຽວຫຼາຍຄວາມຄິດ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດເປັນຄົນ ເຮົາຕ້ອງຮູ້
..........


໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ

啤酒...:

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Evil ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Evil ຂຽນວ່າ...
ດອກຄູນບານແຊມຊ້ອນ...........ຕ້ອນຮັບລະດູການ
ເປັນສັນຍານເຕືອນ................ກຸດສົງການມາຮອດແລ້ວ
ຊາວລາວແພວພ້ອມພຳ......... .ກັນສະຫຼອງກຸດສົງການອັນຍິ່ງໃຫຍ່
ປີໃໝ່ລາວມາເຖິງ.................ມວນພີ່ນ້ອງຊື່ນບານໃຈ
ໃບໜ້າອັນຍິ້ມແຍ້ມແຈ່ມໃສ......ຈິດໃຈຂາວຜຸດຜ່ອງ
ປວງປະຊາພີ່ນ້ອງ................ພຽງພ້ອມເຂົ້າຫາກັນ....





ທັງສີສັນໃບຫນ້າ....ອາຈພາກັນຍິ້ມຊື່ນ
ຍາມເຫື່ອໄຫຼຢາດຢ້ອຍ..ຫຼຽວຫານ້ຳອາບບໍ່ມີ ນີ້ຕິເຈົ້າເອີຍ!!


ສັງມາວ່າບໍມີນ້ຳອາບ.....ແມ່ຂອງລາວຍັງບໍ່ຂາດບາງບົກ
ພຽງແຕ່ຫອດເຫືອດແຫ້ງ...ຍາມແລ້ງນ້ຳໃຊ້ກໍບໍ່ມີ
ພໍມາຕົກລະດູຝົນ,,,,,,,,,,,,,ແມ່ຂອງໄຫຼລິນລ່ອງ
ນ້ຳໄຫຼລິນອັ່ງລົ້ນ..............ເຕັມພຽງຝັ່ງກໍ່ມີ............



ກໍຫາກຈິງຄືເວົ້າ.......ຍາມຝົນຢາດຢາຍລົງ
ຍາມແລ້ງແຄງໃຈຄິດ..ວ່າຢາກລອຍລົງຫຼີ້ນ
ໃນວັງກວ້າງ.............ສາຍຂອງຄືແຕ່ເກົ່າ
ເຂົາວ່າມີນ້ຳຕື້ນ........ພຽງຂໍ້ແຂ່ງຂາ...ຫັ້ນເດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ເກີດເປັນຄົນ ເຮົາຕ້ອງຮູ້
..........



ເກີດເປັນຄົນ ເຮົາຕ້ອງຮູ້.....ຫົນທາງແຫ່ງເສຣີ
ຢ່າພຽງເຫັນຮອຍໄຖ........ທີ່ທຸກຄົນນຳກົ້ນ
ຄວາຍສານເຖົ້າ...............ກັດປາຍຫຍ້າອ່ອນ
ຕ້ອງໃສ່ໃຈຮັບຮູ້...............ແນວທ້າງຫວ່າງຊິໄປ...ເຈົ້ານາ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ BeerYakuza ຂຽນວ່າ...




ເຈົ້າຜູ່ມັກຮັກຕ້ອມ....ພາສາຊາດແມ່
ສັງບໍ່ຂຽນຂີດເສັ້ນ...ຄຳຕ້ານແບບລາວ ຊັ້ນນາ?


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫົນທາງ ມີໃຫ້ຍ່າງ ກໍ່ຕ້ອງຍ່າງ
ຫົນທາງ ທີ່ປູຢ່າງ ຍ່ອມສະບາຍ
ແຕ່ຊິຍ່າງ ແນວໃດ ເຖິງທີ່ໝາຍ
.............................


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດເປັນຄົນ ເຮົາຕ້ອງຮູ້ ຈຳເອົາໄວ້
ເຖິງຢ່າງໃດ ກໍ່ຕ້ອງພົບ ປະສົມສີ
ເຖິງວ່າສຸກ ແມ່ນວ່າ ທຸກຈະປານີ
ຈື່ໃຫ້ດີ ສຸກຫຼາຍ ທຸກກໍ່ເພີ່ມຕາມ

ໃນໂລກນີ້ ບໍ່ແມ່ນວ່າ ຈະມີແຕ່ຄຳຫວານ
ຄຳຍາບຊ້າ ນິນທາ ມີທົ່ວໄປ
ເຖິງຢ່າງໃດ ກໍ່ຕ້ອງເຈິ ເປັນທຳມະດາ
ເມື່ອບໍ່ສີ້ນ ກໍ່ຕ້ອງເຈີ ຕະຫຼອດໄປ

ໃນໂລກນີ້ ບໍ່ແມ່ນວ່າ ມີແຕ່ໂຊກລາບ
ເມື່ອມີໂຊກ ໂຊກເຊື່ອມ ຊິໄປໃສ
ສອງສິ່ງນີ້ ກໍ່ຄູ່ກັນ ອີກຫັ້ນແຫຼະ
ຮູ້ເອົາໄວ້ ບໍ່ເສຍຫາຍ ຢ່າງແນ່ນອນ

ສຸດທ້າຍ ອີກສິ່ງໜື່ງ ທີ່ຄວນຄິດ
ມີຍົດສັກ ອຳນາດ ຢ່າງຫຼວງຫຼາຍ
ກໍ່ຈາງຫາຍ ໄປໄດ້ ໃນວັນຕາຍ
ເຖິງສຸດທ້າຍ ບໍ່ເຫຼືອ ອິຫຍັງເລີຍ




໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ຫົນທາງ ມີໃຫ້ຍ່າງ ກໍ່ຕ້ອງຍ່າງ
ຫົນທາງ ທີ່ປູຢ່າງ ຍ່ອມສະບາຍ
ແຕ່ຊິຍ່າງ ແນວໃດ ເຖິງທີ່ໝາຍ
.............................



ແນ່ນອນລະ ທີ່ຕ້ອງຍ່າງຕາມຫົນທາງ
ທັງເສັ້ນປູຢາງ ທັງທາງເຮື້ອ
ໄປນຳທາງທີ່ເຮົາຫວັງວ່າປອດໄພ
ທັງແນ່ໃຈກ່ອນຈະຍ່າງໄປເທິງສາຍທາງນັ້ນ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ເກີດເປັນຄົນ ເຮົາຕ້ອງຮູ້ ຈຳເອົາໄວ້
ເຖິງຢ່າງໃດ ກໍ່ຕ້ອງພົບ ປະສົມສີ
ເຖິງວ່າສຸກ ແມ່ນວ່າ ທຸກຈະປານີ
ຈື່ໃຫ້ດີ ສຸກຫຼາຍ ທຸກກໍ່ເພີ່ມຕາມ

ໃນໂລກນີ້ ບໍ່ແມ່ນວ່າ ຈະມີແຕ່ຄຳຫວານ
ຄຳຍາບຊ້າ ນິນທາ ມີທົ່ວໄປ
ເຖິງຢ່າງໃດ ກໍ່ຕ້ອງເຈິ ເປັນທຳມະດາ
ເມື່ອບໍ່ສີ້ນ ກໍ່ຕ້ອງເຈີ ຕະຫຼອດໄປ

ໃນໂລກນີ້ ບໍ່ແມ່ນວ່າ ມີແຕ່ໂຊກລາບ
ເມື່ອມີໂຊກ ໂຊກເຊື່ອມ ຊິໄປໃສ
ສອງສິ່ງນີ້ ກໍ່ຄູ່ກັນ ອີກຫັ້ນແຫຼະ
ຮູ້ເອົາໄວ້ ບໍ່ເສຍຫາຍ ຢ່າງແນ່ນອນ

ສຸດທ້າຍ ອີກສິ່ງໜື່ງ ທີ່ຄວນຄິດ
ມີຍົດສັກ ອຳນາດ ຢ່າງຫຼວງຫຼາຍ
ກໍ່ຈາງຫາຍ ໄປໄດ້ ໃນວັນຕາຍ
ເຖິງສຸດທ້າຍ ບໍ່ເຫຼືອ ອິຫຍັງເລີຍ





ກະຊ່າງວ່າ!
ບໍ່ມີສິ່ງໃດທີ່ແນ່ວແນ່ຊົ່ວພັນວັດສາ
ເບິ່ງແມຫນ້າຕາທີ່ຂາວຜ່ອງ
ຍັງມີຝ້າມີສິວເຂົ້າຄອບຄອງ
ມີແຕ່ຄົນຈອງຫອງທີ່ຢາກລອງພຈົນ

ກັບຊາຕາວາສນາທີ່ມີໃຫ້
ອາຈພົບຫວັງຄິດວ່າຫວັງນັ້ນແສນຍິ່ງໃຫຍ່
ແຕ່ທີ່ຈິງຄົນທັງຫຼາຍກະຕາຍໄດ້ທັງເຈົ້າທັງຂ້ອຍ...ທຸກຄົນ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມິດຊ້ອຍມ້ອຍປານຫອຍໄຂ້!!
ໃຜໆກະໄປທ່ຽວທາງອື່ນກັນຫມົດ
ຍັງພຽງມົດທີ່ຂົນເມັດນ້ຳຕານທີ່ຕົກເສັຍ
ກັບຊາຍບາງຄົນທີ່ຍັງອອດອ້ອນວອນນຳເມັຍ
ໃຫ້ຊ່ອຍເຄັຍຄາຍຄວາມກົດດັນ....!!!


ໜ້າທີ່ 3 ຈາກທັງໝົດ 17 ໜ້າ <<<12345 ... 1314151617>>>