ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຈົ້າບອກມາ...ແລ້ວຂ້ອຍຊິຂຽນຕໍ່..

ໜ້າທີ່ 4 ຈາກທັງໝົດ 17 ໜ້າ <<<123456 ... 1314151617>>>

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ໊ຍ ແຕ່ງກ່ອນ ບໍເປັນ ຢາກເປັນເດ໊

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ໂອ໊ຍ ແຕ່ງກ່ອນ ບໍເປັນ ຢາກເປັນເດ໊

ໂອ໊ຍ ເຈົ້າຜູ່ຂາວສເມິເຈັ້ຍ.......ສັງມາຈາແບບຕ່າງ
ໂອ໊ຍ ແຕ່ງກ່ອນ ລ້າໆ............ເປັນໄດ້ບໍ່ຍາກເຢັນ.

ຢາກເປັນເດ໊ກະຕ້ອງຈ້ອນ.......ຂຽນຂີດລົງມາ
ຊິຊ່ອຍແປງເຕີມເສີມ............ໃຫ້ຄ່ອງຄືກອນໄວ້
ມັນຫາກໄປຕາມແປ້ວ..........ແປວທາງໄຫຼຫຼ່ອງ
ຫາກວ່າໃຈກ່ຽວຂ້ອງ...........ກອນນັ້ນຫາກເກິດມີ...ໃນໃຈເດ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອດທຽບ........ທ່າມ່ວງເມືອງມຸນ
ລ່ອງເຮືອກາຍ.......ເຂດແຂວງເຫນືອໃຕ້
ເຫັນແຄມນ້ຳ.......ສູງຊັນແດງອ່ຳຖ່ຳ
ແປງປ່ອງນ້ອຍ......ຫານ້ຳລ່ອງບໍ່ມີ....ແທ້ແຫຼ້ວ!

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ໊າາາາາາາາາາາ ແຕ່ງຕໍໄດ້ ເສີຍ ເຮັດໄດ້ຈັງໃດ ນິ
ຊົມເຊີຍເດີ ອ້າຍເທົາ ມື້ໜ້າລະສອນໃຫ້ແດ່

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອນໍ ເຈົ້າຜູ່ຂາວສເມີຝ້າຍ.......ຫິມະຍັງອາຍເຊົ້າຄ່ຳ
ການຕໍ່ຄຳແບບນີ້..................ຢາກສອນເຈົ້າໃຫ້ສ່ອງໃສ ແທ້ດາຍ.

ຫາກວ່າ ``ໄວທ``ຢາກຮູ້.........ບໍ່ຍາກຍິ່ງສັນໃດ
ເກັບເອົາຄຳມາເຕີມ...............ຕໍ່ກັນຄືຝ້າຍ
ດັ່ງແມ່ເຮົາສານສີ້ນ................ໄຫມຄຳໃຫ້ສາວນຸ່ງ
ກອນກໍສານດັ່ງຝ້າຍ...............ໄຫມນັ້ນແຫຼະເອີຍ.

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...

ເຮົາກະຢາກແຕ່ງເປັນສອນເຮົາແນ່ເດີ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...

ຫາກວ່າສົນໃຈກະລອງເຂົ້າໄປເບິ່ງໃນກຸ່ມກະວີຫັ້ນເບິ່ງກ່ອນ ໃນຫັ້ນມີໃຜບອກວິທີຂຽນໄວ້ແລ້ວ ໃນເຣື້ອງການແຕ່ງກອນ ຫາກວ່າຍັງມີຫຍັງຂ້ອງໃຈແລ້ວມາເວົ້າກັນຕື່ມ!

ເຂົ້າໄປບົດ``ຮຽນຂຽນກອນ ``ຫັ້ນ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍຄົນຫວັງຢາກຮູ້....ວິທີແຫ່ງການຂຽນ
ກາບກອນໂຄງຄຳແພງ...ແຕ່ງກັນມາກ້ຽວ
ເປັນຂະບວນຊວນຮູ້......ຂຽນກັນວາດຄ່ອງ
ເພື່ອເອົາໄປອອດອ້ອນ....ຜຍາກ້ຽວກ່ອມນາງ.

໒໑ ກະທູ້
໓໙໒ ໂພສ
ຊຳນານການເວັບບອດ
ໂອຍຢາກກິນເບຍ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
เว้าลาว แปลาวไห่ม แด่

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ neda ຂຽນວ່າ...
ໂອຍຢາກກິນເບຍ

ເຈົ້າຜູ່ຍັງຫນຸ່ມນ້ອຍ........ຢ່າຫຼົງເຄີບນຳສັງຄົມ
ເຫິ່ເຫິມກັນນຳສໄຫມ.....ໂອຍຢາກກິນເບັຍເຈົ້າ
ມັນທັງດີທັງຮ້າຍ............ເບັຍໃດກະສ່າງ
ຫາກບໍ່ຮູ້ຂອບຂັ້ນ...........ຍາມນັ້ນຫາກຊິເສັຍ..ຫົວແລ້ວ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
เว้าลาว แปลาวไห่ม แด่

ທ່ານkeng652ຫັ້ນ......ມາສົງສັຍພາສາຊາດ
ຜິດບ່ອນໃດບອກຂ້ອຍ..ມາໃຫ້ປ່ຽນແປງ.

ຂ້ອຍເວົ້າຄວາມລາວຂ້ອຍ......ທີ່ພໍ່ແມ່ສອນມາ
ທັງການຂຽນພຽນຕິດ..........ສືບມາແຕ່ປາງກີ້
ຫາກວ່າມີຄຳໃດນັ້ນ............ຕ້ອງແປລາວກໍບອກກ່າວ..ມາຕິ!
ຊິໄດ້ຫາຊອກຄົ້ນ...............ມາເວົ້າສູ່ກັນ.

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
เว้าลาว แปลาวไห่ม แด่

ທ່ານkeng652ຫັ້ນ......ມາສົງສັຍພາສາຊາດ
ຜິດບ່ອນໃດບອກຂ້ອຍ..ມາໃຫ້ປ່ຽນແປງ.

ຂ້ອຍເວົ້າຄວາມລາວຂ້ອຍ......ທີ່ພໍ່ແມ່ສອນມາ
ທັງການຂຽນພຽນຕິດ..........ສືບມາແຕ່ປາງກີ້
ຫາກວ່າມີຄຳໃດນັ້ນ............ຕ້ອງແປລາວກໍບອກກ່າວ..ມາຕິ!
ຊິໄດ້ຫາຊອກຄົ້ນ...............ມາເວົ້າສູ່ກັນ.

ສົມແນ່ ຖຶກ ລູງເທົາສັບ ນະ ເຈັບ ຄັກ ຂະໜາດ

ຢ່າວ່າຈັ່ງຊັ້ນມັນບໍ່ງາມ!
ລອງຟັງເພັງນີ້ ໃຫ້ມ່ວນໃຈ!!
http://www.youtube.com/watch?v=uQBerU4n5xk

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມບໍງາມບ່ອນໃດ ໃຫ້ອ້າຍເວົ້າ
ຖະແຫຼງກ່າວ ອອກມາ ເອີຍວາຈາຈາກໃຈຈິງ .............. ຈົບແລ້ວ ຄິດບໍອອກ ຕໍໃຫ້ແດ່ເດີ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ງາມບໍງາມບ່ອນໃດ ໃຫ້ອ້າຍເວົ້າ
ຖະແຫຼງກ່າວ ອອກມາ ເອີຍວາຈາຈາກໃຈຈິງ .............. ຈົບແລ້ວ ຄິດບໍອອກ ຕໍໃຫ້ແດ່ເດີ

ງາມບໍງາມບ່ອນໃດ ໃຫ້ອ້າຍເວົ້າ ເຜິຍປະໂຫຍກມາດອມ ຮຽມຫນາ
ຢ່າຊິອຳຄຳຂົມ..........ປ່ອຍປະຂັງໄວ້
ຖະແຫຼງເປັນຖ້ອຍ ວາຈາອອກມາກ່າວ
ເອິ່ຍຈາກໃຈເຈົ້າແທ້.........ເປັນຄຳກ້ຽງກ່າຍດາຍ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນວົງສຸຣາກະຍັງມີ ຄົນຮ້ອງລຳທຳເພັງ, ບາດໃນວົງກອນນີ້ ຫາຄົນຂຽນຍາກແທ້!!
ສົງໄສພາກັນໄປກິນຫອຍແຄງຫຼືປາບູ່ກັນຫມົດແລ້ວບໍ່ນີ້?!

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ອົດສາເຂົ້າ........... ມາຈອບເບິງກ່ອນລູງເທົາກ່າວ
ແນ໊ ຄິດບໍອອກ ອີກແລ້ວ ຂື້ນຫ້ອງສອນກ່ອນ ລະຈັງຊິມາຕໍ່ເດີ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ມື້ນີ້ອົດສາເຂົ້າ........... ມາຈອບເບິງກ່ອນລູງເທົາກ່າວ
ແນ໊ ຄິດບໍອອກ ອີກແລ້ວ ຂື້ນຫ້ອງສອນກ່ອນ ລະຈັງຊິມາຕໍ່ເດີ

ມື້ນີ້ອົດສາເຂົ້າ...........ມາຢາມຖາມຂ່າວ
ມາຈອບເບິງກ່ອນລູງເທົາ..........................ຊິຂີດຂຽນຫຍັງໄວ້
ເປັນຄຳຫ້ອຍ.......................................ແນວເລົາເຄີຍກ່າວ
ເຜົ່າລາວໃດກະອ່ານໄດ້.........................ເປັນຖ້ອຍອິ່ນຕອງ.

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ເຂົ້າມາ ຢ້ຽມຢາມຖາມຂ່າວ
ອ່າວເຮົາເປັນຈັງໃດ ສຸກສັນຢູ່ບໍ່

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນີ້ເຂົ້າມາ ຢ້ຽມຢາມຖາມຂ່າວ
ອ່າວເຮົາເປັນຈັງໃດ ສຸກສັນຢູ່ບໍ່

ບໍ່ສຸກສັນປານໃດ ໃນໃຈມັນສຸມຊວງ
ຍ້ອຍັງຮັກ ແລະເປັນຫ່ວງ ນ້ອງນາງ
ຜູ້ທີ່ເຄີຍຢູ່ຂ້າງ ຕອນນິພັດຫ່າງໄກ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ແຕ່ງໄປໄດ້ຈັ່ງໄດ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນີ້ເຂົ້າມາ ຢ້ຽມຢາມຖາມຂ່າວ
ອ່າວເຮົາເປັນຈັງໃດ ສຸກສັນຢູ່ບໍ່

ຄິດວ່າໃນມື້ນີ້.......ເປັນຍາມດີກະວີຄ່ອງ
ຂໍໃຫ້ຂຽນຂີດຂໍ້....ໄຂຕ້ານໄດ້ດັ່ງໃຈ ຜູ່ຂ້າເນິ.

ຫຼານວິເອສມາຢາມຢ້ຽມ.....ຂານໄຂຄຳຕໍ່
ຖາມຂ່າວຄາວທຸກຮ້ອນ.......ອາວນີ້ຢູ່ສະບາຍ ແທ້ຫຼານເອິຍ.

ທັງຈິດໃຈກໍປອດແຈ້ງ..........ດວງດາວບໍ່ເຮຶອງທໍ່
ມີຫມູ່ພາຍໍຈອກນ້ອຍ...........ຊູມເພັ້ຍແຈ່ວມົດແດງ ຫຼານເອີຍ.

ຈັ່ງແມ່ນດີໃຈກະດໍ້.............ພໍໆປານໄດ້ຮັບໂຊກ
ວາສນາບໍ່ຮົກປານ.............ປ່າແຖວຊາຍແດນພຸ້ນ
ກາງແກບິນຜ້າຍ...............ຫາກົກຍາງຢາກຜັກຜ່ອນ
ສຸດສາຍຕາກະບໍ່ແຕ້ມ........ເຫັນໄດ້ບ່ອນພັກເຊົາ.

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນີ້ເຂົ້າມາ ຢ້ຽມຢາມຖາມຂ່າວ
ອ່າວເຮົາເປັນຈັງໃດ ສຸກສັນຢູ່ບໍ່

ຄິດວ່າໃນມື້ນີ້.......ເປັນຍາມດີກະວີຄ່ອງ
ຂໍໃຫ້ຂຽນຂີດຂໍ້....ໄຂຕ້ານໄດ້ດັ່ງໃຈ ຜູ່ຂ້າເນິ.

ຫຼານວິເອສມາຢາມຢ້ຽມ.....ຂານໄຂຄຳຕໍ່
ຖາມຂ່າວຄາວທຸກຮ້ອນ.......ອາວນີ້ຢູ່ສະບາຍ ແທ້ຫຼານເອິຍ.

ທັງຈິດໃຈກໍປອດແຈ້ງ..........ດວງດາວບໍ່ເຮຶອງທໍ່
ມີຫມູ່ພຍໍຈອກນ້ອຍ...........ຊູມເພັ້ຍແຈ່ວມົດແດງ ຫຼານເອີຍ.

ຈັ່ງແມ່ນດີໃຈກະດໍ້.............ພໍໆປານໄດ້ຮັບໂຊກ
ວາສນາບໍ່ຮົກປານ.............ປ່າແຖວຊາຍແດນພຸ້ນ
ກາງແກບິນຜ້າຍ...............ຫາກົກຍາງຢາກຜັກຜ່ອນ
ສຸດສາຍຕາກະບໍ່ແຕ້ມ........ເຫັນໄດ້ບ່ອນພັກເຊົາ.

ສຸດຍອດລູງເທົາ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນີ້ເຂົ້າມາ ຢ້ຽມຢາມຖາມຂ່າວ
ອ່າວເຮົາເປັນຈັງໃດ ສຸກສັນຢູ່ບໍ່

ບໍ່ສຸກສັນປານໃດ ໃນໃຈມັນສຸມຊວງ
ຍ້ອຍັງຮັກ ແລະເປັນຫ່ວງ ນ້ອງນາງ
ຜູ້ທີ່ເຄີຍຢູ່ຂ້າງ ຕອນນິພັດຫ່າງໄກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ມື້ນີ້ເຂົ້າມາ ຢ້ຽມຢາມຖາມຂ່າວ
ອ່າວເຮົາເປັນຈັງໃດ ສຸກສັນຢູ່ບໍ່

ບໍ່ສຸກສັນປານໃດ ໃນໃຈມັນສຸມຊວງ
ຍ້ອຍັງຮັກ ແລະເປັນຫ່ວງ ນ້ອງນາງ
ຜູ້ທີ່ເຄີຍຢູ່ຂ້າງ ຕອນນິພັດຫ່າງໄກ

ເຮໆໆ!
ເຫັນແລ້ວວ່າ ການຮຽນມັນບໍ່ແລ່ນເຂົ້າປ່າຄືຫມາຈອກ!!
ເອົາຕໍ່ໄປ!!
ສຫນັບສຫນຸນຢ່າງສຸດໃຈ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ບໍ່ຮູ້ແຕ່ງໄປໄດ້ຈັ່ງໄດ

ຄິດວ່າເປັນກອນແບບທີ່ເພິ່ນພາແຕ່ງເພັງຫັ້ນຕິແບບນີ້!
ແບບນີ້ກະດີ ມັນພາຝຶກຝົນສຫມອງໃຫ້ເກັບກຳຖ້ອຍຄຳມາກ້ຽວມາກອດເຂົ້າກັນ ອາຈເປັນຄຳຮ້ອຍແກ້ວ..
ສູ້ເຂົາ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ບໍ່ຮູ້ແຕ່ງໄປໄດ້ຈັ່ງໄດ

ຄິດວ່າເປັນກອນແບບທີ່ເພິ່ນພາແຕ່ງເພັງຫັ້ນຕິແບບນີ້!
ແບບນີ້ກະດີ ມັນພາຝຶກຝົນສຫມອງໃຫ້ເກັບກຳຖ້ອຍຄຳມາກ້ຽວມາກອດເຂົ້າກັນ ອາຈເປັນຄຳຮ້ອຍແກ້ວ..
ສູ້ເຂົາ!!

ເອົາແບບຂຽນມາໃຫ້.

ກາງ ເອກ ໂທ.......ກາງ ເອກ ກາງ ກາງ
ກາງ ກາງ ກາງ.....ເອກ ກາງ ກາງ ໂທ
ກາງ ເອກ ໂທ.......ກາງ ກາງ ກາງ ເອກ
ກາງ ເອກ ໂທ.......ກາງ ໂທ ເອກ ກາງ

ໂຕຢ່າງທີ່ ຍາກແນ່.

ສາວຄົນໂກ້..........ອວດໂຕເຫຼຶອເຫດ
ເຮັດປານເຫັດ......ປວກໂພນສາວເອ້
ຊາຍຊົມໄດ້.........ຫາກວາງເງິນສາກ່ອນ
ເຫັດປວກນັ້ນ.......ກະຈ່າຍໃຫ້ຜູ່ຂາຍ.

ກະໃຫ້ ເກີ້ເບິ່ງຕາມນີ້ແຫຼະ!

ຊິພະຍາຍາມສຸດຄວາມສາມາດລຸງເອີ້ຍ ຄັນສິເຮັດໄດ້ ແຮະແຮະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ກອນກາບນີ້ ຕໍ່ໄວ້ໃຫ້ອ່ານ
ເຖິງຈະບໍ່ຊຳນານ ແຕ່ກໍ່ພະຍາຍາມຂຽນ
ເພາະກະທູ້ນີ້ ໃຜໆກໍ່ຕໍ່ກ່ອນເກັ່ງ
ອ່ານແລ້ວອ່ອນຊອນ ຢາກຈະຂຽນລອງຈັກບາດ
ແຕ່ມື້ນີ້ພຽງພໍເທົ່ານີ້ກ່ອນ ໄວ້ລະຈະມາຕໍ່ອີກເດີ້........ .^ ^.

ໜ້າທີ່ 4 ຈາກທັງໝົດ 17 ໜ້າ <<<123456 ... 1314151617>>>