ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຫັນແວດວົງແຫ່ງສາຕ-......ສີລປ໌ໜອງ ສາວໃດຄິດຢາກລອງ..........ສີລປ໌ສ້າງ ສັນເສກເປັນຫໍຫ້ອງ............ກອນກາພຍ໌ ຮຽງຊາບລາບເອກອ້າງ.......ກອນຮ້ອຍກ່ອມກັນ!!! ແຕ່ວ່າເວທີ່ຂ້ອຍ.............ຫງອຍເຫງົາ ຫາມີໃຜແວະເຊົາ.......... ອ່ານບັ້ນ ບົທກອນກາພຍ໌ຊຶມເສົ້າ.....ແສນໝ່າຍ ອາຍໃຈຕົນທີ່ປັ້ນ............ເປັນມົ້ງວາທສີລປ໌.... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ລືມໆໄລຮ່ອງນ້ຳ....ທາຣທ່ອງທຽວໄຫຼ ມັນເຫືອດຫາຍແປໄປ....ສູ່ດາວະດິງຟ້າ ນ້ຳທີ່ເຄີຍໄຫຼກ້ຽວ........ດອນແດງໂຂງຂອດ ໄຫຼຈອດໆປານຮ່ອງນ້ອຍ...ຂອງຂ້ອຍສິຂາດວັງ...ແທ້ແຫຼ້ວ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຫຼຽວເບິ່ງດາວດາດຟ້າ.....................ສັງມົວມືດອັບແສງ ອັນວ່າເດືອນດາວຫາຍ....................ບໍ່ຄູ່ຄຽງບົນຟ້າ ປ່ອຍໃຫ້ສາຍຕາຈ້ອງ......................ມອງເດືອນດາວຢ່າງລ້າຫຼ່ອຍ ເໜືອນດັ່ງຕົວກະຕ່າຍນ້ອຍ................ທີ່ຄອຍຈ້ອງສ່ອງພະຈັນ ນັ້ນແລ້ວ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄິດຮອດ
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Mona ຂຽນວ່າ... ຄິດຮອດຄິດຮອດເຈົ້າທຸກວິນາທີ ແຕ່ບໍ່ມີນາທີໃດໄດ້ຢູ່ລ້າ ຄິດເຫັນໝ້າ ຮອຍຍິ້ມທີ່ເຄີຍຍິ້ມມາ ຢາກບອກໄປນຳລົມນຳຟ້າວ່າຄິດເຖິງ.ຄິດເຖິງ... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ... ຫຼຽວເບິ່ງດາວດາດຟ້າ.....................ສັງມົວມືດອັບແສງອັນວ່າເດືອນດາວຫາຍ....................ບໍ່ຄູ່ຄຽງບົນຟ້າ ປ່ອຍໃຫ້ສາຍຕາຈ້ອງ......................ມອງເດືອນດາວຢ່າງລ້າຫຼ່ອຍ ເໜືອນດັ່ງຕົວກະຕ່າຍນ້ອຍ................ທີ່ຄອຍຈ້ອງສ່ອງພະຈັນ ນັ້ນແລ້ວ ເປັນກອນທີ່ປະທັບໃຈ!!! ແຕ່ຍາມເຈົ້າຫຼຽວເຫັນດາວດາດຟ້າ....ໝ້າຂ້ອຍປານຖືກລົນ ແມ່ນດາວໃສແສນເຢັນ....ສ່ອງບໍ່ເຫັນໃຈນີ້ ມັນມືດມົນມົວກູ້ມ.....ເມຄາສູມໂຫມຕ່າວ ດາວແລະເດືອນຟັ່ງຟ້າວ...ຫາລີ້ຫຼີກແສງ-ຕາທີ່ຈ້ອງຫັ້ນ!!! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເພີ່ນວ່າ:``ກາຢາກກິນກ້ວຍ ມັນຍັງກັດກົ້ນກ່ອນ ບາດເຖົ້າຫົວງູຢາກຢອກນ້ອງ ສັງມາຄວ້າໃສ່ແຕ່ຫ... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເບີ່ງໄວ້ແມສາຍນ້ຳ......ລຳຂອງກວ້າງໃຫຍ່ ເບີ່ງໄວ້ຕິໄຫຫິນ........ກ່ອນມັນຊິຜັນຍ້າຍ ເບິ່ງໄວ້ແມ່ຫຼີ່ຕ້ອນ......ດອນໂຂງນ້ຳຕົກຕາດ ເບີ່ງໄວ້ເດິໜູ່ເຈົ້າກ່ອນມັນເສົ້າສ້ຽງສູນ... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອັນວ່າ: ຄົນຢູ່ໃນໂລກນີ້........................ດີຊົ່ວກໍ່ມີຫຼາຍ ຫຼົງໄຫຼລືມໄລປະ.................................ຮີດປະເພນີເຄົ້າ ໄປນິຍົມເຂົາພຸ້ນ..................................ແນວຜິດຄອງຂອງພໍ່ແມ່ ບອກກັນແດ່ເດີ້ພີ່ນ້ອງ...........................ຢ່າໄປຍ້ອງຍົກແຕ່ເຂົາ........ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ vixayalath ຂຽນວ່າ... ອັນວ່າ: ຄົນຢູ່ໃນໂລກນີ້........................ດີຊົ່ວກໍ່ມີຫຼາຍຫຼົງໄຫຼລືມໄລປະ.................................ຮີດປະເພນີເຄົ້າ ໄປນິຍົມເຂົາພຸ້ນ..................................ແນວຜິດຄອງຂອງພໍ່ແມ່ ບອກກັນແດ່ເດີ້ພີ່ນ້ອງ...........................ຢ່າໄປຍ້ອງຍົກແຕ່ເຂົາ........ ຍິນໆສຽງຕ່າວອື້ງ........ອວນກ່າວຄຳຂົມ ໃຜກໍຊົມໃຈມັກ...........ຮັກຫອມເມືອງບ້ານ ແຕ່ວ່າຫານຈາເວົ້າ.......ແນວໃດເກີນເພີ່ນ ແນວເພີ່ນເໜົາຮັກໄວ້....ດາຍແລ້ງຜູ່ດຽວ ຕົກລົງການງານບ້ານ.....ປະຊາຣາສໃຜຂືນ ດັ່ງ ໂຮຈິມິນມາຢືນຢູ່ກາງສວັນຫັນ ບາດເຊື້ອສາຍລາວແລ້ວ...ແມ່ນມີຄຸກແກ່ປະເທດ ກໍບໍ່ເຫັນຮອດກົ້ນ.........ວົງເຈົ້າແຫງລາວ...ລ້ານຊ້າງແລ ກັບໄປເຫັນສ່ຽວເຄົ້າ.....ທີພາກັນກິນຊາດ ກິນໆດິນດອນອັດ........ປາກປະຊາແສນເອົ້າ ກ່າວຄຳໃດຜິດເຈົ້າ.....ນາຍເໜືອຫົວພັກໃຫຍ່ ໄລ່ປະຊາເຂົ້າຖ້ຳ.........ເອົາແກວເພື້ອນເຂົ້າເມືອງ.... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໜ້ານີ້ໜ້າໜາວ.... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ໜ້ານີ້ໜ້າໜາວ....ຫາກໜ້ານີ້ໜ້າໜາວ.....ຮີບຫາສາວມາໄວ້ກອດ ຢ່າໄດ້ແຕ່ນອນພ່ຳພອດ....ຫາເມັຍຊ້ອນກ່ອນແຫຼະດີ ຫາກແມ່ນໜາວເຫຼືອກະດໍ້....ມັນຄົງງໍຫົດຫູ່ ຢູ່ໃນຖ້ຳດັ່ງເກົ່າກີ້........ໜີຊົ້ນຫຼີກໂບມ... ຮິໆໆໆ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ໜ້ານີ້ໜ້າໜາວ....ຫາກໜ້ານີ້ໜ້າໜາວ.....ຮີບຫາສາວມາໄວ້ກອດ ຢ່າໄດ້ແຕ່ນອນພ່ຳພອດ....ຫາເມັຍຊ້ອນກ່ອນແຫຼະດີ ຫາກແມ່ນໜາວເຫຼືອກະດໍ້....ມັນຄົງງໍຫົດຫູ່ ຢູ່ໃນຖ້ຳດັ່ງເກົ່າກີ້........ໜີຊົ້ນຫຼີກໂບມ... ຮິໆໆໆ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ໜ້ານີ້ໜ້າໜາວ....ຫາກໜ້ານີ້ໜ້າໜາວ.....ຮີບຫາສາວມາໄວ້ກອດ ຢ່າໄດ້ແຕ່ນອນພ່ຳພອດ....ຫາເມັຍຊ້ອນກ່ອນແຫຼະດີ ຫາກແມ່ນໜາວເຫຼືອກະດໍ້....ມັນຄົງງໍຫົດຫູ່ ຢູ່ໃນຖ້ຳດັ່ງເກົ່າກີ້........ໜີຊົ້ນຫຼີກໂບມ... ຮິໆໆໆ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເຫັນນ້ອງນ້່ງເສົ້າສ່ວນບັກອ້າຍສົມນໍ້າໜ້າ..... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ເຫັນນ້ອງນ້່ງເສົ້າສ່ວນບັກອ້າຍສົມນໍ້າໜ້າ.....ຍາມເຫັນນ້ອງນັ່ງເສົ້າຄືດເອົາວ່ານາງແສດງ ແກ້ງອໍເຊາະໃຫ້ຊາຍຫຼົງອ່ອນໃຈປານຜັກໜື້ງ ຈື່ງຄິດເຫັນທາງແກ້ງ ນວນແພງເລີຍແກ້ງຕອບ ສົມນ້ຳໜ້າຕອບໃຫ້ຄືນໄດ້ດັ່ງກັນ;;;ຫັ້ນແຫຼ້ວເດິ!! ຮິໆໆໆ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄິດຮອດແມ່... |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ໄປກິນເບຍບໍ່ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Monoy ຂຽນວ່າ... ຄິດຮອດແມ່...ອ໋ອຍນໍ! ໃຫຍ່ປານນີ້ໜີຈາກແມ່ພຽງຄືນ ແຟນບໍ່ມາຢາມເຢືອນສອດສາຍກໍສຸດສ້ອຍ ກະພອຍຄິດເຫັນແຕ່ໜ້າອີ່ແມ່ແພງເຫຼືອວ່າ ຢາກມານັ່ງຕ່ຳຝາຍແພສີ້ນຢູ່ນຳ..ອີ່ແມ່ເດ! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ໄປກິນເບຍບໍ່ເລີກວຽກແລ້ວມານັ່ງນຳກັນບໍນາງ ມາຊີມເບັຍຮິ່ນກັນຈັກແກ້ວ ຫາກວ່າໂສທະນາຂື້ນເອົາກັນສາມເທື່ອ ເບັຍໜື່ງແກ້ວ...ຫຼື...ໜື່ງຄືນ... ຮິໆໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
Em yeu Anh Mai mai ^^ .. ( tor hai dae der )
<img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/k.gif" /><img alt="http://punlao.com" src="http://punlao.com/glittergenerator/tipos/7/u.gif" /><br><a href="http://punlao.com"><b>http://punlao.com</b></a>
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເປັນຕາມ່ວນຢູ່ໃດເນາະ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bayta ຂຽນວ່າ... Em yeu Anh Mai mai ^^ .. ( tor hai dae der )Em yeu Anh Mai mai ຫາໄດ້ມາ ງາມບໍລະຄົນດີ ຫາກພໍໃຈຖືກໃຈມັກອີ່ຫຼີ ຄິດວ່າຄົງຂື້ນດີກຣີ...ໂກ້ໆ. |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ... ເປັນຕາມ່ວນຢູ່ໃດເນາະເປັນຕາມ່ວນຢູ່ໃດເນາະໄປຕາດລໍສາຣະວັນ ເຂົາຫາກພາກັນຢ້ອນກ້ຽວໜ່ຽວແຂນ ກິ່ນກະແຟແຜ່ທົ່ວຍາມເຊົ້ານັ້ນ ພາຕື່ນຈາກຝັນອັນອັມມະຕະ!!! |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເບຍເອີຍເບຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ເບຍເອີຍເບຍເບັຍເອີຍເບັຍເມັຍເຮົາກະມັກ ລັກແຊ່ໄວ້ໃນລີ້ນຊັກຕູ້ເຢັນເປັນຫ້າ ບາດກັບວຽກມາອີ່ແມ່ຍອດຍິງນອນຫງາຍ ອ້ອມແອ້ມແກ້ວເປົ່າຢັງຢາຍ..ແຕ່ໃນຕູ້ແກ້ວຫາຍເໝິດຈ້ອຍ!!! |
|
ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ຄືນວັນນັ້ນ................ຟາ້ແຈ່ມແສງໃສ ຍ້ອນບັ້ງໄຟຫຼາຍດວງ...ຈູດກັນຫຼາຍຂັ້ນ ເປັນພັນໆຍິງຂື້ນ..........ປານເສີກແຕກຕື່ນ ພາກັນມ່ວນຊື່ນຊ້ອຍ....ທ້ອງຫຼານນ້ອຍຫອດຫີວ! ພາກັນຢືມກອບກູ້........ເງິນໝູ່ມາສລອງ ຊື້ດອກໄຟຫຼາຍແສນ...ເສບສົມວ່າສຸດຊື້ງ ໃນນະພາແສງເຫຼື້ອມ...ໂອະໂອຍແສນສງ່າ ຈາກຟ້າຝົນຮ່າຂີ້ມື້.......ໂຮຍໃຫ້ໃສ່ຫົວ.... ທຸກທົ່ວຄົນໃນຄ້າຍ......ໄດ້ຮັບສເມີກັນ ເປັນເຖົ່າພັນເງິນຕຣາ....ຕ່າງຢືມມາຈູດ ຈູດກັນຖິ້ມ..................ເງິນຢືມແຈກຈ່າຍ ໃຜກະໄດ້ແຕ່ໜີ້...........ເມື່ອໄວ້ໃສ່ຫົວ!!!! ແຮໆໆ. |
|
ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ຮຽມນີ້...ມາແວ່ຢ້ຽມ ທ່ອງເວບພັນລາວ ຢາກຖາມຂ່າວຄາວຫາ ເພື່ອນພົງພັນເຊື້ອ ເມືອທາງໃດຫມົດດຽວນີ້ ຄືບໍ່ເຫັນມີ ມິດຈີ່ລີ້ ຫລື ຫນີໄປລັກລີ້ ທາງກ້ຳຖີ່ນໃດ ເດນໍ!
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ພວກເພິ່ນໄປເລາະຫລິ້ນ ແຖວຖິ່ນເຟສບຸກ ຄົງສະໜຸກສະໜານຫລາຍ ຈຶ່ງເລົ່າລືມພັນລາວຈ້ອຍ ຍັງເຫລືອແຕ່ຕົວຂ້ອຍ ຄອຍມາຢ້ຽມແວ່ ມາລໍ່າແລໝູ່ເຈົ້າ ມາເຂົ້າຕໍ່ກອນ ຢູ່ເດີ
ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.
|
|
ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ບໍ່ມີໃຜຕ່າວຢ້ອນ ມາຮ່ວມວົງກອນ ເລີຍນໍ ໄປສະອອນເຟສບຸກ ທຸກພັນລາວແລ້ວ ບໍ່ມີຄົນແຊວຮ້ອງ ເໝືອນຄາວຄັ້ງເກົ່າ ຄິດຮອດເດໝູ່ເຈົ້າ ແຟນກີ້ເກົ່າຫລັງ ຮຽມເອີຍ
ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.
|