ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກມີລູກກ່ອນແຕ່ງ (ຊ່ວຍອອກຄຳເຫັນ)

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານເນື້ອໃນກ່ອນແລ້ວຈັ່ງຕອບ!!!!! ວັນແຕ່ງງານຄືວັນທີ່ສຳຄັນທີ່ສຸດວັນໜຶ່ງຂອງທຸກຄົນ ແຕ່ວ່າເຮົາຢາກແຕ່ງງານແຕ່ຢາກໃຫ້ມີລູກເຂົ້າຮ່ວມງານນຳ ເພື່ອຈະໄດ້ຢູ່ຄົບໜ້າຄົບຕາພໍ່ແມ່ລູກ.. ໝູ່ເພື່ອນຄິດແນວໃດຖ້າເຮົາຈະໄປຂໍສາວຕາມຮີດຄອງປະເພນີ ເສຍຄ່າດອງ ແລະ ຈົດທະບຽນສົມຣົດຮຽບຮ້ອຍຖືກຕ້ອງຕາມກົດໝາຍ.. ແຕ່ຈະມາແຕ່ງງານ ພາຍຫລັງທີ່ມີລູກແລ້ວ?? ເຫັນດີ ຫລື ບໍ່ເຫັນດີ ຫລື ມີຄວາມຄິດຈັ່ງໃດ ກໍ່ຂຽນບອກກັນເດີ່.. ຂໍຂອບໃຈທຸກຄົນ!!! ສາມຄຳເຫັນທີ່ຕອບມີສາລະ ແລະ ຕອບຖືກໃຈຄົນໃຈດີ(ສະເພາະສະມາຊິກກຸ່ມຮັກດຽວໃຈດຽວ) ຮັບໄປເລີຍເສື້ອຍືດກຸ່ມຮັກດຽວໃຈດຽວ 1 ຜືນ

<-----ຄົນໃຈດີແຟນຄລັບ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຄັນຕາມປະເພນີລາວເຮົາກໍ່ຄວນຜູກຂໍຕໍ່ແຂນແຕ່ງງານໃຫ້ມັນຈົບສາກ່ອນຈັງສາມາດມີລູກມີເຕົານຳກັນໄດ້ຫ້ານລະ
ແຕ່ສະໄມຍຸກປະຈຸບັນມັນກາຍປີ2000ລະ(ແຕ່ກີ້ກໍ່ມີ) ລາວເຮົາປ່ຽນໄປແລະນິຍົມກະແສຂອງທິດຕາເວັນຕົກຫລາຍ
ເຮັດໃຫ້ຫລາຍຄົນກໍ່ເອົາລູກກັນກ່ອນຈັງແຕ່ງ ແລະກໍ່ສຶບເນື່ອງກັນມາໆໆໆໆ (ບໍ່ແຕ່ງເອົາກັນເລີຍກໍ່ມີ)
ແຕ່ຄິດໄປໃນຫລາຍໆແບບຈັງໃດມັນກໍ່ໄດ້ຄືກັນໝົດ ຂື້ນກັບສິເອົາໄວ້ຫລືຊ້າ ຫລືຖ້າກັນຈັງໃດກະໄດ້ກັນຄືເກົ່າ ທຳນ່ອງນີ້ລະ ພຽງແຕ່ຂື້ນນຳຄ່ານິຍົມຂອງແຕ່ລະຄົນວ່າຈະສົມຄວນແລະຕາມຄວາມຕ້ອງການຂອງແຕ່ລະບຸກຄົນ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ບໍ່ຜິດດອກເດີ້ ຄົນໃຈດີເອີ້ຍ ເອົາກ່ອນຈັງແຕ່ງຫລືແຕ່ງກ່ອນຈັງເອົາກໍ່ໄດ້ຄືກັນລະນະ
ອິອິອິ ບໍ່ໄດ້ສົ່ງເສີມໄດ໋ ຄັນເຮົາໝັ້ນໃຈກັນ ພໍ່ແມ່ພີ່ນ້ອງພ້ອມໃຈກໍ່ບໍ່ມີບັນຫາຫຍັງດອກນໍ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເຮົາກະຢາກເອົາກ່ອນແຕ່ງຄືກັນ ຈຶ່ງເສຍຄ່າດອງໜອ້ຍ ອິອິອິ


M99NOY

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ດີທີ່ສຸດ! ເພາະລູກຈະໄດ້ກິນດອງຂອງພໍ່ແລະແມ່. ການຈະໄດ້ແຕ່ງດອງຫຼືບໍ່ນັ້ນບໍ່ໄດ້ໝາຍຄວາມວ່າເຮົາບໍ່ສາມາດຢູ່ນຳກັນໄດ້. ໃນກໍລະນີຫາກທັງສອງຄົນຫາກຮັກກັນດ້ວຍຄວາມຈິງໃຈກໍ່ສາມາດຢູ່ນຳກັນໄດ້ໂດຍການຜູກຂໍ່ຕໍ່ແຂນແບບນ້ອຍໆກໍ່ໄດ້. ບໍ່ຈຳເປັນຈະເຮັດຍິ່ງໃຫຍ່ນີ້ນາ. ສຳຄັນໃນເມື່ອຢູ່ນຳກັນແລ້ວຈະສ້າງຄອບຄົວໄປໃນທາງໃດ ຫາກຮ່ວມກັນຄ້າຂາຍແລະສ້າງຮັ່ງຄູນມີໄດ້ກໍ່ເປັນອັນຈົບ. ຖ້າຢູ່ນຳກັນແລ້ວຫາກບໍ່ສ້າງບໍ່ສາຫຍັງກໍ່ບໍ່ມີຄວາມໝາຍ. ເຄີຍເຫັນມາແລ້ວແຕ່ງງານດ້ວຍຄ່າດອງ ໑໐໐ລ້ານຢູ່ນຳກັນ ໓ ມື້ ກໍ່ຍັງມີ, ແນວນນີ້ມີຄວາມໝາຍຫຍັງລະ?


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນດີນຳຢູ່ ເພາະວ່າການທີ່ມີພໍ່ແມ່ລູກຢູ່ຄົບໜ້າກັນໃນວັນທີ່ສຳຄັນທີ່ສຸດແມ່ນຈະເຮັດໃຫ້ເຮົາມີຄວາມສຸກແລະຄວາມຊົງຈຳດີໆຕະຫຼອດໄປ


໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຕ້ອງໄດ້ປຶກສາກັບພໍ່ມັນກ່ອນ ຮະໆໆໆໆ

There's a thin line between Life and Death, I wish for a Miracle to happen...

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຊິເປັນຫຍັງຖ້າເຈົ້າບໍ່ຄ້ານເຮັດຫຼາຍເທື່ອ
ຈັ່ງໃດເຈົ້າກໍ່ໄດ້ຂຶ້ນຊື່ວ່າແຕ່ງແລ້ວຕັ້ງແຕ່ຕອນມັດແຂນມອບຄ່າດອງ ສູ່ຂັວນເປັນທີ່ຮຽບຮ້ອຍ ຕ່າງແຕ່ວ່າເຮັດງານລ້ຽງຕາມຫຼັງຊື່ໆ
ກະຊິບໍ່ຕ່າງຫຍັງກັບຜູກແຂນວັນທີ 1 ກິນລ້ຽງວັນທີ່ 2 ຄືດັ່ງຫຼາຍຄົນຂະເຈົ້າເຮັດ(ຍ້ອນຈອງສະຖານທີ່ບໍ່ໄດ້) ຕ່າງແຕ່ເຈົ້າ ຜູກແຂນສູ່ຂັວນປີນີ້ ແລ້ວໄປຈັດງານລ້ຽງໃນປີໜ້າຊື່ໆ ມັນໃຊ້ເວລາຫຼາຍກວ່າຂະເຈົ້າຊື່ໆ
(ເພື່ອເກັບຊອງບັດເຊີນ )

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາມີຄວາມຄິດແປກດີເນາະ ບໍ່ຂໍອອກຄຳເຫັນເດີ່


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະບໍ່ຜິດ
ແຕ່ຈະຕ້ອງທົນຟັງສຽງນົກສຽງກາໄດ໊ລະ
ສຳລັບຜູ້ອື່ນທີ່ເຂົາບໍ່ຮູ້ແຈ້ງ ອາດຈະເວົ້າໄປໃນທາງເສຍໆຫາຍໆໄດ້


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມປະເພນີລາວເຮົາ ຕ້ອງແຕ່ງງານກັນກ່ອນຈື່ງສາມາດມີລູກໄດ້
ຖ້າຫາກມີລູກກ່ອນແຕ່ນີ້ ຜູ້ອື່ນອາດຈະເບີ່ງວ່າມັນບໍ່ງາມ ບໍ່ສົມຄວນ

ຮັກນ້ອງຕອນເມົາ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຫ້ວຍໆ ຄຈດ ເຮັດຫຍັງໂລເລເບາະ?!

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ຢາກແຕ່ງງານແຕ່ຢາກໃຫ້ມີລູກເຂົ້າຮ່ວມງານນຳ ເພື່ອຈະໄດ້ຢູ່ຄົບໜ້າຄົບຕາພໍ່ແມ່ລູກ ຫາກະເຄີຍໄດ້ຍິນ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜິດຜີໄດ໋

ທ້າວທອງໃສ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຫນຶ່ງມາກະກົດຫມາຍ, ສອງພໍ່ແມ່ເຂົາ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອາດຈະນອກ ຂໍປ່ວນໜ້ອຍໜຶ່ງ
ອືມສຳຫລັບເຮົານິ ຢາກມີລູກກ່ອນ18ຊຳ - -
ເພາະປີ 2012
2010 ຕອນນີ້ 15ປີ
2012 17ປີ
ແລ້ວ18ລ່ະ - -
ເຂົ້າໃນເລື່ອງບາດນີ້

ຖາມວ່າ ເຫັນດີ ຫລື ບໍ?
ຕອບ ເຫັນດີ
ເພາະ ຫຍັງຈຶ່ງເຫັນດີ?
ຕອບ
ເພາະວ່າ ເຮົາຈະຈັດງານ ພ້ອມໜ້າພ້ອມຕາ ໝົດທຸກຄົນ ຫັ້ນນ່ະ






໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເຫັນດີນຳ ເພາະແນວໃດເຮົາກາຈົດທະບຽນຖືກຕ້ອງຕາມກົດໝາຍແລ້ວແລະຍັງສູ່ຂໍ,ເຮັດທຸກຢ່າງຕາມຮີດຄອງປະເພນີແລ້ວພຽງແຕ່ຢາກໃຫ້ລູກມາຢູ່ໃນງານແຕ່ງເພື່ອໃຫ້ມີຄວາມສຸກແບບເປັນຄອບຄົວຖືວ່າເປັນສິ່ງທີ່ດີຫຼາຍ


໕ ກະທູ້
໒໑໔ ໂພສ
ນັກການກະທູ້
ກະເຫັນດີນຳ ດີແທ້ລະແມ່ນຢູ່ນຳໄປກ່ອນເອົາລູກຈັກຄົນສອງຄົນກ່ອນແລ້ວຈື່ງກະປະກັນ


໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TuiFabregas ຂຽນວ່າ...
ຢາກແຕ່ງງານແຕ່ຢາກໃຫ້ມີລູກເຂົ້າຮ່ວມງານນຳ ເພື່ອຈະໄດ້ຢູ່ຄົບໜ້າຄົບຕາພໍ່ແມ່ລູກ ຫາກະເຄີຍໄດ້ຍິນ


ຕຸ້ຍມັກແບບໃດລະ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເລີຍ!....ບອສ..!!
ໜັບໜຸນ..!! ໜັບໜຸນ..!!


໑໒ ກະທູ້
໒໘໘ ໂພສ
ນັກການກະທູ້
แต่ชื้อลดกะยังใด้ลองคีละ คนใจดีเอื้อย เอาเมยกะต้องลองเบิงก่อนและเนาะ
บ่อสำคันดอกทีจะแต่งก่อนหรือ ยูนำกันก่อน สำคันทีว่า คองชีวิดคูไปฮอดจนเภ้าแก่นำกันพุ้นอันนั้นสำคันกว่า
ใผเหันดี ยกมือขื้น

ໝາຂອງຂ້ອຍເດີ ນາງແພ່ງແຜ໋ວ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມ ຄົນໃຈດີ ຊິມີລູກລະ?


໐ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ແອບມາຫາຂ້ອມູລ


໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຕາມປະເພນີລາວເຮົາ ຕ້ອງແຕ່ງງານກັນກ່ອນຈື່ງສາມາດມີລູກໄດ້
ຖ້າຫາກມີລູກກ່ອນແຕ່ນີ້ ຜູ້ອື່ນອາດຈະເບີ່ງວ່າມັນບໍ່ງາມ ບໍ່ສົມຄວນ

ແຕ່ວ່າເຮົາກະໄປຂໍ ແລ້ວຈົດທະບຽນສົມຣົດຖືກຕ້ອງຕາມກົດໝາຍແລ້ວໃດ໋


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຫ້ວຍໆ ຄຈດ ເຮັດຫຍັງໂລເລເບາະ?!

ອາເມຣິກາ ກັບ ສີສະຫວາດ.. ຊິເຮັດຫຍັງໄດ້

<-----ຄົນໃຈດີແຟນຄລັບ

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ບໍ່ເຫັນດີຢ່າງຍິ່ງ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຜິດຜີໄດ໋

ບໍ່ຜິດດອກ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາເອີ້ນວ່າແຕ່ງງານຍ້ອນຫຼັງ ພໍປານເຮັດບຸນຫາລາຍໄດ້ພຸ້ນແຫຼະ(ແຕ່ງຫຼາຍເທື່ອ)

~Vਕਆpïrєی™~

໙ ກະທູ້
໑໘໕ ໂພສ
ນັກການກະທູ້
ຂໍແນະນຳວ່າແຕ່ງໃສ່ມື້ຄົບຮອບວັນເກີດຂອງລູກ ຄຈດ ຄົບຮອບໜຶ່ງປີເດີ້
ສຸດຍອດ !!

ຖິ່ນຖານບ້ານເກີດ...ນະຄອນສີສັຕະນາຄະນະຫຸຕ໌ແຫ່ງຣາຊອານາຈັກລ້ານຊ້າງ

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ອັນນີ້ເປັນຄວາມເຂົ້າໃຈສ່ວນຕົວເດີ...ບໍ່ຮູ້ວ່າຫລາຍຄົນຊິຄິດຈັ່ງໃດ,ເລື່ອງຜິດບໍ່?ຖ້າຕາມກະທູຕັ້ງເລື່ອງ ຖືວ່າບໍ່ຜິດກົດໝາຍ(ເລື່ອງປະເພນີລົມກັນຕໍ່ໄປ).ແຕ່ຢາກໃຫ້ເຂົ້າໃຈວ່າ:ວັນແຕ່ງງານກັບວັນຂອງຄອບຄົວມັນຄົນລະຢ່າງກັນ.ການທີ່ວ່າຢາກໃຫ້ມີຄວາມຄົບໜ້າຄົບຕາທັງພໍ່,ແມ່,ລູກ ໃນມື້ແຕ່ງງານນັ້ນ(ຍົກເວັ້ນການແຕ່ງງານຮອບສອງ ອາດຈະຄົບອົງປະກອບ 555)ມັນຕ້ອງເປັນອີກຕ່າງຫາກ.ແມ່ນ!!ເຮົາຄິດວ່າ.ແຕ່ຄົນອື່ນ ຊິຄິດຈັ້ງໃດເລື່ອງຄວາມເໝາະສົມ.ທີ່ຮຸນແຮງໄປກວ່ານັ້ນບາງທີ່ມັນອາດຈະສົ່ງຜົນໃຫ້ລູກ(ຖ້າ1ປີອາດຈະຍັງບໍ່ຮູ້ຫຍັງແຕ່ຖ້າໃຫຍ່ກວ່ານັ້ນນ້ອຍໜຶ່ງເດ?)ອາດຈະເກີດມີປົມດ້ອຍໃນບາງເລື່ອງທີ່ເຮົາຄິດບໍ່ເຖີງກໍ່ເປັນໄດ້ເຊັ່ນ:ຖືກຍອກລໍ້ວ່າລູກມີກອນແຕ່ງ,ຖືກຍອກລໍ້ວ່າພໍ່ແມ່ບໍ່ຕັ້ງໃຈຊິຢາກມີໃຫ້ເກີດ...ເປັນຕົ້ນ.ເຫດຜົນ 1.ແຕ່ເລີມຈົດທະບຽນ,ສູ່ຂໍ,ຄອບຜີຂອບສາງໝົດງົບໄປຈຳນວນໜື່ງແລ້ວ.2.ເມຍຖືພາຕ້ອງດູແລສຸຂະພາບແລະລູກໃນທ້ອງໃຫ້ດີໝົດງົບຕໍ່ອີກ3.ຕອນຢູ່ກຳ,ອອກກຳ,ລ້ຽງລູກໃນໄລຍະເລີມຕົ້ນ1ເດືອນ,6ເດືອນ,1ປີ,2ປີ ທ່ານຄິດວ່າທ່ານຊີມີກະຈິດກະໃຈໄປຄິດເລື່ອງຈັດງານແຕ່ງອີກບໍ່ລະ?ບໍ່ແມ່ນເຮັດບໍ່ໄດ້ ຖ້າທ່ານເປັນຄອບຄົວມີເງີນທ່ານກໍ່ສິນເປືອງໂດຍບໍ່ຈຳເປັນ,ແຕ່ຖ້າທ່ານບໍ່ມີ...ທ່ານຄິດເອົາເດີ ສຸດທ້າຍທຸກສິ່ງຢາງມັນເປັນໄດ້ໝົດແຕ່ຢູ່ທີ່ຄວາມເໝາະສົມຂອງແຕ່ລະເວລາແລະອົງປະກອບຢ່າໃຫ້ເປັນແບບວັນທີ່ 1 ມີຖຸນາ ເດີ ເດັກນ້ອຍໄປລ້ຽງຄວາຍຜູ້ໃຫຍ່ເມົາສະຫລອງ....(ຢູ່ບ້ານນອກດອກວ່າ)...ດ້ວຍຄວາມເຄົາລົບແລະນັບຖືຢ່າງສູງ...Nor ຄົນຮັກຊາດ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>