ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຂ້ອຍລະອຸກໃຈນຳຄ່າເນັດໃນປະເທດລາວທີ່ໂຄດແພງແລະຄຸນນະພາບຕ່ຳ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໔ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ຫຼາຍຄົນທີ່ໃຊ້ເນັດ [ຢູ່ລາວ] ຂ້ອຍລະຢາກຮູ້ນະວ່າພວກເຈົ້າໃຊ້ເນັດແບບໃດຫຼາຍທີ່ສຸດເພາະຂ້ອຍເອງບ້ານກະບໍ່ໄດ້ລວຍ
ແຕ່ຢາກຫຼີ້ນເນັດຄວາມໄວສຼງແບບສະບາຍໆຢູ່ບ້ານນຳເຂົາແດ່ແຕ່ບັດເບີ່ງຄ່າລາຍເດືອນລ່ະໄດ້ແຕ່ຖອກນຫາຍໃຈ
ທົນໃຊ້ 56k ຕໍ່ ຕ໋ອດໆໆໆໆໆໆໆໆ ເອົາ ສອງຊົ່ວໂມງຕັດຄັນຊິອັບເດດໂປຼແກຼມຂ້າໄວຮັດລ່ະຢ່າຫວັງ
ກວ່າຊິເບີ່ງວີດີໂອໃນຢູທູບໄດ້ລ່ະຖ້າເປັນຊາດ
ມາເບີ່ງລາຄາກັນເບີ່ງໃນປະຈຸບັນນີ້

ແບບ ສາຍ adsl

128/64 Kbps
Free of Charge 300,000 kip 250,000 kip 200,000 kip
1
256/128 Kbps
Free of Charge 500,000 kip 450,000 kip 400,000 kip
1
512/256 Kbps
Free of Charge 900,000 kip 850,000 kip 800,000 kip
1
1Mbps/256Kbps
Free of Charge 1,500,000 kip 1,400,000 kip 1,300,000 kip
1
2Mbps/512Kbps
Free of Charge 3,000,000 kip 2,800,000 kip 2,600,000 kip
1


ຖ້າເປັນແບບໄຮ້ສາຍແຮງແພງໂຄດ


130,000

7 ວັນ

120,000 kip

ບໍ່ຈຳກັດ
2

260,000

15 ວັນ

240,000 kip

ບໍ່ຈຳກັດ
3

430,000

30 ວັນ

400,000 kip

ບໍ່ຈຳກັດ
4

2,500,000

6 ເດືອນ

2,000,000 kip

ບໍ່ຈຳກັດ
5

4,500,000

1 ປີ

3,600,000 kip

ບໍ່ຈຳກັດ

ອັນນິ້ແມ່ນຂອງລາວໂທລະຄົມຊື່ໆເດີ້
ເມື່ອທຽບໃສ່ຂອງເພື່ອນບ້ານກະໄດ້ແຕ່ທຳໃຈ
ທີ່ມາໃບ່ນີ່ກະມາລະບາຍຊື່ໆດອກແຕ່ກະຢາກໃຫ້ເຈົ້າຂອງຜູ້ໃຫ້ບໍລິການເຫັນໃຈລູກຄ້າແດ່
ເພື່ອຄົນທຸກໆຄືຂ້ອຍຊິໄດ້ໃຊ້ເນັດຄວາມໄວສູງໄດ້ຟັງເພງແບບບໍ່ຕ້ອງມານັ່ງຖ້າເປັນຊາດນຳເຂົາແດ່



໓ ກະທູ້
໒໕໐ ໂພສ
ນັກການກະທູ້
ອືມ - -
ເຮົາເຂົ້າໃຈດີ ວ່າຢາກເນັດໄວສູງ
ແຕ່ບ້ານເຮົາ ກະຍັງກຳລັງພັດທະນາ ຢູ່ ຕ້ອງເຂົ້າໃຈ ວ່າເຂົາພັດທະນາໄດ້ຊຳນີ້
ແລະ ເຂົາເຈົ້າກະພັດທະນາໄປເລື້ອຍໆ ລາຄາອາດບໍ່ ຖືກໃຈ ແລ້ວຊິໃຫ້ເຮັດແນວໃດ?
ເຮົາວ່າແຕ່ກີ້ ເນັດໄທ ມັນ ກະຊິເປັນຄືເຮົານັ້ນລ່ະ
ເນັດ ບໍ່ແຮງ ລາຄາກະແພງ ບາດເຂົາພັດທະນາ ມັນກະໄວຂຶ້ນ ລາຄາກະຖືກລົງ ເປັນແນວນັ້ນໄປ
(ຕິ =w=" )


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນຕ້ອງທຳໃຈ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
thong khao jai wa ban hao khon sai internet noi la ka si hai thuek la ka wai num mun yark

21 3-15-13-16-12-5-20-5 13-5


໑໔ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ແຕ່ມັນກະແພງເອົາແທ້ເອົາວ່າແຖມລາຄາກະແບບນີ້ມາຫຼາຍປີລະບໍ່ມີຫຼຸດລົງເລີຍ
ແລ້ວຜູ້ທີ່ເປັນລູກຄ້າແບບເຮົາກະຢາກສະເໜີຊື່ໆວ່າມັນແພງເກີນໄປລະໄດ໋ຈັງໃດ
ກະຊ່ວຍປ່ຽນແປງໃຫ້ມັນດີຂື້ນແດ່ທ້ອນໜ້ອຍໜື່ງກະຍັງດີບໍ່ແມ່ນປ່ອຍແບບນີ້ເປັນຊາດລ່ະ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kh chao long la ka leo dai hux tham eit heng peng khau nee ek


21 3-15-13-16-12-5-20-5 13-5


໑໔ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
kh chao long la ka leo dai hux tham eit heng peng khau nee ek




ບໍ່ເຂົ້າເຈີ


໑໔ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
kh chao long la ka leo dai hux tham eit heng peng khau nee ek




ອືມລະເຈົ້າໃຊ້ແບບໃດແຫຼະແນະນຳແດ່ເພື່ອຈະໄດ້ປ່ຽນໄປໃຊ້ນຳເພາະຂອງຂ້ອຍໃຊ້ມັນບໍ່ຄ່ອຍດີນະ


໘ ກະທູ້
໑໕໘ ໂພສ
ນັກການກະທູ້
ທີ່ມັນແພງຍ້ອນມີສາເຫດນ່ະ ເລື່ອງມັນຍາວ... ເອົາເປັນວ່າຖ້າໄປອີກ 10-20 ປີ ຖ້າປະເທດລາວມີສາຍເນັດຜ່ານເອງ ມັນກະຈະຖືກລົງ =w='


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງດີກວ່າບໍ່ມີໃຫ້ໃຊ້ຫັ່ນລະຫວ່າ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າມາລະເຊັງ
ຢູ່ໄທເປັນກີກ2ກີກກະຍັງວ່າ600ບາດໜື່ງ
ຢູ່ລາວຈັ່ງແມ່ນແພງງງ

ຮັກນ້ອງຕອນເມົາ

໔ ກະທູ້
໒໖໓ ໂພສ
ນັກການກະທູ້
U LAOS khod phaeng

ichigo

໔ ກະທູ້
໒໖໓ ໂພສ
ນັກການກະທູ້
Torn ni gum lg thar lin net ADSL khong UNITEL u e e

ichigo

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຈຳນວນປະຊາກອນຍັງຫນ້ອຍດຽວ ເຮັດໄປກະເຈັ້ງແຫລະ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຟງເນາະ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກນ່ອຍກະຖືກລົງດອກເພາະຜູ້ບໍລິການເຂົາກຳລັງແຂ່ງຂັນກັນ


໔ ກະທູ້
໙໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ XcBoY ຂຽນວ່າ...
ອືມ - -
ເຮົາເຂົ້າໃຈດີ ວ່າຢາກເນັດໄວສູງ
ແຕ່ບ້ານເຮົາ ກະຍັງກຳລັງພັດທະນາ ຢູ່ ຕ້ອງເຂົ້າໃຈ ວ່າເຂົາພັດທະນາໄດ້ຊຳນີ້
ແລະ ເຂົາເຈົ້າກະພັດທະນາໄປເລື້ອຍໆ ລາຄາອາດບໍ່ ຖືກໃຈ ແລ້ວຊິໃຫ້ເຮັດແນວໃດ?
ເຮົາວ່າແຕ່ກີ້ ເນັດໄທ ມັນ ກະຊິເປັນຄືເຮົານັ້ນລ່ະ
ເນັດ ບໍ່ແຮງ ລາຄາກະແພງ ບາດເຂົາພັດທະນາ ມັນກະໄວຂຶ້ນ ລາຄາກະຖືກລົງ ເປັນແນວນັ້ນໄປ
(ຕິ =w=" )



ผมก็อยู่กรุงเทพ เรื่องนี้ยืนยันได้

เมื่อก่อนผมใช้เน็ตแบบ Dial up ของ TOT

ช้ามากกกกกกก ต่อหลุด ต่อหลุด

แล้ว Hi-speed Internet ก็แพงมากกกก (ชม.ละเป็นพัน)

แต่เดี๋ยวนี้ ยี้ห้อต่าง ๆ เยอะแยะไปหมด

ผมว่ามันต้องอาศัยเวลา อีกหน่อยซัก 2-3 ปีข้างหน้า

ลาวอาจมีเน็ตที่เร็ว และ ราคาถูกก็ได้

....

໑໔ ກະທູ້
໕໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ sonesoulith ຂຽນວ່າ...
Torn ni gum lg thar lin net ADSL khong UNITEL u e e



ຂ້ອຍກະວ່າຊິມາໃຊ້ຂອງຍູນິເທລລະເພາະລາຄາຄືຊິຖືກສຸດແລ້ວ
ແຕ່ກະຍັງຕັດສິນໃຈບໍ່ໄດ້ເທື່ອເພາະຄ່ອຍໄປຖາມບາງຄົນກະເຈົ້າກະວ່າໃຊ້ເນັດ ທຼີບຼອດແບຼນ 4mຂອງ
ໄທໄດ້ຄັນບ້ານຢູ່ແຄມຂອງແຕ່ຢ້ານບໍລິການຫຼັງການຂາຍນີ້ຕິເຮົາບໍ່ໄດ້ຢູ່ປະເທດກະເຈົ້າອີ່ຫຍັງກະຍາກ
ແຖມໃຊ້ບໍ່ຄົບປີໜື່ງກະປັບເປັນ !!!!ລ້ານ!!!! ກີບອີກ
ແຕ່ວ່າສຳຫຼັບຄວາມໄວແລະລາຄາມັນກະນ່າສ່ຽງຢູ່ຈັງໃດກະຖ້າຂໍ້ມູນຕື່ມກ່ອນ


໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຊ້າາາາາາາາາາຫລາຍ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຖ້າແພງຫຼາຍ ເກີນຄວາມສາມາດຈະຈ່າຍໄດ້ກໍບໍ່ຕ້ອງໃຊ້

ຖ້າວ່າຢາກໃຫ້ເນັດມັນດີ ມັນໄວ ກໍຊ່ວຍກັນສ້າງສາ ພັດທະນາປະເທດຊາດ ທ່ານເປັນປະຊາຊົນລາວ ເປັນອະນາຄົດຂອງຊາດ ຢາກໄດ້ແບບໃດກໍເຮັດເອົາ ສ້າງສາເອົາ ບໍ່ແມ່ນໄດ້ແຕ່ຈົ່ມໄດ້ແຕ່ເວົ້າ!!!! ແຕ່ມືຕີນຢູ່ບ່ອນເກົ່າ!!!!

ຫັ້ນນາ ພີ່ນ້ອງເອີຍ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດທົນນຳກັນພີ່ນ້ອງເອື້ຍ

ທ້າວທອງໃສ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວວ່າຊ້າກະມີຄົນໃຊ້ຢູ່!!
ອີກຢ່າງ ຄິດວ່າ ສິນຄ້າດີ(ແມ່ນວ່າຈະຫຼ້າຫຼັງ,ຊ້າ ແຕ່ກະຍັງມີຜູ່ຕ້ອງຊື້ຢູ່!)
ອີກຢ່າງ ຜູເປັນເຈົ້າຂອງ(ອາຈເປັນປະທານຫາກເປັນຂອງຣັຖ ຍັງບໍ່ທັນມີເງິນພໍຊື້ຣົຖເບັ໋ນເທື່ອ!!)
ບໍ່ແມ່ນມີການກີດກັນຫຍັງຈັກຢ່າງບໍ?
ຫາກມີໄວຫຼາຍພພວກຫນຸ່ນ້ອຍຊິພາກັນໄປລັກເບິ່ງຫນັງ..ໂລເລ ຍາມຄ່ຳຄືນຕິຫັ້ນ!!

ແຕ່ກະຄວນຄິດວ່າ ການກີດກັນບາງຢ່າງຈຳເປັນແຕ່ວ່າ ການກີດກັນທາງແນວຄິດ ເປັນການທ່ວງດຶງຄວາມຈເຣີນ!!
ເພາະເປັນເຫມືອນການອັດປະຕູສູ່ຄວາມນຶກຄິດອິສຣະ!!ບໍ່ແມ່ນທາງການເມືອງ ແຕ່ຈົ່ງເຂົ້າໃຈຈັ່ງຊີ້ ຫາກໃຜມີຫົວຄິດທີ່ດີໃຫມ່ ທີ່ຕ້ອງການຢາກທົດສອບ, ປຽບທຽບແຕ່ກັບບໍ່ມີສ່ອງທາງ ກະການເປັນການທ່ວງດຶງໄປ..
ຢ່າຄິດວ່າຢາກວ່າແນວບໍ່ຈົບບໍ່ງາມໃຫ້ໃຜແຕ່ເປັນຄວາມຄິດທີ່ວ່າ...ຄາວທີ່ ອາຍສຕາຍ ຄິດເຫັນ ທິສດີ ຂອງເພິ່ນຫັ້ນ ຍັງບໍ່ມີເຄື່ອງມືໃນການ ທົດສອບພຽງພໍ ...
ຈົນວ່າ..ບາດໄດ້ໄປ ເບິ່ງໃນແລບຂອງນາຊາ ຈຶ່ງສາມາດເຫັນໄດ້ວ່າ ຄວາມຄິດຝັນຂອງເພິ່ນເຕັມປ່ຽມໄດ້..
ຫາກວ່າໃນບ້ານເຮົາຫາກວ່າມີໃຜຕ້ອງການຢາກຄົ້ນຄົ້ວຫຍັງຈັກຢ່າງ ກະຕ້ອງ ນອນຖ້າເປັນຊາດຄື ຈຂກທ ວວ່າຫັ້ນມັນກະເປັນການທ່ວງຄວາມຈເຣີນ...
ແບບນັ້ນຫັ້ນຫນາ..


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ບໍຈຳເປັນດອກຕ້ອງເອົາ ແພງຫັນ ທຳມະດາກະໄດ້ ຈັກ100000 ພໍລະ ຕໍເດືອນ

ຄົນໄກບ້ານ........ຍາກກັບບ້ານເດ່

໔ ກະທູ້
໒໖໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ somsanook ຂຽນວ່າ...
ບໍຈຳເປັນດອກຕ້ອງເອົາ ແພງຫັນ ທຳມະດາກະໄດ້ ຈັກ100000 ພໍລະ ຕໍເດືອນ




ຖ້າເປັນແນວນັ້ນໄດ້ ກະດີ ແຮະໆ

ichigo

໔ ກະທູ້
໒໖໓ ໂພສ
ນັກການກະທູ້

ichigo

໑ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ขอเอาใจช่วยครับ
ของแบบนี้ มันต้องใช้เวลาสักหน่อย เมื่อก่อน ไทย ก็แพงเหมือนกัน เดี๋ยวนี้การแข่งขันมันสูง อีกอย่าง เทคโนโลยี่ไร้สายก็มาแรงมาก
มันเลยทำให้ แปรผันกันครับ อยู่ไทย ถ้าของ TOT ก็ 4 Mb 590 B / เดือน ครับ
แต่ที่ ไทย 3 G ยังไม่ไปไหนเลยครับ น่าผิดหวัง มีแต่ Fiwi ที่พอจะทดแทนได้ แต่แพงครับ

<a href='http://laoload.com/image/show/CGfkKDQtSz/retrospect.gif'><img src='http://laoload.com/image/thumb/CGfkKDQtSz/retrospect.gif' border='0' alt='' /></a>

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຖ້າແພງຫຼາຍ ເກີນຄວາມສາມາດຈະຈ່າຍໄດ້ກໍບໍ່ຕ້ອງໃຊ້

ຖ້າວ່າຢາກໃຫ້ເນັດມັນດີ ມັນໄວ ກໍຊ່ວຍກັນສ້າງສາ ພັດທະນາປະເທດຊາດ ທ່ານເປັນປະຊາຊົນລາວ ເປັນອະນາຄົດຂອງຊາດ ຢາກໄດ້ແບບໃດກໍເຮັດເອົາ ສ້າງສາເອົາ ບໍ່ແມ່ນໄດ້ແຕ່ຈົ່ມໄດ້ແຕ່ເວົ້າ!!!! ແຕ່ມືຕີນຢູ່ບ່ອນເກົ່າ!!!!

ຫັ້ນນາ ພີ່ນ້ອງເອີຍ




+1

ເຮົາຄົບກັນສອງປີແລ້ວ.. ^_^

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ແມ່ນໆ
ຄັນລາຄາ ຖຶກຄຶຊິມີຄົນໃຊ້ຫຼາຍເນາະ ເຫ່ໆ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເດ້ ຄົນໄທເອງຍັງມາຢືນຢັນລະວ່າ ເນັດໄທແຕ່ກີ້ກໍແພງເຊັ່ນກັນ
ທີ່ເຮົາບອກວ່າ ເນັດໄທມັນຖືກ ແທ້ຈິງແຕ່ກ່ອນມັນກໍແພງຄືກັນ.


໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ຢາກບອກວ່າຄ່າ Internet ຢູ່ລາວຍັງຖືກກວ່າໃນຫລາຍປະເທດ, ບໍ່ໄດ້ເຖິງຂັ້ນແພງຈົນວ່າແພງກວ່າຄ່ານ້ຳມັນລົດ.
ທ່ານລອງຄຶດໃສ່ປະເທດແຖບຕະເວັນອອກກາງເບິ່ງວ່າ ເຂົາທຸກຍາກປານໃດ, ແລ້ວ Internet ມັນຈະແພງປານໃດ
ແມ່ນຢູ່ທີ່ບ້ານເຮົາມັນກໍແພງສົມຄວນເມື່ອທຽບກັບຄ່າຄອງຊີບທີ່ໄດ້ຮັບ,
ແຕ່ກໍຢາກໃຫ້ພູມໃຈທີ່ຢ່າງຫນ້ອຍເຮົາກໍມີໃຊ້ເນາະ.

ເລື່ອງລາຄາຈະລົດລົງຫລືບໍ່, ອັນນີ້ຂ້າພະເຈົ້າກໍຕອບບໍ່ໄດ້ ເພາະເປັນພຽງແຕ່ຜູ່ໃຊ້ຄືກັນ
ແຕ່ແນ່ນອນວ່າ ມື້ໃດມື້ນຶ່ງມັນກໍຕ້ອງຫລຸດລົງ, ບໍ່ໜ້ອຍກໍຫລາຍ
ເທົ່າທີ່ປະເທດເຮົາຍັງພັດທະນາ, ບໍ່ມີທາງທີ່ລາຄາມັນຈະເທົ່າເກົ່າຕະຫລອດໄປແນ່ນອນ.
ສະນັ້ນພວກເຮົາມາຊ່ອຍກັນພັດທະນາປະເທດຊາດ ເພື່ອໃຫ້ເສດທະກິດ ແລະ ປະເທດເຮົາດີຂຶ້ນກັນດີກວ່າ,
ເລີ່ມຈາກເປັນພົນລະເມືອງດີ ແລະ ມີລະດັບວັດທະນະທຳສູງຂອງປະເທດຊາດກ່ອນເລີຍ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>