![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ສະບາຍດີໝູ່ເພື່ອນອ້າຍເອື້ອຍນ້ອງພັນລາວທຸກຄົນ ມື້ນີ້ທອງໃສເກັບພາບບາງສ່ວນໃນງານຮັບນ້ອງຂອງ ຄະນະ ນິຕິສາດແລະລັດຖະສາດ ມະຫາໄລແຫ່ງຊາດ ພາກວິຊາພົວພັນການຕ່າງປະເທດ(ທີ່ທອງໃສກຳລັງສຶກສາຢູ່)ມາຝາກ, ຂໍເຫຼົ່າປະຫວັດຂອງພາກວິຊານີ້ກ່ອນ ພາກວິຊາພົວພັນການຕ່າງປະເທດ ເປັນພາກວິຊາຮຽນໃໝ່ ເຊິ່ງຫາກໍ່ກໍ່ຕັ້ງໄດ້ພຽງ 4ປີ ປະຈຸບັນກໍ່ມີນັກຮຽນພຽງສີ່ລຸ້ນມີຈຳນວນນັກສຶກສາປະມານ 246ຄົນ ລຸ້ນອ້າຍປີ5 ມີທັງໝົດ 37ຄົນ ປີ4ມີທັງໝົດ73ຄົນ ປີ3ມີທັງໝົດ73ຄົນ ແລະນ້ອງໃໝ່ປີ2 ມີ 63ຄົນ ຫຼາຍຄົນອາດສົງໄສວ່າ ອ້າວ ປີ1ເດ່ຄືບໍ່ມີ ປີ1ແມ່ນພວກເຮົາທຸກຄົນຫຼັງຈາກທີ່ເສັງເຂົ້າ ມະຫາໄລແຫ່ງຊາດໄດ້ແລ້ວ ເພິ່ນກໍ່ຈະໃຫ້ຮຽນລວມກັນ ເອີ້ນວ່າ ວວພ(ວິທະຍາໄລ ວິທະຍາສາ ພື້ນຖານ),,,,,, ສຳຫຼັບປີນີ້ທອງໃສແມ່ນເປັນນ້ອງໃໝ່ປີ2 ລຸ້ນອ້າຍເພິ່ນກໍ່ໄດ້ຈັດການຮັບນ້ອງພາຍໃນພາກວິຊາ ທີ່ບໍ່ຂຶ້ນກັບຄະນະ ເພື່ອເສີມສ້າງຄວາມສາມັກຄີພາຍໃນພາກ ເຮັດໃຫ້ລຸ້ນອ້າຍລຸ້ນນ້ອງມີຄວາມສະໜິດແໜ້ນກັບຫຼາຍຂຶ້ນ ຂພຈ ຂໍອະທິບາຍພາບຂ້າງລຸ່ມນີ້ກັນເລືຍເດີ້ * ສີເສື້ອທີ່ນັກສຶກສານຸ່ງແມ່ນສີຂອງລຸ້ນຄື ສີຂາວ ປີ5 ສີແດງ ປີ4 ສີບົວ ປີ3 ສີເຫຼືອງ ປີ2 * ສີຜ້າທີ່ມັດຢູ່ຄໍນັ້ນ ໝາຍເຖິງສີທີ່ເພິ່ນຈັດການແບ່ງເປັນກຸ່ມ ເຊິ່ງຈະເອົາທັງສີ່ລຸ້ນມາປົນກັນ ໂດຍໃຫ້ກຸ່ມໜື່ງຯ ນັ້ນມີນັກສຶກສາທັງສີ່ລຸ້ນຢູ່ນຳກັນ ການຈັດກຸ່ມແນວນີ້ ເພື່ອເຮັດກິດຈະກຳຮ່ວມກັນຄືການຫຼິ້ນເກມສ ການເຕັ້ນ ແລະອື່ນຯ ໂດຍບໍ່ຈຳແນກປີຮຽນ ເອົ໋າ!!!!ເວົ້າມາກໍ່ຫຼາຍແລ້ວ ມາເລີມກັນເລືຍ ພາບລວມໝົດທັງສີ່ລຸ້ນ ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ![]() ມາເບິ່ງພາບນ້ອງໃໝ່ປີ2 ![]() ![]() ![]() ສະຫຼຸບບັນຍາກາດໃນມື້ນັ້ນ ແມ່ນຟົດຟຶ້ນມ່ວນຊື່ນຫຼາຍ ທຸກຄົນແມ່ນກັບບ້ານດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ຂໍຂອບໃຈປີ4ເດີ້ ທີ່ເປັນເຈົ້າພາບຈັດງານໃນປີນີ້,,,,,
ທ້າວທອງໃສ
|
|
![]() ລືມຯຯ ແຖມໃຫ້ອີກ ![]() ![]() ![]()
ທ້າວທອງໃສ
|
|
![]() ມີ ປາຂາວ ແມ່ເດັກນ້ອຍ ຄຈດນຳຕວ່ານິ ລະກະ ຫລາຍຄົນທີ່ເຮົາຮູ້ຈັກ ຮ່າໆໆ ![]() |
|
![]() ຮູ້ຈັກແຕ່ສອງຄົນ ໑. ຈຂກທ ໒. ປາຂາວ |
|
![]() bor me puak bilingue wa:s thongsai na |
|
![]() ມີແຕ່ຄົນໜ້າຕາດີໆ ເນາະ ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ຄືຊິມ່ວນ,ສະໄໝປີ່ບໍ່ມີແບບນີ້ເລີຍ -"- ຄະນະນີ້ກະຫາກໍ່ເປີດໃໝ່ຫວາ? ມີທຳອີດປີໃດນະ? ລະເຂົ້າຍາກບໍ່? ເຄີຍໄດ້ຍິນໝູ່ເວົ້າວ່າຂະເຈົ້າມີມາດຖານ ການຮັບນັກສຶກສາ ແມ່ນແທ້ຫວາ? ລະມີແນວໃດແນ່? ເລົ່າຊູ່ຟັງແນ່ ^^ ![]()
//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ
|
|
![]() ໝູ່ເຮົາປີສີ່ມັນໄປຕາຍໃສຫມົດຫວະ ຄືບໍ່ເຫັນຮູບມັນ ![]()
K.Soubandith
|
|
![]() ອ້າງເຖິງຂໍ້ຄວາມຈາກ april ຂຽນວ່າ... bor me puak bilingue wa:sthongsai na ພວກບີແລ້ງ(ສາຍພາສາຝຣັ່ງ) ຢູ່ກ້ອງທອງໃສບໍ່ມີ ກໍ່ເລືຍບໍ່ໄດ້ເອົາລົງ ຖ້າປູ່ເປ້(april) ມີກໍ່ເອົາມາລົງໄດ້ເດີ້ ເອົ໋າດຽວເຫັນຮູບໜຶ່ງມີຮູບປູ່ເປ້(april)ດຽວເອົາລົງໃຫ້ ເບິ່ງຮູບຈາກຂວາມືນັບຈາກສາວເສື້ອແດງ ຄົນຕໍ່ມານັ້ນແຫຼະ ສາວ (april) ![]()
ທ້າວທອງໃສ
|
|
![]() ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ... ຄືຊິມ່ວນ,ສະໄໝປີ່ບໍ່ມີແບບນີ້ເລີຍ -"- ຄະນະນີ້ກະຫາກໍ່ເປີດໃໝ່ຫວາ? ມີທຳອີດປີໃດນະ? ລະເຂົ້າຍາກບໍ່? ເຄີຍໄດ້ຍິນໝູ່ເວົ້າວ່າຂະເຈົ້າມີມາດຖານ ການຮັບນັກສຶກສາ ແມ່ນແທ້ຫວາ? ລະມີແນວໃດແນ່? ເລົ່າຊູ່ຟັງແນ່ ^^ ![]() ໃນຄະນະ ນິຕິສາດແລະລັດຖະສາດ ເພິ່ນມີ4ພາກດ້ວຍກັນ 1 ພາກວິຊາ ນິຕິສາດ 2 ພາກວິຊາ ລັດຖະສາດ 3 ພາກວິຊາ ກົດໝາຍທຸລະກິດ 4 ພາກວິຊາ ພົວພັນການຕ່າງປະເທດ ພາກວິຊາ ພົວພັນການຕ່າງປະເທດ ນີ້ແມ່ນເປີດໃໝ່ ມີນັກສຶກສາພຽງສີ່ລຸ້ນ ລຸ້ນທຳອິດຕອນນີ້ແມ່ນຢູ່ປີ5ແລ້ວ ໃນສົກຮຽນໜຶ່ງຈະມີນັກສຶກສາພຽງຫ້ອງດຽວ(ບໍ່ມີສາຍພິເສດ)ລາຍລະອຽດແມ່ນຢູ່ຂ້າງເທິງ * ສຳລັບ ມາດຕະຖານຫຼັກໃນການຮັບນັກສຶກສາເທົ່າທີ່ທອງໃສຮູ້ມາແມ່ນ ຕ້ອງມີຄະແນນແຍກສາຍຈາກປີ1ບໍ່ຕ່ຳກວ່າ 3,00 ຕ້ອງໄດ້ສອງພາສາ ເຊິ່ງພາສາຫຼັກແມ່ນ ອັງກິດ ແລະ ຝຣັ່ງ ສ່ວນໃຜໄດ້ພາສາອື່ນເພີ່ມແຮ່ງດີ * ມາດຕະຖານເພີ່ມເຕີມ ສ່ວນສູງ(ແຕ່ກໍ່ຍັງເຫັນຄົນເຕ້ຍຫຼາຍຄົນ) ມີບຸກຄະລິກຄະພາບດີ ໜ້າຕາດີ(ອັນຫຼັງຯມາຢາກເວົ້າເອງລະ 55+) ໄດ້ຍິນມາວ່າເພິ່ນຈະປິດຮັບນັກສຶກສາໃນສົກຮຽນຕໍ່ໄປແລ້ວ ເພາະວ່າ ສອງຮ້ອຍປາຍກວ່າຄົນກໍ່ໜ້າຈະພຽງພໍຕໍ່ວຽກທີ່ຕ້ອງການແລ້ວ(ເຫັນລຸ້ນອ້າຍເວົ້າເດີ້)
ທ້າວທອງໃສ
|
|
![]() ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ... ໝູ່ເຮົາປີສີ່ມັນໄປຕາຍໃສຫມົດຫວະ ຄືບໍ່ເຫັນຮູບມັນ ![]() ສຳລັບປີ4 ມີໝູ່ໂຕບໍ່ໂນດ ![]() ![]() ເບິ່ງສີໜ້າ ວ່າມ່ວນຊ່ຳໃດ ![]() ![]() ລວມ4ລຸ້ນ ![]()
ທ້າວທອງໃສ
|
|
![]() ຊ້າຍສຸດຈັບຖົງປູມເປົ້ານິຄືສິແມ່ນ ບໍ່ເຫັນຫນ້າ ອິໆໆໆໆໆໆໆ ![]()
K.Soubandith
|
|
![]() ທອງໄສ ສາວຫລາຍເນາະ ຮຽນຄືສິມ່ວນ ຢາກຮຽນນຳເດ ອິດສາຈັງອຶອຶອຶອຶ |
|
![]() ຕອບໄວທັນໃຈຂະໜາດ ^-^ ກະມີມາດຖານແບບນີ້ອີ່ຫຼີເນາະ ກະດຽວວ່າຈະເປັນແຕ່ຂ່າວລື. ![]() ![]()
//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ
|
|
![]() ມີຄົນຮູ້ຈັກຫລາຍຢູ່ຫັ້ນ....ອິອິ ຄືຈະມ່ວນຢາກໄປຮ່ວມນຳເດ່ ອິນາຍນຸ້ຍຫນ້າໃຫຍ່ກວ່າຫມູ່ ຢູ່ໃນຫັ້ນ ກາກກກກກກກ |
|
![]() ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ... ຕອບໄວທັນໃຈຂະໜາດ ^-^ ກະມີມາດຖານແບບນີ້ອີ່ຫຼີເນາະ ກະດຽວວ່າຈະເປັນແຕ່ຂ່າວລື. ![]() ![]() ກໍ່ບໍ່ເຖິງຂັ້ນເກັ່ງ ແຕ່ກໍ່ຕ້ອງໃຫ້ມີພຶ້ນຖານດ້ານພາສາແໜ້ນຯ ຕອນນີ້ທອງໃສກໍ່ຮຽນພາສາຝຣັ່ງເພີ່ມຢູ່ ຮຽນມາແລ້ວ 3ເທີມ ບໍ່ເຂົ້າຫົວພໍໂຕ ![]()
ທ້າວທອງໃສ
|
|
![]() MI KON HU JUK U HUN KA LUY2 HEHE KUE JA KUK D NOR BARD KA NA MU LA BOR ME E Y LIEY ![]()
ຄົນທຳມະດາ
http://img.laoupload.com/images/82776730782615928907.gif |
|
![]() oiy sam..... hao sia daiy dea noc.... ha mun ni..... mun na ja mee hao na..... tir ka bor pen y dok..... kun kub laos pai ni.... hao pai luk hien num toe kone..... kob jai t hai bg der.... |
|
![]() ເຫັນຮູບນຶ່ງ ມີສອນມວຍຈີນພ້ອມເນາະ 555
When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you. |
|
![]() ຄືສິມັນຂະໜາດເນາະ...ວູ້... ![]() |
|
![]() ຄືຊິຄືກຄື້ນດີເນາະ ຄັກຫຼາຍ ຄັກຫຼາຍ ເສຍດາຍປີນີ້ຢູ່ຄະນະເຮົາບໍ່ໄດ້ຈັດງານຮັບນ້ອງ -_-" |
|
![]() ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ... ຕອບໄວທັນໃຈຂະໜາດ ^-^ ກະມີມາດຖານແບບນີ້ອີ່ຫຼີເນາະ ກະດຽວວ່າຈະເປັນແຕ່ຂ່າວລື. ![]() ![]() ກໍ່ບໍ່ເຖິງຂັ້ນເກັ່ງ ແຕ່ກໍ່ຕ້ອງໃຫ້ມີພຶ້ນຖານດ້ານພາສາແໜ້ນຯ ຕອນນີ້ທອງໃສກໍ່ຮຽນພາສາຝຣັ່ງເພີ່ມຢູ່ ຮຽນມາແລ້ວ 3ເທີມ ບໍ່ເຂົ້າຫົວພໍໂຕ ![]() ແມ່ນຫວາ ຕອນນີ້ບໍ່ເກັງ ກ່ວາຈະຈົບກະເກັ່ງໝົດທຸກຄົນລະແຫຼະ ^^ ເປັນກຳລັງໃຈໃຫ້,ຄັນບໍ່ເກັ່ງ ກະພົວພັນບໍ່ໄດ້ເດີ້ ກັບຕ່າງປະເທດ,ພາສາຝຣັ່ງບໍ່ເຂົ້າຫົວພໍໂຕ ແຕ່ເຂົ້າເປັນປະໂຫຍກ ເລີຍແມ່ນບໍ່ 5555 ![]()
//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ
|
|
![]() ຮຽນສິສອງປີ ລະຍັງບໍ່ໄດ້ເຂົ້າສາຍ ກ່າໆໆ ![]() |
|
![]()
ທ້າວທອງໃສ
|
|
![]() ກຽມພາສາ ເຮີ້ ![]() ![]() |
|
![]() ປ່າາາາາໂທ.... ຫຼິ້ນຄືຊິມ່ວນດີເນາະ.. ຄົນກະຫຼາຍ ຢາກໄປຮຽນນຳເດ ![]() ເຮົາຄືບໍ່ມີຮັບນ້ອງແນວນີ້ຫ໊ວາ
sTUpId....!!!!
|
|
![]() ຄືຈະມ່ວນດີ.... ![]() |
|
![]() 555+merci bcp ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ april ຂຽນວ່າ... bor me puak bilingue wa:sthongsai na ພວກບີແລ້ງ(ສາຍພາສາຝຣັ່ງ) ຢູ່ກ້ອງທອງໃສບໍ່ມີ ກໍ່ເລືຍບໍ່ໄດ້ເອົາລົງ ຖ້າປູ່ເປ້(april) ມີກໍ່ເອົາມາລົງໄດ້ເດີ້ ເອົ໋າດຽວເຫັນຮູບໜຶ່ງມີຮູບປູ່ເປ້(april)ດຽວເອົາລົງໃຫ້ ເບິ່ງຮູບຈາກຂວາມືນັບຈາກສາວເສື້ອແດງ ຄົນຕໍ່ມານັ້ນແຫຼະ ສາວ (april) ![]() |
|
![]() berng la happy =]* |
|
![]() ຫາກາເບິ່ງຄັກວ່າມັນເປັນເວັບບອດ ລະຫາບ່ອນຕອບຢູ່ ຮະຮະຮ ກ່ອນອື່ນກາຂອບໃຈນ້ອງ ທອງໃສ ທີ່ຍັດຍຽດໃຫ້ເອື້ອຍມາເບິ່ງ (ບໍ່ຢາກມາເລີຍຍ ຮະຮ ເວົ້າຫລີ້ນ) ຖາມແນ່ ກາມີລຸ້ນເຖົ້າໄປຮຽນຢູ່ຫວ໋າ?? ຢາກມີງານຮັບນ້ອງໃໝ່ແບບນີ້ນະ ຄືຈະຄັກກ ອື່ມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມມ ບໍ່ເຄີຍມີ ເປັນຫຍັງລຸ້ນເຮົາຮຽນບໍ່ມີວະ ອ່ອຍຍຍ ເຮີໆໆ ແຕ່ເຂົາຄືຈະບໍ່ເອົາ ຢ່າລະ ເບິ່ງຮູບນ້ອງໆກາດີໃຈຈ ຂອບບບເຈີເນີ້
有自信不一定赢 没自信一定输
|