ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຮັດຈັ່ງໃດຄ່ອຍຈະເຊົາເປັນຄົນ ສະມາທິ ສັ້ນ ..... ???

໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
ຕອນນີ້ມັນເປັນບັນຫາໃຫຍ່ຂອງເຈົ້າຂອງກະທູ້ເລີຍແຫຼະ ...
ທີ່ ສະມາທິ ສັ້ນ ເກີນເຫດ ....
ເວລາອ່ານໜັງສືຢູ່ບ້ານ... (( ສ່ວນຢູ່ໂຮງຮຽນຫັ້ນ ສ່ວນຫຼາຍຈະແລ້ວແຕ່ສະຖານະການກັບອາລົມ ... ແຕ່ສ່ວນຫຼາຍຈະຕັ້ງໃຈກວ່າ ))
ໂດຍສະເພາະແມ່ນເວລາອ່ານວິຊາທີ່ບໍ່ໄດ້ ແລ້ວຈະກະວົນກະວາຍ (( ເຂົ້າຂັ້ນເປັນແຮງລະນິ .... ))
ບໍ່ມີສະມາທິເລີຍ ມັກນັ່ງລະເມີຢູ່ໜ້າໂຕະໜັງສື ແລ້ວໃຈລອຍ ...
ອ່ານໄດ້ປະມານ 5-15ນາທີ ແລ້ວກະເລີ່ມຂັດໄປນອນ...
ພະຍາຍາມຈະຄວບຄຸມໂຕເອງໃຫ້ບໍ່ສົນໃຈເລື່ອງອື່ນ .... ແລ້ວຮຽນ ...
ເກັ່ງສຸດກະເຮັດໄດ້ຊົ່ວໂມງໜື່ງ ...
ແຕ່ສ່ວນຫຼາຍບໍ່ເກັ່ງ.... (( ສຸດທ້າຍກະຄຶນັ່ງເມີ່ຄືເກົ່າ ))

ສະຫຼຸບ .... ມີວິທີແກ້ໄຂຈັ່ງໃດ ???


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການຫລິ້ນເນັດຫລາຍ ເປັນສາເຫດເຮັດໃຫ້ສະມາທິສັ້ນ


໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
ຄືຕອນນີ້ແມ່ນບໍ່ ..... ແຫະແຫະ ....


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອົກຮັກຫວາ ຄືມານັ່ງໃຈລອຍແທ້


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກສິ່ງທຸກຢ່າງມັນຂຶ້ນຢູ່ ນຳໃຈ
ຄັນໃຈມຸ້ງໝັ້ນແລ້ວ ແມ່ນຫຍັງ ກະບໍຫວັນ

ຮັກແທ້ຄືແມ່

໐ ກະທູ້
໒໕໗ ໂພສ
ນັກການກະທູ້
ຫັ້ນແລະ...ຂ້ອຍກະເປັນ...ໃຜມີວິທີ ເອົາມາບອກແດ່ດຸ....

!!!!! ຊິເອົາອີ່ຫຍັງກັບຜູ້ຍິງລັ່ນລ້າເກາະ... !!!!!.

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ່າສົງສານ ພະຍາຍາມຢ່າຢູ່ຄົນດຽວເດີ້.....

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຕ້ອງຝຶກຝົນດົນໆເອົາຕິ!


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄືກັນເລີຍ...
ມັນເປັນອາການຂອງຄົນຂີ້ຄ້ານບໍ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າວັດຟັງທຳ ອິອິ

ຮັກນ້ອງຕອນເມົາ

໖ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ກິນແນວມີປະໂຫຍດຫລາຍ2


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ເປັນຄືກັນເລີຍ...
ມັນເປັນອາການຂອງຄົນຂີ້ຄ້ານບໍ

ຄືກັນເລີຍ ສົງໃສຂີ້ຄ້ານບໍ່ຄ່ອຍຈະອອກໄປຫຼິ້ນໄກ ເລີຍເປັນນະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ເຂົ້າວັດຟັງທຳ ອິອິ



ແຖຫົວບວດເລີຍ ໂລດ ອາຫຼົງ ແຮ່ງມີສະມາທິ ຍາວ

ຮັກແທ້ຄືແມ່

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາຄົນມານັ່ງຂ້າງໆ
ຈະໄດ້ມີສະມາທິ