ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ລົມໄປເລື້ອຍ ~ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສິ່ງທີ່ຜູ້ຍິງຕ້ອງການແທ້ໆຄືຫຍັງ? ກາລະຄັ້ງໜຶ່ງໃນດິນແດນອັນໄກໂພ້ນ ອາເທີ້ຖືກຈັບ ແລະຈະຖືກປະຫານຊີວິດ ແຕ່ກະສັດສະເໜີໃຫ້ເຂົາເປັນອິດສະຫຼະຖ້າຫາກເຂົາສາມາດຕອບປັນຫາແສນຍາກຂໍ້ໜຶ່ງໄດ້ຖືກຕ້ອງ ອາເທີ້ມີເວລາຫາຄຳຕອບ 1 ປີເຕັມ ຖ້າເຂົາຕອບບໍ່ໄດ້ ເຂົາກໍຈະຖືກປະຫານຊີວິດ ຄຳຖາມນັ້ນຄື...ສິ່ງທີ່ຜູ້ຍິງຕ້ອງການແທ້ໆຄືຫຍັງ? ປັນຫາດັ່ງກ່າວຊ່າງຍາກຍິ່ງແກ້ຈົນເຖິງນັກປາດກໍຍັງງົງ ເຂົາກັບໄປທີ່ອານາຈັກຂອງເຂົາແລະເລີ່ມຫາຄຳຕອບ ແຕ່ບໍ່ມີໃຜໃຫ້ຄຳຕອບທີ່ໜ້າພໍໃຈໄດ້ ຄົນສ່ວນຫຼາຍຈະແນະນຳໃຫ້ເຂົາໄປປຶກສາເລື່ອງນີ້ກັບນາງແມ່ມົດແກ່ ເຊິ່ງໜ້າຈະເປັນຜູ້ ດຽວທີ່ຈະຮູ້ຄຳຕອບ ແຕ່ລາຄາປຶກສາຄົງຈະແສນແພງ ແລ້ວວັນສິ້ນປີກໍມາເຖິງ ອາເທີ້ບໍ່ມີທາງເລືອກອື່ນ ແມ່ມົດຕົກລົງຈະໃຫ້ຄຳຕອບແຕ່ອາເທີ້ຕ້ອງຍອມຮັບເງື່ອນໄຂແລກປ່ຽນກ່ອນ ນາງແມ່ມົດຕ້ອງການແຕ່ງງານກັບກາເວນ ອັດສະວິນຜູ້ຊົງກຽດສູງສຸດຂອງເຫຼົ່າອັດສະວິດໂຕະມົນແລະເປັນເພື່ອນທີ່ສະໜິດທີ່ສຸດຂອງອາເທີ້ ອາເທີ້ໜຸ່ມເຖິງກັບສະຫຍອງຂວັນ ເພາະນາງແກ່ຫຼັງກົ່ງເໝັນກໍເໝັນ ມີແຂ້ວເຫຼືອເຫຼັ້ມດຽວ ໂຕກໍເໝັນຄືຖັງວິດ ມັກເຮັດສຽງປະຫຼາດໜ້າລັງກຽດ ເຂົາປະຕິເສດ ທີ່ຈະໃຫ້ເພື່ອນຮັກແຕ່ງງານກັບນາງ ຝ່າຍກາເວນພໍໄດ້ຮັບຮູ້ເຖິງຂໍ້ສະເໜີນັ້ນ ເຂົາຍອມແຕ່ງງານເພື່ອຊີວິດຂອງອາເທີ້ແລະການດຳລົງຢູ່ຂອງອັດສະວິນໂຕະມົນ ແລະນາງແມ່ມົດກໍໃຫ້ຄຳຕອບຕໍ່ຄຳຖາມຂອງອາເທີ້ ສິ່ງທີ່ຜູ້ຍິງຕ້ອງການແທ້ໆ ກໍຄື............(ປິດໄວ້ກ່ອນ ແລ້ວຈະສະເລີຍຕອນທ້າຍລາຍການ ^^) ແມ່ມົດໄດ້ກ່າວອຳມະຕະວາຈາອັນຍິ່ງໃຫຍ່ ແລະອາເທີ້ກໍລອດພົ້ນຈາກການປະຫານແນ່ນອນ ແລະກໍເປັນເຊັ່ນນັ້ນຈິງ ແຕ່ໃນອີກມຸມໜຶ່ງ...ງານແຕ່ງງານຂອງກາເວນກັບນາງແມ່ມົດຊ່າງເຫຼືອຮັບອີຫຼີ ກາເວນສະຫງ່າຜ່າເຜີຍເຊັ່ນປົກກະຕິ ທັງສຸພາບອ່ອນນ້ອມ ສ່ວນຝ່າຍນາງແມ່ມົດເຖົ້ານັ້ນອອກລາຍນິໄສຫຍາບຊ້າສຸດເດນ ທັງກິນມູ່ມມ່າມດ້ວຍສອງມື ທັງເອື້ອມ ທັງຕົດ ທຸກຜູ້ຄົນຕ່າງຮູ້ສຶກອຶດອັດ ແລະແລ້ວຍາມຄ່ຳຂອງວັນສົ່ງໂຕກໍມາເຖິງ ກາເວນໄດ້ປອບຕົນເອງພ້ອມຮັບຄືນສະຫຍອງ ເຂົາກ້າວເຂົ້າສູ່ຫ້ອງນອນວິວາ ຊ່າງບໍ່ໜ້າເຊື່ອສາຍຕາຕົວເອງ ຍິງສາວແສນງາມທີ່ສຸດທີ່ເຄີຍພົບພານນອນຖ້າຢູ່ເບື້ອງໜ້າ ກາເວນງຸນງົງ ສາວງາມສະເລີຍ ເພາະກາເວນຊ່າງແສນດີກັບນາງ (ເມື່ອຍາມເປັນແມ່ມົດ) ດັ່ງນັ້ນເຄິ່ງໜຶ່ງຂອງວັນນາງຈະຢູ່ໃນສະພາບພິກົນການໜ້າລັງກຽດ ສ່ວນອີກເຄິ່ງໜຶ່ງຂອງວັນນາງຈະຢູ່ໃນຮ່າງແສນງາມນີ້ ກາງເວັນ ແລະກາງຄືນ ກາເວນຢາກໃຫ້ເປັນແນວໃດ ແມ່ນຂຶ້ນກັບລາວ ເປັນຄຳຖາມທີ່ຊ່າງໂຫດຮ້າຍ ກາເວນເລີ່ມຄິດໄຕ່ຕອງ ຍິງສາວສວຍງາມຍາມກາງເວັນເພື່ອອວດເພື່ອນຝູງ ແຕ່ກາງຄືນເມື່ອຢູ່ສອງຕໍ່ສອງເປັນນາງແມ່ມົດ ຫຼືວ່າເຂົາຄວນຈະເລືອກນາງແມ່ມົດຕອນກາງເວັນ ແລ້ວໄດ້ສາວງາມເພື່ອເລິງລະບຳຍາມຄ່ຳຄືນດີ ເປັນເຈົ້າເດະ ເຈົ້າຈະເລືອກຢ່າງໃດ (ແລ້ວມື້ໜ້າຈະສະເລີຍໃຫ້ຟັງວ່າ ແມ່ນຫຍັງ^^ )
ສິ່ງທີ່ແນ່ນອນຄືສິ່ງທີ່ບໍ່ແນ່ນອນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອິອິອິອິ.... ເປັນຄໍາຕອບທີຢາກ ແຕ່ກໍ່ມີຄວາມງ່າຍໃນໂຕ,
ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແຕ່ຍັງບໍ່ທັນໄດ້ຄໍາຕອບເທື່ອສໍາວ່າຜູ້ຍິງຕ້ອງການຫຍັງ?
ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສິ່ງທີ່ຜູ້ຍິງຕ້ອງການແທ້ໆຄືຫຍັງ? ສິ່ງທີ່ຜູ້ຍິງຕ້ອງການແທ້ໆແມ່ນນນນ (ການແນ່) ຜູ້ຍິງມັກທີ່ສຸດເດີ້ອັນນິ
DoTar !! ( ຄົນລົ້ມຕ້ອງຂ້າມ ຄົນຫຍາມຕ້ອງເອົາຄືນ )
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເລືອກຕາມໃຈ ລາວ ເພາະຂ້ອຍຮູ້ຄຳຕອບແລ້ວ ຜູ້ຍິງບໍ່ມັກໄຫ້ໃຜມາບັງຄັບ ແມ່ມົດກັບສາວງາມໃນຮ່າງດຽວຫັນລະແລ້ວແຕ່ອາລົມລາວເອງ ສຸດທ້າຍແມ່ມົດກະ ແປງເປັນສາວງາມຕະຫລອດໄປ ເພາະວ່າ ສາມີລາວຕອບໄດ້ຖືກໃຈຫລາຍ
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແນ ແລ້ວຄ່ອຍຍິງ
ບໍມີວັນໄດ້ຮັກກັນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຈົ້າຢາກເປັນຫຍັງ ເຈົ້າກະເປັນອັນນັ້ນ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຮ໋າໆໆໆ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຢ່າກທັງໂຊວ໌..ຢາກທັງບ່ຳບ໊ຳ.. ເອົາເປັນວ່າ..ຖ້າຟັງ ຈຂກທ ສະເຫຼີຍດີກວ່າ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ສີ່ງທີ່ຜູ້ຍິງຕ້ອງການແມ່ນ ແຕນແຕ່ນແຕ້ນນນນນນນນນນນ ບໍ່ຮູ້ນະ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແມ່ນການໄດ້ເປັນໂຕຂອງໂຕເອງ....ຖືກເລີຍແມ່ນບໍ່ ຮິຮິໆໆໆ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ AnA ຂຽນວ່າ... ສິ່ງທີ່ຜູ້ຍິງຕ້ອງການແທ້ໆຄືຫຍັງ?ກາລະຄັ້ງໜຶ່ງໃນດິນແດນອັນໄກໂພ້ນ ອາເທີ້ຖືກຈັບ ແລະຈະຖືກປະຫານຊີວິດ ແຕ່ກະສັດສະເໜີໃຫ້ເຂົາເປັນອິດສະຫຼະຖ້າຫາກເຂົາສາມາດຕອບປັນຫາແສນຍາກຂໍ້ໜຶ່ງໄດ້ຖືກຕ້ອງ ອາເທີ້ມີເວລາຫາຄຳຕອບ 1 ປີເຕັມ ຖ້າເຂົາຕອບບໍ່ໄດ້ ເຂົາກໍຈະຖືກປະຫານຊີວິດ ຄຳຖາມນັ້ນຄື...ສິ່ງທີ່ຜູ້ຍິງຕ້ອງການແທ້ໆຄືຫຍັງ? ປັນຫາດັ່ງກ່າວຊ່າງຍາກຍິ່ງແກ້ຈົນເຖິງນັກປາດກໍຍັງງົງ ເຂົາກັບໄປທີ່ອານາຈັກຂອງເຂົາແລະເລີ່ມຫາຄຳຕອບ ແຕ່ບໍ່ມີໃຜໃຫ້ຄຳຕອບທີ່ໜ້າພໍໃຈໄດ້ ຄົນສ່ວນຫຼາຍຈະແນະນຳໃຫ້ເຂົາໄປປຶກສາເລື່ອງນີ້ກັບນາງແມ່ມົດແກ່ ເຊິ່ງໜ້າຈະເປັນຜູ້ ດຽວທີ່ຈະຮູ້ຄຳຕອບ ແຕ່ລາຄາປຶກສາຄົງຈະແສນແພງ ແລ້ວວັນສິ້ນປີກໍມາເຖິງ ອາເທີ້ບໍ່ມີທາງເລືອກອື່ນ ແມ່ມົດຕົກລົງຈະໃຫ້ຄຳຕອບແຕ່ອາເທີ້ຕ້ອງຍອມຮັບເງື່ອນໄຂແລກປ່ຽນກ່ອນ ນາງແມ່ມົດຕ້ອງການແຕ່ງງານກັບກາເວນ ອັດສະວິນຜູ້ຊົງກຽດສູງສຸດຂອງເຫຼົ່າອັດສະວິດໂຕະມົນແລະເປັນເພື່ອນທີ່ສະໜິດທີ່ສຸດຂອງອາເທີ້ ອາເທີ້ໜຸ່ມເຖິງກັບສະຫຍອງຂວັນ ເພາະນາງແກ່ຫຼັງກົ່ງເໝັນກໍເໝັນ ມີແຂ້ວເຫຼືອເຫຼັ້ມດຽວ ໂຕກໍເໝັນຄືຖັງວິດ ມັກເຮັດສຽງປະຫຼາດໜ້າລັງກຽດ ເຂົາປະຕິເສດ ທີ່ຈະໃຫ້ເພື່ອນຮັກແຕ່ງງານກັບນາງ ຝ່າຍກາເວນພໍໄດ້ຮັບຮູ້ເຖິງຂໍ້ສະເໜີນັ້ນ ເຂົາຍອມແຕ່ງງານເພື່ອຊີວິດຂອງອາເທີ້ແລະການດຳລົງຢູ່ຂອງອັດສະວິນໂຕະມົນ ແລະນາງແມ່ມົດກໍໃຫ້ຄຳຕອບຕໍ່ຄຳຖາມຂອງອາເທີ້ ສິ່ງທີ່ຜູ້ຍິງຕ້ອງການແທ້ໆ ກໍຄື............(ປິດໄວ້ກ່ອນ ແລ້ວຈະສະເລີຍຕອນທ້າຍລາຍການ ^^) ແມ່ມົດໄດ້ກ່າວອຳມະຕະວາຈາອັນຍິ່ງໃຫຍ່ ແລະອາເທີ້ກໍລອດພົ້ນຈາກການປະຫານແນ່ນອນ ແລະກໍເປັນເຊັ່ນນັ້ນຈິງ ແຕ່ໃນອີກມຸມໜຶ່ງ...ງານແຕ່ງງານຂອງກາເວນກັບນາງແມ່ມົດຊ່າງເຫຼືອຮັບອີຫຼີ ກາເວນສະຫງ່າຜ່າເຜີຍເຊັ່ນປົກກະຕິ ທັງສຸພາບອ່ອນນ້ອມ ສ່ວນຝ່າຍນາງແມ່ມົດເຖົ້ານັ້ນອອກລາຍນິໄສຫຍາບຊ້າສຸດເດນ ທັງກິນມູ່ມມ່າມດ້ວຍສອງມື ທັງເອື້ອມ ທັງຕົດ ທຸກຜູ້ຄົນຕ່າງຮູ້ສຶກອຶດອັດ ແລະແລ້ວຍາມຄ່ຳຂອງວັນສົ່ງໂຕກໍມາເຖິງ ກາເວນໄດ້ປອບຕົນເອງພ້ອມຮັບຄືນສະຫຍອງ ເຂົາກ້າວເຂົ້າສູ່ຫ້ອງນອນວິວາ ຊ່າງບໍ່ໜ້າເຊື່ອສາຍຕາຕົວເອງ ຍິງສາວແສນງາມທີ່ສຸດທີ່ເຄີຍພົບພານນອນຖ້າຢູ່ເບື້ອງໜ້າ ກາເວນງຸນງົງ ສາວງາມສະເລີຍ ເພາະກາເວນຊ່າງແສນດີກັບນາງ (ເມື່ອຍາມເປັນແມ່ມົດ) ດັ່ງນັ້ນເຄິ່ງໜຶ່ງຂອງວັນນາງຈະຢູ່ໃນສະພາບພິກົນການໜ້າລັງກຽດ ສ່ວນອີກເຄິ່ງໜຶ່ງຂອງວັນນາງຈະຢູ່ໃນຮ່າງແສນງາມນີ້ ກາງເວັນ ແລະກາງຄືນ ກາເວນຢາກໃຫ້ເປັນແນວໃດ ແມ່ນຂຶ້ນກັບລາວ ເປັນຄຳຖາມທີ່ຊ່າງໂຫດຮ້າຍ ກາເວນເລີ່ມຄິດໄຕ່ຕອງ ຍິງສາວສວຍງາມຍາມກາງເວັນເພື່ອອວດເພື່ອນຝູງ ແຕ່ກາງຄືນເມື່ອຢູ່ສອງຕໍ່ສອງເປັນນາງແມ່ມົດ ຫຼືວ່າເຂົາຄວນຈະເລືອກນາງແມ່ມົດຕອນກາງເວັນ ແລ້ວໄດ້ສາວງາມເພື່ອເລິງລະບຳຍາມຄ່ຳຄືນດີ ເປັນເຈົ້າເດະ ເຈົ້າຈະເລືອກຢ່າງໃດ (ແລ້ວມື້ອື່ນຈະສະເລີຍໃຫ້ຟັງວ່າ ແມ່ນຫຍັງ^^ ) ตามใจ แม่มด เพราะถึงอย่างไรอัศวินอย่างผมก็ยอมรับการตัดสินใจของแม่มดได้ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
khuam pen toh khorng toh eng |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Olive ຂຽນວ່າ... ແມ່ນການໄດ້ເປັນໂຕຂອງໂຕເອງ....ຖືກເລີຍແມ່ນບໍ່ ຮິຮິໆໆໆແຕ່ສິ່ງທີ່ຜູ້ຊາຍ(ຢ່າງເຂົາ)ຕ້ອງການ.. ແມ່ນໄດ້ໃຊ້ຫົວໃຈດວງດຽວກັບເພິ່ນ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ບໍ່ຮູ້ເດະ ລະຊິມາຈອບເບິ່ງມື້ອື່ນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ບໍ່ຮູ້ເດະ ລະຊິມາຈອບເບິ່ງມື້ອື່ນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຢາກຮູ້ຊັນເບາະເບີ່ງແມ່ມົດຫັນເດະ ຄາຍໆກັນ ແມ່ຍິງຢຽບດັງສາຍນ້ຳໄຫຼນີງສິ່ງທີ່ຜູ້ຍິງຕ້ອງການແທ້ໆຄືຫຍັງ? ຂໍຕ່ອບແບ່ບຈິງຈັງ ບໍ່ຮູ້ນາ 555
ໄລຍະຮ່າງ ແລະ ເວລາຄົງຊ່ອຍໄດ້ຖ້າຫາກຈະລື່ມກັນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
tam jai mae lao leo tae lao |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Olive ຂຽນວ່າ... ແມ່ນການໄດ້ເປັນໂຕຂອງໂຕເອງ....ຖືກເລີຍແມ່ນບໍ່ ຮິຮິໆໆໆແຕ່ສິ່ງທີ່ຜູ້ຊາຍ(ຢ່າງເຂົາ)ຕ້ອງການ.. ແມ່ນໄດ້ໃຊ້ຫົວໃຈດວງດຽວກັບເພິ່ນ.. ເອົາໃຫ້ເລີຍກະໄດ້ໄປ໋...ໃຈຫັ້ນ ບັງເອີນເຂົາມີຫຼາຍ ;D |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄິດວ່າຄຳຕອບຄົງຈະເປັນຄືຮູບທາງລຸ່ມນີ້: ເບິ່ງຮູບແລ້ວຄິດໃຫ້ດີ ວ່າໃຜຕ້ອງການຫຍັງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຍາວ
K.Soubandith
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Olive ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Olive ຂຽນວ່າ... ແມ່ນການໄດ້ເປັນໂຕຂອງໂຕເອງ....ຖືກເລີຍແມ່ນບໍ່ ຮິຮິໆໆໆແຕ່ສິ່ງທີ່ຜູ້ຊາຍ(ຢ່າງເຂົາ)ຕ້ອງການ.. ແມ່ນໄດ້ໃຊ້ຫົວໃຈດວງດຽວກັບເພິ່ນ.. ເອົາໃຫ້ເລີຍກະໄດ້ໄປ໋...ໃຈຫັ້ນ ບັງເອີນເຂົາມີຫຼາຍ ;D ຄົນຫຼາຍໃຈ.. ຄົນຫຼອກລວງ.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຈົ້າຂອງກະທູ້ຄືບໍ່ມາສະເຫຼີຍປານນີ້.. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕ້ອງການຄວາມເປັນສ່ວນໂຕ
Evil ໃຈດຽວຫຼາຍຄວາມຄິດ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ເຈົ້າຂອງກະທູ້ຄືບໍ່ມາສະເຫຼີຍປານນີ້..ຈັກໜ່ອຍກ່ອນ..ໃຫ້ຄົນອື່ນໄດ້ອອກຄຳເຫັນຕື່ມ ^^
ສິ່ງທີ່ແນ່ນອນຄືສິ່ງທີ່ບໍ່ແນ່ນອນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ກະມີຄົນຕອບຢູ່ເທິງຫັນເດ້...... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຈັງແມ່ນ
ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຜູ້ຍິງທຸກໆຄົນ ກໍ່ຕ້ອງຊອກເປົ້າໝາຍທີ່ຈະຍິງລະບໍ, ຄັນຊັ້ນ ເຮັດຈັ່ງໃດຊິຍິງຖືກເປົາໝາຍລະ.
ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ... ຜູ້ຍິງທຸກໆຄົນ ກໍ່ຕ້ອງຊອກເປົ້າໝາຍທີ່ຈະຍິງລະບໍ, ຄັນຊັ້ນ ເຮັດຈັ່ງໃດຊິຍິງຖືກເປົາໝາຍລະ.ແມ່ນຫວາ
ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ
|