ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ສາມເມົນນີ້ມີແຕ່ເສຍ

໑ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ເມື່ອເວົ້າເຖິງເມົາເຮົາຈະເຫັນໄດ້ວ່າຄົນເຮົາເມົາຫຼາຍສິ່ງຫຼາຍຢ່າງ. ແຕ່ຜູ້ຂຽນຈະຂໍຍົກມາເວົ້າສູ່ທ່ານຜູ້ອ່ານຟັງພຽງແຕ່ “ສາມເມົາ” ຄື ສຸລາ, ນາລີ ແລະ ການພະນັນ ທີ່ຄິດວ່າມັນເປັນເມົາທີ່ສາມາດເຮັດໃຫ້ຜູ້ຄົນເສຍວັດຖຸເງິນຄຳ, ເສຍສຸຂະພາບ, ເສຍອະນາຄົດ, ເສຍຊີວິດ ແລະ ເສຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້.

ສຸລາ ຖ້າເປັນເຫຼົ້າ ເບຍ ມັນກໍເປັນສຸລາທີ່ຄົນສ່ວນຫຼາຍໃນສັງຄົມຍອມຮັບ ແລະ ນິຍົມດື່ມເພື່ອພົບປະສັງສັນລະຫວ່າງໝູ່ເພື່ອນ, ຍາດພີ່ນ້ອງ ແລະ ແຂກຄົນເຊິ່ງຖືວ່າແມ່ນເຄື່ອງດື່ມທີ່ສາມາດສ້າງຄວາມມ່ວນຊື່ນສາມັກຄີໄດ້ເປັນຢ່າງດີ, ແຕ່ກົງກັນຂ້າມຖ້າດື່ມບໍ່ມີສະຕິ ຫຼື ບໍ່ຖືກກາລະ-ເທສະ ມັນກໍສາມາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ຜູ້ດື່ມໄດ້ເຊັ່ນກັນ ເຊັ່ນ: ດື່ມທຸກມື້ຈົນເປັນນິດໄສ, ດ່ມຈົນເມົາແລ້ວຂັບຂີ່ລົດພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ຫຼື ອາລະວາດຕີກັນ... ການດື່ມແບບນີ້ ນອກຈາກຈະເສຍສຸຂະພາບ, ເສຍເງິນຄຳແລ້ວ ຍັງເສຍກຽດສັກສີ, ເສຍອະນາຄົດ ແລະ ອາດຈະເສຍຊີວິດກໍເປັນໄດ້. ຮ້າຍແຮງກວ່າເຫຼົ້າເບຍແລ້ວກໍຍັງມີ ຢາເສບຕິດ ເປັນຕົ້ນແມ່ນຢາບ້າທີ່ສາມາດເຮັດໃຫ້ຜູ້ເສບກ້າຂ້າແມ່ນແຕ່ພໍ່ແມ່ຂອງຕົນເອງ...

ນາລີ ຖ້າຜູ້ຊາຍທ່ານໃດບໍ່ສາມາດຢັບຢັ້ງຈິດໃຈຂອງຕົນເອງກໍມັກຈະຕົກຢູ່ໃນວຽນວົນແຫ່ງການເມົານາລີ ເຊິ່ງກໍເປັນເມົາໜຶ່ງທີ່ສາມາດສ້າງຄວາມເສື່ອມເສຍ ທາງດ້ານວັດຖຸເງິນຄຳ, ກຽດຍົດສັກສີ, ວັດທະນະທຳ ແລະ ເຮັດໃຫ້ສະຖາບັນຄອບຄົວອ່ອນແອ ຈົນບາງເທື່ອກໍເຖິງຂັ້ນແຕກຫັກກໍມີ.

ການພະນັນ ເຄີຍໄດ້ຍິນຄຳຄະຕິພົດບົດໜຶ່ງບໍວ່າ “ໂຈນປຸ້ນສິບເທື່ອ ກໍບໍ່ທໍ່ໄຟໄໝ້ເຮືອນເທື່ອດຽວ, ໄຟໄໝ້ເຮືອນສິບເທື່ອ ກໍບໍ່ທໍ່ເສຍການພະນັນເທື່ອດຽວ” ຄະຕິພົດດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຖືກໂຈນປຸ້ນກໍເສຍແຕ່ເງິນຄຳ ຍັງເຫຼືອເຮືອນໃຫ້ອາໄສຢູ່, ໄຟໄໝ້ເຮືອນກໍຍັງເຫຼືອດິນໃຫ້ອາໄສຢູ່ ແຕ່ເສຍການພະນັນບາງເທື່ອແມ່ນແຕ່ດິນກໍບໍ່ເຫຼືອໃຫ້ຢູ່ ຍ້ອນຖືກຢຶດ ຫຼື ຂາຍມາແທນໜີ້.

ມີບາງຄົນຖາມວ່າ ການຊື້ເລກເປັນການພະນັນບໍ? ຄຳຕອບກໍຄືເຂົ້າຂ່າຍການພະນັນແນ່ນອນ, ແຕ່ມັນພັດຖືກກົດໝາຍຍ້ອນວ່າແມ່ນການທ້ອນໂຮມທຶນຮອນໄປພັດທະນາປະເທດຊາດ (ຖ້າເລກທີ່ທ່ານຊື້ນັ້ນບໍ່ແມ່ນເລກເຖື່ອນ). ແນວໃດກໍຕາມທ່ານກໍຄວນຄຳນຶງເຖິງລາຍໄດ້-ລາຍຈ່າຍຂອງທ່ານ​ໄປ​ພ້ອມ ແລະ ຢ່າໄປຈົມຢູ່ກັບການສ່ຽງໂຊກຈົນມືນຫູມືນຕາບໍ່ຂຶ້ນກໍແລ້ວກັນ ບໍ່ແມ່ນເຫັນຕົ້ນກ້ວຍເໜັງຕິງຍ້ອນລົມພັດກໍໄປຂໍເລກ ຫຼື ຝັນເຫັນໜອນຢູ່ໃນຖົງປາແດກກໍຕີວ່າແມ່ນເລກເດັດກໍບໍ່ສົມຄວນເດີ້ !

ສະຫຼຸບແລ້ວທ່ານຈະເຮັດອັນໃດກໍໄດ້, ຈະກິນອັນໃດກໍກິນ ຖ້າການເຮັດການກິນຂອງທ່ານບໍ່ຜິດກົດໝາຍ ຫຼື ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ຕົວຂອງທ່ານ ແລະ ຄົນຮອບຂ້າງ ຈົນເຂົາເວົ້າວ່າທ່ານກຳລັງເມົາ.

ສະບາຍດີຈາກອາທິດ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ



໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫຼຸບແລ້ວທ່ານຈະເຮັດອັນໃດກໍໄດ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດື່ມແລ້ວມີສະຕິ ...ລົມສາວແມ່ນ ຄວາມລື່ນເລີນໃນຫົວໃຈ ການພະນັນເລືອກເລັ່ນໃນຍາມທີ່ ຈຳເປັນ ງັນ ກຳ ງັນ ເຮືອນດີ ເລັ່ນເພື່ອ ເຝົ້າ ໄຫ້ຢູ່ຈົນຊອດແຈ້ງ ແຕ່ທີ່ວ່າມາກະຂໍໄຫ້ຢູ່ໃນລະດັບ ນ້ອຍ ຫາ ກາງເດີ້ ພີ່ນ້ອງ ຕັດໃດ້ເລີຍ ກະ ເປັນການດິ ໂມທະນາສາທຸນຳ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້