ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ນິໃສ ຜູ້ຊາຍທີ່ ແມ່ຍິງມັກ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໕ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
1. ມັກຜູ້ຊາຍທີ່ໃຫ້ກຽດຕົນ ຕໍ່ໜ້າ ແລະ ລັບຫຼັງຄົນອື່ນ
2. ມັກຜູ້ຊາຍເວົ້າມ່ວນອ່ອນຫວານ, ແຕ່ແຝງຄວາມເຂັ້ມແຂງໃນນໍ້າສຽງ ( ກູ, ມືງ ໄວ້ໄຊ້ ກັບໝູ່ເພື່ອນ )
3. ມັກຜູ້ຊາຍທີ່ຍີ້ມງ່າຍແລະມີອາລົມຕະລົກ ( ບໍ່ຕ້ອງເກັກຫຼໍ່ ເພາະ ມັນບໍ່ຊ່ວຍໃຫ້ ຫຼໍ່ຂື້ນ ອິໆໆ )
4. ມັກຜູ້ຊາຍ ທີ່ເອົາໃຈ ຈື່ວັນສຳຄັນໄວ້ແດ່ ( ບໍ່ຕ້ອງຈື່ໝົດດອກ ໃຫ້ໄດ້ບາງສ່ວນກະພໍແລ້ວ ເປັນບຸນສຸດໆ )
5. ມັກຜູ້ຊາຍທີ່ເບິ່ງແລ້ວອົບອຸ່ນ ເພີ່ງພາໄດ້.
6. ມັກຜູ້ຊາຍທີ່ເກັ່ງ ມີຄວາມເປັນຜູ້ນຳ, ແຕ່ບໍ່ສຳຄັນຕົວເອງ ແລະ ດູຖູກຄົນອື່ນ.
7. ມັກຜູ້ຊາຍທີ່ຮູ້ຈັກງໍ້ແດ່ ຍີ່ງບາງເວລາທີ່ຕົນເຮັດຜິດນະ ( ຂໍໂທດຈັກຄຳ ເວົ້າເປັນບໍ່ )
8. ມັກຜູ້ຊາຍທີ່ແຕ່ງໂຕສະອາດ ເບິ່ງດີ ແດ່ໜ້ອຍໜື່ງ ບໍ່ຕ້ອງຫຼູຫຼາກະໄດ້ ( ເວລາໄປໃສນຳ ຈະບໍ່ອາຍຊາວບ້ານ )
9. ມັກຜູ້ຊາຍທີ່ສະເໝີຕົ້ນ ສະເໝີປາຍ ສະປດງອອກວ່າຮັກຢ່າງສະໝໍ່າສະເໝີ ( ເພາະຜູ້ຊາຍຫວັ່ນໄຫວງ່າຍ ໂດຍສະເພາະເຫັນສີ່ງ ສວຍໆ
ງາມໆ ລະບໍ່ໄດ້ )
10. ມັກຜູ້ຊາຍທີ່ເວລາໄປໃສມາໃສກະບອກກັນແດ່ ( ເພາະວ່າ ບໍ່ໄດ້ຢູ່ຄົນດຽວແລ້ວນະ ).

ທີ່ຂຽນມາຍັງຫາບໍ່ພໍ້ດອກ ຂ້ອຍຄິດວ່າຜູ້ຍິງທຸກຄົນກະມັກຜູ້ຊາຍທີ່ຮັກແລະຈິງໃຈຕໍ່ເຮົາຄົນດຽວແມ່ນບໍ !

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
hehe...
pen pai bor dai t poo sai ja mee kob 10kor tee vao ma hun dork

yang noy ka 4-5 kor thao nun tee

ຮັກນ້ອງຕອນເມົາ

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຄືມາເກືອບຄົບສູດແທ້ ຫາໃຫ້ໄດ້ເດີອິອິ

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິຊອກໄດ້ບໍ່ຜູ້ຊາຍແບບນີ້ນະ

★★★★★★★★

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Perfect ຂະຫນາດ

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ຢາກຫາຍາກແລ້ວຜູ້ຊາຍທີ່ມີຄົບທັນ 10 ຂໍ້!!!

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍແມ່ນຂ 5 ຫັນເດາະຢູ່ນຳແລ້ວອົບອຸ່ນໂລດ ຊິພາໄປຕາກແດດນິ eee.
ເວົ້າຢອກເດີສາວ.

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິໄດ້ໄປ ເຝິກໃຫ້ມັນໄດ້້ກ່ອນເດີ ລະຊິມາຫາ ຫຸຫຸຫຸ..

໔ ກະທູ້
໒໘໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
ຊິຊອກໄດ້ບໍ່ຜູ້ຊາຍແບບນີ້ນະ

ກະຂ້ອຍນິເດ

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Meo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
ຊິຊອກໄດ້ບໍ່ຜູ້ຊາຍແບບນີ້ນະ

ກະຂ້ອຍນິເດ

ເພິ່ນຫັ້ນຂໍ້1ກາເຮັດບໍ່ໄດ້ຕິ

ໄດ້ໝົດທຸກຂໍ້ເລີຍ ບໍ່ເຊື່ອກະລອງຄົບກັບເຂົາເບິງ eeee

໓ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
wa!!!! ກະຊິມີຢູ່ຫວາລະ!!

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Tong mi lae nccc....

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MimiOTY ຂຽນວ່າ...
1. ມັກຜູ້ຊາຍທີ່ໃຫ້ກຽດຕົນ ຕໍ່ໜ້າ ແລະ ລັບຫຼັງຄົນອື່ນ
2. ມັກຜູ້ຊາຍເວົ້າມ່ວນອ່ອນຫວານ, ແຕ່ແຝງຄວາມເຂັ້ມແຂງໃນນໍ້າສຽງ ( ກູ, ມືງ ໄວ້ໄຊ້ ກັບໝູ່ເພື່ອນ )
3. ມັກຜູ້ຊາຍທີ່ຍີ້ມງ່າຍແລະມີອາລົມຕະລົກ ( ບໍ່ຕ້ອງເກັກຫຼໍ່ ເພາະ ມັນບໍ່ຊ່ວຍໃຫ້ ຫຼໍ່ຂື້ນ ອິໆໆ )
4. ມັກຜູ້ຊາຍ ທີ່ເອົາໃຈ ຈື່ວັນສຳຄັນໄວ້ແດ່ ( ບໍ່ຕ້ອງຈື່ໝົດດອກ ໃຫ້ໄດ້ບາງສ່ວນກະພໍແລ້ວ ເປັນບຸນສຸດໆ )
5. ມັກຜູ້ຊາຍທີ່ເບິ່ງແລ້ວອົບອຸ່ນ ເພີ່ງພາໄດ້.
6. ມັກຜູ້ຊາຍທີ່ເກັ່ງ ມີຄວາມເປັນຜູ້ນຳ, ແຕ່ບໍ່ສຳຄັນຕົວເອງ ແລະ ດູຖູກຄົນອື່ນ.
7. ມັກຜູ້ຊາຍທີ່ຮູ້ຈັກງໍ້ແດ່ ຍີ່ງບາງເວລາທີ່ຕົນເຮັດຜິດນະ ( ຂໍໂທດຈັກຄຳ ເວົ້າເປັນບໍ່ )
8. ມັກຜູ້ຊາຍທີ່ແຕ່ງໂຕສະອາດ ເບິ່ງດີ ແດ່ໜ້ອຍໜື່ງ ບໍ່ຕ້ອງຫຼູຫຼາກະໄດ້ ( ເວລາໄປໃສນຳ ຈະບໍ່ອາຍຊາວບ້ານ )
9. ມັກຜູ້ຊາຍທີ່ສະເໝີຕົ້ນ ສະເໝີປາຍ ສະປດງອອກວ່າຮັກຢ່າງສະໝໍ່າສະເໝີ ( ເພາະຜູ້ຊາຍຫວັ່ນໄຫວງ່າຍ ໂດຍສະເພາະເຫັນສີ່ງ ສວຍໆ
ງາມໆ ລະບໍ່ໄດ້ )
10. ມັກຜູ້ຊາຍທີ່ເວລາໄປໃສມາໃສກະບອກກັນແດ່ ( ເພາະວ່າ ບໍ່ໄດ້ຢູ່ຄົນດຽວແລ້ວນະ ).

ທີ່ຂຽນມາຍັງຫາບໍ່ພໍ້ດອກ ຂ້ອຍຄິດວ່າຜູ້ຍິງທຸກຄົນກະມັກຜູ້ຊາຍທີ່ຮັກແລະຈິງໃຈຕໍ່ເຮົາຄົນດຽວແມ່ນບໍ !

1. ຖືກ (ສຸພາບຸລົດ ເອີ້ຍ! ບຸລຸດຢູ່ແລ້ວ )
2. ຖືກ (ໃຫ້ເອີ້ນທີ່ຮັກໝົດມື້ກະໄດ້ )
3. ຖືກ (ແຕ່ຢາກເກັນນ່ອຍໜຶ່ງ )
4. ຖືກ (ຈື່ດີກວ່າບົດຮຽນອີກ )
5. ຖືກ (ຂາວ ອວບ ກອດອຸ່ນ ຊ່ະຢ່າງ )
6. ຖືກ (ອ່ອນນ້ອມ ຖ່ອມຕົນຢູ່ແລ້ວ )
7. ຖືກ (ດີກັນເນາະຕະເອງ )
8. ຖືກ (ເບິ່ງ Chic Channel ຕະຫຼອດ ແຖມອາບນ້ຳບໍ່ຕ່ຳສອງເທືອຕໍ່ມື້! )
9. ຖືກ (ຜູ້ສາວງາມ ກະດ້າມແນມເບິ່ງ ແຕ່ຈັ່ງໃດຜູ້ທີ່ຢູ່ທາງຂ້າງກະຮັກສຸດຫົວໃຈ )
10. ຖືກ (ຕື່ນມາໂທຫາ ໄປຮຽນໂທຫາ ເລີກຮຽນໂທຫາ ໄປກິນເບຍກັບໝູ່ໂທຄອບ! ດີປານນີ້!)

ໂອ້ໂຫ! ຖືກເປະ! ເປະ! ໝົດສິບຂໍ້!!!

໕ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຄືສິບໍ່ມີດອກ.....ໃນພັນລາວນິ

໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ເຂົາຂໍຂໍ້ດຽວ ຂໍ້ທີ່9 ສະເໝີຕົ້ນສະເໝີປາຍ ມັກຄົນແນວນີ້

Pookie Ordinary Girl

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
9 khor tham id khue si mee yoo tea khor 10 nee, khue si ha khone het num yarc

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບ່ວເບ້ວ ຄືຊິແມ່ນ dream man ຂອງສາວໆຫຼາຍຄົນເລືຍເນາະ ເຫັນຖືກໝົດທຸກຂໍ້

ທ້າວທອງໃສ

໖ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ pookie ຂຽນວ່າ...
ເຂົາຂໍຂໍ້ດຽວ ຂໍ້ທີ່9 ສະເໝີຕົ້ນສະເໝີປາຍ ມັກຄົນແນວນີ້

ແບບນີ້ມັນແມ່ນເສົາໄຟຟ້າຕິ ເບາະ ແຮ່ໆ .....

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຂໍ້ 10 ຫັ້ນໂທຄອບຢູ່ ໂທຄອບວ່າບໍ່ໄດ້ເມືອ 555...

ເທບແຫ່ງພາສາລາວ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລັບຊາບ

໑໓ ກະທູ້
໒໓໗ ໂພສ
ນັກການກະທູ້
ອຸ້ຍ!!! ຖືກກັບເຮົາໝົດເລີຍ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຜູ້ໃດກະເວົ້າໄດ້ຫັ້ນແຫລະ ແຕ່ເວລາຊິໄປຈີບແທ້ໆ ພັດຫລິ້ນໂຕຈ້ອຍ ຮະຮະຮະຮ!!!!!

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ເປັນກຳລັງໃຈໃຫ້ເດີ ມີ່ມີ່

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເຊື່ອບໍ່ວ່າໃນນັ້ນມີຂ້ອຍກ້າຮັບປະກັນເຮັດໄດ້ເເທ້
1. ມັກຜູ້ຊາຍທີ່ໃຫ້ກຽດຕົນ ຕໍ່ໜ້າ ແລະ ລັບຫຼັງຄົນອື່ນ
ຊາຍທີ່ໃຫ້ກຽດຕົນຕໍ່ໜ້າ(ລັບຫຼັງບໍ່ຮັບປະກັນ)ເຄີ່ງຂໍ້ກະນັບຢູ່ຫວາ

໓໐ ກະທູ້
໒໘໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ MimiOTY ຂຽນວ່າ...
1. ມັກຜູ້ຊາຍທີ່ໃຫ້ກຽດຕົນ ຕໍ່ໜ້າ ແລະ ລັບຫຼັງຄົນອື່ນ
2. ມັກຜູ້ຊາຍເວົ້າມ່ວນອ່ອນຫວານ, ແຕ່ແຝງຄວາມເຂັ້ມແຂງໃນນໍ້າສຽງ ( ກູ, ມືງ ໄວ້ໄຊ້ ກັບໝູ່ເພື່ອນ )
3. ມັກຜູ້ຊາຍທີ່ຍີ້ມງ່າຍແລະມີອາລົມຕະລົກ ( ບໍ່ຕ້ອງເກັກຫຼໍ່ ເພາະ ມັນບໍ່ຊ່ວຍໃຫ້ ຫຼໍ່ຂື້ນ ອິໆໆ )
4. ມັກຜູ້ຊາຍ ທີ່ເອົາໃຈ ຈື່ວັນສຳຄັນໄວ້ແດ່ ( ບໍ່ຕ້ອງຈື່ໝົດດອກ ໃຫ້ໄດ້ບາງສ່ວນກະພໍແລ້ວ ເປັນບຸນສຸດໆ )
5. ມັກຜູ້ຊາຍທີ່ເບິ່ງແລ້ວອົບອຸ່ນ ເພີ່ງພາໄດ້.
6. ມັກຜູ້ຊາຍທີ່ເກັ່ງ ມີຄວາມເປັນຜູ້ນຳ, ແຕ່ບໍ່ສຳຄັນຕົວເອງ ແລະ ດູຖູກຄົນອື່ນ.
7. ມັກຜູ້ຊາຍທີ່ຮູ້ຈັກງໍ້ແດ່ ຍີ່ງບາງເວລາທີ່ຕົນເຮັດຜິດນະ ( ຂໍໂທດຈັກຄຳ ເວົ້າເປັນບໍ່ )
8. ມັກຜູ້ຊາຍທີ່ແຕ່ງໂຕສະອາດ ເບິ່ງດີ ແດ່ໜ້ອຍໜື່ງ ບໍ່ຕ້ອງຫຼູຫຼາກະໄດ້ ( ເວລາໄປໃສນຳ ຈະບໍ່ອາຍຊາວບ້ານ )
9. ມັກຜູ້ຊາຍທີ່ສະເໝີຕົ້ນ ສະເໝີປາຍ ສະປດງອອກວ່າຮັກຢ່າງສະໝໍ່າສະເໝີ ( ເພາະຜູ້ຊາຍຫວັ່ນໄຫວງ່າຍ ໂດຍສະເພາະເຫັນສີ່ງ ສວຍໆ
ງາມໆ ລະບໍ່ໄດ້ )
10. ມັກຜູ້ຊາຍທີ່ເວລາໄປໃສມາໃສກະບອກກັນແດ່ ( ເພາະວ່າ ບໍ່ໄດ້ຢູ່ຄົນດຽວແລ້ວນະ ).

ທີ່ຂຽນມາຍັງຫາບໍ່ພໍ້ດອກ ຂ້ອຍຄິດວ່າຜູ້ຍິງທຸກຄົນກະມັກຜູ້ຊາຍທີ່ຮັກແລະຈິງໃຈຕໍ່ເຮົາຄົນດຽວແມ່ນບໍ !

ສຳຫລັບຜູ້ຊາຍ ມັກຜູ້ຍິງ
1. ມັກຜູ້ຍິງທີ່ໃຫ້ກຽດໃນເວລາຕົດ ຕໍ່ໜ້າ ແລະ ລັບຫຼັງຄົນອື່ນ
2. ມັກຜູ້ຍິງເວົ້າມ່ວນອ່ອນຫວານ, ແຕ່ບໍ່ແຝງດ້ວຍຢາເບື່ອໃນນໍ້າສຽງ ( ກູ, ມືງ ບັກຫ່າ ບັກໂງ່ກູອາຍເພື່ອນໂວຍ )
3. ມັກຜູ້ຍິງທີ່ຍີ້ມງ່າຍແລະມີອາລົມຕົດຕະລອດເວລາ ( ບໍ່ຕ້ອງອົດກັ້ນ ເພາະ ເພາະຕົດມັນສິບໍ່ດັງ 5555 )
4. ມັກຜູ້ຍິງທີ່ບໍ່ເອົາແຕ່ເອົາໃຈ ຈື່ວັນສຳຄັນໄວ້ແດ່ ( ບໍ່ຕ້ອງຈື່ໝົດດອກ ພຽງວັນທີ່ຝົນຄັ້ງທຳອິດໃນໂລກເປັນບຸນສຸດໆ 555 )
5. ມັກຜູ້ຍິງທີ່ເບິ່ງແລ້ວສວຍນຽນ ເບິ່ງແລ້ວມີອາລົມ.
6. ມັກຜູ້ຍິງທີ່ບໍ່ເກັ່ງແຕ່ດ່າ ທຳທ່າເປັນຜູ້ນຳ, ແຕ່ບໍ່ສຳຄັນຕົວເອງ ແລະ ດູຖູກຄົນອື່ນ.
7. ມັກຜູ້ຍິງທີ່ບໍ່ຂີ້ງອນ ເວລາທີ່ຕົນເຮັດຜິດຕ້ອງຍອມຮັບ ( ຂໍໂທດທີ່ຜິດໄປແລ້ວ ເວົ້າເປັນບໍ່ )
8. ມັກຜູ້ຍິງທີ່ແຕ່ງໂຕສະອາດ ເບິ່ງດີ ມີອາລົມ ບໍ່ຕ້ອງລັ້ນເກີນໄປກະໄດ້ ( ເວລາໄປໃສນຳ ຈະໄດ້ອວດຊາວບ້ານ 555 )
9. ມັກຜູ້ຍິງທີ່ສະເໝີຕົ້ນ ສະເໝີປາຍ ສະແດງອອກທາງເພດສະໝໍ່າສະເໝີ ( ເພາະຜູ້ຊາຍຫັນແລ້ວຫວັ່ນໄຫວງ່າຍ ໂດຍສະເພາະພວກໂລກຈິດເຫັນສີ່ງ ສວຍໆ
ງາມໆ ລະ ບໍ່ໄດ້ຂອງຂື້ນໂລດ)
10. ມັກຜູ້ຍິງທີ່ເວລາໄປໃສບໍ່ຕ້ອງຈຸກຈິກວ່າໄປໃສມາໃສ ( ເພາະວ່າ ລຳຄານນະ ).

ອ່ານເອົາຮາຢ່າໄປຈິງຈັງ

ເຮົາໄປກັນບໍ່ໄດ້

໑໓ ກະທູ້
໒໕໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
9. ມັກຜູ້ຊາຍທີ່ສະເໝີຕົ້ນ ສະເໝີປາຍ ສະແດງອອກວ່າຮັກຢ່າງສະໝໍ່າສະເໝີ ( ເພາະຜູ້ຊາຍຫວັ່ນໄຫວງ່າຍ ໂດຍສະເພາະເຫັນສີ່ງ ສວຍໆ
ງາມໆ ລະບໍ່ໄດ້ )
10. ມັກຜູ້ຊາຍທີ່ເວລາໄປໃສມາໃສກະບອກກັນແດ່ ( ເພາະວ່າ ບໍ່ໄດ້ຢູ່ຄົນດຽວແລ້ວນະ ).

ຕື່ມໆ ມັກຜູ້ຊາຍທີ່ເຊື່ອໃຈ ລະໃຫ້ຄົບເຮົາຄົນດຽວ ບໍ່ມັກຕົວະ

໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
3. ມັກຜູ້ຊາຍທີ່ຍີ້ມງ່າຍ
9. ມັກຜູ້ຊາຍທີ່ສະເໝີຕົ້ນ ສະເໝີປາຍ
7. ມັກຜູ້ຊາຍທີ່ຮູ້ຈັກງໍ້ແດ່

ຢູ່ຫ່າງໆ ຢ່າງຫ່ວງໆ

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ຂ້ຽຄືຊິບໍ່ເຂົ້າຈັກຂໍ້ເພາະຂ້ຽຢູ່ຂໍ້ ໑໓

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
10 ຂໍ້ນີ້ມີຢູ່ປະມານ 5 ຂໍ້..

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>