ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຂົາຍົກເລີກການສຳປະທານທີ່ດິນບຶງທາດຫຼວງ!!!

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຊໂຍ!ໄຊໂຍ!!!!

ຊາດແມ່ນດີໃຈທີ່ມາໄດ້ຮູ້ຂ່າວທີ່ໃນທີ່ສຸດເຈົ້ານາຍຫົວງູພາກັນສເດຶອກຮູ້ວ່າເສັຍປຽບ!!
ຈຶ່ງມາພາກັນຍົກເລິກການໃຫ້ສຳປະທານບຶງທາດຫຼວງ!
ມື້ນີ້ ຖືເປັນໄຊຊະນະອັນພິເສດທີ່ແຜນການນີ້ລົ້ມເລີກໄປ!!
ຫາກບຶງທາດຫຼວງຫາກຕົກໄປເປັນຄືເຈົ້າໃຫຍ່ນາຍໂຕເພິ່ນໂອ້ອວດແລ້ວ ວຽງຈັນກະຊິກາຍເປັນຄືເມຶອງຮ້າງ
ໃນອີກບໍ່ທໍ່ໃດສີບປີ ດັ່ງອານາຈັກລານນາ ທີ່ເຮົາຕ້ອງຜ່າຍຫຼົບຫນີລົງມາທາງໃຕ້...
ບຶງທາດຫຼວງມັນມີຄຸນລັກຊະນະຂອງມັນ ໃຫ້ທັງຄວາມຊຸ່ມແລະເປັນ ບ່ອນກັ່ນທຳມະຊາດ ຫາກວ່າຖືກຖົມໄປມັນກໍ
ຈະພາໃຫ້ວຽງຈັນຍິ່ງອົບເອົ້າຂື້ນຊັກໄຊ້!!
ດີໃຈຫຼາຍທີ່ເຫດຜົນອື່ນສາມາດມາລົບລ້າງເຫດຜົນທາງການເມືອງນີ້!
ຕໍ່ໄປ ກະມາພາກັນຮຽກຮ້ອງໃຫ້ຢຸດການສ້າງເຂື່ອນກັ້ນນ້ຳຂອງທີ່ດອນສະຫົງນຳກັນເທາະ ພີ່ນ້ອງພັນລາວ.
ແມ່ນລະຫຼາຍຄົນນັ້ນຟັງສຽງທີ່ວ່າຈະໄດ້ຜົນປະໂຫຍດນັ້ນນີ້ ເປັນຕື້!!ແຕ່ບໍ່ມອງເຫັນຜົນເສັຍທີ່ກາຍເປັນສອງຕື້!!
ສາມຕື້! ສີ່ພັນດອນ ທີ່ອາຈຈົມຫາຍ, ສີ່ພັນຄົນທີ່ຕ້ອງຍົກຍ້າຍປະບ້ານສ່ອງດິນດອນຕອນຫຍ້າ, ປະອຸ່ເຂົ້າອຸ່ນ້ຳ
ທີ່ເຄິຍທຳມາຫາກິນແຕ່ປາງປະຖົມ ແຕ່ປູສັງກະສາ ຍ່າສັງກະສີ..
ອີກຜົນຮ້າຍທີ່ຈະຕາມມາຄືປ່ອງນ້ຳລຳທານທີ່ປູປາເຄີຍຂື້ນລ່ອງໄປອອກແມ່ແຜ່ລູກກັນມາແຕ່ກ່ອນເຮົາເກີດ..
ຄົນຍັງພໍອະທິບາຍໃຫ້ກັນຟັງໄດ້ ແຕ່ປານີ້ຕິມັນປຶກເອົາແທ້ເອົາວ່າບໍ່ເຂົ້າໃຈວ່າຕ້ອງຜລິດໄຟຟ້າສົ່ງອອກຂາຍ
ໃຫ້ຜູ່ສແວງໃຊ້ຊາວໄທ,ຊາວ ຫວຽດນາມ,ຊາວຂເມນ..
ປາອັບປີບໍ່ຢາກເຫັນຄວາມຈະເຣີນນໍ!
ກະແນວວ່າມັນຊິດັບສູນສີ້ນເຊື້ອ, ແຕ່ມັນກະບໍ່ສາມາດປະທ້ວງເອັງໄດ້, ຫາກວ່າປາປາກເປັນ!!
ມັນກະຊິຄາງໂອຍຄືກັນກະບໍ່ຮູ້!!
ຢາກຂໍຊວນເຊິນທ່ານປັນຍາຊົນທັງຫຼາຍທີ່ຍັງພໍມີນ້ຳມັນໃນສຫມອງໃຫ້ມາລອງອອກຄວາມເຫັນນຳກັນເບິ່ງດູວ່າ ສົມຄວນບໍ່ທີ່ຈະສ້າງດ້ວຍການທຳລາຍທຳມະຊາດທີ່ຫາໃສບໍ່ມີຄ້າຍຄືກັນກັບຄອນຫຼີ່ຜີ!!
ອີກໃນອານາຄົດອັນໃກ້ໆນີ້ ຫວຽດນາມກໍຈະສ້າງໂຮງງານໄຟຟ້າພລັງ ປະຣະມະນູ ເປັນຫຼາຍໆແຫ່ງ!!ແລ້ວ
ເຂື່ອນໄຟຟ້າ ທີ່ຜລິດອອກມາຫັ້ນໃຜຈະຊື້?
ແລ້ວທ່ານຜູ່ໃຫ້ອະນຸຍາດສ້າງຈະກັບມາຮັບໂທດບໍ?ແລະເຈົ້າຂອງໂຄງການຫາກວ່າບໍ່ມີຜົນປະໂຫຍດ
ແລ້ວຊິມາຊົດເສັຍຄ່າຄວາມເສັຍຫາຍບໍ່ໃນພື້ນທີ່ທຳມະຊາດທີ່ຕ້ອງຖືກປ່ຽນແປງໄປ?

ຈົ່ງເອົາໄປຄິດຮ່ຳດີໆເດິພີ່ນ້ອງພັນລາວ, ຢ່າຟ້າວອອກຄຳເຫັນແບບປະມາດແລະບໍ່ໄດ້ຄຸ້ນຄິດຄັກແນ່..
ຈົ່ງພິນິດພິຈາຣະນາໃຫ້ຖ້ວນຖີ່ ມັນເປັນບັນຫາທີ່ຍາກ ແຕ່ໃຜຈະມາ ຕັດສິນໃຈແທນເຮົາຄົນລາວໄດ້ ຫາກວ່າເຮົາບໍ່ຕັດສິນໃຈເອັງວ່າເຮົາຢາກເຫັນຄວາມຈະເຣີນໄປໃນຮູບໃດ??
ເຫັນວ່າຄວາມເສັຍແລະຄວາມໄດ້ມັນສົມດຸນກັນບໍ?

ຫວັງວ່າທຸກຄົນຈະບໍ່ວ່າເຮົາເປັນບ້າທີ່ຂຽນຂ່າວເປົ່າປີວ..
ຢາກໃຫ້ເຫດການມັນປ່ຽນໄປດັ່ງກໍຣະນີຂອງບຶງທາດຫຼວງ!!

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຮ່າໆໆໆ ແບບວ່າບໍ່ອອກຄຳເຫັນສົ່ງເດດ ເລີຍມາເປີດສົດ ກະທູ້

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ຳຕາແທບໄຫຼ..
ເມື່ອຮູ້ວ່າ..
ບຶງທາດຫຼວງຍັງຄົງຢູ່..

ສ່ວນເລື່ອງເຂື່ອນແມ່ນ້ຳຂອງ..
ຂໍຄັດຄ້ານ..
ເພາະແມ່ນ້ຳຂອງນັ້ນ..
ບໍ່ໄດ້ໃຊ້ພຽງແຕ່ຊາດລາວຊາດດຽວ..
ເຮົາຄວນຈະຮູ້ຈັກຍັບຍັ້ງຜົນປະໂຫຍດສ່ວນຕົວ..
ເພື່ອຮັກສາຜົນປະໂຫຍດສ່ວນຮວມ..

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການສ້າງເຂື່ອນແນ່ນອນລະຕ້ອງມີຜົນກະທົບທາງທຳມະຊາດແນ່ນອນ ນັ້ນກໍ່ຄືການຕັດໄມ້ເພື່ອເປັນເຂດອ່າງກັກເກັບນ້ຳ ການລະເບີດເອົາຫີນພູມາຖົມເປັນເຂື່ອນ ແລະ ວຽກງານກໍ່ສ້າງຕ່າງໆໆ. ແຕ່ວ່າຄົນທີ່ສ້າງນັ້ນເຂົາກໍ່ພະຍາຍາມໃຫ້ຜົນເສຍຕໍ່ລະບົບນິເວດນ້ອຍທີ່ສຸດ ( ແຕ່ກໍ່ຍັງມີຜົນເສຍຫາຍ ) .
ກ່ອນທີ່ຈະສ້າງເຂື່ອນ ບັນດາໂຄງການຕ່າງໆ ແມ່ນຕ້ອງໄດ້ມີບົດປະເມີນ ເລື່ອງການທຳລາຍສິ່ງແວດລ້ອມ environmental impact assessment (EIA) ວ່າຈະກະທົບບ່ອນໃດແດ່ ແລະນອກຈາກນີ້ຍັງມີການອອກເອກະສານອື່ນໆໆໆໆໆ. ໂດຍສະເພາະເລື່ອງສິ່ງແວດລ້ອມແມ່ນຫລາຍທີ່ສຸດໃນການສ້າງເຂື່ອນ
...ຂພຈ ບໍ່ແມ່ນວ່າສະນັບສະນຸນໃນການສ້າງເຂື່ອນ ແຕ່ວ່າ ໃນວິກິດ ມັນກໍ່ຍັງມີໂອກາດ ມີເຂື່ອນ: ແມ່ນມີພະລັງງານໃຊ້ ເຊິ່ງຄວາມຕ້ອງການແມ່ນເພີ່ມຂື້ນທຸກມື້ . ມີນ້ຳໄວ້ ໃນຍາມຂາດເຂີນ ເຂດຫນ້າອ່າງ ແມ່ນສາມາດເປັນແຫຼ່ງທ່ອງທ່ຽວໃດ້ ໃນໄລຍະກໍ່ສ້າງ ສາມາດສ້າງວຽກເຮັດງານທຳໄຫ້ແກ່ບັນດາ ປະຊາຊົນໄກ້ຄຽງ ແລະ ນັກສຶກສາທີ່ຈົບໄຫ່ມກໍ່ສາມາດ ຫາວຽກໄດ້ງ່າຍ ແຕ່ລະໂຄງການທີ່ກໍ່ສ້າງນັ້ນ ລັດທະບານກໍ່ມີຮຸ້ນຢູ່ໃນນັ້ນ ເຊິ່ງມື້ໃດທີ່ວ່າ ຂາຍໄຟນັ້ນກໍ່ຄື ລັດມີລາຍຮັບຈາການຂາຍ ໄຟ...ຈຸດອ່ອນກໍ່ຄືໄນໄລຍະກໍ່ສ້າງແມ່ນຈະກະທົບຕໍ່ສິ່ງແວດລ້ອມ ແຕ່ຫຼັງຈາກກໍ່ສ້າງແລ້ວ ແຕ່ລະໂຄງການແມ່ນຕ້ອງໄດ້ ປູກຕົ້ນໄມ້ ໃນບໍລິເວນໂຄງການໄຫ້ໄກ້ກະສະພາບເດີມຫຼາຍທີ່ສຸດ ອາດຈະໃຊ້ເວລາ.
ຂ້າພະເຈົ້າບໍ່ໄດ້ມີເຈດຕະນາ ອື່ນເດີ້ ພີ່ນ້ອງ ແຕ່ວ່າ ຂຽນມາດ້ວຍຄວາມເຂົ້າໃຈຂອງຕົນເອງ.

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ຮ່າໆໆໆ ແບບວ່າບໍ່ອອກຄຳເຫັນສົ່ງເດດ ເລີຍມາເປີດສົດ ກະທູ້

ກະພໍພຽງແລ້ວທີ່ມາອ່ານຫຼີ້ນນຳກັນ!
ຫວັງວ່າ ບົດຂຽນຂ້າງເທິງນີ້ຄົງໃຫ້ຂໍ້ຄິດບາງຢ່າງ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ນ້ຳຕາແທບໄຫຼ..
ເມື່ອຮູ້ວ່າ..
ບຶງທາດຫຼວງຍັງຄົງຢູ່..

ສ່ວນເລື່ອງເຂື່ອນແມ່ນ້ຳຂອງ..
ຂໍຄັດຄ້ານ..
ເພາະແມ່ນ້ຳຂອງນັ້ນ..
ບໍ່ໄດ້ໃຊ້ພຽງແຕ່ຊາດລາວຊາດດຽວ..
ເຮົາຄວນຈະຮູ້ຈັກຍັບຍັ້ງຜົນປະໂຫຍດສ່ວນຕົວ..
ເພື່ອຮັກສາຜົນປະໂຫຍດສ່ວນຮວມ..

ແລ້ວ ໂຂດຫິນ, ປ່ອງນ້ຳທີ່ຊາວໂລກຖືວ່າເປັນທີ່ສວຍງາມຫາໃສມາປຽບປານບໍ່ມີນັ້ນ ບໍ່ພາໃຫ້ນ້ຳຕາໄຫຼບໍ? ຫາກຮູ້ວ່າມັນຈະຫາຍສາບສູນໄປຢ່າງບໍ່ມີໂອກາດຄືນມາໃຫມ່ໄດ້?
ແມ່ນຕິວ່າແມ່ນ້ຳຂອງເປັນແມ່ນ້ຳທີ່ໄຫຼຜ່ານຫຼາຍປະເທດ..ຫາກໃຜກໍຈະແນມເຫັນແຕ່ຜົນໄດ້ແກ່ຕົນຢ່າງດຽວ ດັ່ງຣັຖບານຈີນທີ່ສ້າງເຂື່ອນໃສ່ແມ່ນ້ຳຂອງເປັນຫຼາຍໆແຫ່ງ..ຜົນຂອງການສ້າງນັ້ນ ພວກຊາວພະມ້າ, ລາວ, ໄທ, ຫວຽດ
ແລະຂເມນໄດ້ປະສົບມາ ບໍ່ນານມານີ້..
ເພາະຈີນແນມເຫັນພຽງຜົນປະໂຫຍດສຳຫຼັບໂຕເອັງຢ່າງດຽວບໍ່ແມ່ນບໍ?
ນ້ຳຂອງທີ່ແຫ້ງ, ການສັນຈອນທາງເຮຶອໃນລຳນ້ຳຂອງປີກາຍ...
ແລະປີຕໍ່ໆໄປ ເພາະ ຄວາມວ່າ ໃຜໆກໍເຫັນແຕ່ຜົນປະໂຫຍດຂອງຕົນ..
ແລ້ວຊາວຂເມນຜູ່ຢູ່ລຸ່ມສຸດຂອງນ້ຳຂອງເດ ໄດ້ຫຍັງຈາກແມ່ຂອງທີ່ໄຫຼຜ່ານບ້ານເຂົາເຈົ້າຄືກັນ?

ອີກປະການຫນຶ່ງແມ່ນ້ຳຂອງເປັນແມ່ນ້ຳທີ່ໄຫຼຜ່ານຫຼາຍໆປະເທດ - ເປັນແມ່ນ້ຳ ນາໆຊາດ, ບໍ່ສົມຄວນທີ່ຈະໃຫ້ປະເທດໃດໆມີຜົນເສັຍຫາຍ ຫຼືປະເທດມດໆສແວງຫາຜົນປະໂຫຍດແຕ່ລຳພັງ ຢ່າງບໍ່ແນມເຫັນຜູ່ອື່ນ!
ຫາກຈີນສ້າງເຂື່ນໃສ່ ແມ່ນ້ຳ ຢາງຊີ ກະບໍ່ມີໃຜວ່າຫຍັງໄດ້ເພາະແມ່ນ້ຳຢາງຊີມັນໄຫຼຢູ່ແຕ່ໃນດິນຈີນ..

ຜົນເສັຍຫາຍທີ່ມີມາ ຢູ່ລາວເຮົາກະໄດ້ເຫັນຄວາມເຂິນຂາດນ້ຳ, ຊາວຫວຽດທາງແຖວສາມຫຼ່ຽມປາກນ້ຳຂອງບໍ່ມີນ້ຳພຽງພໍໃນການປູກຝັງ...
ແມ່ນລະໃນທັສນະທາງເສຖສາດໃຜໆກໍຄວນສວຍໃຊ້ທຸກໂອກາດທີ່ມີ, ຫາກເຮົາຈະພາກັນແນມເຫັນແຕ່ຜົນໄດ້ຢ່າງດຽວ ຊົ່ວຮອດເຊັ່ນລູກເຊັ່ນຫຼານເຮົາທຸກຄົນກະຊິໄດ້ແຕ່ບອກວ່າແຕ່ກີ໊..ບ່ອນນີ້ແມ່ນ ຫຼີ່ຜີ!

ຕາມກະແສຂ່າວທີ່ຮູ້ມານັ້ນຂົງເຂດຕາດຄອນຫຼີ່ຜີນີ້ ໄດ້ຮັບການຊົມເຊີຍວ່າເປັນແຫ່ງຫນຶ່ງແຫ່ງດຽວໃນໂລກທີ່ສວຍງາມແລະຈະເປັນແຫ່ງຫນຶ່ງໃນອານາຄົດທີ່ຈະດຶງດູດ
ຄວາມສົນໃຈຂອງນັກທ່ອງທ່ຽວໃຫ້ມາທ່ຽວຊົມແລະທັງຍັງມີວິ່ແວວວ່າອາຈໄດ້ເປັນຂົງເຂດ heritage of unesco
ຫາກເຂື່ອນນັ້ນໄປຕັ້ງຕຫງ່ານບານຕາປານ ຫໍວັທນະທຳທີ່ໃຈກາງເມຶອງເອກຂອງປະເທດໂປແລນທີ່ພວກຣັດເຊັຍສ້າງໃຫ້ພາຍຫຼັງສົງຄາມ ທີ່ຢືນຕະຫງ່ານປານຢູ່ໃຈກາງຊາວໂປແລນທຸກຄົນທຸກວັນຫັ້ນ!!

ແລ້ວສິ່ງແວດລ້ອມນັ້ນ ປ້ອງກັນໂຕເອັງບໍ່ໄດ້ຫາກວ່າເຮົາ``ຄົນ``ຜູ່ມີສຕິປັນຍາບໍ່ຄີດຫາ ແລະກະເພື່ອຄວາມເປັນຢູ່ຂອງ``ຄົນ``ຫັ້ນ.: ຮັກສາໄວ້ ເພື່ອໂຕເອັງ ບໍ່ແມ່ນເພື່ອໃຜອື່ນ.
ປູປາທີ່ຂື້ນລ່ອງນັ້ນກະມີພຽງປາກ,ແຕ່ກ່າວເປັນຖ້ອຍຄຳໃຫ້ຄົນປາງນີ້ ບໍ່ໄດ້ ແລະບໍ່ມີປາກສຽງຫຍັງ.
ຍາມນັ້ນ ຜົນໄດ້ມັນຈະຄູ້ມຄ່າຫຼືໃດ?
ຫາກຄີດຮູ້ ພາຍຫຼັງແລ້ວມັນກະຄືກັນກັບຖ້ວຍແຈ່ວຫຼັງອາຫານທ່ຽງຫັ້ນລະ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ການສ້າງເຂື່ອນແນ່ນອນລະຕ້ອງມີຜົນກະທົບທາງທຳມະຊາດແນ່ນອນ ນັ້ນກໍ່ຄືການຕັດໄມ້ເພື່ອເປັນເຂດອ່າງກັກເກັບນ້ຳ ການລະເບີດເອົາຫີນພູມາຖົມເປັນເຂື່ອນ ແລະ ວຽກງານກໍ່ສ້າງຕ່າງໆໆ. ແຕ່ວ່າຄົນທີ່ສ້າງນັ້ນເຂົາກໍ່ພະຍາຍາມໃຫ້ຜົນເສຍຕໍ່ລະບົບນິເວດນ້ອຍທີ່ສຸດ ( ແຕ່ກໍ່ຍັງມີຜົນເສຍຫາຍ ) .
ກ່ອນທີ່ຈະສ້າງເຂື່ອນ ບັນດາໂຄງການຕ່າງໆ ແມ່ນຕ້ອງໄດ້ມີບົດປະເມີນ ເລື່ອງການທຳລາຍສິ່ງແວດລ້ອມ environmental impact assessment (EIA) ວ່າຈະກະທົບບ່ອນໃດແດ່ ແລະນອກຈາກນີ້ຍັງມີການອອກເອກະສານອື່ນໆໆໆໆໆ. ໂດຍສະເພາະເລື່ອງສິ່ງແວດລ້ອມແມ່ນຫລາຍທີ່ສຸດໃນການສ້າງເຂື່ອນ
...ຂພຈ ບໍ່ແມ່ນວ່າສະນັບສະນຸນໃນການສ້າງເຂື່ອນ ແຕ່ວ່າ ໃນວິກິດ ມັນກໍ່ຍັງມີໂອກາດ ມີເຂື່ອນ: ແມ່ນມີພະລັງງານໃຊ້ ເຊິ່ງຄວາມຕ້ອງການແມ່ນເພີ່ມຂື້ນທຸກມື້ . ມີນ້ຳໄວ້ ໃນຍາມຂາດເຂີນ ເຂດຫນ້າອ່າງ ແມ່ນສາມາດເປັນແຫຼ່ງທ່ອງທ່ຽວໃດ້ ໃນໄລຍະກໍ່ສ້າງ ສາມາດສ້າງວຽກເຮັດງານທຳໄຫ້ແກ່ບັນດາ ປະຊາຊົນໄກ້ຄຽງ ແລະ ນັກສຶກສາທີ່ຈົບໄຫ່ມກໍ່ສາມາດ ຫາວຽກໄດ້ງ່າຍ ແຕ່ລະໂຄງການທີ່ກໍ່ສ້າງນັ້ນ ລັດທະບານກໍ່ມີຮຸ້ນຢູ່ໃນນັ້ນ ເຊິ່ງມື້ໃດທີ່ວ່າ ຂາຍໄຟນັ້ນກໍ່ຄື ລັດມີລາຍຮັບຈາການຂາຍ ໄຟ...ຈຸດອ່ອນກໍ່ຄືໄນໄລຍະກໍ່ສ້າງແມ່ນຈະກະທົບຕໍ່ສິ່ງແວດລ້ອມ ແຕ່ຫຼັງຈາກກໍ່ສ້າງແລ້ວ ແຕ່ລະໂຄງການແມ່ນຕ້ອງໄດ້ ປູກຕົ້ນໄມ້ ໃນບໍລິເວນໂຄງການໄຫ້ໄກ້ກະສະພາບເດີມຫຼາຍທີ່ສຸດ ອາດຈະໃຊ້ເວລາ.
ຂ້າພະເຈົ້າບໍ່ໄດ້ມີເຈດຕະນາ ອື່ນເດີ້ ພີ່ນ້ອງ ແຕ່ວ່າ ຂຽນມາດ້ວຍຄວາມເຂົ້າໃຈຂອງຕົນເອງ.

ເຫັນດີນຳບາງກໍຣະນີ:ສິ່ງແວດລ້ອມ!!ແຕ່ຄີດວ່າເຈົ້າກະຄົງເຂົ້າໃຈໃນເຈຕນາທີ່ ຜຂ ຂຽນມາ.
ເທົ່າທີ່ຮູ້ມາ ສ່ວນມາກໃນແຕ່ລະໂຄງການຂອງຊາວຕ່າງຊາດທີ່ມາລົງທືນໃນລາວແລ້ວ ມີແຕ່ພາກັນເອົາຄົນເຂົາເຈົ້າມາແຕ່ປະເທດເຂົາມາເຮັດວຽກ..
ຫາກມອງເຫັນຕລາດ ວຽກງານແກ່ນັກສຶກສາທີ່ຮຽນຈົບມາ..ແລ້ວພວກພໍ່ໄຮ່ພໍ່ນາ, ຊາວປະມົງທີ່ອາສັຍຢູ່ໃນແຕ່ລະດອນຫັ້ນເດ..ຈະຕ້ອງຖຶກຍົກຍ້າຍກັນໄປ
ຄືພາສິດເຂົາວ່າຫັ້ນລະ:``ຕົ້ນໄມ້ ໃຫຍ່ຫັ້ນຈະຂຸດໄປປູກບ່ອນອື່ນ ຈັ່ງໃດມັນກະບໍ່ດີບໍ່ງາມ``.
ສິ່ງແວດລ້ອມທີ່ຊາວໂລກເຂົາພາກັນຮັກສາ ແລ້ວໄທເຮົາພັດຊິພາກັນທຳລາຍຖີ້ມ!
ສົມຄວນບໍ?
ແມ່ນຕິຜູ່ທີ່ມາລົງທືນເຂົາບໍ່ສົນໃຈຜົນເສັຍຫາຍທີ່ຈະມີຂື້ນ..
ເຂົາບໍ່ສົນໃຈ(ດັ່ງໃນຫຼາຍໆກໍຣະນີທີ່ຜ່ານມາຕໍ່ສົນທິສັນຍາທີ່ເຊັນໄວ້!)
ແລ້ວໃຜເປັນຜູ່ຮຽກຮ້ອງຄວາມບໍ່ນັບຖືສັນຍາ...ຫາກໃນຍາມນີ້ ຍັງເຮັດຫຍັງບໍ່ໄດ້-ເຊັ່ນບັນຫາແມ່ນ້ຳລຳທານ(ເປັນບ່ອນຢູ່ບ່ອນທຳມາຫາກິນ)ທີ່ກາຍເປັນນ້ຳເຫນົ່າ, ນ້ຳເບຶ່ອ ໃນແຖວໃກ້ໆບໍ່ເງິນບໍ່ຄຳທີ່ເຂົາ-ຊາວຕ່າງຊາດ.ທີ່ມາລົງທືນ,ແຖວບ່ອນປູກຝັງອ້ອຍທີ່ງົວຄວາຍລົ້ມຕາຍໄປເພາະຢາຂ້າເຊື້ອທີ່ເຂົາເອົາມາໃຊ້, ແລ້ວໃຜໄປກວດໄປສອບ..
ປະຊາຊົນຕິກວດສອບແຕ່ລະມື້ທີ່ງົວຄວາຍເຂົາເຈົ້າລົ້ມຕາຍໄປ..
ການສ້າງເຂື່ອນ ນ້ຳເທີນ ສອງເດ ກ່ຽວກັບການຍົກຍ້າຍປະຊາຊົນແບບນີ້ ມັນຍຸຕິທຳບໍ?
ຫາກວ່າມື້ຫນຶ່ງ ມາສ້າງເຂື່ອນໃສ່ແຖວບ້ານເຈົ້າ- ພໍ່ແມ່,ຍາດມີດເຈົ້າຕ້ອງຖືກຍົກຍ້າຍໄປຢ່າງເປັນທາງການ-ແຕ່ບໍ່ຍຸດຕິທຳ.
ຂ້ອຍວ່າ ຄວາມຍຸຕິທຳໃນສຽງປາກຂອງເຈົ້ານາຍປັດຈຸບັນມັນຄືກັນກັບລົມຫາຍໃຈ!! ຄື ``ຕົດ``.
ເປັນຄືລົມ..
ຫາຫຍັງເປັນແກ່ນສານບໍ່ໄດ້ ຊ້ຳບໍ່ພໍພາໃຫ້ເຮົາຂາດຄວາມເຊື່ອຖື..
ເອົາແຕ່ລົມປາກມາເວົ້າໃສ່ກັນ!
ເຈົ້າຂອງປະເທດ ໃນບາງໂຄງການ ມີສ່ວນໃນທຸຣະກິດ ພຽງ ໑ ຫຼືບໍ່ທໍ່ໃດເປິເຊັນ..ດັ່ງໃນ ການຂຸດຄົ້ນບໍ່ຄຳເຊໂປນ, ພູເບັ້ຍ.ເປັນເຈົ້າຂອງບໍ່ຄຳ ແຕ່ຮຸ້ນສ່ວນມີທໍ່ຫົວແມງຫມີ່ນີ້!!
ມັນສົມຄວນບໍ່ທີ່ຕ້ອງຂາຍໄປຫມົດ?
ດັ່ງບຶງທາດຫຼວງທີ່ຕີຣາຄາໃຫ້ພຽງແປດສີບລ້ານໂດລາ..
ຫາກມາໄລ່ຄັກໆແລ້ວ ມີບາງຄົນອາຈຊື້ເອົາທັງເມຶອງລາວກະໄດ້ຕິຊັ້ນນະ!
ມາຄິດເບິ່ງຕິ ແປດສີບລ້ານ ຕໍ່ ພັນ ເຮັກຕາ ! ລາວທັງປະເທດມີຈັກເຮັກຕາ!!
ມາຕີຣາຄາກັນເບິ່ງດູມື້ນີ້ ແລ້ວເອົາໄປຈ່າວຂາຍວ່າໃຜຊິໃຫ້ຣາຄາສຸງກວ່າຫມູ່!!!

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມໆ ດີໃຈນຳຄົນນະຄອນຫລວງ ຕິເບາະ ຄິຄິ

ຮັກນ້ອງຕອນເມົາ

໐ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
เหันนำเดี เฮาคนลาวฮักปะเทดลาวใว้เดีเฮาคนลุ้นใหม่สู้ๆแต่สู้เพี่นบํ่ใด้ดอก

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອື່ມໆ ດີໃຈນຳຄົນນະຄອນຫລວງ ຕິເບາະ ຄິຄິ

ບໍ່ແມ່ນແຕ່ໃຫ້ຊາວເມືອງຫຼວງດອກ..ແມ່ນໃຫ້ແກ່ຄົນລາວທັງຊາດຫັ້ນແຫຼະ.
ບຶງທາດຫຼວງເປັນສົມບັດຂອງຄົນລາວທຸກຄົນ, ບໍ່ແມ່ນວ່າໃຜຈະມາຄີດມາຕັດສິນໃຈແທນ ຊາວວຽງ ຫຼືຊາວລາວທັງປະເທດ ໂດຍເຫັນແກ່ຜົນປະຟຫຍດອັນຈອມປອມຫັ້ນ!!
ຈົ່ງຄີດວ່າ ພັກ ບໍ່ໄດ້ແທນຄົນໃນຊາດຫມົດທຸກຄົນ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ camill ຂຽນວ່າ...
เหันนำเดี เฮาคนลาวฮักปะเทดลาวใว้เดีเฮาคนลุ้นใหม่สู้ๆแต่สู้เพี่นบํ่ใด้ดอก

ການຕໍ່ສູ້ ມີມາແຕ່ຊາດແຕ່ເຊັ່ນ!!
ດັ່ງທ່ານ ມະຫັດມະ ຄານທີ ທີ່ຕໍ່ສູ້ ມາດ້ວຍມືເປົ່າ ທ່ານກະຍັງບັນລຸຜົນໄດ້..
ເຮົາຊາວຫນຸ່ມ ທີ່ມີທັງປັນຍາ ແລະ ເຄືອຂ່າຍທີ່ຕິດຕໍ່ພົວພັນກັນຢ່າງວ່ອງໄວ ເປັນຫຍັງຊິສູ້ບໍ່ໄດ້!!
ຍັງບໍ່ທັນເຂົ້າເສີກ ຊິໄປຢ້ານເສັຍກ່ອນມັນຊິໄປໃສທັນນຳຫມູ່!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວໃຜຄົນໃດຄິດວ່າ ທຸກສິ່ງຢ່າງທີ່ປະກາດກ້ອງອອກມານັ້ນມັນສົມເຫດສົມຜົນໄປຫມົດ..
ແລ້ວເຈົ້າຄິດຮ່ຳຮອນແນ່ບໍ່ວ່າ ມັນບໍ່ມີຫັຍງເຊື່ອງງຳເອົາໄວ້.?
ບາງຄັ້ງ ສັດຕູເຫັນຄວາມບົກຜ່ອງຂອງເຮົາຫຼາຍກວ່າເຮົາເອັງ!
ແຕ່ ໃນຫຼາຍໆປະເທດ ໂດຍສເພາະ ພວກຜເດັດການເຂົາຖືວ່າແຕ່ຄົນອື່ນຫວັງຢາກສ້າງຄວາມປັ່ນປ່ວນແລະໄຮ້ເຫດຜົນ..
ແຕ່ເຂົາເຈົ້າບໍ່ເຄີຍຫຼິງເຫັນຄວາມຜິດຂອງຕົນເອັງຈັກເທື່ອ.
ຫາກຮູ້ວ່າໂຕຜິດກະຍັງບໍ່ສາຣະພາບວ່າຜິດຈັກຄັ້ງ...ໃຫ້ໂອກາດແຕ່ເວລາ...
ດັ່ງເຫດການທີ່ຜ່ານມານານເຫິງແລ້ວ..
ທີ່ນຳເອົາເດັກນ້ອຍລາວໄປຮຽນທີ່ ປະເທດເພຶ່ອນບ້ານ ຕັ້ງແຕ່ ອາຍຸ ສີ່ຫ້າຂວບ...
ຫ່າງເຫີນຈາກຄວາມອົບອຸ່ນທັງຄວາມຮັກຫອມຂອງພໍ່ແມ່..
ເວົ້າມານ້ຳຕາຂ້ອຍໄຫຼເມຶ່ອຫວນຄິດຫາເດັກນ້ອຍເຫຼົ່ານັ້ນ..ທີ່ກັບກາຍມາເປັນບຸຣຸດຫຼືສະຕຣີທີ່ໄຮ້ຄວາມອ່ອນຫວານແລະຮັກໄຄ່
ໃນບັນດາພໍ່ແມ່ທີ່ໃຫ້ກຳເນິດໂຕມາ...ບໍ່ແມ່ນຄວາມອະກະຕັນຍຸຂອງພວກເຂົາແຕ່ຢ່າງໃດ..ແຕ່ເພາະຄວາມປະປ່ອຍແລະເຫັນແກ່``ຜົນປະໂຫຍດ``ຂອງພໍ່ແມ່ທີ່ສົ່ງເຂົາຫນີໄປຈາກອ້ອມແຂນທີ່ອົບອຸ່ນໃນຍາມໂດດດ່ຽວ,ໃນຍາມເຈັບໄຂ້,ໃນຍາມເສົ້າໂສກ...
ເປັນພໍ່ແມ່ຈັ່ງໃດແບບນີ້?
ລູກອາຍຸບໍ່ເຖິງຫົກປີ..ໄຮ້ດຽງສາ..ໃຫ້ໄປຢູ່ນຳຄົນຊາດອື່ນທີ່ບໍ່ແມ່ນຮອດເຊື້ອສາຍດຽວກັນ ແລ້ວຄວາມເອົາໃຈໃສ່ມັນຈະມີປະມານໃດໄດ້ ຫາກທຽບໃສ່ຄວາມເອົາໃຈໃສ່ຂອງພໍ່ແມ່ເຮົາທີ່ເຮົາ, ຮັກເຮົາ, ຫອມແມ່ນຈະທຸກຍາກເຂັນໃຈ, ກິນເຂົາຈ້ຳແຈ່ວປາກະເຕົາຫຼືປາແດກ..
ແຕ່ເຮົາຍັງຮູ້ວ່າເພິ່ນຈະບໍ່ປ່ອຍປະໃຫ້ເຣົາຢູ່ດຽວດາຍ, ຍາມເຈັບເປັນເພິ່ນຍັງໂອບອູ້ມໃຫ້ເຮົາມີຄວາມອຸ່ນໃຈແມ່ນຈະເປັນອ້ອມແຂນທີ່ເປົ່າແປນເພາະຄວາມຂັດສົນ..
ເດັກລາວເຫຼົ່ານັ້ນກາຍເປັນເດັກທີ່ເຢັນຊາ, ທັງໃຫ້ຄວາມລຳບາກແກ່ການປົກຄອງ..
ແລ້ວມີໃຜມາເວົ້າບໍ່ວ່າ ເສັຍໃຈໃນສິ່ງທີ່ເກີດຂື້ນຜ່ານມາ?
ບໍ່ມີໃຜຮອດຊິມາວ່າ ຄຳ``ຂໍອະໄພ``,
ຫາກມາຂໍອະໄພແລ້ວ ກະຊິເຮັດຈັ່ງໃດ ຊີວີດກັບຄືນຫຼັງບໍ່ໄດ້..
ແຕ່ຫາໃຜມາລົງໂທດທີ່ຄິດຜິດໄປນັ້ນບໍ່ມີ ຫາກມີ ຜູ່ກ່ຽວກໍຢູ່ຢ່າງສະບາຍບໍ່ໄດ້ຮັບໂທດກຳອັນໃດ..
ອະນິຈັງນໍ!!

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ແມ່ນແລະເນາະ ດິນຂອງປະເທດລາວກໍຕ້ອງແມ່ນຄົນລາວເປັນຜູ້ຢູ່ແລະ

ອີກຢ່າງຢູ່ຫັນກະເປັນອູ່ເຂົ້າອູ່ປາ ຂອງຊາວນະຄອນຫລວງອີກ

♡ເເມ່ລູກອ໋ອນ♡

.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ແມ່ນແລະເນາະ ດິນຂອງປະເທດລາວກໍຕ້ອງແມ່ນຄົນລາວເປັນຜູ້ຢູ່ແລະ

ອີກຢ່າງຢູ່ຫັນກະເປັນອູ່ເຂົ້າອູ່ປາ ຂອງຊາວນະຄອນຫລວງອີກ

ຫາກຄົນເຮົາບໍ່ເຫັນຄວາມສຳຄັນໃນສິ່ງທີ່ເຮົາມີ, ບໍ່ຄິດສແວງຮັກສາໄວ້ຊ່ອຍກັນ, ບໍ່ຕໍ່ສູ້ຢ່າງຫົວເດັດຕິນຂາດຊ່ອຍກັນແລ້ວໃຜຊິມາສູ້ເພຶ່ອເຮົາ...
ການຕໍ່ສູ້ທີ່ຜ່ານມາທີ່ກາຍເປັນມີດສະຫາຍທີ່ປາດບໍ່ອອກຟັນບໍ່ຂາດຫັ້ນ ມັນ...ມີຫຍັງແອບແຝງຊ້ອນຢູ່!!
ຫນີ້ເລຶອດໃຊ້ທໍ່ໃດກະບໍ່ຫມົດ!!
ແລ້ວຫາກເຮົາບໍ່ເປັນເຮົາຍາມນັ້ນ ກໍຈະມີພຽງຄວາມອາໄລອາວອນຕໍ່ສິ່ງທີ່ທຳມະຊາດໂປດປະທານໃຫ້ໄວ້ທີ່ເຈົ້ານາຍພະຍາຍາມອ້າງດ້ວຍເຫດຜົນປ່ອຍປະໄປໃຫ້ແກ່ຄົນອື່ນຢ່າງໄຮ້ຣາຄາ.
ດິນດອນຕອນຫຍ້າ ເປັນພັນ ເຮັກຕາ ຕໍ່ເງິນ ແປດສີບລ້ານ!!
ແລ້ວເຈົ້າໄດ້ຕິຣາຄາແລ້ວບໍຊັ້ນວ່າດິນລາວມີຄ່າທໍ່ນັ້ນຫັ້ນບໍ?

໐ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ເລື່ອງນີ້ຕ້ອງຄິດໄກ້ຫນ້ອຍ 1 ເດີ້

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...

ໂຫໆໆ

ເຫັນຕາມເວບຕາງໆໆ ກະເຈົ້າຄັດຄ້ານາຍຢູ່ໃດ

♡ເເມ່ລູກອ໋ອນ♡

.

໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ດີໃຈທີ່ ຫລາຍຄົນຍັງມີ ຄວາມເປັນຊາດບ້ານເມືອງຢູ່,ດ້ວຍຄວາມເຄົາລົບຢ່າງສູງ ສະໜັບສະໜູນເດີ

ເປັນຫຍັງພາກັນໄປເວົ້າລັບຫຼັງ? ຄືບໍ່ມາເວົ້າຈາຕໍ່ກັນຢູ່ພີ້!
ແລ້ວເຂົາວ່າກັນຢູ່ໃສນໍ?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Nor ຂຽນວ່າ...
ດີໃຈທີ່ ຫລາຍຄົນຍັງມີ ຄວາມເປັນຊາດບ້ານເມືອງຢູ່,ດ້ວຍຄວາມເຄົາລົບຢ່າງສູງ ສະໜັບສະໜູນເດີ

ບ້ານເຮົາຫາກຄົນລາວບໍ່ວ່າບໍ່ຕິ ເອັງໃຜເຂົາຈະມາວ່າຊ່ອຍ!!
ເພື່ອນຂ້າງບ້ານສ່ວນຫຼາຍເຂົາກະແນມເຫັນແຕ່ຜົນປະໂຫຍດຂອງເຂົາ.
ເບິ່ງຕິການຕັດໄມ້ ສ່ວນໃຫຍ່ແມ່ນໃຜເປັນໂຕຕັ້ງໂຕຕີ?ແມ່ນໃຜເປັນຜູ່ລ່ວງລ້ຳ ເຂົ້າຕັດໃນປ່າສຫງວນ?
ແມ່ນພວກຊາວໄຮ່ຊາວນາຊັ້ນເບາະ?
ມີສຽງຊ່າລຶກັນແລ້ວຫຼາຍໆປີຜ່ານຍມາ ທີ່ໃນລຳນ້ຳຂອງທີ່ໃຫ້ອະຂຸຍາດຈັບປາ ບຶກ ທັງລາວແລະໄທ ປະເທດລະສອງໂຕ!!
ມັນຍ້ອຍຫຍັງ?
ແລ້ວ ປາ ໂລມາ ຫຼື ປາຄ່າທີ່ເຮົາຊ່າລຶກັນມາ ຢ່າງພາກພູມໃຈນັ້ນ ມັນກະຈະສາບສຸນຫາຍໄປຈາກແມ່ນ້ຳຂອງ ແຕ່ໃຜຊິໄປຫົວຊານຳມັນ ປາຄ່າ ລ້າໆນໍ!
ແລ້ວປູປາສນິດອື່ນມັນກໍຈະພອຍຫາຍສາບສຸນໄປນຳກັນ ຍາມນັ້ນ ແຫຼະຈຶ່ງຈະຮ້ອງໂອກວ່າ ຄິດຜິດໄປ...ແລ້ວກະຊິພາກັນເກັບມາແຕ່ໃສມາສຶບພັນກັນຕໍ່ໃຫ້ ແດນລາວກາຍເປັນດິນແດນທີ່ອຸດົມຮັ່ງມີຄືເພິ່ນ ວ່າຫັ້ນ ຍາມ ເຂົ້າຈະຂາດແລງແກງຈະຂາດຫມໍ້ ສຳຫຼັບພວກຫາເຊົ້າກິນຄ່ຳ-ຄືພວກພໍ່ໄຮ່ພໍ່ນາຕາມບ້ານນອກຂອກນາ?
ໄຟຟ້າອາຈຮຸ່ງແຈ້ງທົ່ວສາຣະທີດ ແຕ່ ມີແຕ່ໄຟຢ່າງດຽວ ຊີວີດບໍ່ຄ່ອຍຈະສົມບູນປານໃດລະຂ້ອຍວ່າ!
ດັ່ງນີ້ຈຶ່ງຂໍຮ້ອງໃຫ້ເຈົ້າໃຫຍ່ນາຍໂຕພາກັນສັງຫອນຄີດອີກເບິ່ງແນ່ວ່າມັນຈະສົມດຸນກັນບໍ່ ຄວາມໄດ້ທີ່ຈະໄດ້ ກັບຄວາມເສັຍທີ່ຈະເສັຍຫັ້ນ!

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ຮັກ ຄົນລາວ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ອ່ານແລ້ວມີຄວາມຮູ້ສືກວ່າ ກໍ່ມີອີກຫລາຍໆໆໆໆໆໆ ຄົນທີ່ຮັກຊາດຄືກັນ

໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ທີ່ເວົ້າມາຫັ້ນກະເຫັນດີນຳເດີ້ ແຕ່ຢາກສະເຫນີການຂຽນຂອງເຈົ້າຂອງກະທູ້ຫນ້ອຍຫນຶ່ງ
ແບບວ່າເທົ່າທີ່ເຮົາຮຽນພາສາລາວມາແຕ່ນ້ອຍຫນິ ເຮົາຂຽນຄຳພວກນີ້ຈັ່ງຊິ ຕົວຢ່າງ ສະເດືອກ ຊະນິດ ສະແດງ ຂະເມນ ສະແຫວງ ສະຫມອງ ແບບຊິຫັ້ນນະ ເຮົາກະບໍ່ຮູ້ວ່າຄອມອ້າຍມີບັນຫາໃນການຂຽນສາລະອະບໍ່ ຫຼືວ່າຂຽນພາສາລາວສະໄຫມບູຮານເບາະ
ແຕ່ເຫັນລະມັນຢາກສະເຫນີຫນ້ອຍຫນຶ່ງ ອິອິ ຢ່າຄຽດເດີ້

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Nor ຂຽນວ່າ...
ດີໃຈທີ່ ຫລາຍຄົນຍັງມີ ຄວາມເປັນຊາດບ້ານເມືອງຢູ່,ດ້ວຍຄວາມເຄົາລົບຢ່າງສູງ ສະໜັບສະໜູນເດີ

ບ້ານເຮົາຫາກຄົນລາວບໍ່ວ່າບໍ່ຕິ ເອັງໃຜເຂົາຈະມາວ່າຊ່ອຍ!!
ເພື່ອນຂ້າງບ້ານສ່ວນຫຼາຍເຂົາກະແນມເຫັນແຕ່ຜົນປະໂຫຍດຂອງເຂົາ.
ເບິ່ງຕິການຕັດໄມ້ ສ່ວນໃຫຍ່ແມ່ນໃຜເປັນໂຕຕັ້ງໂຕຕີ?ແມ່ນໃຜເປັນຜູ່ລ່ວງລ້ຳ ເຂົ້າຕັດໃນປ່າສຫງວນ?
ແມ່ນພວກຊາວໄຮ່ຊາວນາຊັ້ນເບາະ?
ມີສຽງຊ່າລຶກັນແລ້ວຫຼາຍໆປີຜ່ານຍມາ ທີ່ໃນລຳນ້ຳຂອງທີ່ໃຫ້ອະຂຸຍາດຈັບປາ ບຶກ ທັງລາວແລະໄທ ປະເທດລະສອງໂຕ!!
ມັນຍ້ອຍຫຍັງ?
ແລ້ວ ປາ ໂລມາ ຫຼື ປາຄ່າທີ່ເຮົາຊ່າລຶກັນມາ ຢ່າງພາກພູມໃຈນັ້ນ ມັນກະຈະສາບສຸນຫາຍໄປຈາກແມ່ນ້ຳຂອງ ແຕ່ໃຜຊິໄປຫົວຊານຳມັນ ປາຄ່າ ລ້າໆນໍ!
ແລ້ວປູປາສນິດອື່ນມັນກໍຈະພອຍຫາຍສາບສຸນໄປນຳກັນ ຍາມນັ້ນ ແຫຼະຈຶ່ງຈະຮ້ອງໂອກວ່າ ຄິດຜິດໄປ...ແລ້ວກະຊິພາກັນເກັບມາແຕ່ໃສມາສຶບພັນກັນຕໍ່ໃຫ້ ແດນລາວກາຍເປັນດິນແດນທີ່ອຸດົມຮັ່ງມີຄືເພິ່ນ ວ່າຫັ້ນ ຍາມ ເຂົ້າຈະຂາດແລງແກງຈະຂາດຫມໍ້ ສຳຫຼັບພວກຫາເຊົ້າກິນຄ່ຳ-ຄືພວກພໍ່ໄຮ່ພໍ່ນາຕາມບ້ານນອກຂອກນາ?
ໄຟຟ້າອາຈຮຸ່ງແຈ້ງທົ່ວສາຣະທີດ ແຕ່ ມີແຕ່ໄຟຢ່າງດຽວ ຊີວີດບໍ່ຄ່ອຍຈະສົມບູນປານໃດລະຂ້ອຍວ່າ!
ດັ່ງນີ້ຈຶ່ງຂໍຮ້ອງໃຫ້ເຈົ້າໃຫຍ່ນາຍໂຕພາກັນສັງຫອນຄີດອີກເບິ່ງແນ່ວ່າມັນຈະສົມດຸນກັນບໍ່ ຄວາມໄດ້ທີ່ຈະໄດ້ ກັບຄວາມເສັຍທີ່ຈະເສັຍຫັ້ນ!

ທຸກໆໂຄງການ ທຸກໆສິ່ງທຸກຢ່າງທີ່ຈະກໍ່ໃຫ້ເກີດຜົນກະທົບແລະເສຍຫາຍຕໍ່ທຳມະຊາດ, ສິ່ງແວດລ້ອມ ຂ້າພະເຈົ້າເອງບໍ່ເຄີຍເຫັນດີນຳແມ່ນແຕ່ໜ້ອຍ
ແຕ່ສິ່ງໃດທີ່ມັນບໍ່ກະທົບຫຼາຍກໍ່ພໍໄຄແນ່ ແຕ່ສິ່ງທີ່ມັນມີຜົນກະທົບຫຼາຍນີ້ເດມັນສົມຄວນແລ້ວບໍ? ດັ່ງເຊັ່ນແມ່ນ້ຳໃນແຂວງພາກໃຕ້ຂອງລາວທີ່ກາຍເປັນນ້ຳເປັນພິດນັ້ນເດ ໃຜຮັບຜິດຊອບຊີວິດປະຊາຊົນ?
ການເສຍສະຫຼະແຫຼ່ງທຳມະຊາດອັນມີມາແຕ່ດຶກດຳບັນ, ການເສຍສະຫຼະໃຫ້ປະຊາຊົນແຖວນັ້ນຢູ່ຢ່າງລຳບາກ ຕ້ອງຍົກຍ້າຍຖິ່ນຖານໜີ ....ເພື່ອແລກກັບຄວາມສະໜຸກສຸກສະບາຍຂອງຄົນຈຳນວນໜຶ່ງຫຼືສິ່ງໃດກໍ່ແລ້ວແຕ່ ມັນຄຸ້ມຄ່າແລ້ວບໍ?
ແຕ່ກໍ່ຄິດວ່າຜູ້ທີ່ອະນຸມັດນັ້ນກໍ່ຄົງຈະບວກລົບຄູນຫານອອກມາເຫັນຜົນດີຫຼາຍກວ່າຜົນບໍ່ດີແລ້ວຈຶ່ງໄດ້ອະນຸມັດ ຫຼື ວ່າບໍ່?

ຄົນທີ່ບໍ່ຮັກທຳມະຊາດ(ພູຜາ, ປ່າ, ນ້ຳ, ສັດ...)ກໍ່ຄືຄົນທີ່ບໍ່ຮັກຕົວເອງ ເພາະມີນ້ຳເຮົາຈຶ່ງມີຊີວິດ,​ເພາະມີປ່າໄມ້ເຮົາຈຶ່ງມີອາກາດໃຫ້ຫາຍໃຈ, ເພາະມີດິນເຮົາຈຶ່ງມີບ່ອນໃຫ້ປຸກເຮືອນປຸກຊານ..........

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະຮັ່ງມີ..........ຫຼືທຸກຈົນ......ຄົນຄືກັນ
ວັດຖຸນັ້ນ.........ຕາຍໄປ......ເອົາບໍ່ໄດ້
ແມ້ແຕ່ຕົວ.......ຮ່າງກາຍ.....ກໍ່ລະລາຍ
ແລ້ວເຫດໃດ...ຈຶ່ງຝັກໄຝ່.....ເຂົ້າແຕ່ຕົວ

ມົວແຕ່ຫຼົງ.......ຄວາມຈະເລີນ...ເມີນໜີໜ້າ
ປ່ອຍປະລະ.....ທ້ອງທົ່ງນາ.......ປ່າພູເຂົາ
ໃຫ້ຕ່າງຊາດ...ກອບກິນຢູ່.........ບໍ່ຢຸດເຊົາ
ວັນໃດເຂົ້າ......ບໍ່ມີກິນ.............ຈະດິ້ນຕາຍ ແທ້ແລ້ວ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໙໙ ໂພສ
ຂາປະຈຳເວັບບອດ
我爱伊拉

ເປັນຫັຍງຄົນເຮົາຈີ່ງບໍ່ມີເມືອງພໍມີເທົ່າໃດແລ້ວຍັງຍາກມີອີກ ທັງໆທີ່ຕາຍໄປກໍ່ບໍ່ສາມາດເອົາຫັຍງໄປໄດ້

໐ ກະທູ້
໙໙ ໂພສ
ຂາປະຈຳເວັບບອດ
克琵琶

ເປັນຫັຍງຄົນເຮົາຈີ່ງບໍ່ມີເມືອງພໍມີເທົ່າໃດແລ້ວຍັງຍາກມີອີກ ທັງໆທີ່ຕາຍໄປກໍ່ບໍ່ສາມາດເອົາຫັຍງໄປໄດ້

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ແມ່ນແລະເນາະ ດິນຂອງປະເທດລາວກໍຕ້ອງແມ່ນຄົນລາວເປັນຜູ້ຢູ່ແລະ

ອີກຢ່າງຢູ່ຫັນກະເປັນອູ່ເຂົ້າອູ່ປາ ຂອງຊາວນະຄອນຫລວງອີກ

ຫາກຄົນເຮົາບໍ່ເຫັນຄວາມສຳຄັນໃນສິ່ງທີ່ເຮົາມີ, ບໍ່ຄິດສແວງຮັກສາໄວ້ຊ່ອຍກັນ, ບໍ່ຕໍ່ສູ້ຢ່າງຫົວເດັດຕິນຂາດຊ່ອຍກັນແລ້ວໃຜຊິມາສູ້ເພຶ່ອເຮົາ...
ການຕໍ່ສູ້ທີ່ຜ່ານມາທີ່ກາຍເປັນມີດສະຫາຍທີ່ປາດບໍ່ອອກຟັນບໍ່ຂາດຫັ້ນ ມັນ...ມີຫຍັງແອບແຝງຊ້ອນຢູ່!!
ຫນີ້ເລຶອດໃຊ້ທໍ່ໃດກະບໍ່ຫມົດ!!
ແລ້ວຫາກເຮົາບໍ່ເປັນເຮົາຍາມນັ້ນ ກໍຈະມີພຽງຄວາມອາໄລອາວອນຕໍ່ສິ່ງທີ່ທຳມະຊາດໂປດປະທານໃຫ້ໄວ້ທີ່ເຈົ້ານາຍພະຍາຍາມອ້າງດ້ວຍເຫດຜົນປ່ອຍປະໄປໃຫ້ແກ່ຄົນອື່ນຢ່າງໄຮ້ຣາຄາ.
ດິນດອນຕອນຫຍ້າ ເປັນພັນ ເຮັກຕາ ຕໍ່ເງິນ ແປດສີບລ້ານ!!
ແລ້ວເຈົ້າໄດ້ຕິຣາຄາແລ້ວບໍຊັ້ນວ່າດິນລາວມີຄ່າທໍ່ນັ້ນຫັ້ນບໍ?

ໂຫໆໆ

ເຫັນຕາມເວບຕາງໆໆ ກະເຈົ້າຄັດຄ້ານາຍຢູ່ໃດ

ເປັນຫຍັງພາກັນໄປເວົ້າລັບຫຼັງ? ຄືບໍ່ມາເວົ້າຈາຕໍ່ກັນຢູ່ພີ້!
ແລ້ວເຂົາວ່າກັນຢູ່ໃສນໍ?

ຕອນນັ້ນຊອກເຫັນຢູ່ໃນ google ພວກກະເຈົ້າລົມກັນຢູ່ ເວບ yahoo ຕິ

ຂຽນ ຄຳວາ*ລາວ* ໃສ່ google ເບີງ

ຂອບໃຈເດິ.
ເຂົ້າໄປແລ້ວແຕ່ຫາບໍ່ເຫັນ ວ່າຢູ່ໃສແທ້ ຫາກວ່າບໍ່ເປັນການລົບກວນຂໍໃຫ້ເອົາລີ້ງນັ້ນມາໃຫ້ແນ່ໄດ້ບໍ່?
ຕົກມາຮອດມື້ນີ້ ຫາຍຄົນກະມາອອກຄຳເຫັນນຳກັນ..
ກະດີທີ່ຫາງສຽງແລະປາກສຽງຂອງທຸກໆຄົນນັ້ນໄດເຊີ້ບອກວ່າ ບັນຫານີ້ ສຳຄັນແລະ ໃຜຕໍ່ໃຜ ກະບໍ່ແມ່ນວ່າຈະເມິນເສີຍແຕ່ຢ່າງໃດ..
ຫາກແຕ່ຄວາມຈຳເປັນຂອງສັງຄົມເຮົາທີ່ວ່າ ມີປະຊາທິປະໄຕເຕັມປາກເຕັມທ້ອງ!!
ຂໍຢ່າງດຽວຢ່າຮ້ອງໂຮດັງຫຼາຍກະພໍ!!
ບັນຫາໃດທີ່ມັນບໍ່ຄວນເວົ້າຢ່າເອົາມາວ່າ!!ແບບນັ້ນ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keolpb ຂຽນວ່າ...
ຮັກ ຄົນລາວ

ກະຮັກຄົນລາວຄືກັນ, ແຕ່ຮັກຄົນທີ່ຕົກຣະກຳລຳບາກຍ້ອນກະປະພຶດຂອງຜູ່ມີອຳນາດຕໍ່ເຂົາເຈົ້າ..
ທີ່ທຸກຍາມກະ ອົດ ຢູ່ບໍ່ເລີກແລ້ວ..
ຢ້ານວ່າວັນຫນຶ່ງຫາກເຂົາເຈົ້າເຫຼຶອອົດມັນຊິເປັນໄປຈັ່ງໃດ?!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keolpb ຂຽນວ່າ...
ອ່ານແລ້ວມີຄວາມຮູ້ສືກວ່າ ກໍ່ມີອີກຫລາຍໆໆໆໆໆໆ ຄົນທີ່ຮັກຊາດຄືກັນ

ຮັກແຜ່ນດິນ ນັ້ນຫຼາຍກວ່າ!ຊາດອາຈຖືກຍົກຍ້າຍໄປໄດ້ ແຕ່ແຜ່ນດິນນັ້ນຍົກຍ້າຍໄປໃສບໍ່ໄດ້ແລ້ວ!
ດັ່ງຜ່ານມາລາວເຮົາກະຖືກຍົກຍ້າຍມາແຕ່ອານາຈັກຫນອງແສ, ອານາຈັກລານນາ!!
ຫາກວັນນີ້ເຮົາບໍ່ແນມເຫັນຄວາມສຳຄັນຂອງແຜ່ນດິນນີ້ແລ້ວ ວັນຫນ້າບໍມີເວລາ ພາກັນສົມເພດ ແຜ່ນດິນນີ້ ເພາະເຮົາຈະບໍ່ມີບ່ອນຢູ່,ບ່ອນທຳມາຫາກິນເພາະ ອັນໃດກະເປັນຂອງຕ່າງຊາດໄປຫມົດ..
ການສຳປະທານທີ່ດິນທີ່ມີກຳຫນົດ ສີ່ ຫ້າ ສີບປີ..
ມາຄິດເບິ່ງບັນຫາຕິເບດນຳແນ່!!!
ຫ້າສິບປີທີ່ຜ່ານມາ ແລ້ວດຽວນີ້ ຊາວຕິເບດ ຕ້ອງໄດ້ກັບບ້ານຕົນ ດັ່ງເປັນ ແຂກ!!
ເຮົາບໍ່ຢາກໃຫ້ບ້ານເຮົາກາຍເປັນເຊັ່ນນັ້ນ.
ຢາກກັບມາເຫັນອຸຕຸພມລຳເນົາບ້ານເກີດດັ່ງທີ່ຄວນມີມາ ,ແມ່ນວ່າຈະຖືກປ່ຽນໄປ ບາງຢ່າງ ແຕ່ບໍ່ແມ່ນມ້າງເພໂຂດຫິນທີ່ທຳມະຊາດມີໄວ້ໃຫ້ນັ້ນ.

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>