ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຂົາຍົກເລີກການສຳປະທານທີ່ດິນບຶງທາດຫຼວງ!!!

ໜ້າທີ່ 2 ຈາກທັງໝົດ 4 ໜ້າ <<<1234>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ YunMic2uTVXQSJ ຂຽນວ່າ...
ທີ່ເວົ້າມາຫັ້ນກະເຫັນດີນຳເດີ້ ແຕ່ຢາກສະເຫນີການຂຽນຂອງເຈົ້າຂອງກະທູ້ຫນ້ອຍຫນຶ່ງ
ແບບວ່າເທົ່າທີ່ເຮົາຮຽນພາສາລາວມາແຕ່ນ້ອຍຫນິ ເຮົາຂຽນຄຳພວກນີ້ຈັ່ງຊິ ຕົວຢ່າງ ສະເດືອກ ຊະນິດ ສະແດງ ຂະເມນ ສະແຫວງ ສະຫມອງ ແບບຊິຫັ້ນນະ ເຮົາກະບໍ່ຮູ້ວ່າຄອມອ້າຍມີບັນຫາໃນການຂຽນສາລະອະບໍ່ ຫຼືວ່າຂຽນພາສາລາວສະໄຫມບູຮານເບາະ
ແຕ່ເຫັນລະມັນຢາກສະເຫນີຫນ້ອຍຫນຶ່ງ ອິອິ ຢ່າຄຽດເດີ້



ຂອບໃຈທີ່ມາຮ່ວມວົງ!
ສຳຫຼັບພາສາຂຽນທີ່ບອກມາຫັ້ນກະຄົງແມ່ນຄວາມເຈົ້າ, ກະຊອບໃຈອີກຄືກັນ.
ແມ່ນລະເປັນພາສາລາວທີ່ເຄີຍຮຽນຂຽນຮຽນອ່ານມາ, ດົນບໍ່ໄດ້ຂຽນໄດ້ອ່ານມັນກະອາຈເປັນໄປ..ຜິດທພາດໆແຕ່ກະພະຍາຍາມສຸດໃຈ.
ຫາກເປັນຄົນມັກຄຽດແລ້ວຄົງບໍ່ມາຫຼີ້ນນຳພວກຫນຸ່ມນ້ອຍດອກເອິ!!
ມີຫຍັງທີ່ຄວນບອກກັນ:ໃນປະເທດ ສະຫາຣັຖອະເມຣິກາ ເມື່ອສອງສາມວັນກ່ອນ ກະມີເຂື່ອນເກີດມີການຕິດຂັດເຖິງຂັ້ນວ່າຮ້າຍແຮງ ..ເຂື່ອນແຕກ..
ແລ້ວການສ້າງຢູ່ບ້ານເຮົາມີຄວາມຄ້ຳປະກັນກັນມາກນ້ອຍພຽງໃດ?ຫຼືວ່າຮອດກຳຫນົດສັນຍາແລ້ວກະໃຫ້ໄທລາວພາກັນຮັບເຄາະຕາມຍະຖາກຳກັນເອງບໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Nor ຂຽນວ່າ...
ດີໃຈທີ່ ຫລາຍຄົນຍັງມີ ຄວາມເປັນຊາດບ້ານເມືອງຢູ່,ດ້ວຍຄວາມເຄົາລົບຢ່າງສູງ ສະໜັບສະໜູນເດີ



ບ້ານເຮົາຫາກຄົນລາວບໍ່ວ່າບໍ່ຕິ ເອັງໃຜເຂົາຈະມາວ່າຊ່ອຍ!!
ເພື່ອນຂ້າງບ້ານສ່ວນຫຼາຍເຂົາກະແນມເຫັນແຕ່ຜົນປະໂຫຍດຂອງເຂົາ.
ເບິ່ງຕິການຕັດໄມ້ ສ່ວນໃຫຍ່ແມ່ນໃຜເປັນໂຕຕັ້ງໂຕຕີ?ແມ່ນໃຜເປັນຜູ່ລ່ວງລ້ຳ ເຂົ້າຕັດໃນປ່າສຫງວນ?
ແມ່ນພວກຊາວໄຮ່ຊາວນາຊັ້ນເບາະ?
ມີສຽງຊ່າລຶກັນແລ້ວຫຼາຍໆປີຜ່ານຍມາ ທີ່ໃນລຳນ້ຳຂອງທີ່ໃຫ້ອະຂຸຍາດຈັບປາ ບຶກ ທັງລາວແລະໄທ ປະເທດລະສອງໂຕ!!
ມັນຍ້ອຍຫຍັງ?
ແລ້ວ ປາ ໂລມາ ຫຼື ປາຄ່າທີ່ເຮົາຊ່າລຶກັນມາ ຢ່າງພາກພູມໃຈນັ້ນ ມັນກະຈະສາບສຸນຫາຍໄປຈາກແມ່ນ້ຳຂອງ ແຕ່ໃຜຊິໄປຫົວຊານຳມັນ ປາຄ່າ ລ້າໆນໍ!
ແລ້ວປູປາສນິດອື່ນມັນກໍຈະພອຍຫາຍສາບສຸນໄປນຳກັນ ຍາມນັ້ນ ແຫຼະຈຶ່ງຈະຮ້ອງໂອກວ່າ ຄິດຜິດໄປ...ແລ້ວກະຊິພາກັນເກັບມາແຕ່ໃສມາສຶບພັນກັນຕໍ່ໃຫ້ ແດນລາວກາຍເປັນດິນແດນທີ່ອຸດົມຮັ່ງມີຄືເພິ່ນ ວ່າຫັ້ນ ຍາມ ເຂົ້າຈະຂາດແລງແກງຈະຂາດຫມໍ້ ສຳຫຼັບພວກຫາເຊົ້າກິນຄ່ຳ-ຄືພວກພໍ່ໄຮ່ພໍ່ນາຕາມບ້ານນອກຂອກນາ?
ໄຟຟ້າອາຈຮຸ່ງແຈ້ງທົ່ວສາຣະທີດ ແຕ່ ມີແຕ່ໄຟຢ່າງດຽວ ຊີວີດບໍ່ຄ່ອຍຈະສົມບູນປານໃດລະຂ້ອຍວ່າ!
ດັ່ງນີ້ຈຶ່ງຂໍຮ້ອງໃຫ້ເຈົ້າໃຫຍ່ນາຍໂຕພາກັນສັງຫອນຄີດອີກເບິ່ງແນ່ວ່າມັນຈະສົມດຸນກັນບໍ່ ຄວາມໄດ້ທີ່ຈະໄດ້ ກັບຄວາມເສັຍທີ່ຈະເສັຍຫັ້ນ!




ທຸກໆໂຄງການ ທຸກໆສິ່ງທຸກຢ່າງທີ່ຈະກໍ່ໃຫ້ເກີດຜົນກະທົບແລະເສຍຫາຍຕໍ່ທຳມະຊາດ, ສິ່ງແວດລ້ອມ ຂ້າພະເຈົ້າເອງບໍ່ເຄີຍເຫັນດີນຳແມ່ນແຕ່ໜ້ອຍ
ແຕ່ສິ່ງໃດທີ່ມັນບໍ່ກະທົບຫຼາຍກໍ່ພໍໄຄແນ່ ແຕ່ສິ່ງທີ່ມັນມີຜົນກະທົບຫຼາຍນີ້ເດມັນສົມຄວນແລ້ວບໍ? ດັ່ງເຊັ່ນແມ່ນ້ຳໃນແຂວງພາກໃຕ້ຂອງລາວທີ່ກາຍເປັນນ້ຳເປັນພິດນັ້ນເດ ໃຜຮັບຜິດຊອບຊີວິດປະຊາຊົນ?
ການເສຍສະຫຼະແຫຼ່ງທຳມະຊາດອັນມີມາແຕ່ດຶກດຳບັນ, ການເສຍສະຫຼະໃຫ້ປະຊາຊົນແຖວນັ້ນຢູ່ຢ່າງລຳບາກ ຕ້ອງຍົກຍ້າຍຖິ່ນຖານໜີ ....ເພື່ອແລກກັບຄວາມສະໜຸກສຸກສະບາຍຂອງຄົນຈຳນວນໜຶ່ງຫຼືສິ່ງໃດກໍ່ແລ້ວແຕ່ ມັນຄຸ້ມຄ່າແລ້ວບໍ?
ແຕ່ກໍ່ຄິດວ່າຜູ້ທີ່ອະນຸມັດນັ້ນກໍ່ຄົງຈະບວກລົບຄູນຫານອອກມາເຫັນຜົນດີຫຼາຍກວ່າຜົນບໍ່ດີແລ້ວຈຶ່ງໄດ້ອະນຸມັດ ຫຼື ວ່າບໍ່?

ຄົນທີ່ບໍ່ຮັກທຳມະຊາດ(ພູຜາ, ປ່າ, ນ້ຳ, ສັດ...)ກໍ່ຄືຄົນທີ່ບໍ່ຮັກຕົວເອງ ເພາະມີນ້ຳເຮົາຈຶ່ງມີຊີວິດ,​ເພາະມີປ່າໄມ້ເຮົາຈຶ່ງມີອາກາດໃຫ້ຫາຍໃຈ, ເພາະມີດິນເຮົາຈຶ່ງມີບ່ອນໃຫ້ປຸກເຮືອນປຸກຊານ..........




ສະບາຍດີ ວວ,
ເຫັນວ່າກະເຫັນຄວາມສຳຄັນນຳກັນນໍ!
ຫຼາຍຄົນກະຮັກແຕ່ປາກກະມີ ດັ່ງທີ່ເຫັນຫັ້ນແຫຼະໃນຫຼາຍໆໂຄງການ ເຫັນແລະຮັກສັດສາວາສິ່ງ-ຈົນວ່າພາກັນກິນຫມົດ ຫມູຫມາເປັດໄກ່...
ປ່າໄມ້ປ່າຕອກ, ບໍ່ເງິນບໍ່ຄຳ ກະຮັກ..ຮັກໄດ້ຜົນປະໂຫຍດເຂົ້າຖົງເພິ່ນ!!
ບໍ່ມີໃຜຕິຈະປະຕິເສດວ່າຊາວໄຮ່ຊາວນາທີ່ຕ້ອງຖຶກຍົກຍ້າຍໄປຈາກຖິ່ນຈາກຖານບ່ອນທີ່ເຄີຍທຳມາຫາກິນນັ້ນ
ທຸກຢ່າງມັນສອດຄ່ອງແລະພໍອົກພໍໃຈກັນທຸກຄົນ!!
ເຮັດໃດນໍຍັງພາກັນນອນຫຼັບ ກິດແຊບຢູ່ ໃນຍາມທີ່ຜູ່ທຸກຍາກຕ້ອງໄດ້ຍ້າຍບ້ານຍ້າຍເຮຶອນໄປ ທຳມາຫາກິນຢູ່ບ່ອນອື່ນ!!
ກະເພາະເຂົາເຈົ້າຮັກຊາດ ພິລຶກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຈະຮັ່ງມີ..........ຫຼືທຸກຈົນ......ຄົນຄືກັນ
ວັດຖຸນັ້ນ.........ຕາຍໄປ......ເອົາບໍ່ໄດ້
ແມ້ແຕ່ຕົວ.......ຮ່າງກາຍ.....ກໍ່ລະລາຍ
ແລ້ວເຫດໃດ...ຈຶ່ງຝັກໄຝ່.....ເຂົ້າແຕ່ຕົວ

ມົວແຕ່ຫຼົງ.......ຄວາມຈະເລີນ...ເມີນໜີໜ້າ
ປ່ອຍປະລະ.....ທ້ອງທົ່ງນາ.......ປ່າພູເຂົາ
ໃຫ້ຕ່າງຊາດ...ກອບກິນຢູ່.........ບໍ່ຢຸດເຊົາ
ວັນໃດເຂົ້າ......ບໍ່ມີກິນ.............ຈະດິ້ນຕາຍ ແທ້ແລ້ວ



ໂນ ຄອມເມັນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ subunh ຂຽນວ່າ...
我爱伊拉



ບໍ່ໄດ້ຮຽນພາສາຈີນເລີຍບໍ່ຮູ້ອ່ານຮູ້ຂຽນນຳ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ subunh ຂຽນວ່າ...
克琵琶


ໃນສັງຄົມທີ່ຂ້ອຍອາສັຍຢູ່ນັ້ນ ການຂຽນຫຼືປາກເວົ້າພາສາອື່ນຫຼື ທີ່ສົ່ງໄປຫາເຂົາໃຜຜູ່ບໍ່ເຂົ້າໃຈ ບໍ່ຮູ້ ,
ແລະຕັ້ງໃຈແລະຄີດໄວ້ວ່າທຸກຄົນຕ້ອງຮູ້ຫັ້ນແມ່ນຜິດພາດແລະບໍ່ ເຫມາະສົມ, ເວົ້າສັ້ນໆ ວ່າ ຂາດມາຣະຍາດ.
ຢາກວ່າຫຍັງເວົ້າຫຍັງກະຄວນເວົ້າຫຼືຂຽນພາສາທີ່ທຸກຄົນອ່ານໄດ້ຂຽນເປັນ,
ໃນພັນລາວສ່ວນຫຼາຍອ່ານຄຳລາວແລະຂຽນຄຳລາວໄດ້ໃຫ້ກັນອ່ານບໍ່ ໃຫ້ຄວາມຕ່ຳຕ້ອຍແລະເສັຍກຽດແຕ່ຢ່າງໃດດອກ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂ່າວມາອີກວ່າ ໃນແຫ່ງຫນຶ່ງອີກຂອງຄອນຫຼີ່ຜີວ່າພວກໄຟຟ້າຂອງປະເທດຝຣັ່ງກະຊິມາສ້າງໃສ່ຄືກັນ
ໂອຍຈັ່ງແມ່ນໂຊກຫມານນໍຄອນຫຼີ່ຜີປີນີ້!
ຕາມກະແສຂ່າວມີອີກວ່າ ອົງການ ປ້ອງກັນ ສິ່ງແວດລ້ອມຈາກໄທຈະພາກັນຍົກບັນຫາຂື້ນມາສຶກສາແລະສະເນິຕໍ່ຣັຖບານໄທກ່ຽວກັບເຣື້ອງນີ້ເພື່ອການຢັບຢັ້ງການສ້າງສາ ແລະສຶກສາຜົນໄດ້ຜົນເສັຍທີຈະຕາມມາ. ບໍ່ຮູ້ວ່າກຸ່ມ ປ້ອງກັນ ສິ່ງແວດລ້ອມ EIA ມີແນວຄິດກັນແບບໃດ ບາງກະແສຂ່າວມີມາວ່າກຸ່ມນີ້ນັ້ນເຫັນດີນຳການສ້າງສານີ້!!
ຢາກຮູ້ເຫດຜົນແລະຄຳສະຫຼູບຜົນຂອງເຂົາເຈົ້າເດ.
ແລະມີຂ່າວອີກວ່າ ປ່ອງທີ່ຈະໃຫ້ປາຂື້ນ ຫຼືລ່ອງຫັ້ນກໍຈະໃຫ້ມີ!!
ວ່າຈະໃຫ້ມີ
ແລ້ວເຊື່ອຄວາມຮັບປະກັນນັ້ນໄດ້ຫຼາຍພຽງໃດວ່າຈະມີ ໃຜຈະໄປທວງຖາມຫຼຶກວດກາໄດ້ທຸກອົງການບໍລະ?

ກ່ອນທີ່ທຸກສິ່ງທຸກຢ່າງຈະລ້າສວຍ
ໃຫ້ພະຍາຍາມຖ່າຍຮູບເອົາ ປາຄ່າ, ປາພອນ, ປາ ກ່ຳ, ປາສ້ອຍ, ປາເຕບ, ປາດັງແດງ, ປາເຊຶອມ,
ປາເອິນ, ປາເລີມ, ປາຍອນ, ປານາງ, ປາແຂ້, ປາແຂ້ວໄກ້, ປາຊວຍ, ປາຄໍ່, ປາດຸກ, ປາຊິວ, ປາເຂັງ,
ປາກະເດິດ, ປາປຶ່ງ: ປາເຜາະ, ປາໂຈກ, ປາເຄິງ, ປາເສຶອ, ປາຄ້າວ, ປາເປົ້າ.....ມາໄວ້ ແນ່..
ແລະ ກະຕ້ອງຂໍໂທດນຳປາ ຊື່ທີ່ບໍ່ຮູ້ນັ້ນນຳ ຈັ່ງໃດພວກເຈົ້າກະຊິສູນຊາດໄປແລ້ວໃນນ້ຳບ້ານຂ້ອຍ...ຈົ່ງໄປດີເຖິງສຸຂ!!
ພໍ່ຊິໄດ້ພາກັນວາດພາບກິນເອົາໃນພາຍຂ້າງຫນ້າ!!
ແມ່ນຕິ
ມີການລ້ຽງປານິນ, ປາ PANGA ແຕ່ ມັນມີຣົດຊາດຄືກັນກັບປານ້ຳຂອງແຕ່ກ່ອນບໍ,
ຫັ້ນລະມັນສຳຄັນ!
ເວົ້າມາກະອຸກໃຈນຳ.



໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນຫາບຶງທາດຫຼວງນີ້ ຫາກວ່າ ມາສຶກສາກັນດີໆແລ້ວ ທີ່ວ່າຍົກເລີກກັນໄປແບບນີ້ ທາງການປະກາດໃຫ້ຄືໝ້າວ່າ
ຢ້ານພາໃຫ້ເສັຍສິ່ງແວດລ້ອມ ແລະເຫດຜົນທາງ ....ແຕ່ບໍ່ແມ່ນວ່າຍ້ອນຄ່າໃຊ້ຈ່າຍທີ່ຈະຍົກຍ້າຍປະຊາຊົນອອກຈາກເຂດບຶງຫັ້ນມັນສູງກວ່າ
ການຊ່ອຍເຫຼຶອຂອງຈີນທີ່ມາສ້າງສະໝາມກິລາ ທີ່ ກຳລັງຕາຍລົງສູ່ມື້ສູ່ວັນ ແລະຖນົນຫົນທາງທີ່ເພພັງໄປທຸກວັນທຸກວັນຫັ້ນ!
ຈັ່ງແມ່ນເຂົາເຈົ້າສ້າງໄດ້ດີມີຄຸນນະພາບສູງ ປານນ້ຳໃຈ ເພື່ອນມິດທີ່ບໍ່ຫວັງຫຍັງຕອບແທນ!!
ຊົມເຊີຍ!!
ເພາະຄ່າໃຊ້ຈ່າຍທີ່ຈະແທນມັນບໍ່ສົມດຸນກັນ ກະຈຶ່ງວ່າພາກັນຄິດໃຫມ່ ຍົກເລີກ ແຕ່ເພື່ອບໍ່ໃຫ້ເສັຍໝ້າເສັຍຕາ
ກະວ່າຫາບ່ອນໃໜ່ມາແທນໃຫ້!! ຕົກຖຶກ ເຂດ ຫຼັກສີບຫ້າ ສີບຫົກ!!
ແຕ່ຈັ່ງໃດແຜ່ນດິນລາວສຳຫຼັບຈີນກະຍັງຖຶກທີ່ສຸດ...ແປດສີບລ້ານໂດລາ ຕໍ່ ພັນເຮັກຕາ!!
ແຕ່ສຳຫຼັບຄົນລາວຜູ່ເປັນເຈົ້າຂອງປະເທດ ທີ່ມີບ່ອນຢູ່ ທຳມາຫາກິນມາແຕ່ເຊັ່ນຫັ້ນຢ່າຟ້າວດີໃຈ ວັນໝຶ່ງອາຈມີໜາຍເກາະ ໃຫ້ຍົກຍ້າຍໄປບ່ອນອື່ນບໍ່ຮູ້ເມື່ອເດິ!!
ແລ້ວມາຟັງອີກວ່າ ຈະກູ້ຢືມເງິນຈາກໄທ ມາສ້າງທາງຣົຖໄຟຕໍ່ໄປອີກ, ຈະກູ້ເງິນຈາກຈີນມາສ້າງທາງຣົຖໄຟທາງພາກເໝຶອຕື່ມອີກ ຈະເອົາດິນຕອນໃດໃຊ້ແທນເງິນກູ້ຫັ້ນ?
ຫາກວ່າເງິນກູ້ຢືມມາຫັ້ນມັນເອົາມາສ້າງມາສາແທ້ໆກະບໍ່ວ່າດອກ ຢ້ານວ່າມັນໄປຕົກມືໃຜແລ້ວແມ່ນຕິດມືຜູ່ນັ້ນ ຫັ້ນຕິມັນຊິ ກາຍເປັນກະດູກແຂວນຄໍພວກລູກພວກຫຼານຣຸ້ນຫຼັງທີ່ຍັງບໍ່ທັນເກິດຫຼຶວ່າຫາຊິເຣີ້ມປາກເປັນຫັ້ນ!!
ຈັ່ງຊີເແຫຼະເຂົາວ່າ ຊີ້ນບໍ່ໄດ້ກິນ ໝັງບໍ່ໄດ້ນັ່ງ ພັດມາໄດ້ກະດູກແຂວນຄໍ!
ກະດີແລ້ວເດ ພວກລູກພວກຫຼານທີ່ໄດ້ມູນມໍຣະດົກຕົກທອດມາຈາກທ່ານໃຫຍ່ເຈົ້ານາຍທີ່ເປັນຫ່ວງເປັນໄຍນຳອານາຄົດຂອງພວກເຈົ້າ
ຈຶ່ງໄດ້ຄິດເພື່ອໄວ້ໃຫ້ແຕ່ດຽວນີ້!ກະພາກັນດີໃຈເອົາໄວ້, ສັລເສິນໃນຄວາມດິບຄວາມດີຂອງພັກແລະຣັຖທີ່ມອງເຫັນໄກ
ຕໍ່ອານາຄົດຂອງພວກເຈົ້າ.ຍາມໃຫຍ່ກ້າໝ້າບານຂື້ນມາກະພາກັນເອົາທູບເອົາທຽນໄປໄຕ້ ໄຫວ້ວອນຮູ້ບຸນຄຸນຕໍ່
ອະນຸສາວະຣີທີ່ມີໄວ້ທຸກຄອກແຄແຈຮົ້ວຫັ້ນ ຫາກວ່າໜາໂຕໃດໄປບັງອາດຫງ່ຽວໃສ່ ກະໄລ່ມັນໝີ ຫຼຶເອົາມັນໄປຊຸມກັບ``ເພື່ອນ``ລູກຫຼານຂອງເພຶ່ອນຈາກສະໝາມຣົບຂອງປູ່ຍ່າຕາຍາຍຫັ້ນ
ເຂົາມັກ!!
ຖືວ່າສາສນາເປັນຢ່າຝິ່ນແກ່ປວງຊົນ ປາງກ່ອນ ຕົກມາດຽວນີ້ ການບູຊາ ຮູບປັ້ນຂອງອະດີດຜູ່ນຳ ເຂົ້າມາແທນ.
ລຽນແບບສາສນາ ມັນກະຄົນລະສໄໜເວີຍ ຢ່າມາກວນເຈົ້າ ຈັກໝ່ອຍເຂົາຊິເອົາເຈົ້າໄປງົມຫອຍໃດ໋ຫັ້ນ!!
ຢາກງົມຫອຍແທ້ເຮົາກະດາຍ!!
ແຕ່ຢາກງົມຫອຍບຶງທາດຫຼວງກັບໃຜຈັກຄົນ
ພໍຊິໄດ້ປາກໄດ້ເວົ້ານຳກັນວ່າໃຜໄດ້ຫອຍໃຫຍ່ປານໃດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳການທີ່ແຜນການນີ້ລົບລ້າງໄປແຕ່ ກະມັນບໍ່ຫາຍຂາດອອກຈາກແດນລາວ ກະເພາະໝີ້ສິນທີ່ມີນັ້ນຫັ້ນຕິ.
ເຮັດຈັ່ງໃດຊາວລາວຈຶ່ງຈະຫາເງິນມາໃຊ້ໝີ້ໜົດນຳເຂົາຈັກເທື່ອ?
ດິນດອນຕອນຫຍ້າກະໃຫ້ເຊົ່າເປັນສີ່ຊ້າຫ້າສິບປີ, ຫ້ວຍຮ່ອງຄອງທານກະໃຫ້ເຊົ່າຢ່າງນ້ອຍກະສາມສີບປີ..
ແທນທີ່ວ່າຈະຫຸ້ນສ່ວນກັນແບບວ່າເຮົາ ໃນນາມເຈົ້າຂອງແຜ່ນດິນມີສິດ ຮຽກຮ້ອງເອົາຢ່າງນ້ອຍກະ໔໙ ເປິເຊັນ! ແຕ່ນີ້ ພາກັນຍົກໃຫ້ເຂົາລ້າໆ
ຄັນຢາກມີຫຸ້ນສ່ວນກະພາກັນຫາຢືມເງິນມາຊື້ຮຸ້ນສ່ວນປານວ່າ ຄວາມເປນລາວ, ການເປັນເຈົ້າຂອງປະເທດ ແລະດິນດອນຕອນຫຍ້າທັງຫ້ວຍນ້ຳລຳທານນັ້ນບໍ່ມີຄ່າອິ່ຫຍັງປານກັນກັບກ້ອນຂີ້ໜາກ້ອນໝຶ່ງສື່ໆ.
ມັນກະໂພດ.
ຫາກຍົກຍ້າຍເອົາໃຫ້ຈີນເປັນດິນດອນຕອນອື່ນ ມັນກະພໍປານກັນຫັ້ນແຫຼະ ຈັ່ງໃດກະເສັຍປຽບຈັ່ງຊັ້ນ..
ບໍ່ຮູ້ວ່າ ກຽດໃຫຍ່ປານໃດທີ່ຕ້ອງສົມຍອມທຸກຢ່າງ...
ເບິ່ງຖນົນຫົນທາງທີ່ສ້າງໃຫ້, ທັງສໝາມກິລາ ກະຈະຍຶນໄປໄດ້ຈັກປີ?
ມີຂ່າວເປົ່າປີວມາວ່າ ຫົນທາງທີ່ບໍຣິສັດອງເກົ່າຫຼີ ໃຕ້ ທີ່ສ້າງຂື້ນມາໃຫ້ກ່ອນຊີເກັມຫັ້ນເພໄປແລ້ວ!!!
ເຮັດໄດ້ມາຕຖານຂະນາດເລີຍ!!
ແລ້ວ ສະໝາມກິລາເດຍັງເຫຼຶອຫຍັງໄວ້ແນ່ ຊິຈັດຫາທິມລາວພັດຖິ່ນມາໂຊຝີຕີນໃຫ້ເບິ່ງ ຊິພໍບໍ່ໃຫ້ເສັຍໝ້າເສັຍຕາບໍ!?
ອັນວ່າຍົກເລີກໂຄງການບຶງທາດຫຼວງຫັ້ນບໍ່ແມ່ນວ່າ ເຣື້ອງມັນຊິຈົບລົງທໍ່ນັ້ນ ບໍ່ແມ່ນ..
ຈັ່ງໃດ ແນວເຂົາລົງທຶນມາ ເຂົາກະຢາກໄດ້ໜາກໄດ້ຜົນ ມັນກະຂອງທຳມະດາ. ແຕ່ເຮົາຕິ ຂື້ນກະເສັຍ ລ່ອງກະເສັຍ ມັນເຈັບໃຈ.
ພາກັນເສັຍຫຍ້າປົກຂີ້ໜາປານໃດມັນກະຍັງເໜັນຢູ່ຄືເກົ່ານໍ!!
ເຈັບໃຈທີ່ຄົນລາວຕ້ອງເສັຍປຽບໃຫ້ຊາດອື່ນ ທັງໆທີ່ຄົນລາວກະບໍ່ແມ່ນຂີ້ໄກ່ ມີຄວາມນຶກຄຶດແລະຈິດໃຈ!
ເຈັບໃຈທີ່ການຕັດສິນໃຈໃນບັນຫາທີ່ສຳຄັນສ່ວນໃຫຍ່ຂອງປະເທດມັນບໍ່ແມ່ນເຮົາເອັງຕ້ອງຕັດສິນເອັງ..
ປານໃດຟ້າຊິຜ່າຫົວກະໂຫຼກ ຂອງຜູ່ຄິດຜຄິດ ແລະບໍ່ຄິດເຫັນຜົນປະໂຫຍດຂອງຄົນລາວກ່ອນ!
ບໍ່ມີຄາຖາສັກສິດຈຶ່ງໄດ້ແຕ່ ຝັນຢາກມີເວດມົນກົນຄາຖານັ້ນ...ແຕ່ ມັນເປັນພຽງຄວາມຝັນອັນລົມໆແລ້ງໆ!!
ຫຍ້າທີ່ເສັຍຖົມຂີ້ໜາກະເໝົ່າເປື່ອຍໄປໜົດແລ້ວ, ຍັງເຫຼຶອພຽງຄວາມຂົມຂຶ່ນໃນໃຈຂອງຄົນລາວບາງຄົນທີ່ເຈັບແສບແທນຄົນລາວບາງຄົນທີ່ຮອດບໍ່ຄິດພໍ້ຊ້ຳ!!
ເພາະຄວາມເພີ້ຝັນຂອງເຂົາເຈົ້າທີ່ເຄີຍມີມາທີ່ບໍ່ອາຈເປັນໄປໄດ້ ແຕ່ ກະຕ້ອງຝືນໃຈສ້າງຄວາມຝັນໃຫ້ໃກ້ຄວາມຈິງທັງໆທີ່ຮູ້ວ່າມັນເປັນໄປບໍ່ໄດ້!!
ທາງໝ້າຂອງເຂົາເຈົ້າກະຄື ເຫວເລິກທີ່ແນ່ນອນວັນໝຶ່ງກະຕ້ອງຈຳເປັນໄດ້ໂຕນລົງ...
ນັບມື້ນັບໃກ້ເຂົ້າມາແຫຼະວັນທີ່ຈະຕ້ອງໄດ້ໂຕນລົງຫັ້ນ ຫາກວ່າຍັງມີກຽດພໍ ກ່ອນທີ່ຈະມີໃຜມາຊ່ອຍ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຂ່າວເປົ່າປີວມາອີກກະແສໝຶ່ງວ່າ ທາງສະພາແຫ່ງຊາດ ໄດ້ອະນຸມັດ ຍຸຕິການສ້າງເຂຶ່ອນໃນຫຼາຍໆບ່ອນ!!
ຂ້ອຍດີໃຈໄວ້ກ່ອນຄວາມຈິງມັນຈະເກີດຂື້ນ..ໂດຍສະເພາະ ເຂຶ່ອນ ທີ່ຈະສ້າງຂື້ນ ທີ່ ຮູ ສະຫົງຫັ້ນ!!
ເປັນຫຍັງຈຶ່ງດີໃຈທັງໆທີ່ປະເທດເຮົາຈະຜິດສັນຍາ ຣະຫວ່າງຊາດທີ່ອາຈຖຶກເຂົາຟ້ອງຂື້ນສານໂລກຂອງກົດໜາຍແຫ່ງການລົງທຶນ!!
ຜົນເສັຍໃນການທີ່ຕ້ອງໄດ້ໃຊ້ໝີ້ຫັ້ນກະຫຼວງຫຼາຍ..ແຕ່ມາຄີດໄກກວ່ານັ້ນ ຜົນເສັຍຫາຍທີ່ຈະຕາມມາຫາກສ້າງເຂຶ່ອນໃນທີ່ແຫ່ງນີ້ ມັນອາຈຄີດໄລ່ບໍ່ໄດ້!!
ແຕ່ທັງໜົດມັນກະເປັນຜົນບວກແກ່ແຜ່ນດິນ ທີ່ບໍ່ເຄີຍອິ່ມໂລຫິດຄື ຄຳສາບຂອງ ສີໂຄດຫັ້ນ. ແຜ່ນດິນນີ້ ຄົງຍັງຈະໄດ້ຮັກສາ ຄວາມຮົ່ມເຢັນເປັນສຸຂຕໍ່ໄປ ກວ່າທີ່ຈະມີ ເສດຝາເບຕົງທົ່ວທຸກແຫ່ງຫົນ.
ຫຼາຍຄົນອາຈຄີດວ່າບັນດາ ພວກ ``ກຣີນ ພິສ`` ໃນໂລກນີ້ ແມ່ນວ່າພວກບໍ່ມີຫຍັງຄົບໃນສະໜອງ ບໍ່ແມ່ນ ດອກ ພວກເຂົາເປັນ ຄົນປະເພດໝຶ່ງທີ່ມຸ່ງຫວັງຢາກໃຫ້ໂລກນີ້ມັນ ເກັບກຳສິ່ງແວດລ້ອມຕ່າງໆ ທີ່ມີມາໃຫ້ຄົງໄວ້ ແກ່ປວງຊົນຮຸ່ນຫຼັງ, ຮຸ່ນຕໍ່ໆໄປໃຫ້ໄດ້ຢູ່ກິນຢ່າງທຳມະຊາດ..
ຫາກອັນໃດກະທຳລາຍມ້າງຜ່ານລົງໄປໜົດ ແລ້ວ ຄວາມເປັນມາເກົ່າແກ່, ພຶດພັນທັນຍາຫານແບບທຳມະຊາດແບບທີ່ເຄີຍມີມາກໍພາກັນມາປ່ຽນໄປໜົດ ແລ້ວ ໃນທ້ອງຖິ່ນແຫ່ງໃດກະໃຫ້ມີຫຍັງຄ້າຍຄືກັນໄປໜົດ, ຮ້ານອາຫານກໍຈະໃຫ້ກາຍເປັນແບບ ດຽວກັນໄປໜົດໃນທົ່ວໂລກ ແລ້ວຄວາມເປັນຕົນຂອງຕົນເອັງຈະມີຢູ່ໃສ?
ຄວາມເປັນເອັກລັກຂອງຕົນຈະມີໄວ້ຢູ່ໃສ?
ຫຼືວ່າຈະໃຫ້ມີໄວ້ພຽງໃນປື້ມສໍ ຫຼື ``ໃນເຂດຫ້ວງຫ້າມ``- reservat" ດັ່ງ ສວນສັດ ຫັ້ນຊັ້ນບໍ?

ເວົ້າເຖິງສັດ ຢູ່ບ້ານເຮົາ ອີ່ຫຍັງກະຊິບໍ່ໃຫ້ເຫຼຶອ ຊ້າງແລະເສຶອ ກະພາກັນຫ່ຳຫັ່ນ ຂ້າຟັນທຳລາຍຖິ້ມໄປເພາະເງິນຢ່າງດຽວ ຫຼືວ່າ ຄົນລາວເຮົາບໍ່ຄີດເຫັນຫຍັງນອກເໝຶອໄປຈາກເງິນໆໆໆເທົ່ານັ້ນບໍ!?

ຂ່າວບອກວ່າ ຊ້າງໂຕນ້ອຍໆກະພາກັນສົ່ງອອກຂາຍ ໃຫ້ເກົ່າຫຼີ ແລະຈີນ ເພາະເຂົາຢາກໄດ້ໄປເຂົ້າສວນສັດຂອງເຂົາ
ອີກບໍ່ດົນ ຫາກຄົນລາວຢາກເບິ່ງຊ້າງ ກະຕ້ອງໄດ້ໄປເບິ່ງຢູ່ປັກກິ່ງ ຫຼຶ ເຊອູນພຸ້ນຊັ້ນເບາະ!!
ໃນປ່າໃນດົງບ້ານເຮົາກະພາກັນຂ້າກັນແກງເອົາງາ ເອົາກະດູກ...

ກັບມາຫາບັນຫາຂອງເສຶອອີກ ຕາມຂ່າວທີ່ຮູ້ມາຫັ້ນ ວ່າກັນວ່າໃນປ່າປະເທດລາວເຮົາມີເສຶອໂຄ່ງເຫຼຶອຢູ່ບໍ່ເຖິງແປດສີບໂຕ!!
ເພາະພວກອັບປີສີສົ້ວ ພາກັນໄປລ່າ ມາ - ເປັນຫຼຶຕາຍບໍ່ກ່ຽວ ແລ້ວສົ່ງອອກຂາຍໃຫ້ ຫວຽດ ຫຼຶຈີນ ທີ່ຖຶວ່າ ທຸກສີ້ນສ່ວນຂອງເສືອແມ່ນເປັນຢາ..ໂດຍສະເພາະຢາ ປົວ ຄວາມເປັນໝຸ່ມ - ໂອຍ ເວົ້າມາແລ້ວ ສັງເວດຄົນທີ່ມີຄວາມຄີດແບບນີ້..
ຢູ່ຈີນ ຂ່າວບອກວ່າ ເສຶອໂຕໝຶ່ງ ມີຣາຄາຮອດ ເຈັດໜຶ່ນໂດລາ..
ມັນກະໂພດ!!
ຢາກໃຫ້ພວກທີ່ມີສ່ວນກ່ຽວຂ້ອງທາງການທຳລາຍປ່າ, ເສຶອສາງນາງໄມ້ນີ້ ພາກັນເປັນອຳມະພາດ ກັນໜົດເຊື້ອ ແລ້ວ ຄຶນໃດຄ່ຳໃດກະໃຫ້ມັນເປັນບ້າ ທຸກຄຶນທຸກວັນໃຫ້ມັນຝັນເຫັນເສຶອເຫັນຊ້າງຫຼືສັດໃດໆທີ່ມັນພາກັນຣັງແຄຫັ້ນມາຫຼອກມາຫຼອນ ຈົນວ່າ ຮອດມື້ຕາຫຼັບເປັນມື້ສຸດທ້າຍ..

ຂ້ອຍດີໃຈທີ່ວ່າບ້ານຂ້ອຍອາຈຍັງຄົງຮັກສາຮອຍຄວາມດີງາມ, ທັງວັທນະທຳ, ທັງປ່າດົງດອນ ຄອນເຂົາ
ທັງປູປາທີ່ອຸດົມສົມບູນດັ່ງເຄີຍມີມາ..

ເຈົ້າຮູ້ບໍ່ວ່າ ແຕ່ກີ້ ຢູ່ບ້ານຂ້ອຍ ລາງເທື່ອ ປາ ຫັ້ນຂ້ອຍເອົາມືໄປຫາຈັບເອົາໃນກ້ອງໂຂດຫິນ ຢູ່ແກ້ງກາງຂອງ ຫຼືໃນເຫງົ້າກໍໄຄ້ ຢູ່ຫາດຫົວດອນໂຄ!!
ມັນເປັນເວລາທີ່ສຸຂສົມ ແລະຝັງແໝ້ນໃນຄວາມຊົງຈຳ..
ຢາກໃຫ້ລູກຫຼານເຫຼັນກະຍັງມີໂອກາດແບບນີ້ອີກຈັກວັນ!!
ບໍ່ຍາກເກີນໄປດອກ ຂໍພຽງໃຫ້ພວກເຮົາທຸກຄົນເຫັນຄ່າ ຂອງທຸກສິ່ງທີ່ຢູ່ອ້ອມແອ້ມເຮົາໃຫ້ດີກະພໍ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໃຜອ່ານແລ້ວເຂົ້າໃຈ ຊ່ອຍແປໃຫ້ຜູ່ອື່ນອ່ານນຳໃຫ້ແນ່!

THE STRAITS TIMES (SINGAPOUR) : Le Laos va se doter d'une centrale nucléaire

Un consortium d'entreprises sud-coréennes et thaïlandaises a signé un accord en vue de construire une usine nucléaire au Laos, pour un montant de d'environ 900 millions de dollars. Le consortium est composé de la compagnie d'électricité thaïlandaise Ratchaburi Electricity Generating Holding, et d'entreprises sud-coréennes : SK Construction et Korea Western Power. La centrale - située à Senamnoi, dans le sud du Laos - dont les travaux devraient débuter en 2013 pour commencer à fonctionner aux alentours de 2018, alimentera le pays mais aussi la Thaïlande, un accord ayant été signé avec l'Electricity Generating Authority of Thailand (EGAT). Selon un porte-parole, le consortium d'entreprises espère «que ce nouveau projet générera de nouveaux emplois dans la région et aidera à satisfaire la demande énergétique grandissante du Laos ».

latribune.fr


ພໍເປັຍສັງເຂບຈັ່ງຊີ້..ວ່າຣັຖບານລາວໄດ້ເຊັນສັນຍາໃຫ້ບໍ່ຣິສັດການໄຟຟ້າໄທ ກັບຂອງເກົາຫຼີ ມາສ້າງ ໂຮງ=ານຜລິດໄຟຟ້າພລັງປະຣະມະນູໃສ່ພາກໃຕ້ຂອງລາວ...

ແລ້ວ ຄົນລາວຕາຂາວໆມີໃຜຮູ້ນຳແນ່?
ຫາກວ່າມັນເປັນຄວາມຈິງແທ້ແລ້ວ ບໍ່ເຄີຍໄດ້ງິນວ່າມີນັກຊ່ຽວຊານຄົນລາວດ້ານນີ້ມາກ່ອນ!!
ເປັນຫຍັງບັນດາບໍຣິສັດຕ່າງຊາດບໍ່ໄປຕັ້ງໃສ່ໃນບ້ານຂອງເຂົາເຈົ້າເອັງ
ຫຼືວ່າ ປະເທດລາວນີ້ຕ້ອງການໄຟຟ້າປານນັ້ນພຸ້ນຊັ້ນບໍ?
ໂອຍ ອຸກໃຈນຳແທ້ເດ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກຟ້າຍັງຈະປະທານຄວາມຮົ່ມເຢັນເປັນສຸຂແກ່ຊົນຊາວລາວ ກະຟ້າວມາໄວໆສາ ອີກບໍ່ດົນຢ້ານວ່າຈະບໍ່ມີຄົນລາວຖ້າຮັບແລ້ວ.
ຢູ່ໃສກະມີແຕ່ຄົນຕ່າງຊາດມາແຫ້ນມາກິນແຜ່ນດິນລາວໄປທຸກມື້ທຸກວັນ.
ທາງພາກເໝືອໃຫ້ອະນຸຍາດ ພວກ ກຸ່ມດອກໄມ້ແດງມາລົງທືນ ສ້າງເຂດປອດ ເຂດເສຖກິດພິເສດ ມັນພິເສດສຸດຈົນວ່າຄົນລາວເຈົ້າໝ້າທີ່ລາວເຂົ້າໃກ້ບໍ່ໄດ້ ເຂົ້າກວດກາຫຍັງບໍ່ໄດ້.
ນີ້ແມ່ນແທ້ບໍ່ເຖິງຄວາມສຫຼາດສ່ອງໄສທີ່ວ່າກັນມາເກືອບເຄິ່ງສັຕວັດ?
ຫາກກວດກາຫຍັງບໍ່ໄດ້ໂດຍເຈົ້າໝ້າທີ່ຂອງຊາດລາວແລ້ວຣາຍຮັບຣາຍໄດ້ມັນກະເຂົ້າຄັງຫຼວງຈັກອັດບໍ່ຊັ້ນ?
ເວົ້າມາກະຄັນແຂ້ວ!
ສົງສັຍເປັນແຂ້ວແມງແລ້ວເພາະຄວາມເດືອດດານຕໍ່ບັນຫາແບບນີ້ ທີ່ພາໃຫ້ ນ້ຳກົດອອກມາຫຼາຍໂພດ ແລະກັດແຂ້ວຫ້ຽນໄປໜົດ.
ຕາຍໄປກະຊິບໍ່ມີຮອດແຂ້ວແງງນຳເພິ່ນແຫຼ້ວຫັ້ນ.
ຕາຍໄປແລ້ວ ກະແລ້ວໄປຊິໄປຫ່ວງໄຍຫຍັງນຳແຂ້ວ.
ຂໍຢ່າງດຽວຢາກໃຫ້ຄົນລາວເຮົາຫັ້ນ ກັບມາເປັນລາວຄືນສາໃໜ່
ໃຫ້ຄິດເຫັນຊາດບ້ານເມືອງໃຫຍ່ກວົ່າຖົງຕົນແລະເພື່ອນມີດ
ເຫັນຄວາມເປັນຊາດໃຫຍ່ກວ່າພັກກວ່າພວກທີ່ພາກັນແຕ່ແຫ້ນແຕ່ກັດກິນຊາດໂຕເອງ
ຫາກບໍ່ສາມາດແຫ້ນເອງໄດ້ກະຢ່າຊ່ອຍຜູ່ອື່ນໃຫ້ມາແຫ້ນແລະໄປເລັຍກົ້ນເຂົາ
ຄີດໝ້າອາຍຖຕເອງແນ່!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວາສນາຂອງແຜ່ນດິນລາວຍັງມີ
ກະຂໍໃຫ້ພາກັນເລີກການສຳປະທານທັງໜົດທີ່ມີແຕ່ການປົ່ນປີ້ແຜ່ນດິນແມ່ຂອງເຮົາລົງ..
ຫວງັວ່າບັນດາທ່ານຜູ່ກິນບໍ່ຮູ້ອິ່ມທັງຫຼາຍຄົງໃກ້ໜົດອາຍຸລົງຊັກໄຊ້..


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວ ຍົກເລີກລະດີທີ່ສຸດຫັ້ນນະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ດີແລ້ວ ຍົກເລີກລະດີທີ່ສຸດຫັ້ນນະ



ກະຢາກໃຫ້ເປັນໄປຈັ່ງຊັ້ນແຫຼະ ວຽງແກ້ວ!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວ າວລາວະທ້ວງເອົາແທ້ເອົາວ່າ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ດີແລ້ວ າວລາວະທ້ວງເອົາແທ້ເອົາວ່າ




ຫາກຄົນລາວເຮົາຫຼາຍຄົນຍັງມີນ້ຳມັນລຶ່ນໃນສໜອງແມ່ນວ່າສອງຢອດກະຊິພາກັນຮູ້ວ່າການທີ່ເຂົາຫວັງດີ(ເພື່ອນມີດສະຫາຍຫັ້ນມັນມີສອງແງ່ສອງມຸມ!!)
ຊ່ອຍເຮົາຫວັງຄ່າຕອບແທນ ບໍ່ແມ່ນຍ້ອນວ່າເປັນສຳພັນທະມິດກັນສື່ໆ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນວ່າຄວາມເຊື່ອໜັ້ນຂອງທ່ານບັນດານັກຊ່ຽວຊານທັງນັກສ້າງສາພັທນາແມ່ນ້ຳຂອງຢາກຈະເຄື່ອນຄອນແນ່ແລ້ວ!
ແຕ່ໃດມາວ່າຕ້ອງສ້າງເຂື່ອນໄຊຍະບູຣີຂື້ນ!!ແຕ່ບັດນີ້ມາຮູ້ວ່າໂຄງການນີ້ອາຈສຸດຊີ້ນລົງແບບວ່າບໍ່ມີປາກສຽງໃດໆ.
ກະດີໄປ ພໍຊິໂລ່ງອົກໂລ່ງໃຈໄປນຳ!
ເຫັນວ່າທາງ ຊໍ ການຊ່າງຂອງໄທກະຍົກເລີກສັນຍາທີ່ຈະຮັບຊື້ພລັງໄຟຟ້າຈາກເຂື່ອນໄຊຍະບູຣີແລ້ວ!!
ທາງຫວຽດນາມກະມາຫ້າມປາມລູກແຫຼ້ງຕິນມືຂອງຕົນເພາະຜນເສັຍທີ່ຫວຽດນາມຈະໄດ້ຫາກເຂື່ອນນີ້ເກີດຂື້ນມັນມະຫາສານປານໃດ!
ການປູກຝັງແຖວສາມຫຼ່ຽມແມ່ນ້ຳຂອງອາຈຖຶກຣົບກວນ, ກະທົບກະເທຶອນໝັກ!!
ນັ້ນແມ່ນເຫດຜົນສອງປະການໃຫຍ່ທີ່ອາຈພາໃຫ້ບັນດານັກລົງທືນແລະນັກຊ່ຽວຊານຫົວແຕກຍ້ອນໄດ້!
ການປະທ້ວງຂອງປະຊາຊົນຊາວໄທທີ່ໄດ້ເຫັນຜົນຮ້າຍຈາກການສ້າງເຂື່ອນອື່ນໆມາແລ້ວແມ່ນບໍ່ແຂງແກ່ງແຕ່ກະເປັນໝາມທີ່ອາຈປັກເລິກແກ່ອາດຍາໃຫຍ່ທັງຫຼາຍໃນລາວ!!
ຄວາມປະມາດເປັນການນຳມາເຊິ່ງຄວາມຕາຍ ເປັນຄະຕິເຕຶອນໃຈຄົນລາວມາແຕ່ໃດ!!
ຫຼາຍໆຄົນຄົງລືມໄປຫຼື ໂອ້ອວດອົ່ງວ່າແຕ່ໂຕເກັ່ງປານອຶ່ງເພົ້າທີ່ເບັງທ້ອງໃຫ້ຄົນອື່ນເຫັນວ່າໂຕນີ້ລະໃຫຍ່ແລະສຽງດັງ,
ບໍ່ແມ່ນວ່າປະມາດຄວາມສາມດແລະຄວາມຕັ້ງໃຈຂອງອາດຍາໃຫຍ່ທັງຫຼາຍດອກ ແຕ່ເຫັນວ່າພວກເພິ່ນພາກັນເຫັນແຕ່ຈະໄດ້ ບໍ່ຄຳນຶງເຖິງຜົນເສັຍຫຍທີ່ຈະຕາມມາ.
ນັ້ນຄືຄວາມສົມນ້ຳໝ້າພວກເພິ່ນຕ່າງຫາກ.
ຂ້ອຍຄົງດີໃຈຫາກວ່າໂຄງການນີ້ຕົກໄປຢ່າງຂາດລອຍ.ເພາະຂ້ອຍຍັງຢາກເຫັນປູປາທີ່ບ້ອນໃຫ້ລູກຫຼານໃນອະນາຄົດ, ຢາກໃຫ້ເຂົາເຫັນແລະພາກພູມໃຈໃນພື້ນແຜ່ນທໍຣະນີແຫ່ງນີ້ທີ່ບັນພະບູຣຸດຂອງເຂົາໄດ້ປົກປັກຮັກສາມາແຕ່ເຊັ່ນໃຫ້ຢູ່ຄົງໜັ້ນຕຼອດໄປຊົ່ວກາລນານ.
ບໍ່ມີສິ່ງໃດຈະແນວແນ່ໃນສັງຄົມແລະເວທີການເມືອງ ຫາກວ່າພວກນີ້ຕົກໄປ ພວກໝ້າຂື້ນມາໃໜ່ ກະບໍ່ຮູ້ຄືກັນວ່າຈະຮັກຊາດບ້ານເມືອງຄືຄຳປາກຄຳເວົ້າບໍ! ແລະແທ້ສ່ຳໃດ?


໗ ກະທູ້
໔໐໐ ໂພສ
ຊຳນານການເວັບບອດ
ນ້ອງກໍ່ຢາກຄັດຄ້ານ ໃນການສ້າງເຂື່ອນຄືກັນ
ຄິດເຫັນນ້ຳຂອງແຫ້ງເທື່ອໃດກໍ່ຄິດວ່າ ປ່າໂຕໃຫຍ່ໆທີ່ເປັນພໍ່ພັນແມ່ພັນມັນຈະຫາຍໄປຢູ່ໃສໝົດ
ຂະໜາດວ່າເຮັດເຂື່ອນຢູ່ຈີນນ້ຳຂອງຍັງແຫ້ງປານນີ້ແລ້ວ
ຊົ່ວວ່າໄປເຮັດອີກແລ້ວເຮົາຊິໄປເອົານ້ຳທາງໃດມາກິນມາໃຊ້

ຄິດເຫັນປາທີ່ຢູ່ທາງພາກໃຕ້
ຍາມທີ່ປາຂື້ນ ຄົນເຮົາທີ່ເອົາໄປຮັບປະທານຫຼືເອົາໄປຂາຍ ມັນກໍ່ຈົນຊິດັບເຊື້ອແລ້ວ
ຖ້າຫາກວ່າ ໄປເຮັດເຂື່ອນ ປະຊາຊົນລາວຈະໄປຫາປາທາງໃດມາກິນແຊບຄືປານ້ຳຂອງ
ຊິໄປຫາປາທາງໃດມາເຮັດປາແດກລ້ຽງຄົນລາວ

ແຕ່ກໍ່ໜ້າເສຍດາຍ ທີ່ທາງຜູ້ໃຫຍ່ເພິ່ນຄົງບໍ່ໄດ້ມາອ່ານ
ເຖິງຈະມີຄົນມາຄັດຄ້ານ ເພິ່ນຄົງບໍ່ສົນໃຈເທົ່າຜົນປະໂຫຍດທີ່ຢູ່ໃນກະເປົາ
ໄຟຟ້າທີ່ໄດ້ເພີ່ມຫຼາຍຂື້ນ ແຕ່ປະຊາຊົນແຖວນັ້ນບໍ່ໄດ້ໃຊ້ນຳ
ກໍ່ເປັນຕາອີ່ດູຕົນແທ້ໜາ~


໒ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ອືມ!?...ດີແລ້ວໂງ່ມາຕັ້ງນານມາຮູ້ຕົວຕ້ອນນີ້ຍັງບໍ່ສາຍ
(ແຕ່ຂ້ອຍຄິດວ່າປ່ຽນຈາກບຶງທາດຫລວງເປ້ນທີ່ອື່ນຫລາຍກວ່າ ບໍ່ຊັ້ນບໍ່ຍົກເລີກເອົາດື້ໆດອກ...)


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ ທຳມະຊາດ ກຳລັງ ເອົາ ຄືນແລ້ວ.......ສີ່ແຂວງ ກຳລັງ ຖືກ ຄຸກ ຄາມຢາງໜັກ ໃນ ຊ່ວງນີ້ ເຮົາ ບໍ່ ຮັກ ທຳມະຊາດ ທຳມະຊາດ ກໍ່ ຊັງ ເຮົາ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TitiLiTtLeAnGEL ຂຽນວ່າ...
ນ້ອງກໍ່ຢາກຄັດຄ້ານ ໃນການສ້າງເຂື່ອນຄືກັນ
ຄິດເຫັນນ້ຳຂອງແຫ້ງເທື່ອໃດກໍ່ຄິດວ່າ ປ່າໂຕໃຫຍ່ໆທີ່ເປັນພໍ່ພັນແມ່ພັນມັນຈະຫາຍໄປຢູ່ໃສໝົດ
ຂະໜາດວ່າເຮັດເຂື່ອນຢູ່ຈີນນ້ຳຂອງຍັງແຫ້ງປານນີ້ແລ້ວ
ຊົ່ວວ່າໄປເຮັດອີກແລ້ວເຮົາຊິໄປເອົານ້ຳທາງໃດມາກິນມາໃຊ້

ຄິດເຫັນປາທີ່ຢູ່ທາງພາກໃຕ້
ຍາມທີ່ປາຂື້ນ ຄົນເຮົາທີ່ເອົາໄປຮັບປະທານຫຼືເອົາໄປຂາຍ ມັນກໍ່ຈົນຊິດັບເຊື້ອແລ້ວ
ຖ້າຫາກວ່າ ໄປເຮັດເຂື່ອນ ປະຊາຊົນລາວຈະໄປຫາປາທາງໃດມາກິນແຊບຄືປານ້ຳຂອງ
ຊິໄປຫາປາທາງໃດມາເຮັດປາແດກລ້ຽງຄົນລາວ

ແຕ່ກໍ່ໜ້າເສຍດາຍ ທີ່ທາງຜູ້ໃຫຍ່ເພິ່ນຄົງບໍ່ໄດ້ມາອ່ານ
ເຖິງຈະມີຄົນມາຄັດຄ້ານ ເພິ່ນຄົງບໍ່ສົນໃຈເທົ່າຜົນປະໂຫຍດທີ່ຢູ່ໃນກະເປົາ
ໄຟຟ້າທີ່ໄດ້ເພີ່ມຫຼາຍຂື້ນ ແຕ່ປະຊາຊົນແຖວນັ້ນບໍ່ໄດ້ໃຊ້ນຳ
ກໍ່ເປັນຕາອີ່ດູຕົນແທ້ໜາ~



ໂຄງການສ້າງເຂື່ອນທີ່ໄຊຍະບູຣີກຳລັງເຄື່ອນຄອນ..ເພາະຄວາມປະໜາດຂອງບັນດາເຈົ້ານາຍລາວທີ່
ກ່ຽວຂ້ອງຄິດໄປແຕ່ວ່າຕົນເປັນເຈົ້າຂອງແມ່ນ້ຳລຳທານ!ແລ້ວຢາກເຮັດຫຍັງກະເຮັດຕາມໃຈ..
ແຕ່ບໍ່ຄິດສາວ່າ ເປັນນ້ຳ ນາໆຊາດ!ຢາກເຣັດຄືຈີນທີ່ບໍ່ຟັງສຽງໃຜ ເພາະຖືວ່າໂຕໃຫຍ່ ແລະມີຖານະດີ ມີເງີນບໍ່ອັ້ນ.ແຕ່ລາວຕິ ຢາກມີບົດບາດຄືຈີນແບບບໍ່ຟັງຫາງສຽງແລະຄຳຄັດຄ້ານແລະຕະຕຽນຈາກຜູ່ອື່ນ
.ບາດແລ້ວຈະຮູ້ວ່າຜົນປະໂຫຍດທີ່ຈະໄດ້ຮັບແລະຄວາມເສັຍຫາຍມັນສົມດຸນກັນບໍ່ ..ໃນໄລຍະຍາວນານຫັ້ນ!
ກັບມາຫາບັນຫາທີ່ຍາມເຮົາບໍ່ເຫັນດີນຳອັນໃດທີ່ເຮົາຮູ້ວ່າບໍ່ສົມຄວນ ຫາກເຮົາມີເຫດຜົນກະຕ້ອງສແດງເຫດຜົນຂອງເຮົາອອກມາ ຈະເກັບກຳໄວ້ໃຜກໍບໍ່ຮູ້ນຳ ມີແຕ່ເອິນໍຫໍ່ມົກນຳເຂົາໄປຕຼອດມັນກະບໍ່ໄດ້.
ຢາກໃຫ້ທຸກຄົນສແດງອອກເຊິ່ງຄວາມນຶກຄິດຂອງຕົນຢ່າງດ້ວຍເຫດດ້ວຍຜົນ ແນ່ນອນຕ້ອງມີຜູ່ຟັງ..ແຕ່ກະຈັ່ງວ່າຫັ້ນແຫຼະນໍ ບ້ານເຮົາເວົ້າແຮງຫຼາຍ ແມ່ນວ່າຖືກຕາມບົດກົດໜາຍຣັຖທັມມະນູນແ່ເຂົາກະແກ່ຄໍໄປຊຳເຄ້ໄດ້ ຫຼືພາໄປງົມຫອຍໄດ້ງ່າຍໆ ນີ້ຕິມັນພາໃຫ້ທຸກຄົນຢ້ານອຳນາດມືດ!!
ອີກປານໃດເດເທວະດາຈຶ່ງຊິມາໂຜດໄທເຮົາ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SIRI ຂຽນວ່າ...
ອືມ!?...ດີແລ້ວໂງ່ມາຕັ້ງນານມາຮູ້ຕົວຕ້ອນນີ້ຍັງບໍ່ສາຍ
(ແຕ່ຂ້ອຍຄິດວ່າປ່ຽນຈາກບຶງທາດຫລວງເປ້ນທີ່ອື່ນຫລາຍກວ່າ ບໍ່ຊັ້ນບໍ່ຍົກເລີກເອົາດື້ໆດອກ...)



ເຂົາປ່ຽນໃຫ້ໄປເປັນແຖວຫຼັກສີບຫົກວ່າຊັ້ນ!
ແຜນການນັ້ນບໍ່ໄດ້ເລິກ ພຽງແຕ່ `ມກໍຣີເຊ``-ດັດແປງໄປບ່ອນອື່ນສື່ໆ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ດຽວນີ້ ທຳມະຊາດ ກຳລັງ ເອົາ ຄືນແລ້ວ.......ສີ່ແຂວງ ກຳລັງ ຖືກ ຄຸກ ຄາມຢາງໜັກ ໃນ ຊ່ວງນີ້ ເຮົາ ບໍ່ ຮັກ ທຳມະຊາດ ທຳມະຊາດ ກໍ່ ຊັງ ເຮົາ


ອີ່ຕົນແຕ່ພໍ່ແມ່ພີ່ນ້ອງທີ່ຕ້ອງຮັບເຄາະນໍ!
ແບບຊີ້ນບໍ່ໄດ້ກິນ ໝັງບໍ່ໄດ້ນັ່ງ..ນ້ຳມາຖ້ວມຫົວ ບາງຄົນກະເອົາໂຕບໍ່ລອດ ເຈັດໂຣຍກັນໄປສີບສອງຄົນບໍ?
ນີ້ແຫຼະເພິ່ນວ່າ ຜີກ່ອງກ່ອຍກັດແຫ້ນກິນພູງ ແຕ່ມັນພັດໄປແຫ້ນພູງຊາວບ້ານແທນທີ່ຈະກັດຄໍພວກກິນບ້ານກິນເມືອງ
ຫຼືວ່າທາງຟາກນັ້-ໂລກນັ້ນກະຖຶກຄຊຣັບຊັ້ນຄືກັນແລ້ວ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນການແຂ່ງຂັນຊິເກັມ ກະມີການສ້າງສາກັນຄັບຄັ່ງ!
ບ້າງອ້າງວ່າຊົດຊ່ອຍກັນລ້າໆ ຈາກປະເທດອ້າຍນ້ອງ..
ແຕ່ແລ້ວເປັນການໃຫ້ເປັນການຕອບແທນໃນການສ້າງລັ້ນລ້າຫັ້ນແມ່ນເອົາບຶງທາດຫຼວງເປັນຄ່າຕອບແທນ!!
ບາດນີ້ ເຫັນວ່າຫາທາງກູ້ຢືມເງິນເປັນລ້ານໆໂດລາເພື່ອມາສ້າງຊ້ອມແປງນັ້ນນີ້ ກະທັ້ງການສ້າງຫໍ ພົບປະສັງສັນໃນຍາມ ສຳມະນາຕ່າງໆ!
ແມ່ນຢູ່ວ່າເປັນການກູ້ຢືມທີ່ວ່າດອກເບັ້ຍຕ່ຳ ຫຼືບໍ່ມີດອກເບັ້ຍຈັກດີ້..
ແຕ່ເທົ່າທີ່ເຫັນມາ ມັນແທ້ບໍລະເທົ່ານັ້ນແຫຼະ ຫຼື ຈັກໝ່ອຍແລ້ວວ່າໄດ້ມອບດອນຊິງຊູ້ໃຫ້ເປັນການຕອບແທນແລະໃຫ້ຍາດພີ່ນ້ອງທາງປັກກິ່ງຂົນຄອບຂົນຄົວກັນມາຢູ່ມາຕັ້ງຖິ່ນຖານ!!
ນີ້ຕິ ຟັງແລ້ວຄືຈົບຄືງາມແຕ່ແລ້ວມີກິນຫົວຄົນລາວຕາຂາວມ້ານໆ!!
ຢ້ານແຕ່ຕົກໄປອີກຈັກສີບປີ ຈະມີຄົນຕ່າງປະເທດຫຼາຍກວ່າຄົນລາວ..
ອາດຍາເອີຍທັງຫຼາຍ ຄິດຫຍັງກວ້າງໃຫຍ່ເກິນຄວາມສາມາດແທ້!
ໝີ້ສິນທີ່ຖ້ວມຫົວເປັນສາມສີ່ພັນລ້ານໂດລາຫັ້ນ ຍັງບໍ່ພໍບໍ?
ແລ້ວເງິນທີ່ໄດ້ຈາກການຂຸດຄົ້ນບໍ່ຄຳບໍ່ທອງແດງເອົາໄປເຮັດຫຍັງໜົດ?
ໂອຍຈັ່ງແມ່ນຫຍູ້ງນຳ!!
ຫາກຊັບໃນດິນສິນໃນນ້ຳໜົດໄປແລ້ວຊິເອົາຫຍັງໄປໃຊ້ໝີ້?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງສັຍເອົາໝາກໄຂ່ຫຼັງລູງສີລູງສາໄປແລກປ່ຽນໃຫ້ແທນໜີ້ສິນທີ່ຢິບຢືມມາຕິ!
ຫາກບໍ່ພໍກະເອົາ ຫົວລູກຫົວຫຼານສາວໄປໄຖ່ໜີ້ເກົ່າທີ່ພະຍາທັງຫຼາຍທ່ຽວຢືມມາຫັ້ນ!
ເຫັນໃຈຜູ່ທີ່ເປັນນາຍທີ່ຕ້ອງໄດ້ອອກເຮື່ອເທແຮງໄປປ່າວໄປຈ່າວຂາຍຊັບໃນດິນສິນໃນນ້ຳ!
ອີກບໍ່ດົນກະຊິພາກັນໄປຈ່າວຂາຍຫິນກ້ອນນ້ອຍໆຂອງລູກຂອງຫຼານ!
ຂໍຢ່າໃຫ້ຮອດມື້ນັ້ນຈັກເທື່ອກະດີ໋


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈທີ່ໄດ້ຮູ້ວ່າໂຄງການສ້າງເຂື່ອນກັ້ນນ້ຳຂອງຖືກໂຈະໄວ້!
ແຕ່ຫາງສຽງໃໝ່ຂື້ນມາວ່າ ພວກອ້າຍພັນດ້າ ກໍພາກັນເກັບເງິນຊິພາກັນມາສ້າງອີກເຂື່ອນໃໝ່ໃສ່ນ້ຳຂອງອີກ ໂອຍຈັ່ງແມ່ນມັນຄັກນໍ!
ບາດພວກອື່ນຢາກສ້າງແລ້ວຕໍ່ວ່າກັນໄດ້ຈົນເປັນເຣື້ອງເປັນລາວ
ບາດນີ້ໝັດແໝວວ່າອ້າຍໃຫຍ່ຈະມາສ້າງອີກ!
ປານໃດເຮົາຈຶ່ງຈະເປັນເຮົາ?
ອຸກໃຈນຳ!
ປູປານານ້ຳມັນປາກບໍ່ອອກປາກບໍ່ເປັນກະໄດ້ແຕ່ພາກັນໜີໄປທາງອື່ນ!
ເຫັນໃນປາທີ່ບໍ່ມີວາສນາໄດ້ລອຍຫຼີ້ນຕາມໃຈໃນສາຍນ້ຳປູ່ສັງຂຍາຍ່າສັງຂແຍງແຂ່ງດີແຂ່ງເດັ່ນກັນບໍ່ຮູ້ແລ້ວ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມດີອົກດີໃຈທີ່ມີຂ່າວວ່າໄດ້ຍົກເລີກສຳປະທານບຶງທາດຫຼວງໄປບໍ່ທັນຮອດປີ!
ຂ່າວເປົ່າປີວມາໃຫ້ຮູ້ໃໜ່ວ່າ ແຜນການແບບເກົ່າທີ່ຈະໃຫ້ເປັນກຳແພງເມືອງຈີນຕົກໄປ!
ແຕ່ ແຜນເມືອງຈີນຍັງບໍ່ຕົກຫາຍໄປ
ເພາະວ່າບຶງທາດຫຼວງເປັນຈຸດດືງດູດທີ່ເປັນເສຖສາດໄປກະວ່າໄດ້!
ທັງອ້າຍນ້ອງນາມໜີແພນດ້າ ທັງອ້າຍນ້ອງ ດອກບົວທອງໃຜໆກະຢາກໄດ້ດິນດອນຕ່ອນນີ້ໄວ້ເປັນທີ່ຄອບຄອງແລະຜົນປໂຍດຂອງຕົນ.
ເວົ້າແທ້ບຶງທາດຫຼວງມັນກໍແທບວ່າເປັນໃຈກາງເມືອງວຽງຈັນ!!
ພວກອາດຍາເຈົ້ານາຍເຮົາຄົງຖືກຍຸເຍົ້າແລະລໍ້ດ້ວຍດອກໄມ້ສີຂຽວຢ່າງສົດໆເປັນກອງໃນທະນາຄານໃດນຶ່ງຂອງຈີນຫຼືຂອງສວິຊເຊີແລນ!!
ຈື່ງວ່າຟ້າວເຊັນສັນຍາໃຫ້ອະນຸຍາດສ້າງໂດຍບໍ່ໄດ້ປຶກສານຳຫາງສຽງສື່ມວນຊົນແລະນຳຊາວລາວ!
ຖືສິດຕັດສີນໃຈໂດຍລຳພັງ!ແນວວ່າເປັນໃຫຍ່ແບບຜະເດດການມາແຕ່ສາມສີບກວ່າປີ ກະເຣັດຕາມໃຈໂຕເອັງ!
ເຫດຜົນທີ່ວ່າຈະສ້າງເປັນເຂດເສຖກິດພິເສດ ນີ້ ເຫັນວ່າ ໃນແຕ່ລະປະເທດໃດແມ່ນວ່າຈະຫຼ້າຫຼັງປານປະເທດໃນແຖວອາຟຣິກາເຂົາກະຍັງບໍ່ສ້າງໃສ່ໃຈກາງເມືອງຫຼວງຂອງຕົນ!
ແຕ່ຜູ່ນຳທີ່ສລາດສ່ອງໃສຂອງລາວເຫັນວ່າບືງທາດຫຼວງມັນຢູ່ຫ່າງຈາກວຽງຈັນເປັນຊາວຫຼັກ!!
ໂອຍນໍອີ່ແມ່ເຈົ້າປັກຫຼັກເມືອງທີ່ສັກສິດທັງຫຼາຍເອີຍຊ່ອຍມາເຂົ້າຄວາມຝັນໃຫ້ພວກອັບປີນີ້ຝັນຮ້າຍທຸກຄືນໆແນ່ເດ!
ແລະຫາກບໍ່ສັກສິດພໍກະຄ່ອຍເອົາລູກເອົາຫຼານຂອງພວກເຂົາໃຫ້ຝັນຮ້າຍຕື່ນຂື້ນມາກາງຄ່ຳກາງຄືນວ່າແມ່ເຈົ້າບ້ານເຈົ້າເມືອງ
ຊິຕອນຫຳຕອນຫ..ຂອງພວກເຂົາ..ຫຼືໃຫ້ເອົາໄປ ນອນຕື່ນແຊ່ນ້ຳບືງທາດຫຼວງຫັ້ນຈັກສີ່ຫ້າຄືນ!!
ເປັນຫຍັງຈື່ງຕົກລົງສັນຍາໄປໄວແທ້ແບບນີ້?
ຫວັງວ່າທ່ານຍາຍຍົກຫຼືທ່ານໃດໃນຖັນແຖວມາໃຫ້ຄວາມກະຈ່າງແຈ້ງແກ່ຄົນລາວນຳກັນແນ່ກະດີ!!
ວັນນື່ງຟ້າຫາກຊິລົງໂທດພວກທ່ານທີ່ລືມຄຳຂວັນຂອງໂຕເອັງມານານແລ້ວ!



໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດທ້າຍໂຄງການນີ້ກໍ່ເລີ່ມຈົນໄດ້


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ສຸດທ້າຍໂຄງການນີ້ກໍ່ເລີ່ມຈົນໄດ້



ນັ້ນແຫຼະຂ້ອຍຈື່ງກັບມາຟື້ນຟູກະທູ້ນີ້ອີກ!
ຫາກໃຜວ່າມັນບໍ່ມີປໂຍດແກ່ແຜ່ນດິນນີ້ກະໃ້ຕາຍສາຍັງດີກວ່າຈະປ່ອຍໃຫ້ເຫດການນີ້ລຸລ່ວງໄປຕາມແຜນການຂອງພວກຢາກກິນຊາດ
ຢ່າງບໍ່ອາຍ!
ຫາກບໍ່ອາຍໂຕເອັງ ກະອາຍລູກອາຍຫຼານແນ່ກະຍັງໄຄ
ອັນນີ້ເຂົາບໍ່ອາຍໃຜ..
ບໍ່ຮູ້ວ່າຍາມເຊົ້າກ່ອນອອກໄປການ ແຍງແຫວ່ນກະເຫັນຮູບໂຕເອັງບໍຫຼືວ່າຮູບຜີຫົວດຳໆແຂ້ວຂາວໆ ແຂ້ວປອມຂາວໆ!
ເວົ້າມາກະອົດສຸໃຈນຳ
ຫາກບ້ານເມືອງເຮົາມີການອ້າງການພັທນາແບບນີ້ມັນກະຄືບໍ່ມີຂື່ມີເປ!
ການສຶກສາຢ່າງຮອບຄອບບໍ່ມີໃນແຕ່ລະແຜນການ!
ວ່າແຕ່ສ້າງໆຄືການໃຫ້ສຳປະທານຕ່າງໆຫັ້ນຄືກັນ!
ໂອຍອີກບໍ່ຮອດເຊັ່ນຄົນດອກແບບນີ້ກໍຈະໄດ້ເຫັນຄວາມສຸນເສັຍຄວາມເປັນລາວໄປຢ່າງໝ້າອັບອາຍແລະເສັຍດາຍ!
ທີ່ເຈົ້າຟ້າງຸ່ມທ້ອນໂຮມເອົາໄວ້ ມາພາກັນແບ່ງໃຫ້ຕ່າງຊາດຢ່າງບໍ່ຄິດຮ່ຳຮອນຢ່າງຖ້ວນຖີ່!
ເອົາແຕ່ຜູ່ອ່ານຈະຄິດ ໃຜກະມີຫົວຄິດປັນຍາ ແລະເປັນປັນຍາຊົນຄືກັນ!
ຫາກວ່າເຮົາບໍ່ຮູ້ຕອບປະຕິເສດ ກະຄວນຮຍນ!
ມື້ນີ້ຂໍໄຕ້ທູບທຽນແດ່ດວງວິນຍານຂອງເຈົ້າຟ້າງຸ່ມ!!


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເຖິງທ່ານເທົາຄຳແສນ
ຂ້າພະເຈົ້າຂໍສແດງຄວາມຊົມເຊີຍທ່ານທີ່ຄວາມຄິດເຫັນໃນທິດທາງທີ່ຄວນຈະເປັນ ແລະຂ້າພະເຈົ້າຮູ້ສຶກດີໃຈທີ່ຢ່າງຫນ້ອຍຍັງມີຄົນແບບທ່ານໃນສັງຄົມລາວເຮົາ ຄວາມເຫັນທີ່ທ່ານຕອບມານັ້ນຂ້າພະເຈົ້າກໍຕັ້ງໃຈອ່ານມາຫມົດແລ້ວ ແລະຈະຕິດຕາມກະທູ້ຂອງທ່ານຕລອດໄປ
ດ້ວຍຄວາມຮັກແພງ



ໜ້າທີ່ 2 ຈາກທັງໝົດ 4 ໜ້າ <<<1234>>>