ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຂົາຍົກເລີກການສຳປະທານທີ່ດິນບຶງທາດຫຼວງ!!!

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ເຖິງທ່ານເທົາຄຳແສນ
ຂ້າພະເຈົ້າຂໍສແດງຄວາມຊົມເຊີຍທ່ານທີ່ຄວາມຄິດເຫັນໃນທິດທາງທີ່ຄວນຈະເປັນ ແລະຂ້າພະເຈົ້າຮູ້ສຶກດີໃຈທີ່ຢ່າງຫນ້ອຍຍັງມີຄົນແບບທ່ານໃນສັງຄົມລາວເຮົາ ຄວາມເຫັນທີ່ທ່ານຕອບມານັ້ນຂ້າພະເຈົ້າກໍຕັ້ງໃຈອ່ານມາຫມົດແລ້ວ ແລະຈະຕິດຕາມກະທູ້ຂອງທ່ານຕລອດໄປ
ດ້ວຍຄວາມຮັກແພງ

ສະບາຍດີ ຈັນດາຣາ,
ຂໍເອີ້ນຈັ່ງຊີ້ໄດ້ບໍ່?
ແລະກະ ເອີ້ນຂ້ອຍພຽງ ເທົາ ຄຳແສນກະໄດ້ ທ່ານ ຫັ້ນປະໄວ້ໃຫ້ເຈົ້າໃຫ້ນາຍເພີ່ນສາ!
ເຫັນກະທູ້ຂອງ ເກັດ ທີ່ມາປ່າວວ່າແຜນການພັທນາບືງທາດຫຼວງກັບຄືນມາ!!
ທັງໄດ້ຟັງຂ່າວຈາກວິທຍຸສຽງເອເຊັຍເສຣີທີ່ເວົ້າໃຫ້ຮູ້
ເມື່ອວ່າຂ່າວມາຈາກທາງໃນແລະທາງນອກຄືກັນ!!ກະສແດງວ່າແມ່ນພໍເຊື່ອຖືໄດ້.
ແຕ່ກໍຍິ່ງພາໃຫ້ເສົ້າໃຈ!
ຫາກບືງນີ້ຖືກຕັນຫຼືຖົມລົງໄປແມ່ນບາງສ່ວນ ອາຍນ້ຳທີ່ພາໃຫ້ກົກໄມ້ກົກຕອກທັງຊາວບ້ານພໍໃຫ້ເຢັນສະບາຍກະຈະດັບສູນໄປ ຍາມນັ້ນຄວາມຮ້ອນອາຈຮຸນແຮງຂື້ນກວ່າເດີມ
ແລະຕຶກຣາມທີ່ຈະສ້າງຂື້ນຕັກໍນທາງລົມທັງຈະເກັບກຳຄວາມຊຸ່ມຈາກອາຍນ້ຳກໍຈະຢຸດຢູ່ກັບຝາກັບຫຼັງຄາຫັ້ນ
ແລ້ວໃນເມືອງກໍຍິ່ງຈະອົບເອົ້າຂື້ນ!
ແລະອີກບັນຫານື່ງກຊຄື ແນ່ນອນວ່າອ້ອມແອ້ມບືງແຫ່ງນີ້ ເປັນຂົງເຂດປະຫວັດສາດ!
ໃນດິນກ້ອງດິນທີ່ມີຢູ່ໃນປັດຈຸບັນນີ້ ເຮົາໄດ້ສຳຣວດທາງ``ອາກເຄໂອໂລຈີ``ມາແລ້ວຫຼືໃດ?
ບາງທີໃນພື້ນດິນນັ້ນປ່ຽມໄປດ້ວຍສິລປະຫັທກັມແລະວັດຖຸອື່ນໆຊ້ອນຢູ່ ແລ້ວ ຍາມນັ້ນກະຈະສູນຫາຍໄປ !າຄືກັນກັບປ່າໄມ້ຫ້ວຍຮ່ອງທີ່ກັບກາຍມາເປັນຫ້ອວຍທີ່ເປິະເປື້ອນ ທັງມີພິດພັຍ!
ຊາວຕ່າງຊາດທີ່ມາລົງທືນສ້າງສາເຂົາບໍ່ສົນໃຈນຳສິ່ງນີ້ ແລະຫາກພົບພຊ້ເປັນຂອງມີຣາຄາເຂົາກໍເອົາໄປບ້ານເຂົາ!
ຄືກົກໄມ້ກົກຕອກທີ່ມີຄ່າແລະຣາຄາ ທັງຊັພສົບບັດແນວອື່ນດັ່ງດິນທາດຕ່າງໆທີ່ຂົນກັນອອກຢ່າງບໍ່ມີໃຜກວດວ່າໃນຣົຖບັນທຸກນັ້ນມີຫຍັງແນ່!
ສຳປະທານການຂຸດຄົ້ນ ແລະຂົນອອກ!!
ແທນທີ່ຈະໃຫ້ມີການກັ່ນກອງແລະຜລິດກັນໃນປະເທດ ແມ່ນແຕ່ຕ່າງຊາດມາລົງທືນ!
ທັງໆທີ່ເຮົາຮູ້ມາແຕ່ເຊັ່ນແລ້ວວ່າບໍ່ຄຳແຖວເມືອງເຊໂປນ, ພູເບັ້ຍ ກະຍັງບໍ່ມີເຫດຜົນແລະຄຳອ້າງໃດໆທີ່ຈະຫາຜົນປະໂຍດແກ່ຊາດໄດ້!
ຫາກທຸກສິ່ງຢ່າງໜົດໄປແລ້ວ ຊິເອົາຫຍັງໄປຂາຍໃຊ້ໝີ້?
ແຮງຄົນທີ່ວ່າຈະສ້າງກັນມາແຕ່ປົດປ່ອຍ ເທົ່າປານນີ້ ມີການສ້າງໄດ້ມາກນ້ອນພຽງໃດ?
ເຫັນແຕ່ວ່າຕ່າງຊາດເຂົາໃຫ້ເຫດຜົນວ່າພນັກງານຄົນລາວບໍ່ມີປະສິດທິພາບແລະຄວາມສາມາດພຽງພໍ!
ແລ້ວສ້າງກນມາດ້ວຍຣະບົບໃດກັນຈື່ງເປັນຈັ່ງຊີ້?
ເວົ້າໄປກະປານນ້ຳລົ້ນທ່າ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ວານນີ້ ໄດ້ຟັງຂ່າວທີ່ພາໃຫ້ພໍອົກພໍໃຈຢ່າງບອກບໍ່ຖືກ!
ມີຄົນລາວທີ່ທຳມາຫາກິນໃນເຂດບຶງທາດຫຼວງຈະຕໍ່ສູ້ແລະບໍ່ຍອມຍົກຍ້າຍອອກຈາກທີ່ທຳມາຫາກິນແລະທີ່ຢູ່ອາສັຍຂອງຕົນແຕ່ເຊັ່ນພໍ່ເຊັ່ນແມ່ ປູ່ຍ່າຕາຍາຍ!
ນີ້ຄືສິ່ງນື່ງທີ່ຄົນລາວທັງຫຼາຍຄວນເຫັນຄ່າ!
ວ່າເຮົາເປັນເຮົາແລະຈະບໍ່ຍອມກົ້ມຫົວໃຫ້ເຂົາຢຽບຕໍ່ໄປ!
ແລະທີ່ອາດຍາເຈົ້ານາຍເຮົາວ່າສາມາດເຮັດທຸກຢ່າງຕາມໃຈໂດຍບໍ່ຄຳນຶງເຖິງຊົນເຊື້ອຊາດໂຕເອັງ!
ຫາກວ່າເປັນພັກການເມືອງທີ່``ຕາມຄຳຂວັນເກົ່າ``ຜ່ານມາ ວ່າສ້າງຫຍັງທຳຫຍັງເພື່ອປະຊາຊົນ
ກະສົມຄວນຄິດແລະຟັງຫາງສຽງຂອງປະຊາຊົນປະຊາຊາດຂອງຕົນແນ່ກະຍັງໄຄ!
ຫຼືວ່າຍັງຄິດຢ່າງດຽວວ່າເປັນເຈົ້າຂອງປະເທດແຕ່ຝ່າຍດຽວຢູ່ຈັ່ງຊັ້ນ!
ຫາກວ່າໜົດທຸກຄົນໃນປະເທດໃຫ້ຄວາມພໍໃຈ ແລະສນັບສນຸນພັກ ກະໄຄແນ່ ແຕ່ຖ້າຫາກມີການຢັ່ງສຽງຄັກແນ່ແທ້ໆແລ້ວ ຢ້ານວ່າ ມີຄົນສນັບສນຸນພຽງໃນຖັນແຖວແລະແກ່ວຂອງພັກທໍ່ນັ້ນ
ກາຍນັ້ນໄປແມ່ນແຕ່ເດັກນ້ອຍຫົວທໍ່ໜາກກອກກະຍັງຊິບໍອືບໍ່ນໍນຳຂ້ອຍວ່າ!
ຫຼືເຈົ້າວ່າຈັ່ງໃດ?

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ຈະຕິດຕາມຂ່າວເລື່ອຍໆ ເພາະວ່າມີພີ່ນ້ອງທີ່ອາສັຍຢູ່ບ້ານທາຕຫລວງກາງຄືກັນແຕ່ບໍ່ຮູ້ວ່າສິຖືກຍ້າຍຫລືບໍ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ຈະຕິດຕາມຂ່າວເລື່ອຍໆ ເພາະວ່າມີພີ່ນ້ອງທີ່ອາສັຍຢູ່ບ້ານທາຕຫລວງກາງຄືກັນແຕ່ບໍ່ຮູ້ວ່າສິຖືກຍ້າຍຫລືບໍ່

ສະບາຍດີທ່ານຈັນທ໌ດາຣາ,

ບໍ່ໄດ້ເຂົ້າມາຕອບມາຂຽນຫຍັງໃໜ່ໃຫ້ອ່ານພໍກວນໃຈ!ຕ້ອງຂໍໂທດນຳ ວຽກຫຍູ້ງຫຼາຍຕອນນີ້ ທັງໝາວກະໝາວຈົນວ່າເຖິງຕັບເຖິງໄຕ!
ມື້ນີ້ກະຍິ່ງຈະໝາວລົງຊັກໄຊ້- ອາຈລົບຊາວກະເປັນໄດ້!
ທາງພຸ້ນຫາກວ່າລົງກາຍສີບໄປແລ້ວທາງໂຮງຮຽນກະຢຸດພັກ!ດີໄແບບນື່ງເດັກນ້ອຍໄດ້ເວລາຫຼີ້ນຫິມະກັນມ່ວນຊື່ນ!
ແຕ່ຂ່າວຄາວຫຼັງໆມາບໍ່ໄດ້ຕິດຕາມ ໄດ້ງິນເທື່ອໃດມັນແທບອົດກັ້ນໂທສະໄວ້ບໍ່ໄດ້!
ແຕ່ແຜນການບຶງທາດຫຼວງນີ້ຄົງຫາທາງອອກອີກບໍ່ມີແລ້ວ!
ມີແຕ່ເຂົາຊິຖົມເງີນໃສ່ຢ່າງມະຫາສານເພື່ອໃຫ້ຮູ້ວ່າໃຜໃຫຍ່ໃນຂົງເຂດນີ້!
ກະເປັນພຽງຄວາມລະອາຍໃຈໂຕເອັງທີ່ຕ້ອງເປັນຕໍ່ເຂົາມາຕຼອດ.
ເງິນກະມີພໍແຕ່ໄປຂໍເຂົາມາໃຊ້ຢືມເຂົາມາໃຊ້ ຢາກເຣັດຫຍັງກະແລ່ນໄປຂໍເຂົາ!
ຫາກເຂົາຢາກໄດ້ອັນໃດກະຈຳເປັນຕ້ອງໄດ້ໃຫ້ເຂົາແນວໂຕບໍ່ມີເງິນແທນເຂົາຄືນ!
ທຳອິດກະວ່າໃຫ້ລ້າ ແຕ່ມັນລ້າຫ່າແນວໃດ!
ທຸກຊາດເຊື້ອໃດທີ່ມາໃຫ້ລ້າກະຫວັງນັ້ນນີ້ນຳເຣົາສເມິມາ!ແລະສເມິໄປ!!
ບໍ່ຮູ້ວ່າ ການແຂງໂຕຂອງພະມ້າຈະໄປຮອດໃສ?
ຫາກວ່າທາງອິຣາວະດີເຂົາໃຊ້ເຫດແລະຜົນຢ່າງດີ ເຣົາກະສົມຄວນໄປຮຽນນຳເຂົາມາກະດີ!
ຫຼືວ່າຈະຍົກກຽດສູງກວ່າແຜ່ນດິນແລະລີ້ນແຂງຢູ່ຕໍ່ໄປ!!
ຫຼືວ່າຍັງບໍ່ທັນຮູ້ສຶກວ່າມີຄວາມລະອາຍໃນການທ່ຽວແບມືຢູ່?
ເວົ້າມາກະປານເປົ່າປີ່ໃສ່ຫູ ຫິນ!!

໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຈະຮັ່ງມີ..........ຫຼືທຸກຈົນ......ຄົນຄືກັນ
ວັດຖຸນັ້ນ.........ຕາຍໄປ......ເອົາບໍ່ໄດ້
ແມ້ແຕ່ຕົວ.......ຮ່າງກາຍ.....ກໍ່ລະລາຍ
ແລ້ວເຫດໃດ...ຈຶ່ງຝັກໄຝ່.....ເຂົ້າແຕ່ຕົວ

ມົວແຕ່ຫຼົງ.......ຄວາມຈະເລີນ...ເມີນໜີໜ້າ
ປ່ອຍປະລະ.....ທ້ອງທົ່ງນາ.......ປ່າພູເຂົາ
ໃຫ້ຕ່າງຊາດ...ກອບກິນຢູ່.........ບໍ່ຢຸດເຊົາ
ວັນໃດເຂົ້າ......ບໍ່ມີກິນ.............ຈະດິ້ນຕາຍ ແທ້ແລ້ວ

ກອນແຕ່ງໄດ້ຄັກຫຼາຍ...ຖ້າຜູ້ໃຫ່ຍ...ຜູ້ມີອໍານາດໃນບ້ານເມືອງເຮົາ
ຈໍານວນສິບກ່ວາທ່ານ ແຕ່ລະທ່ານ ຫາກຄິດໃຫ້ກ້ວາງໄກ ເລິກເຊິ່ງ ເປັນຕົວຂອງຕົວເອງ
(ບໍ່ເປັນເສນາໝາກຂີ້ກາ...)
ກ້າຫານ ນໍາໃຊ້ຄວາມສາມາດ ສົມກັບ ການມອບໝາຍພາລະຂອງປະຊາຊົນລາວທັງຊາດ
ບໍ່ເຫັນແກ່ປະໂຫຍດສ່ວນຕົວພຽງນ້ອຍນິດ...(ຖ້າທຽບໃສ່ຜົນເສຍຫາຍຜົນປະໂຫຍດຂອງຊາດ)
ກໍ່ຍົກຊັບພະຍາກອນທໍາມະຊາດເທິງໜ້າດິນ ໃຕ້ດິນ ໃຫ້ຕ່າງຊາດແລ້ວ...
ທ່ານຜູ້ມີອໍານາດເອີຍ...ການໄດ້ຖືຮຸ້ນພຽງສິບຊາວເປີເຊັນ...ແລກກັບການະນຸມັດໂຄງການຕ່າງໆ
ບໍ່ວ່າໂຄງການຂຸດຂົ້ນຊັບພະຍາກອນບໍ່ແຮ່ແລະອຶ່ນໆ...
ມັນແມ່ນຄວາມພາກພູມໃຈຂອງລັດເຮົາແລະຄວາມພາກພູມໃຈຂອງປະຊາຊົນລາວທັງຊາດແລ້ວບໍ?...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການສຳປະທານທີ່ດິນເປັນຣະຍະນານເຖິງ໙໙ປີນີ້ ເຫັນວ່າ ແທນຄຳວ່າສຳປະທານແລ້ວສົມຄວນວ່າຂາຍຫຼາຍກວ່າ!
ໜົດເຊັ່ນຄົນທີ່ໃຫ້ອະນຸຍາດແລ້ວເຊັ່ນຕໍ່ໄປກະຍັງຊິຕາຍກ່ອນໜົດສັນຍາ!
ເວົ້າມາແລ້ວກະອຸກໃຈ ເຈົ້າເດວ່າຈັ່ງໃດ?
ອາດຍາເຈົ້າຂອງແຜ່ນດິນເພີ່ນທ່າງເຮັດຕາມໃຈ ຍັງບໍ່ພໍມາໄລ່ເຈົ້າຖິ່ນເຈົ້າຖານໃຫ້ຍົກຍ້າຍອອກໄປນຳອີກ!
ອຸກໃຈແທນພໍ່ແມ່ພີ່ນ້ອງທີ່ຈຳຕ້ອງຍົກຍ້າຍ ຂາຍດິນດອນດ້ວຍຄວາມຈຳເປັນແລະຖືກກວ່າຂີ້ໜາແຫ້ງ!
ຫຼືວ່າທໍ່ຂີ້ໜາປຽກ?

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂຽນພາສາລາວກ່າຜິດໆຖືກໆ ຢ່າມາປອມຕົວ ຢ່າມາປ່ອຍກະແສສ້າງຄວາມແຕກແຍກຄົນລາວ ... ສັດ!

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ໂຄງບຶງທາດຫຼວງ ລັດຖະບານແມ່ນໄດ້ອະນຸຍາດໃຫ້ບໍລິສັດອະສັງຫາລິມະຊັບຊຽງໄຮ້ຂອງປະເທດຈີນໄປແລ້ວ ເພື່ອສ້າງໃຫ້ດິນແດນແຫ່ງນີ້ເປັນເມືອງໃໝ່ ເຂດເສດຖະກິດພິເສດຂອງນະຄອນຫຼວງ ທີ່ມີສູນການຄ້າສາກົນຄົບວົງຈອນທີ່ທັນສະໄໝ, ສູນກາງການເງິນ, ສູນກາງການບັນເທິງ ແລະ ເມືອງຈັດສັນຊົງລາວລະດັບມາດຕະຖານເມືອງໃໝ່ສາກົນ ພ້ອມມີສວນສາທາລະນະໃຈກາງເມືອງ ແລະ ຫນອງນ້ຳເພື່ອບຳບັດນ້ຳເສຍລະດັບສາກົນພ້ອມ ເພື່ອຮັກສາບຶງທາດຫຼວງໃນເຊິງອະນຸລັກຊີວະວິທະຍາ ທີ່ສະແດງໃຫ້ເຫັນວ່າລາວພັດທະນາປະເທດໃນເຊິງອະນຸລັກສິ່ງແວດລ້ອມ ນີ້ຄືໃບໜ້າອັນໃໝ່ຂອງການພັດທະນາຂອງປະເທດເຮົາ ທີ່ເນັ້ນເຖິງການພັດທະນາປະເທດໃຫ້ໃກ້ກັບສາກົນ ແຕ່ວ່າທີທຸກມື້ນີ້ການອິດສາລິດສະຫຍາຂອງປະເທດເພື່ອບ້ານ ແລະ ບັນດາພວກຫົວຮຸນແຮງ ທີ່ກີດກັ້ນຕໍ່ການພັດທະນາຂອງລາວເຮົາ ໄດ້ອາໄສການເຜີຍແຜ່ທາງເວັບໄຊທ໌ ເປັນທີ່ປຸກລະດົມໃຫ້ຄົນລາວບໍ່ພໍໃຈ ແລະ ຄັດຄ້ານຕໍ່ກັບບາງແຜນການພັດທະນາຂອງລັດຖະບານ ໂດຍອ້າງວ່າບຶງທາດຫຼວງຖືກຍົກ ເນື່ອງຈາກເຈົ້ານາຍຫົວງູພາກັນສະເດຶອກຮູ້ວ່າເສຍປຽບ!! ຈຶ່ງມາພາກັນຍົກເລິກການໃຫ້ສຳປະທານບຶງທາດຫຼວງ! ບຶງທາດຫຼວງມັນມີຄຸນລັກຊະນະຂອງມັນ ໃຫ້ທັງຄວາມຊຸ່ມແລະເປັນ ບ່ອນກັ່ນທຳມະຊາດ ຫາກວ່າຖືກຖົມໄປມັນກໍ
ຈະພາໃຫ້ວຽງຈັນຍິ່ງອົບເອົ້າຂື້ນຊັກໄຊ້!!
ນີ້ເປັນພຽງເຫດຜົນເລັດນ້ອຍທີ່ພວກບໍ່ດີ ຫຼືພວກຕ່າງຊາດປອມເປັນຄົນລາວຍົກຂຶ້ນມາປຸກລະດົມໃຫ້ຄົນລາວຕີຄົນລາວ ໃຫ້ຄົນລາວບໍ່ພໍໃຈຕໍ່ກັບການພັດທະນາຂອງປະເທດຕົນເອງ..... ສະນັ້ນຄົນລາວທຸກຄົນຈົ່ງມີສະຕິລະວັງຕົວ ທຸກສິ່ງທຸກຢ່າງຕ້ອງມີການປ່ຽນແປງເພື່ອການພັດທະນາ ... ຖ້າບໍ່ດັ່ງນັ້ນເມືອງລາວ ຫຼືຄົນລາວກໍ່ຈະກາຍເປັນຂ້າທາດ ທີ່ຖືກພວກຄົນບໍ່ດີລໍ້ໃຊ້ ລໍ້ໃຫ້ຄົນລາວໄປທ່ຽວ,ໄປຫຼົງຄ່ານິຍົມເສດຖະກິດບ້ານເຂົາເນື່ອງຈາກເສດຖະກິດລາວບໍ່ມີວັນຟື້ນຕົວ ... ອື່ນໆ

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຂຽນພາສາລາວກ່າຜິດໆຖືກໆ ຢ່າມາປອມຕົວ ຢ່າມາປ່ອຍກະແສສ້າງຄວາມແຕກແຍກຄົນລາວ ... ສັດ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ ຄ້ານຂຽນ!
ຈື່ງເອົາຂ່າວທີ່ຜູ່ອື່ນຂຽນໄວ້ມາໃຫ້ອ່ານ!

ອົງການ ອະນຸຮັກ ສິ່ງແວດລ້ອມ ແລະ ສັດປ່າ ສາກົນ ໃນລາວ ເປີດເຜີຍວ່າ ບັນຫາ ກ່ຽວກັບສັດປ່າ ແລະປ່າໄມ້ ໃນລາວ ຍັງມີຢູ່ ທຸກໆມື້ນີ້ ແຕ່ຣັຖບານ ສັ່ງຫ້າມບໍ່ໃຫ້ ອົງການຊ່ວຍເຫລືອ ສາກົນ ເປີດເຜີຍຂໍ້ມູນ ຕໍ່ສື່ມວລຊົນ ຍ້ອນວ່າເປັນ ເຣື່ອງກ່ຽວກັບ ພາບພົດ ຂອງປະເທດ ເຖິງແມ່ນວ່າ ບາງຢ່າງເປັນສິ່ງທີ່ ປະຊາຊົນ ຄວນຮັບຮູ້.

ເຈົ້າໜ້າທີ່່ ຈາກອົງການ ສາກົນ ຜູ້ບໍ່ປະສົງ ອອກຊື່ ເວົ້າວ່າ:

”ສົມມຸດວ່າ ຊິອອກ ວິທຍຸ ຫລືອອກ ໂທຣະທັດ ນັ້ນໜ໋າ ບາງເທື່ອບາງສິ່ງ ທີ່ເຮົາເວົ້າ ເຣື່ອງນັ້ນ ເຣື່ອງນີ ຫັ້ນນ໋າ ສົມມຸດເປັນ ຂໍ້ມູນແບບ sensitive ໜ້ອຍນຶ່ງ ບາງທີ່ ຣັຖບານ ຂະເຈົ້າຫ້າມ ເດັດຂາດ”.

ທ່ານເວົ້າ ຕໍ່ໄປວ່າ ການເຮັດວຽກ ຂອງອົງການ ຊ່ວຍເຫລືອ ສາກົນ ໃນລາວ ຕ້ອງໄດ້ຮ່ວມມື ກັບ ຣັຖບານ ແລະ ທຸກໆ ອົງການ ຕ້ອງໄດ້ຮັບ ອະນຸຍາດ ຈາກຣັຖບານ ເສັຍກ່ອນ ຈຶ່ງໄປຊ່ວຍເຫລືອຊາວບ້ານ ປະຊາຊົນໄດ້ ຫາກອົງການໃດ ບໍ່ປະຕິບັດ ຕາມເງື່ອນໄຂ ຢ່າງເຄັ່ງຄັດ ກໍຈະຖືກຍຸບ ຫລືຈໍາກັດການ ເຮັດວຽກ ຫລາຍຂຶ້ນ ຈື່ງເຮັດໃຫ້ ອົງການສາກົນ ຢໍາເກງ ແລະບໍ່ກ້າ ເປີດເຜີຍຂໍ້ມູນ ເຖີງວ່າບັນຫາ ການລັບລອບ ຕັດໄມ້ ຫລື ລ່າສັດປ່າ ຈະເປັນບັນຫາ ສໍາຄັນ ທີ່ປະຊາຊົນ ຄວນຈະໄດ້ ຮັບຮູ້ກໍຕາມ.

ທ່ານເວົ້າຕໍ່ໄປວ່າ ອົງການຊ່ວຍເຫລືອ ສາກົນ ບາງອົງການ ຕ້ອງໄດ້ໃຊ້ ເວລາຫລາຍປີ ກ່ອນທີ່ຈະໄດ້ຮັບ ອະນຸມັດ ໃຫ້ມາເຮັດວຽກ ຊ່ວຍເຫລືອ ໃນລາວໄດ້ ແຕ່ກໍຕ້ອງ ລະມັດລະວັງ ບໍ່ໃຫ້ຂໍ້ມູນ ທີ່ທາງການເຫັນວ່າ ຫລໍ່ແຫລມ ຕໍ່ສື່ມວລຊົນ ເພາະຫາກ ເປີດເຜີຍ ກໍອາດລະເມີດ ຕໍ່ສັນຍາ ກັບຣັຖບານໄດ້.

ທ່ານໃຫ້ ຂໍ້ຄິດ ສ່ວນໂຕວ່າ ການເປີດເຜີຍ ຂໍ້ມູນທີ່ ຫລໍ່ແຫລມ ບາງຢ່າງ ທີ່ຢູ່ໃນ ຂອບເຂດ ກໍອາດ ເປັນການດີ ຊ່ວຍໃຫ້ ປະຊາຊົນ ໄດ້ຮູ້ເຖິງ ບັນຫາ ເພື່ອຮ່ວມມື ຊ່ວຍກັນ ປ້ອງກັນພັຍ ໃຫ້ທັນເວລາ.

ທ່ານອິນໂດຈີນ ແລະທ່ານ korng ຫາກຈະຕີຣາຄາໄປອີກ ຕາມແນວທາງຂອງເພີ່ນ!

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຢາກເວົ້າຫຍັງຫຼາຍ ທຸກສິ່ງທຸກຢ່າງແມ່ນຕ້ອງໄປຕາມແຜນ(ມືດ)

໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຂໍໃຫ້ທຸກຄົນ ຮູ້ຈັກໜ້າທີ່ຂອງຕົນ ແລະ ເຮັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດ
ບ້ານເມືອງກໍຈະເລີນແລ້ວ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ບໍ່ຢາກເວົ້າຫຍັງຫຼາຍ ທຸກສິ່ງທຸກຢ່າງແມ່ນຕ້ອງໄປຕາມແຜນ(ມືດ)

ກະດ໋ຽວວ່າເມືອງລາວເປັນໜໍ້ໄຟອັນຍິ່ງໃຫຍ່ແຫ່ງອາຊີ ກະເປີດໄຟຂື້ນສາເດ ຫຼານປາກະເດີດ!ເປີດມັນຈັກ ພັນ ກິການີ້ ມັນກະເເຈ້ງຈ່າງປ່າງແຫຼະຫັ້ນນະ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Donedv ຂຽນວ່າ...
ຂໍໃຫ້ທຸກຄົນ ຮູ້ຈັກໜ້າທີ່ຂອງຕົນ ແລະ ເຮັດໜ້າທີ່ຂອງຕົນເອງໃຫ້ດີທີ່ສຸດ
ບ້ານເມືອງກໍຈະເລີນແລ້ວ

ແມ່ນຄວາມທ່ານ!
ແຕ່ຫຼາຍຄົນທີ່ມີຄວາມຮູ້ຫາກແຕ່ວ່າຫາຫຼັງອີງບໍ່ມີກະເຮັດຫຍັງບໍ່ໄດ້ເດທ່ານ!
ບາດລູກເຈົ້າລູກນາຍທີ່ຫົວປື້ປານຖ່ານ ຫາກມີໝ້າທີ່ວຽກການຢ່າງດິບດີ!ແລ້ວທ່ານວ່າຈັ່ງໃດ?
ມັນກະດີຢູ່ວ່າເຣົາຄົນລາວທີ່ນອບນ້ອມມາແຕ່ເກີດ ອັນໃດຜູ່ໃຫຍ່ວ່າແລ້ວບ່ມີປາກມີສຽງຈະຖຽງ ເພາະຈະກາຍເປັນຫົວລ້ານລື່ນຄູ ທັງໆທີ່ເດັກນ້ອຍມັນມີຄວາມຮູ້ກວ່າອາດຍາຣັຖມົນຕຣີບາງຄົນແຕ່ມັນເວົ້າຫຍັງບໍ່ໄດ້!ແລະມັຣນກະເຮັດຫຍັງບໍ່ໄດ້ !
ແລ້ວເຫັດການແລະຄວາມເປັນຢູ່ຈັ່ງຊີ້ຈະໃຫ້ມັນຍຶດເຍື້ອໄປຮອດໃສ?
ຜຂ ບໍ່ແມ່ນຂໍຮ້ອງຫຼືປຸກຮື້ໃຫ້ຄົນຕໍ່ຕ້ານຜູ່ນຳ ຫາກຜູ່ນຳຫັ້ນເຫັນແຈ້ງທຸກຢ່າງ
ຫາກເຂົາເຈົ້າເຮັດແທ້ທຳຈິງ
ແຕ່ທີ່ເຫັນຜ່ານມາ ມັນຄືກັນກັບເສັຍຫຍ້າ ຖົມ!!!ນ້ຳລາຍກະຍັງບໍ່ຖ້ວມ!
ນີ້ຕິຄືບັນຫາທີ່ທາງການຫ້າມເວົ້າຫ້າມຈາ ເພາະຫາກຄວາມຈິງມັນປະກົດອອກມາຢ່າງບໍ່ໄດ້ກຳນົດມັນກະພາໃຫ້ເຈັບ ແນງວມີຜູ່ຮູ້ຂີ້ພື້ນ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ crazyguy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຂຽນພາສາລາວກ່າຜິດໆຖືກໆ ຢ່າມາປອມຕົວ ຢ່າມາປ່ອຍກະແສສ້າງຄວາມແຕກແຍກຄົນລາວ ... ສັດ!

ປັນຍາຊົນກັບແກ້ວເຫຼົ້າເບັຍກະມັກໃຊ້ສັບທີ່ປັນຍາຊົນທີ່ມີພູມປັນຍາແທ້ເຂົາຫຼີກ!
ແຕ່ໃສໄດ້ສ່ວນຫຼາຍປັນຍາຊົນຄົນທຳມະດາ ໃນສພາຈອກເຫຼົ້າເບັຍ!
ທີ່ຮ້າຍກວ່າ ຄຳເວົ້າຂອງທ່ານ ``ສຫາຍ``ເລນິນທີ່ວ່າ ສາສນາຄືຢາເບື່ອແກ່ປວງຊົນ
ແຕ່ບໍ່ຈຳເປັນອ້າງໄປເຖິງຄຳເວົ້ານັ້ນ ພຽງແຕ່ເຫຼົ້າເບັຍກະພໍແລ້ວ!
ຍາມໃດທີ່ປວງຊົນຢູ່ໃນສພາບມຶນເມົາມັນກະຄວບຄູມງ່າຍ!!
ແມ່ນແຕ່ໃຊ້ກົດໜາຍຈາຣະຈອນໃສ່ກະປາກບໍ່ອອກແລ້ວ!

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຖ້າເບິ່ງຕໍ່ໄປ ,

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຂຽນພາສາລາວກ່າຜິດໆຖືກໆ ຢ່າມາປອມຕົວ ຢ່າມາປ່ອຍກະແສສ້າງຄວາມແຕກແຍກຄົນລາວ ... ສັດ!

ຫາກຈະທົບທວນ ຫາຄຳວ່າ ອິນໂດຈີນ ແມ່ນວ່າພວກລ້າຫົວເມືອງຂື້ນຝຣັ່ງເສດນໍຄິດຂື້ນມາກ່ອນ
ແນວຄິດນີ້ຕົກໄປຍາມທີ່ຝຣັ່ງຖືກລູງໂຫ້ແລະລູງ ໂງວັນຢຽບເຕະໝີ
ແຕ່ໝ້າຄິດທີ່ຫວົຄິດລ້າເມືອງຂື້ນຍັງມີໃນໃຈທ່ານຈົນວ່າເອົາມາເປັນ ``ນິ໋ກເນມ``
ແລະກະທຳມະດາ ປັນຍາຊົນຮຸ່ນນີ້ມີສິດທັງອາຣະິຍະທັມສູງ!
ທັງໃນການໃຊ້ສັບທັງໃນແນວນຶກຄິດ
ຕ້ອງຕິຍາກເພາະເອົາສາກບັງໝ້າຮອດບໍ່ກ້າບອກຮອດຊື່ຈິງຂອງໂຕເອັງ!ທັງກ່າວຫາຜູ່ອື່ນວ່າເປັນສັດເປັນສາໄປອີກ!
ສັລເສີນການສ້າງກໍ່ຄົນໃໜ່ສັງຄົມນິຍົມ!ທີ່ມີວັທນະທັມສູງສົ່ງ

ກ່ອນຈະກ່າວຫາຜູ່ອື່ນໃຊ້ຄວາມລາວບໍ່ຖືກນັ້ນສົມຄວນເບີ່ງວ່າເຂົາຜູ່ນັ້ນໃຊ້ສັບແລະພາສາລາວແທ້ ຫຼືພາສາລາວຂອດກະຈາດັ່ງທີ່ເຫັນໃນການຂຽນຄືທ່ານຂຽນຫັ້ນ!
ທໍ່ນີ້ສາມື້ນີ້!

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເປັນຫຍັງນໍ

ສະບາຍດີ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ໂຄງບຶງທາດຫຼວງ ລັດຖະບານແມ່ນໄດ້ອະນຸຍາດໃຫ້ບໍລິສັດອະສັງຫາລິມະຊັບຊຽງໄຮ້ຂອງປະເທດຈີນໄປແລ້ວ ເພື່ອສ້າງໃຫ້ດິນແດນແຫ່ງນີ້ເປັນເມືອງໃໝ່ ເຂດເສດຖະກິດພິເສດຂອງນະຄອນຫຼວງ ທີ່ມີສູນການຄ້າສາກົນຄົບວົງຈອນທີ່ທັນສະໄໝ, ສູນກາງການເງິນ, ສູນກາງການບັນເທິງ ແລະ ເມືອງຈັດສັນຊົງລາວລະດັບມາດຕະຖານເມືອງໃໝ່ສາກົນ ພ້ອມມີສວນສາທາລະນະໃຈກາງເມືອງ ແລະ ຫນອງນ້ຳເພື່ອບຳບັດນ້ຳເສຍລະດັບສາກົນພ້ອມ ເພື່ອຮັກສາບຶງທາດຫຼວງໃນເຊິງອະນຸລັກຊີວະວິທະຍາ ທີ່ສະແດງໃຫ້ເຫັນວ່າລາວພັດທະນາປະເທດໃນເຊິງອະນຸລັກສິ່ງແວດລ້ອມ ນີ້ຄືໃບໜ້າອັນໃໝ່ຂອງການພັດທະນາຂອງປະເທດເຮົາ ທີ່ເນັ້ນເຖິງການພັດທະນາປະເທດໃຫ້ໃກ້ກັບສາກົນ ແຕ່ວ່າທີທຸກມື້ນີ້ການອິດສາລິດສະຫຍາຂອງປະເທດເພື່ອບ້ານ ແລະ ບັນດາພວກຫົວຮຸນແຮງ ທີ່ກີດກັ້ນຕໍ່ການພັດທະນາຂອງລາວເຮົາ ໄດ້ອາໄສການເຜີຍແຜ່ທາງເວັບໄຊທ໌ ເປັນທີ່ປຸກລະດົມໃຫ້ຄົນລາວບໍ່ພໍໃຈ ແລະ ຄັດຄ້ານຕໍ່ກັບບາງແຜນການພັດທະນາຂອງລັດຖະບານ ໂດຍອ້າງວ່າບຶງທາດຫຼວງຖືກຍົກ ເນື່ອງຈາກເຈົ້ານາຍຫົວງູພາກັນສະເດຶອກຮູ້ວ່າເສຍປຽບ!! ຈຶ່ງມາພາກັນຍົກເລິກການໃຫ້ສຳປະທານບຶງທາດຫຼວງ! ບຶງທາດຫຼວງມັນມີຄຸນລັກຊະນະຂອງມັນ ໃຫ້ທັງຄວາມຊຸ່ມແລະເປັນ ບ່ອນກັ່ນທຳມະຊາດ ຫາກວ່າຖືກຖົມໄປມັນກໍ
ຈະພາໃຫ້ວຽງຈັນຍິ່ງອົບເອົ້າຂື້ນຊັກໄຊ້!!
ນີ້ເປັນພຽງເຫດຜົນເລັດນ້ອຍທີ່ພວກບໍ່ດີ ຫຼືພວກຕ່າງຊາດປອມເປັນຄົນລາວຍົກຂຶ້ນມາປຸກລະດົມໃຫ້ຄົນລາວຕີຄົນລາວ ໃຫ້ຄົນລາວບໍ່ພໍໃຈຕໍ່ກັບການພັດທະນາຂອງປະເທດຕົນເອງ..... ສະນັ້ນຄົນລາວທຸກຄົນຈົ່ງມີສະຕິລະວັງຕົວ ທຸກສິ່ງທຸກຢ່າງຕ້ອງມີການປ່ຽນແປງເພື່ອການພັດທະນາ ... ຖ້າບໍ່ດັ່ງນັ້ນເມືອງລາວ ຫຼືຄົນລາວກໍ່ຈະກາຍເປັນຂ້າທາດ ທີ່ຖືກພວກຄົນບໍ່ດີລໍ້ໃຊ້ ລໍ້ໃຫ້ຄົນລາວໄປທ່ຽວ,ໄປຫຼົງຄ່ານິຍົມເສດຖະກິດບ້ານເຂົາເນື່ອງຈາກເສດຖະກິດລາວບໍ່ມີວັນຟື້ນຕົວ ... ອື່ນໆ

ແຜນການໃຫຍ່ໆຈັ່ງຊີ້ສົມຄວນລົງມະຕິອອກສຽງທັງຫາງສຽງຂອງປະຊາຊົນທົ່ວປະເທດ!ບໍ່ແມ່ນເປັນກັມມະສິດຂອງຣັຖບານຫຼືພັກການເມືອງແຕ່ຢ່າງໃດ!
ການສັມປະທານທີ່ດີນເປັນຣະຍະ ໙໙ປີ ມັນກະຍັງອີກປີດຽວ ກະ໑໐໐ ປີນໍ!
ແລ້ວ ປະຫວັດສາດ ກ່ອນທີ່ລາວຈະລົງມາຕັ້ງຖິ່ນຖານຢູ່ແຫ່ງນີ້ມັນມີມາຈັ່ງໃດ ຂໍໃຫ້ທ່ານ ອີນໂດຈີນເວົ້າສູ່ຟັງແນ່!
ຫາກວ່າບອງທາດຫຼວງເປັນກັມມະສິດຂອງຣັຖບານ-ຂອງພັກຫັ້ນກະເວົ້າບໍ່ໄດ້ແທ້
ແຕ່ບຶງທາດຫຼວງຂອງຄົນລາວທັງຊາດ!ສົມຄວນຕັດສິນຊີ້ຂາດນຳກັນຕາມຣະບອບສັງຄົມປະຊາທິປະຕັຍ!
ຫາກທ່ານວ່າ ເປັນການສ້າງສາທີ່ຈະນຳຜົນປະໂຍດອັນໃຫຍ່ຫຼວງມາໃຫ້ແກ່ຄົນລາວແທ້! ກະສ້າງໄປ ທະແມ ເພາະອີກບໍ່ເທົ່າໃດປີບັນດາທ່ານຜູ່ທີ່ຕັດສິນໃຫ້ມາສ້າງມາສາກະຊິພາກັນຕາຍໄປໜົດແລ້ວ ເພາະຜູ່ໃດກະອາຍຸບໍ່ຕ່ຳກວ່າເຈັດສີບແລ້ວ
ແຕ່ ມັນກໍຈະມາເປັນ ກະດູກແຂວນຄລໃຫ້ພວກລູກພວກຫຼານຂອງທ່ານ ຂອງຜຂ ຫັ້ນຕິ
ໝີ້ສິນທີ່ຣັຖບານນີ້ກູ້ມາສ້າງສາປະເທດຫັ້ນມັນເກີນກວ່າທີ່ແຮງໃຊ້ໝີ້ຫັ້ນຈະມີ
ຫາກຄິດຕາມໂຕເລກປີກາຍ ກະກາຍສາມພັນກວ່າລ້ານໂດລາແລ້ວ!!
ຈາກຫັ້ນມາຢືມມາຕຼອດ ແມ່ນແຕ່ສ້າງກັນເຈື່ອນກະຍັງໄດ້ໄປຢືມເງິນເຂົາມາສ້າງ
ແລ້ວການຂາຍບໍ່ຄຳບໍ່ເງິນຕ່າງໆເດ ?ກະດ໋ຽວວ່າມັນມີຣາຄາແພງ ສົມຄວນວ່າປານນີ້ຄົນລາວຄວນມີຖາຣະຢູ່ດີມີແຮງປານນື່ງໃນປະເທດທີ່ຮ່ງມີແລ້ວ!
ແຕ່ໃສໄດ້ ຜູຫາເຊົ້າກິນຄ່ຳກະຍັງຄົງຫາກິນໄປຊາມຮອດມື້ຕາຍ!
ແລ້ວເງິນຄຳເຫຼົ່ານັ້ນໄປໃສໜົດ!?
ການຂາຍຊັພໃນດິນສີນໃນນ້ຳແບບວັດຖຸດີບນ້ທ່ານເອີຍຈ້າງອີກຈັກສັຕວັດກະຍັງຊິຈເຣີນນຳເຂົາຍາກ
ແລ້ວຫາກວ່າມື້ນຶ່ງບໍ່ມີແນວຂາຍເດ!?
ຫຼືວ່າບໍ່ມີແນວຂາຍແລ້ວຈື່ງພາກັນມາຂາຍດິນຂາຍດອນ?
ໃນນາມໃຫ້ສຳປປະທານ ໃນນາມ ເຂດເສຖກິດພິເສດ?
ກະໝ້າຄິດຢູ່!
ບໍ່ຄຽດດອກທີ່ທ່ານໃຫ້ນາມ ຜຂ ວ່າຕ່າງຊາດ ແຕ່ຂໍໃຫ້ທ່ານຮັບຮູ້ວ່າ ຜູ່ຄົນຕ່າງຊາດຜູ່ນີ້ ເຫັນແລະຫ່ວງໄຍນຳເມືອງລາວກວ່າສິ່ງໃດ!
ແລ້ວທ່ານເດ ກະຮັກເມືອງລາວແທ້ບໍ?
ຫຼືເພື່ອພຽງຖາຣະຂອງຕົນລັ້ນລ້າ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຄິດເຫັນເພັງຂອງອາຈານ ຄຳພູ ທະວີວັນທີ່ເວົ້າໄວ້ແຕ່ກ່ອນວ່າ``ເພື່ອນລາວຫຼົງຜິດ ຢ່າໄປເຊື່ອຟັງຄຳເຂົາ
ມີໃຜຮັກຫອມຄົນລາວຍິ່ງກວ່າລາວນີ້ຈະມີຫຼືບໍ່``
ແຕ່ກີ້ບໍ່ຄ່ອຍມັກຟັງແຕ່ຕົກມາດຽວນີ້ເຫັນວ່າຖ້ອຍຄຳນີ້ນັບມື້ນັບແຈ່ມໃສຂື້ນ!!

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ບໍ່ຢາກເວົ້າຫຍັງຫຼາຍ ທຸກສິ່ງທຸກຢ່າງແມ່ນຕ້ອງໄປຕາມແຜນ(ມືດ)

ກະດ໋ຽວວ່າເມືອງລາວເປັນໜໍ້ໄຟອັນຍິ່ງໃຫຍ່ແຫ່ງອາຊີ ກະເປີດໄຟຂື້ນສາເດ ຫຼານປາກະເດີດ!ເປີດມັນຈັກ ພັນ ກິການີ້ ມັນກະເເຈ້ງຈ່າງປ່າງແຫຼະຫັ້ນນະ!!

ໄຟກະຮຸ່ງຢູ່ ແຕ່ບ່ອນທີ່ເຂົາວາງແຜນນັ້ນເຂົາບໍ່ໄດ້ເປີດໄຟ ເຮົາເລີຍບໍ່ຮູ້ເຫັນຫຍັງນຳ

໑໘ ກະທູ້
໒໐໖໐ ໂພສ

ສະຫາຍ ປາເຄັ່ງນ້ອຍຕາຍແດດ ນີ້ ຊ່າງ ປຽບ ທຽບ ເນາະ ..

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ເຂົາເວົ້າຫຍັງເຂົາກໍເວົ້າຄື ແນວເຂົາພັດທະນາຮັ່ງມີດີໄດ້ແລ້ວ
ສ່ວນເຮົາຍັງທຸກຈົນ ຢາກພັດທະນາປະເທດຊາດຂອງຕົນເອງ ດ້ວຍຊັບພະຍາກອນທີ່ຕົນເອງມີແທ້ໆ
ກັບຖືກເຂົາຫາວ່າ: ທຳລາຍສິ່ງແວດລ້ອມແດ່, ໄລ່ພື້ນທີ່ປະຊາຊົນແດ່, ຂາດສິດທິປະຊາທິປະໄຕແດ່,
ເປັນຂີ້ຂ້າທຶນຕ່າງຊາດແດ່...ສາລະພັດແຕ່ຄຳພວກທ່ານຊິເວົ້າ ເພາະພວກທ່ານພັດທະນາຮອດໃສແລ້ວ?
ພວກເຮົາຍັງນຳກົ້ນພວກທ່ານຢູ່ຫຼາຍສະຕະວັດ, ເປັນຫຍັງພວກເຮົາຈະມີໂອກາດພັດທະນາ ພວກທ່ານ
ພັດຫາວ່າແນວນັ້ນແນວນີ້ ທັງໆທີ່ປະເທດພວກທ່ານອາໄສຢູ່ທຸກມື້ນີ້ ກ່ອນມັນຈະກາຍເປັນມະຫາອຳນາດ
ມັນກໍຂູດຮີດທຳມະຊາດ ຂູດຮີດແຮງງານປະຊາຊົນມາທັງນັ້ນແຫລະຫວາ.. ອີ່ດູຕົນປະເທດຊາດຂອງ
ຂ້ອຍທີ່ຍັງມີຄົນຄິດແນວນີ້ຢູ່.

ຮັກແພງ.

ສະຫາຍ ດາວແດງ

໐ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ເຫັນດີນຳ ດາວເເດງ ເດີ້!
ຈັກກະພັດຊົ່ວຈິບຫາຍເລີຍ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ບໍ່ຢາກເວົ້າຫຍັງຫຼາຍ ທຸກສິ່ງທຸກຢ່າງແມ່ນຕ້ອງໄປຕາມແຜນ(ມືດ)

ກະດ໋ຽວວ່າເມືອງລາວເປັນໜໍ້ໄຟອັນຍິ່ງໃຫຍ່ແຫ່ງອາຊີ ກະເປີດໄຟຂື້ນສາເດ ຫຼານປາກະເດີດ!ເປີດມັນຈັກ ພັນ ກິການີ້ ມັນກະເເຈ້ງຈ່າງປ່າງແຫຼະຫັ້ນນະ!!

ໄຟກະຮຸ່ງຢູ່ ແຕ່ບ່ອນທີ່ເຂົາວາງແຜນນັ້ນເຂົາບໍ່ໄດ້ເປີດໄຟ ເຮົາເລີຍບໍ່ຮູ້ເຫັນຫຍັງນຳ

ເອິເປັນຊັ້ນໄປນໍ!!
ເຫັນໃຈ ທີ່ຕ້ອງງົມມືດຢູ່ຈັ່ງຊັ້ນ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ HTP ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ບໍ່ຢາກເວົ້າຫຍັງຫຼາຍ ທຸກສິ່ງທຸກຢ່າງແມ່ນຕ້ອງໄປຕາມແຜນ(ມືດ)

ກະດ໋ຽວວ່າເມືອງລາວເປັນໜໍ້ໄຟອັນຍິ່ງໃຫຍ່ແຫ່ງອາຊີ ກະເປີດໄຟຂື້ນສາເດ ຫຼານປາກະເດີດ!ເປີດມັນຈັກ ພັນ ກິການີ້ ມັນກະເເຈ້ງຈ່າງປ່າງແຫຼະຫັ້ນນະ!!

ໄຟກະຮຸ່ງຢູ່ ແຕ່ບ່ອນທີ່ເຂົາວາງແຜນນັ້ນເຂົາບໍ່ໄດ້ເປີດໄຟ ເຮົາເລີຍບໍ່ຮູ້ເຫັນຫຍັງນຳ

ສະຫາຍ ປາເຄັ່ງນ້ອຍຕາຍແດດ ນີ້ ຊ່າງ ປຽບ ທຽບ ເນາະ ..

ເຂົາສາມາດເຫັນແຈ້ງໃນບ່ອນມືດຊັ້ນບໍ?
ກິຈການທາງມືດ ໃນຄວາມມືດມັນຈັ່ງມິດນໍ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...
ເຂົາເວົ້າຫຍັງເຂົາກໍເວົ້າຄື ແນວເຂົາພັດທະນາຮັ່ງມີດີໄດ້ແລ້ວ
ສ່ວນເຮົາຍັງທຸກຈົນ ຢາກພັດທະນາປະເທດຊາດຂອງຕົນເອງ ດ້ວຍຊັບພະຍາກອນທີ່ຕົນເອງມີແທ້ໆ
ກັບຖືກເຂົາຫາວ່າ: ທຳລາຍສິ່ງແວດລ້ອມແດ່, ໄລ່ພື້ນທີ່ປະຊາຊົນແດ່, ຂາດສິດທິປະຊາທິປະໄຕແດ່,
ເປັນຂີ້ຂ້າທຶນຕ່າງຊາດແດ່...ສາລະພັດແຕ່ຄຳພວກທ່ານຊິເວົ້າ ເພາະພວກທ່ານພັດທະນາຮອດໃສແລ້ວ?
ພວກເຮົາຍັງນຳກົ້ນພວກທ່ານຢູ່ຫຼາຍສະຕະວັດ, ເປັນຫຍັງພວກເຮົາຈະມີໂອກາດພັດທະນາ ພວກທ່ານ
ພັດຫາວ່າແນວນັ້ນແນວນີ້ ທັງໆທີ່ປະເທດພວກທ່ານອາໄສຢູ່ທຸກມື້ນີ້ ກ່ອນມັນຈະກາຍເປັນມະຫາອຳນາດ
ມັນກໍຂູດຮີດທຳມະຊາດ ຂູດຮີດແຮງງານປະຊາຊົນມາທັງນັ້ນແຫລະຫວາ.. ອີ່ດູຕົນປະເທດຊາດຂອງ
ຂ້ອຍທີ່ຍັງມີຄົນຄິດແນວນີ້ຢູ່.

ຮັກແພງ.

ທີ່ຈິງບໍ່ມີໃຜຫວງຫ້າມການພັທນາຫັ້ນດອກທ່ານ ຄຽດໄປໄດ້ຄືເດັກນ້ອຍ!!
ການພັທນາຫາກເຣົາສາມາດເຮັດໃຫ້ຄ່ອງໃຫ້ຄືມັນດີ ຫາກເຫັນແຕ່ຜົນປະໂຍດຢ່າງດຽວບໍ່ຫຼຽວເບີ່ງຜົນເສັຍທີ່ຈະຕາມມາມັນກະສ່ຳວ່າ ໂງ່ແລະຈ້າຫັນແຫຼະ!
ເບີ່ງການໃຫ້ຕ່າງຊາດສຳປະທານ ບໍ່ຄຳເຊໂປນ ທັງໆທີ່ໃນປະວັດສາດລາວທຸກຍຸກທຸກສມັຍຮູ້ມາວ່າມັນມີແທ້ ເປັນຫຍັງຕ້ອງໃຫ້ຕ່າງຊາດມາຂຸດມາກົ່ນເອົາໄປຈົນຊິເໜິດແລ້ວ ເຂົາຮັ່ງມີດີໄດ້ ເປັນໂກດໆໂດລາ!
ແລ້ວສາຍນ້ຳລຳທານໃກ້ໆບໍ່ຫັ້ນເປັນພິດເປັນໄພ ແລ້ວໃຜ ປັດໃຜມ້ຽນ?
ໃຜຈະມາໃຫ້ດິນນ້ຳລຳທາຣນັ້ນກັບສູ່ສພາບເດີມ ໃຜຈະໄປເປົ່າກົ້ນຜູ່ທີ່ເບື່ອນ້ຳຕາຍຫ້ນຄືນມາ?
ແລ້ວຜົນໄດ້ມີມາກນ້ອຍພຽງໃດ ຫຼືຈະດີໃຈທີ່ເຂົາແບ່ງໃຫ້ ພຽງຮ້ອຍສອງຮ້ອຍລ້ານໂດລາຫັ້ນ??
ແລ້ວໃຜຈະມາປົວແປງແຜ່ນດິນທີ່ຖືກທຳລາຍຫັ້ນ?
ແລ້ວທີ່ຜູ່ອື່ນມາຕ້ອງມາຕິມາແນະນຳ ແລະເປັນຫ່ວງຫັ້ນບໍ່ແມ່ນເຂົາຢ້ານລື່ນຢ້ານເຫຼືອແຕ່ຢ່າງໃດດອກ ຜຂ ວ່າຢ້ານໃນອະນາຄົດ
ຄົນລາວຈະບໍ່ມີດິນຢູ່ຫັ້ນຕິ!
ບໍ່ມີນ້ຳໃຊ້ນ້ຳອາບຫັ້ນຕິ
ເຫັນມາຟັງມາຂ່າວທີ່ວ່ານ້ຳຂອງບົກບາງບ່ອນຍ່າງຂ້າມຝັ່ງໄປສບາຍ!!ຫັ້ນທ່ານກະຢາກເຫັນແຜ່ນດິນລາວທີ່ຂາດນ້ຳຂອງໄຫຼຜ່ານທາງກາງ!!
ຄິດແຕ່ວ່າຜູ່ອື່ນເຂົາຫວັງທຳລາຍໂຕຢູ່ບໍ່ແລ້ວ!ຄິດສ້າງສັດຕຣູຢູ່ບໍ່ເລິກບໍ່ແລ້ວ..
ການສ້າງສາທຸກບ່ອນແມ່ນສ້າງບ່ອນໃດທີ່ມີປ່າດົກໝາ ພໍຊິຫາທາງຕັດໄມ້ທີ່ມີຄ່າຂອງລາວ..
ຫາກທ່ານສາມາດປະຕິເສດ ປະໂຍກນີ້ ຜຂ ວ່າທ່ານ ເປັນໃຜທີ່ມີຫູຕາແຈ້ງແຕ່ບອດ!!``ພວກຕັດທາງຂອງ..ຕັດໃສ່ບ່ອນໃດທີ່ມີກົກໄມ້ໃຫຍ່ໆຫຼວງຫຼາຍ``
ການສ້າງສາພັທນາສົມຄວນຮິ່ນຕອງວ່າຈະສົມຄ່າກັນບໍ?
ຜຂ ຂຽນມາທັງໂຈມຕີແລະແທ້ຈິງຢາກພາໃຫ້ຫຼາຍໆຄົນສັງຫອນແລະເຫັນອານາຄົດຂອງປະເທດເຮົາວ່າ ມັນຈະຈເຣີນຄືຊາດອື່ນຕາມຮ່ອງຕາມຮອຍບໍຫັ້ນແຫຼະ!!!
ໝີ້ສິນທີ່ຣັຖບານ ທີ່ຕ້ອງໃຊ້ຄືນໃຫ້ແກ່ບັນດາປະເທດ ``ອ້າຍນ້ອງ``ຮ່ວມສາຍພັນ ຮ່ວມຣົບ ຮ່ວມອຸດົມການເປັນຫຍັງບໍ່ລຶບໝີ້ໃຫ້ ແມ່ນແຕ່ຣັດເຊັຍເຈົ້າການໃຫຍ່ກະຍັງເປັນເຈົ້າໝີ້ລາວກວ່າໂກດໂດລາ ແລ້ວ ປະເທດອື່ນເດ ສັງຄົມນິຍົມເກົ່າຫັ້ນ ຍັງຫຼາຍປານໃດທີ່ຕ້ອງໄດ້ໃຊ້ຄືນ?
ແລ້ວກາຊ່ອຍປາງສົງຄາມວ່າຊ່ອຍເພື່ອປົດແອກອອກຈາກ ຈັກພັດຫັ້ນສັງມາພາກັນທວງໝີ້ຄືນ?
ເປັນໝີ້ຫວຽດນາມຈັກກີ່ໂກດກິ່ລ້ານທ່ານຮູ້ບໍ ຊ່ອຍບອກແນ່!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Donedv ຂຽນວ່າ...
ເຫັນດີນຳ ດາວເເດງ ເດີ້!
ຈັກກະພັດຊົ່ວຈິບຫາຍເລີຍ

ຄິດວ່າລາວຈິບຫາຍຫຼາຍກວ່າ!!
ແຕ່ບໍ່ແມ່ນຍາ ຄຳ ໄ..ຈິບຫາຍ ເພາະຕາມຮູ້ມາວ່າເປັນຄົນລາວທີ່ຮັ່ງມີທີ່ສຸດ!!!
ອຸດົມການດີກະກິນແຊບນຸ່ງອຸ່ນ!!

໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ດີໃຈເດ້ ເພາະບ້ານຂ້ອຍຈື່ງບໍ່ໄດ້ຍ້າຍ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກແທ້ຫລືບໍ່ກະບໍ່ແນ່ໃຈ ຫລືອາດຈະເຮັດຄືໂລກເອດທີ່ມິດໄປລະສຸດທ້າຍກະມາບາດດຽວເລີຍ ດຽວນີ້ຫາດດອນຈັນຢູ່ໄກ້ໂຮງແຮມດອນຈັນພາເລດ ກະສ້າງອີ່ຫຍັງບ້າບໍຂຶ້ນມາອີກແລ້ວ ຈັກສິຊອບປິ້ງກັນໄປຮອດໃສ ສູນການຄ້າຊັ່ງເຈັ້ງເຮັດອອກມາບັກໃຫຍ່ບັກໂຕ ຕິດປ້າຍເສັ້ງຮ້ານກັນເປັນແຖວ ຍ້ອນຄົນລາວມັກເລາະບໍ່ມັກຊື້ ປານນັ້ນກະຍັງສ້າງມາອີກ ຄົນທີ່ໃຫ້ຈີນເຂົ້າມາສຳປະທານເອົາເງິນລາວໄປຈີນນິ ບອກໄດ້ຄຳດຽວວ່າ ຟກ ເຂົາຄິດວ່າເອົາຄົນຊາດອື່ນເຂົ້າມາ ເອົາຫ້າງສັບພະສິນຄ້າເຂົ້າມາ ເອົາຫວຽດເອົາຈີນເຂົ້າມາ ແລ້ວຊາດສິຈະເລີນ .....ເອົາສະຫມອງສ່ວນທີ່ຢູ່ກົ້ນຄຶດຕິ ຄຶດແບບນີ້

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>