ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເຂົາຍົກເລີກການສຳປະທານທີ່ດິນບຶງທາດຫຼວງ!!!

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ koko1478 ຂຽນວ່າ...
ດີໃຈເດ້ ເພາະບ້ານຂ້ອຍຈື່ງບໍ່ໄດ້ຍ້າຍ



ແຕ່ພວກທີ່ຖືກຍ້າຍບໍ່ດີໃຈຈັກເມັດທັງບໍ່ໄດ້ຫຍັງນຳອີກ !!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ຈັກແທ້ຫລືບໍ່ກະບໍ່ແນ່ໃຈ ຫລືອາດຈະເຮັດຄືໂລກເອດທີ່ມິດໄປລະສຸດທ້າຍກະມາບາດດຽວເລີຍ ດຽວນີ້ຫາດດອນຈັນຢູ່ໄກ້ໂຮງແຮມດອນຈັນພາເລດ ກະສ້າງອີ່ຫຍັງບ້າບໍຂຶ້ນມາອີກແລ້ວ ຈັກສິຊອບປິ້ງກັນໄປຮອດໃສ ສູນການຄ້າຊັ່ງເຈັ້ງເຮັດອອກມາບັກໃຫຍ່ບັກໂຕ ຕິດປ້າຍເສັ້ງຮ້ານກັນເປັນແຖວ ຍ້ອນຄົນລາວມັກເລາະບໍ່ມັກຊື້ ປານນັ້ນກະຍັງສ້າງມາອີກ ຄົນທີ່ໃຫ້ຈີນເຂົ້າມາສຳປະທານເອົາເງິນລາວໄປຈີນນິ ບອກໄດ້ຄຳດຽວວ່າ ຟກ ເຂົາຄິດວ່າເອົາຄົນຊາດອື່ນເຂົ້າມາ ເອົາຫ້າງສັບພະສິນຄ້າເຂົ້າມາ ເອົາຫວຽດເອົາຈີນເຂົ້າມາ ແລ້ວຊາດສິຈະເລີນ .....ເອົາສະຫມອງສ່ວນທີ່ຢູ່ກົ້ນຄຶດຕິ ຄຶດແບບນີ້



ຢາກຄ້ານເວົ້າແລ້ວ ກ່ຽວກັບສຳພັນທະມີດຈອມປອມນີ້
ເຫັນການຊ່ອຍເຫຼືອ ທັງຈາກອະດີຕແລະປັດຈະບັນ
ເຫັນການຊ່ອຍເຫຼືອແບບພັນທະມີຕທີ່ກັບມາຄິດໄລ່ບັນຊີກັນ!!!
ຄາວໃຊ້ດິນລາວເປັນທາງຜ່ານລົງພາກໃຕ້ເພື່ອປົດປ່ອຍຫັ້ນໃຫ້ຜ່ານລ້າໆ
ທັງແຜ່ນດິນລາວທີ່ຍັງມີຣະເບີດທີ່ບໍ່ແຕກຄ້າງຢູ່ເປັນລ້ານໆໂຕນ ປ່າໄມ້ຖືກທຳລາຍຍາມສົງຄາມ
ປ່າໄມ້ຖືກທຳລາຍຫຼັງສົງຄາມເພາະກອງທັບຫວຽດນາມທວງໝີ້ສົງຄາມ ດ້ວຍການບຸກເບີກຕັດໄມ້ໃນລາວມາ ສາມສີບກວ່າປີແລ້ວ ໝີ້ຍິ່ງນັບມື້ນັບຫຼາຍຂື້ນ!!
ຢູ່ໃສການຊ່ອຍເຫຼືອເພື່ອປົດປ່ອຍ ທີ່ບນດາປະເທດສັງຄົມນິຍົມປາຊ່ອຍໃຫ້ລາວກາຍເປັນສັງຄົມນິຍົມ?
ເປັນຫຍັງຣັດເຊັຍຍັງເປັນເຈົ້າໝີ້ລາວຢູ່? ແລ້ວຫ%ຍດນາມ ທີ່ໃຊດິນລາວຂົນລຳລຽງອາວຸດຍຸດໂທປະກອນລົງໃຕ້ເສັຍຫຍັງໃຫ້ລາວແນ່?
ປ່າໄມ້ລາວທີ່ຖືກທຳລາຍປາງສົງຄາມໃຜໃຊ້ໝີ້ໃຫ້ຈັກດົ້ງ?
ພີ່ນ້ອງລາວທີ່ຕາມໄປເພາະການທີ່ຖືກໂຈມຕີຈາກຣະເບີດເປັນພັນໆໂຕນຫັ້ນເດໃຜຈ່າຍຄ່າເສັຍຫາຍໃຫ້?
ແລ້ວເປັນຫຍັງມາທວງໝີ້ກັນຫາກວ່າເປັນອ້າຍເປັນນ້ອງກັນ?
ເປັນຫຍັງການປະກາດວ່າຊ່ອຍຈື່ງມາຖາມແລະກາຍເປັນໝີ້?
ໂອຍຜີຫ່າຄວງຄໍທັງຫຼາຍເອີຍ!
ເຈັບໃຈແທນພວກເດັກນ້ອຍຂາກິດເປັນຮ້ອຍເປັນພັນ!!!
ແມ່ນຕິເຂົາເຈົ້າບໍ່ມີຄວາມລະອາຍທີ່ສວຍໂອກາດກິນຫົວຜູ່ທີ່ດ້ອຍກວ່າຢ່າງໝ້າຕາເສັຍ ໝ້າດ້ານ ກວ່າສັງກະສີ
ແລ້ວອາດຍາເຈົ້ານາຍເຮົາໃນຖັນແຖວກະພາກັນໝ້າດ້ານໄປນຳກັນເປັນຂບວນ!!!
ແຕ່ກ່ອນກັບດຽວນີ້ ຕ່າງກັນປານຟ້າກັບດິນ!!
ມີປາກທີ່ບໍ່ມີສີລທັມມີຫາກທີ່ເຄືອບດ້ວຍດິນກາດ ໂອບດ້ວຍຄຳ ແຕ່ປາກທັງຫຼາຍຫັ້ນກະເໜັນປານສ້ວມຍາປູ່!!!
ບໍ່ສົນໃຈໃຜວ່າພັກແລະຣັຖເຮັດທຸກຢ່າງດີແກ່ປະເທດຊາດ ກະຕາມໃຈ ຜຂ ເຫັນຕ່າງ!!
ມີໃຜຖາມວ່າມີສັນຂາດໃດ?
ບໍ່ຮູ້ຢາກຮູ້ໄປເພື່ອຫຍັງ!
ສັນຊາດກັບເຊື້ອຊາດ ມັນຄົນລະຢ່າງ
ຄວາມຮັກຊາດບ້ານເກີດເມືອງນອນມັນບໍ່ຂື້ນກັບສັນຊາດ!!
ຫາກຮັກຊາດແທ້ທ່ານອາດຍາປະທານປະເທດບອກແນ່ດຸເອົາເງິນຄຳມາແຕ່ໃສສ້າງເຮືອນເປັນສີບໆຫຼັງ?
ໝີ້ລາວຕໍ່ຫວຽດນາມຫຼາຍປານໃດບອກແນ່ ປານໃດຊິໃຊ້ໜົດ!!?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາເຄີຍດີໃຈວ່າເຂົາຍົກເລີກການງານນີ້ໄປແລ້ວ ແຕ່ຜີປອບເອີຍ ດີໃຈໄວກ່ອນແລະໄວ້ກ່ອນ ຫຼືວ່າເພື່ອຈະໄດ້ມາໃຫວ້ອາລັຍນຳໂຊກຊາຕາຂອງຊາວບືງທາດຫຼວງ!!
ອະນິຈານໍ!
ເຫັນໃຈທີ່ມີພັກແລະຣັຖທີ່ສລາດຊ່ອງກິນບ້ານເມືອງຢ່າງບໍ່ລະອາຍຟ້າລະອາຍແຖນ!!


ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>