ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ກອນກ້ຽວສາວ

໓ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂອນໍ......ຄຳເອີຍ
ຍາມເມື່ອມາພົບນ້ອງ
ຄິ້ວກ່ອງງາມຂຳ
ເຈົ້າຜູ້ຂົນຕາດຳ
ຊ່າງຜູ້ງາມປານແຕ້ມ
ອັນວ່າ...ຫຼ'ຽວເບິ່ງສອງພວງແກ້ມ
ສີສົ້ມພູອ່ອງຕ່ອງ
ອ້າຍຂໍຝາກຮັກນ້ອງ
ຊິໄດ້ແດ່ບໍ່ນາງ......
ອັນວ່າອ້າຍນີ້ຢູ່ແຫ່ງຫ້ອງ
ກ້ຳຝາຍແດນໄກ
ໃຈປະສົງຈົງຮັກ
ມັກພະນາງໝາຍຊ້ອນ
ຄຳເອີຍ......ອ້າຍຢາກຫຍັບສວນມ້ອນ

ເຂົ້າມາຊອນສວນມື່
ຢາກຫຍັບສວນໜາກມີ້
ມາທາງພີ້ນ້ອງຊິວ່າຈັງໃດ.......ນາງເອີຍ


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ໂອຍອ້າຍເອີຍ ຍາມເມື່ອເດືອນໃສແຈ້ງ ຜູ້ໃດແຍງກາວ່າເດັ່ນ
ບາດວ່ານ້ອງໄດ້ເຫັນ ແສງເດືອນເພັນຢູ່ຟາກຟ້າ
ສັງມາເສົ້າຫມົ່ນຫມອງ
ອ້າຍໂລດມາຊ່າງຍ້ອງ ຕົວະນາງນ້ອງໃຫ້ດີໃຈ
ວ່າຫລົງໄຫລສາວນາງ ຢາກຮ່ວມຮຽງປະສົງຊ້ອນ
ຢ້ານແຕ່ສວນມອນອ້າຍ ບໍ່ສົມຫມາຍສວນຫມີ່ ນ້ອງແລ້ວ
ອ້າຍໂລດມີຜູ້ອື່ນແລ້ວ ຍັງແຊວນ້ອງໃຫ້ເຊື່ອຄຳ ອ້າຍເອີຍ
ນ້ອງນີ້ເຊື່ອບໍ່ໄດ້ ຄາລົມອ້າຍຮ້ອຍເລ່ລ່ຽມ
ຫວັງພຽງມາຢູ່ຊ້ອນ ພໍກິນແລ້ວກໍ່ແສ່ວຫນີ
ເພີ່ນຍັງວ່າ ອັນຄາລົມຜູ້ຊາຍນີ້ ປຽບຄືສານກະຕ່າຫ່າງ ນັ້ນເດ
ຍາມເມື່ອຖິ້ມໃສ່ນ້ຳ ບໍ່ມີໄດ້ຄ້າງຄາ ອ້າຍເອີຍ...


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກເວີຍ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lem ຂຽນວ່າ...
ໂອຍອ້າຍເອີຍ ຍາມເມື່ອເດືອນໃສແຈ້ງ ຜູ້ໃດແຍງກາວ່າເດັ່ນ
ບາດວ່ານ້ອງໄດ້ເຫັນ ແສງເດືອນເພັນຢູ່ຟາກຟ້າ
ສັງມາເສົ້າຫມົ່ນຫມອງ
ອ້າຍໂລດມາຊ່າງຍ້ອງ ຕົວະນາງນ້ອງໃຫ້ດີໃຈ
ວ່າຫລົງໄຫລສາວນາງ ຢາກຮ່ວມຮຽງປະສົງຊ້ອນ
ຢ້ານແຕ່ສວນມອນອ້າຍ ບໍ່ສົມຫມາຍສວນຫມີ່ ນ້ອງແລ້ວ
ອ້າຍໂລດມີຜູ້ອື່ນແລ້ວ ຍັງແຊວນ້ອງໃຫ້ເຊື່ອຄຳ ອ້າຍເອີຍ
ນ້ອງນີ້ເຊື່ອບໍ່ໄດ້ ຄາລົມອ້າຍຮ້ອຍເລ່ລ່ຽມ
ຫວັງພຽງມາຢູ່ຊ້ອນ ພໍກິນແລ້ວກໍ່ແສ່ວຫນີ
ເພີ່ນຍັງວ່າ ອັນຄາລົມຜູ້ຊາຍນີ້ ປຽບຄືສານກະຕ່າຫ່າງ ນັ້ນເດ
ຍາມເມື່ອຖິ້ມໃສ່ນ້ຳ ບໍ່ມີໄດ້ຄ້າງຄາ ອ້າຍເອີຍ...

ຢາກແຕ່ງເປັນເດໆໆໆໆໆໆໆໆໆໆໆ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ