ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ມີໃຜໂດນຖົງນ້ຳຈາກການຫລີ້ນປີໃຫ່ມແດ່

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລົ່າແດ່ ມື້ນີ້ຍັງແຄ້ນບໍ່ຫາຍເລີຍ ໄປຫລີ້ນປີໃຫ່ມໂຄດມ່ວນໂຄດເຈັບ ອີ່ຫຍັງຈະປານນີ້ ໂດນຖົງນ້ຳລຸມຕັ້ງແຕ່ອອກຈາກບ້ານໄປ
ເລາະໄປຮອດແຖວສີໃຄ ເອົ້າເວນກຳ ນ້ຳຫມົດ ຕາຍຄັກໆບໍ່ມີອາວຸດໄວ້ຕໍ່ສູ້ ເຮີ່ໆໆໆ ບາດນີ້ແຫລະ ມູບເປັນມູບ
ທີ່ສຳຄັນ ຖົງນ້ຳນັນຕິ ຈັກແມ່ນວິ່ນມາແຕ່ທາງໃດກະມີ ຈຳຕ້ອງໄດ້ໄປຮ່າຍນ້ຳຢູ່ຫລັກສີ່ ຈະຫລີ້ນແຕ່ນ້ຳລ້າໆກະບໍ່ໄດ້ ຕ້ອງມີຖົງນ້ຳນຳ ບໍ່ຊານເສຍປຽບຕາຍເລີຍ ເຮີ່...ກຳ
ແລກໆກະມ່ວນດີ ໂດນປະມານ 2-3 ຖົງນິຍັງໂອເຄຢູ່ ແຕ່ມາແຖວໆສີຫອມຕໍ່ມາໃສ່ເຈົ້າຟ້າງູ່ມເຮົານິຕິ ຖົງນ້ຳບັກໃຫ່ຍ ເຄື່ອນທີ່ດ້ວຍຄວາມໄວສູງບວກກັບແຮງດຶກແບບສຸດແຮງ ມາໃສ່ກາງຫລັງ ດັງປົວະບາດ 1 ໂອ້ ແມ່ເຈົ້າ ອຸດສາຈອດລົດໃຫ້ຮົດນ້ຳໃສ່ແບບເຕັມໆ ໃຫ້ຊຸມເຈົ້າລຸຍໄດ້ຊະໃຈ ດຽວວ່າລົມກັນແລ້ວວ່າບໍ່ຫລີ້ນຖົງນ້ຳເດີ້ ສຸດທ້າຍກະແວ່ນມາຈົນໄດ້ ຮ່ານິ ຂໍດ່າມັນຈັກບາດແດ່ ບັກສັດ ຮູ້ຊີ້******ແວ່ງໃສ່ມັນເອົາແບບເຕັມໆໃຫ້ມັນແຄ້ນກຶກກະດີ ຈັ່ງແມ່ນບໍ່ມີນ້ຳໃຈ ຢ່າໃຫ້ໄດ້ກັບມາເດີ້ (ສຽງຈົ່ມດັງຂື້ນພຶມພຳ)ສຳຫລັບຂ້າພະເຈົ້າແລ້ວຕອນນີ້ ມັນເຈັບລຶກສຸດທົນນ້ຳຕາແຕກໃນແມ້ແຕ່ສຽງກໍ່ແທບຈະເວົ້າບໍ່ອອກ ທີ່ພິເສດໄປກວ່ານັ້ນຄື ມັນແມ່ນຖົງນ້ຳແຈ່ວລູກຊີ້ນແມ່ປະນອມຄົນເດົາບໍ່ຜິດ
ບໍ່ຮູ້ວ່າແມ່ນຄວາມຄິດຂອງໃຜ ຢາກຈະບອກມັນວ່າ ຖ້າຈະເຮັດແບບນີ້ ຍອມລະ ເອົາມີດມາແທງໃຫ້ຕາຍເລີຍຈະດີກວ່າ ໂຊກດີ ທີ່ນູ່ງເສື້ອ 2 ຜືນຊ້ອນກັນ ເລີຍບໍ່ຮູ້ສຶກແສບ ແຕ່ຫມູ່2ທີ່ນັ່ງອອ້ມນັນຕິ ພາກັນໂວຍວາຍຂໍນ້ຳໃຫ່ຍເລີຍເພາະແສບຕາ ບາງຄົນກະແສບແຂນ ເພາະນ້ຳມັນເດັນໄປໃສ່
ເຮີ່ ປີໃຫ່ມປີນີ້ມ່ວນຫລາຍ ໂດນເຂົ້າໄປເຕັມໆ ແຖມຍັງໄດ້ເບີ່ງຂອງດີສາວເຈົ້າເປີດອົກໂຊອີກ ອ້າຍນ້ອງເຮົາເລືອດດັງແທັບອອກ
ສະຫລຸບ ໂດນໄປຫລາຍເຕີບ ຈັກນ້ຳສີ ນ້ຳໃນນາງຕູ່ ນ້ຳເປື້ອນ ມີຮອດນ້ຳລ້າງຖ້ວຍ ນ້ຳລູກຊີ້ນ ໃຄແຕ່ບໍ່ໂດນນ້ຳໃບຕຳແຍ ເຮີ່222
ມື້ນີ້ປວດໄປຫມົດ ຂຽວໄປຫລາຍບ່ອນ
ວ່າໄປ ຫນ້າຈະມີກິລາດຶກຖົງນ້ຳເຂົ້າຮ່ວມຊີເກມ ແບບນີ້ ປະເທດລາວເຮົາແຊມທີ 1 ແນ່ນອນ ຫຸຫຸຫຸຫຸ............

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊັງຊ້ຳ... ເຂົາຫລິ້ນຖົງນ້ຳ.. ອ້າຍຫນວດນັ່ງເບິ່ງເສີຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ........

ດີແຕ່ເຂົາບໍ່ດຶກໃສ່ຫົວເພີ່ນ.


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
5555555555 ກະລອງດຶກຖືກຫົວເບີ່ງ ພໍດີງານເຂົ້າເລີຍຫັນຈິ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດຕາບອດ.. ແນມບໍ່ເຫັນອີກໃດ໋...

ຄວາມເພີ່ນຢາກອູ້....


໑ ກະທູ້
໒໑໓ ໂພສ
ນັກການກະທູ້
ປີໜື່ງ ເທື່ອ ດຽວແມ່ນ ໃຜກາຢາກປົດປ່ອຍ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນໂຫດໄປຕີ້ເບາະ..


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຍັງບໍ່ໄດ້ຫລີ້ນຮອດນ້ຳ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
55 ເປັນຫຍັງຄືວ່າຊັ້ນ ສອບ...


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DexZaaa ຂຽນວ່າ...
ປີໜື່ງ ເທື່ອ ດຽວແມ່ນ ໃຜກາຢາກປົດປ່ອຍ


sa daeng wa jao pen 1 nai ni man bor
555555

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຖືກ

you will when you believe

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຈັກວ່າມະຫຍັງກັບມະຫຍັງຫຸ



ນ້ຳສີ

ແກ່ນອີ່ຕູ

ນ້ຳແປ້ງ

ນ້ຳຂີ້ເຖົ່າ

ນ້ຳສະບູ່

ຖືກນ້ຳກ້ອນດຶກໃສ່

ແຖມຂີ້ມີ່ນຫມໍ້ແປດຫນ້າ ຈົນສິວຂື້ນຍ້ອນ

ບໍ່ມີແຕ່ອັນດຽວ ຖົງນ້ຳນີ້ແລະ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເອີ.. ຫນ້າປ່ຽນໂດນຖົງນ້ຳ ເປັນຖືກຖົງນ້ຳ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ບໍ່ຖືກຈັກຖົງ ເພາະບໍ່ໄດ້ກັບລາວ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອງໃສຖືກໄຂ່ໄກ່ເປັນໜ່ວຍ ປ໊າບບບໃສ່ກ້ານຄໍ ຄາວຈົນບໍ່ຢາກຫລິ້ນຕໍ່



ແຕ່ກະມ່ວນດີ ປີໜຶ່ງມີເທື່ອໜຶ່ງ

ທ້າວທອງໃສ

໓ ກະທູ້
໑໙໑ ໂພສ
ນັກການກະທູ້

ເອົາໂອຕັກນ້ຳຫົດກັນດີດີ ຖືກຮີດຄອງປະເພນີບໍ່ພາກັນເຮັດ

ບາດເພິ່ນເຮັດຕ້ອງໄດ້ ເສຍເງິນໄປຊື້ຖົງນ້ຳ, ຢາງມັດ, ນ້ຳສີ ກັບອີ່ຫຍັງຂອງເພິ່ນອີກ

ທ້າຍສຸດກະເປື້ອນໄປທົ່ວເມືອງຍ້ອນຖົງຢາງ.............

ຫລິ້ນດີດີຖືກຮີດຄອງບໍ່ຫລິ້ນ ໄປຫລິ້ນແນວອື່ນ

ຈັກວ່າ ໂງ່ ຫຼື ບໍ່ມີສະໝອງບຸ 55

ຂໍເວົ້າດ້ວຍຄວາມເກັບກົດແນ່ເທາະ ເພາະຂ້ອຍຖືກຖົງນຶ່ງຕິດຫົວຈົນມຶນ

ບໍ່ໄດ້ເວົ້າໃຫ້ຄົນທີ່ຫລິ້ນໜ້ອຍດຽວເດີ້ ບາງຄົນອາດຈະດຶກຍ້ອນເຂົາດຶກມາແລ້ວມັນບໍ່ແຕກ...ກະເລີຍດຶກຄືນ

ແຕ່ອັນຢາກເວົ້ານິແມ່ນພວກຕັ້ງໃຈຫລິ້ນ ຕັ້ງໃຈດຶກຖົງໃຫ້ເຂົາເຈັບຫັ້ນ........ຕັ້ງໃຈຫລິ້ນຜິດຮີດຜິດຄອງຫັ້ນ

ໃຜຢາກເວົ້າໃຫ້ຂ້ອຍກະເວົ້າເທາະ ເພາະຂ້ອຍຄຶດວ່າຂ້ອຍເວົ້າຖືກ ວະຮະຮະ

ບາງຄົນອາດຈະວ່າ ຍ້ອນເຂົາເຈົ້າຫລິ້ນຈຶ່ງຫລິ້ນຕາມ ບໍ່ຊັ້ນຊິເສຍປຽບ...ອັນຄວາມຄິດນີ້ນິລະພາໃຫ້ມີຄົນເຈັບ, ພາໃຫ້ເປື້ອນທົ່ວເມືອງ

ອືມ ຕາມນັ້ນ.............

When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ເອ໋າ ເມືອງລາວຄືຫຼິ້ນໂຫດແທ້ນໍ້



ຢູ່ນີ້ຫຼິ້ນຖົງບໍ່ໄດ້ ແຕ່ວ່າເອານ້ຳແຂັງໃສ່ໃຫ້ເຍັນແລ້ວຫົດກັນໄດ້



ແຕ່ກໍ່ດີແລ້ວແຫຼະ ປີດຽວມີເທຍດຽວ


໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ພວກຫລິ້ນຖົງຢາງ ແຖວບ້ານຂ້ອຍ ເຫັນແຕ່ເດັກນ້ອຍ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ບໍ່ໄດ້ຫຼິ້ນ ມິແຕ່ໄປສົງພະ ລະກະຜູກແຂນ .ແຕ່ວ່າເຫັນຂະເຈົ້າຫຼີ້ນຄືກັນຖົງນ້ຳເຕັມທາງເລີຍ (-"-) ຄົນບໍ່ຖືກກະຍັງເສົ້າໃຈນຳ.ໄປວັດກະນຸ໋ງສັ້ນໆ ສົງພະແລ້ວບໍ່ພໍ ໄປນັ່ງໃຫ້ເພິ່ນມັດແຂນໃຫ້ ເບິ່ງລະມັນຈັກຈັ່ງໃດບຸ, ອົດສານຸ່ງສຸພາບແນ່ໜ້ອຍ1 ກະບໍ່ ອອກມາຊິຫຼິ້ນນ້ຳກະຈັ່ງປ່ຽນກະໄດ້, ຈົ່ມປານຜູ້ເຖົ້າລະເຮົາ (-"- )ໃຜຊິຊັງກະຊັງ ເຮົາ ກະອອກຄວາມຄິດຊຶຊື່ ບໍ່ຮູ້ວ່າກະຊິມີຄົນຄິດຄືກັນຢູ່ຫຼືບໍ່ ຫຼືວ່າເຮົາຄິດຫຼາຍເກີນໄປ -"-

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
ບໍ່ໄດ້ຫຼິ້ນ ມິແຕ່ໄປສົງພະ ລະກະຜູກແຂນ .ແຕ່ວ່າເຫັນຂະເຈົ້າຫຼີ້ນຄືກັນຖົງນ້ຳເຕັມທາງເລີຍ (-"-) ຄົນບໍ່ຖືກກະຍັງເສົ້າໃຈນຳ.ໄປວັດກະນຸ໋ງສັ້ນໆ ສົງພະແລ້ວບໍ່ພໍ ໄປນັ່ງໃຫ້ເພິ່ນມັດແຂນໃຫ້ ເບິ່ງລະມັນຈັກຈັ່ງໃດບຸ, ອົດສານຸ່ງສຸພາບແນ່ໜ້ອຍ1 ກະບໍ່ ອອກມາຊິຫຼິ້ນນ້ຳກະຈັ່ງປ່ຽນກະໄດ້, ຈົ່ມປານຜູ້ເຖົ້າລະເຮົາ (-"- )ໃຜຊິຊັງກະຊັງ ເຮົາ ກະອອກຄວາມຄິດຊຶຊື່ ບໍ່ຮູ້ວ່າກະຊິມີຄົນຄິດຄືກັນຢູ່ຫຼືບໍ່ ຫຼືວ່າເຮົາຄິດຫຼາຍເກີນໄປ -"-



ແມ່ນລະ ໂສ້ງສັ້ນໆກະຍັງໃຄຕິ ເສື້ອທີ່ນຸ່ງພ້ອມຫັນຕິ ບາງຄົນກະນຸ່ງສາຍດ່ຽວຫັດຕີ້ວໂຊເອິກ ບາງຄົນກະເສື້ອຍືດໃສ່ ໂດຍບໍ່ນຸ່ງເສື້ອນກ້າມຊ້ອນໃສ່ໃນ ເວລາປຽກນ້ຳມາລະບໍ່ຢາກບັນຍາຍເລີຍ ເບີ່ງທະລຸຈົນແນບເນື້ອບາງຈົນຮູ້ຮອດສີ....ໃນ ເຫັນແລ້ວກະແຊັກຢູ່ດອກ ແຕ່ບໍ່ຄວນນຸ່ງແບບນີ້ໄປວັດນະບໍ່ສົມຄວນເປັນຢ່າງຍິ່ງ ແຖມອີ່ຕົນຈົວກັບຄູບານຳ ເຮີ່ ຂໍຈົ່ມນຳແດ່

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
ບໍ່ໄດ້ຫຼິ້ນ ມິແຕ່ໄປສົງພະ ລະກະຜູກແຂນ .ແຕ່ວ່າເຫັນຂະເຈົ້າຫຼີ້ນຄືກັນຖົງນ້ຳເຕັມທາງເລີຍ (-"-) ຄົນບໍ່ຖືກກະຍັງເສົ້າໃຈນຳ.ໄປວັດກະນຸ໋ງສັ້ນໆ ສົງພະແລ້ວບໍ່ພໍ ໄປນັ່ງໃຫ້ເພິ່ນມັດແຂນໃຫ້ ເບິ່ງລະມັນຈັກຈັ່ງໃດບຸ, ອົດສານຸ່ງສຸພາບແນ່ໜ້ອຍ1 ກະບໍ່ ອອກມາຊິຫຼິ້ນນ້ຳກະຈັ່ງປ່ຽນກະໄດ້, ຈົ່ມປານຜູ້ເຖົ້າລະເຮົາ (-"- )ໃຜຊິຊັງກະຊັງ ເຮົາ ກະອອກຄວາມຄິດຊຶຊື່ ບໍ່ຮູ້ວ່າກະຊິມີຄົນຄິດຄືກັນຢູ່ຫຼືບໍ່ ຫຼືວ່າເຮົາຄິດຫຼາຍເກີນໄປ -"-



ເວົ້າດີແລ້ວລ່ະ ພີ່ສາວ ບໍ່ມີຜູ້ໄດ໋ຈົ່ມໃຫ້ເຈົ້າໄດ້ດອກນໍ້


໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ເຄີຍຖືກຫລາຍປີກ່ອນ ກາງຫລັງ ເຕັມໆໆໆ

ແຕ່ປີນີ້ຖືກ ແປ້ງສິງກະໂປປະສົມນ້ຳກັບສີ ດຶກໃສ່ແຂນ ກັບກາງຫລັງ ແດງເລີຍ



We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
@ ສາມປີກ່ອນ ໄປແຖວຕະຫລາດສີໄຄ ມີອ້າຍ 1 ທີ່ນັ່ງທ້າຍກະບະໄປນຳກັນ

ລາວຖືກນ້ຳກ່ອນ ດຶກໃສ່ ແຕ່ໃຄ່ແດ່ລາວເອົາຄຸເຫລືອງ ງວມຫົວລາວ ບໍ່ຊັ້ນເປັນແຕກແທ້ໆໆໆໆ

ໃຄແຕ່ຄຸແຕກ ບໍ່ແມ່ນຫົວແຕກ ອິອິອິອິ ກາຍນັ້ນກະແມ່ນຖົງຢາງ ຖືກເບົ້າຕາ ສາລະພັດ ບ່ອນເຈັບ ຖົງຢາງຫັ້ນນະ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໑໘໘ ໂພສ
ນັກການກະທູ້
แสบน้อ

อันตอนน้ำแจ่วหันน่า

พิลืกขนาด




ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີໃຜແກວ່ງຖົງນ້ຳໃສ່ຈັກຖົງ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ



ຂໍເສີມນຳ ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ ເຈັບ ລະກະຫມົດໂຕ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ



ຂໍເສີມນຳ ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ ເຈັບ ລະກະຫມົດໂຕ



ຂໍເສີມນຳ ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ ເຈັບ ຫມົດໂຕ ລະກະເສຍໂຕນຳ(ບໍ່ຫນ້າເລີຍ...ເຮົາ).....ອິອິອິອິອິ.

[img]null[/img]

໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ olloDKDollo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CoMEuP ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ



ຂໍເສີມນຳ ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ ເຈັບ ລະກະຫມົດໂຕ



ຂໍເສີມນຳ ປີນີ້ກາຄື ທຸກຯປີ ມ່ວນ ເມື່ອຍ ເມົາ ເຈັບ ຫມົດໂຕ ລະກະເສຍໂຕນຳ(ບໍ່ຫນ້າເລີຍ...ເຮົາ).....ອິອິອິອິອິ.



ເຮີ່ໆໆໆ ກຳ
ໄປເສຍໂຕຢູ່ວຽດຊ້ຳ
ລະຊອກເຫັນລະຫວ໋ານະ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ