ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເປັນຫຍັງຈິ່ງຕ້ອງເຊັນເຊີ້

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ເຫັນໃນໂທລະພາບຊ່ອງຕ່າງໆ ບໍ່ວ່າຈະເປັນຂອງຕ່າງປະເທດ ຫຼື ຂອງລາວເຮົາເອງກະຕາມ ທັງໃນຮູບເງົາກະດີ... ທີ່ເຮົາເຫັນມາເລີ່ມແຕ່ດຽວນີ້ສັງເກດວ່າຈະມີການເຊັນເຊີ້ພາບທີ່ກ່ຽວກັບການສູບຢາ ຫຼື ຈໍາພວກເຫຼົ້າເບຍຕ່າງໆນັ້ນ. ກະບໍ່ເຂົ້າໃຈວ່າຈະເຊັນເຊີ້ເຮັດຫຍັງ? ຈະເຊັນເຊີ້ ຫຼື ບໍ່ກະຕາມ ເຮົາເຊື່ອວ່າຄົນເບິ່ງທຸກຄົນຈະເຂົ້າໃຈວ່າແມ່ນການສູບຢາ ຫຼື ດື່ມເຫຼົາເບຍໂລດ.. ການເຊັນເຊີ້ນັ້ນຈະເຮັດໃຫ້ການຮັບຊົມນັ້ນບໍ່ເກີດແກ່ການບັນເທີງເຕັມເມັດເຕັມໜ່ວຍ... ອັນສິ່ງນ້ອຍໆນີ້ເຮົາກະຄິດວ່າບໍ່ໜ້າຈະເຊັນເຊີ້ເລີຍ.. ກະຂຽນຄໍາເຕືອນໃສ່ໜ້າຈະດີກວ່າ.. ສິ່ງທີ່ຄວນຈະເຊັນເຊີ້ນັ້ນ ໜ້າຈະເປັນຈໍາພວກພາບໂປ້ ອານາຈານຫຼາຍກວ່າ. ສິ່ງເຫຼົ່ານີ້ກະໜ້າຈະຕັດອອກເລີຍ...

http://punlao.com

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດແບບເສັຍຫຍ້າປົກຂີ້ໜາຫັ້ນຕິ!!

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ເຫັນໂຄສະນາລະດົມງົດການສູບຢາທາງໂທລະພາບຊ່ອງໜຶ່ງຂອງລາວເຮົາ ກະຍັງເຫັນວ່າມີການເຊັນເຊີ້.. ເຮົາລະຄິດວ່າຄວນຈະໃຫ້ຄົນເຫັນເລີຍຫັ້ນຕິວ່າການສູບຢາມັນບໍ່ດີຈັ່ງໃດ... ສະແດງໃຫ້ເຫັນໂລດວ່າການສູບຢາມັນລະເປັນຕາຂີ້ດຽດ ອັນນີ້ລະວ່າບັງໄວ້ຢູ່..

http://punlao.com

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກົດຫມາຍບັງຄັບໃຫ້ຕ້ອງບັງໄວ້

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ!!!!!!!! ເຊັນເຊິແມ່ນອັນລາຍໆ ມົວໆຫັ້ນຫວາ?

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂນ ຄອມເມັ້ນ

ຮັກແທ້ຄືແມ່

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ບັງ ເຂົາບໍ່ໄຫ້ສາຍ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນລະ
ເບີ່ງໄປລະເສີຍອາລົມ

ຮັກນ້ອງຕອນເມົາ

໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສເຂົາເຈົ້າບໍ່ຢາກໃຫ້ເດັກນ້ອຍເອົາໄປເຮັດຕາມຕີ້ເບາະ?ເພາະມັນບໍ່ດີ

ເພາະມັນມົວໆເດັກນ້ອຍມັນເບິ່ງກະຈະບໍ່ຮູ້ວ່າເຂົາເຈົ້າເຮັດຫຍັງ...ຜິດພາດຂໍອາໄພ

21 3-15-13-16-12-5-20-5 13-5

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄວາມເຫັນ

໖ ກະທູ້
໑໐໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ສົງໃສເຂົາເຈົ້າບໍ່ຢາກໃຫ້ເດັກນ້ອຍເອົາໄປເຮັດຕາມຕີ້ເບາະ?ເພາະມັນບໍ່ດີ

ເພາະມັນມົວໆເດັກນ້ອຍມັນເບິ່ງກະຈະບໍ່ຮູ້ວ່າເຂົາເຈົ້າເຮັດຫຍັງ...ຜິດພາດຂໍອາໄພ

ແຕ່ເດັກນ້ອຍກະໜ້າຈະຮູ້ໄດ໋ວ່າທີ່ເຂົາເບິ່ງຢູ່ຫັ້ນມັນແມ່ນຢາສູບນະ.. ຄິດວ່າໜ້າຈະເອົາວິທີອື່ນທີ່ດີກວ່ານີ້ໄດ໋... ອິ ອິ ຄິດວ່າຊັ້ນນະ.. ເພາະເບິ່ງລະມັນຈັກຄຸງຕາຈັ່ງໃດບຸແຫຼະ

http://punlao.com