ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຢາກໄດ້ຊື່ບ້ານເມືອງແຂວງຂອງລາວໃຜຮູ້ຊ່ວຍບອກແດ່?

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຄືວ່າຢາກໄດ້ຊື່ຂອງບ້ານແຕ່ລະບ້ານໂດຍບອກນຳວ່າມີຈັກບ້ານຊື່ບ້ານໃດແດ່ຂອງເມືອງໃດແລະຊື່ແຂວງນຳຍົກຕົວຢ່າງ: ນະຄອນຫຼວງວຽງຈັນ:ເມືອງຫາດຊາຍຟອງມີ 2 ບ້ານຄື: ນາໄຫ, ສາລາຄຳ. ເມືອງໄຊເສດຖາ ມີ 3 ບ້ານຄື: ບ້ານຈອມມະນີເໜືອ, ບ້ານຈອນມະນີກາງ ແລະ ບ້ານຈອມມະນີໃຕ້. ໃຜຮູ້ກະຂໍຄວາມກະລຸນາຊ່ວຍຂຽນບອກແດ່ເພາະວ່າຈະນຳເອົາໄປເປັນຂໍ້ມູນເພື່ອຂຽນບົດຈົບແລະຂຽນໂປຣແກຣມນຳແລະ ຈະເອົາໄປປະກອບສ່ວນໃສ່ໃນໂປຣແກຣມເພາະວ່າໂປຣແກຣມຂຽນກ່ຽວກັບການເກັບບັນທຶກປຶ້ມປະຫວັດຄົນເຈັບຂອງໂຮງໜໍ.
ຖ້າວ່າຜູ້ໃດຮູ້ກໍ່ຊ່ວຍບອກແດ່ຂໍຂອບໃຈ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://en.wikipedia.org/wiki/Laos

ຄລິກຕາມລິ້ງຂອງແຂວງ ຄລິກຕາມລິ້ງຂອງເມືອງ ແລະ ຄລິກຕາມລິ້ງຂອງບ້ານ
ຄິດວ່າໜ້າຈະຊ່ວຍໄດ້ໜ້ອຍໜຶ່ງ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມນີ້ເລີຍ http://app02.laopdr.gov.la/ePortal/home/home.action

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂອບໃຈສຳລັບຂໍ້ມູນແຕ່ສຳລັບເວັບນີ້ຂໍ້ມູນທີ່ໄດ້ນັ້ນແມ່ນມີພຽງໜ້ອຍດຽວເທົ່ານັ້ນ http://en.wikipedia.org/wiki/Laos
ແລະສຳລັບເວັບນີ້ http://app02.laopdr.gov.la/ePortal/home/home.action ແມ່ນເຂົ້າໄປເບິ່ງແມ່ນບໍ່ເຫັນຊິມີຂໍ້ມູນທີ່ຕ້ອງການຫຼືບໍ່ຮູ້ບຸກະເລີຍບໍ່ມີຫຍັງທີ່ຕ້ອງການເລີຍ ຖ້າໃຜຮູ້ກະຊ່ວຍແດ່


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂອບໃຈ kaopai ເພາະວ່າຕອນທີ່ເຂົ້າໄປທຳອິດບໍ່ຮູ້ກະເລີຍຊອກບໍ່ເຫັນແຕ່ຊອກເຫັນແລ້ວຂໍ້ມູນມີພຽບເລີຍຂອບໃຈຫຼາຍໆສຳລັບແຫຼ່ງຂໍ້ມູນທີ່ຊອກມາໃຫ້
http://app02.laopdr.gov.la/ePortal/home/home.action