ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ວິທີໄດຈະເຮັດໃຫ້ການຮັບພະນັກງານເຂົ້າເຮັດວຽກກັບພັກ ລັດໃຫ້ໄດ້ຄຸນນະພາບ?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ມື້ນີ້ບໍ່ເຫັນມີໃຜມາຕໍ່ຍອດເດເນາະ



ເວົ້າປານ ແຜ່ ຜ້າປ່າ ເນາະ ພຣະອາຈານນິ

ຮັກແທ້ຄືແມ່

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ມື້ນີ້ບໍ່ເຫັນມີໃຜມາຕໍ່ຍອດເດເນາະ



ເວົ້າປານ ແຜ່ ຜ້າປ່າ ເນາະ ພຣະອາຈານນິ


ແບບວ່າເປັນເຈົ້າພາບຜ້າປ່າຕະຫລອດເດ ແມ່ອອກຂາວ ກະເລີຍຫລຸດປາກມາ ເຮີໆໆ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ແມ່ອອກຂາວ ບໍ່ຕໍ່ຍອດອີກເນາະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼືອາດສ້າງແລະນຳໃຊ້ ມາດຖານ ISO ຄືຫວຽດນາມຫັ້ນນະ
ທີ່ຫວຽດນາມເຂົາສ້າງແລະນຳໃຊ້ ມາດຕະຖານຫວຽດນາມ TCVN ISO 900:2008 ເຮົາໜ້າຈະຖອດຖອນບົດຮຽນນຳເຂົາ


໑ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ hot ຂຽນວ່າ...
ຄັນບໍ່ຄໍລັບຊັ່ນ ເອົາຫຍັງມາກິນ ເງິນຫົກ ເຈັດແສນ ກິນຜູ້ດຽວກໍ່ລອດ ຍັງລູກຍັງເມີຍ ຊຳບໍ່ໝຳ ຍັງເມີຍນ້ອຍອີກ [/size]


ໂຕທ່ານເອງຕ້ອງໄດ້ປະຫຍັດມັດທະຍັດ ຖ້າຟູມເຟື່ອອຍ ຫຼີ້ນກິນ ແຫ່ນຳສັງຄົມ ມີຈັກພັນລ້ານກະບໍ່ພໍດ໋ອກ
ຄຽງຄູ່ກັບ ພັກລັດເຮົາຄວນຄວບຄຸມເສດຖະກິດພາຍໃນໃຫ້ມັນໄດ້ແດ່ ກະທຽບໃສ່ວ່າເງິນເດືອນຊຳນີ້ຊິໃຫ້ຊື້ເຄຶ່ອງຂອງແພງໆໄດ້ຈັງໃດ



ເງິນເດືອນ ຫົກແສນ ໃສ່ນຳ້ມັນລົດ ກໍ່ບໍ່ພໍໍ ບໍ່ຈຳເປັນເທື່ອຊິຈ່າຍ ກິນ ຟູມເຟືອຍ ໄດ້ແນວໃດ ກໍ່ຈ່າຍໃຫ້ເມືອຍນ້ອຍ ເດືອນໜຶ່ງ ກໍ່ 4-5 ລ້ານ ກີບ ບໍ່ແພງ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ hot ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ hot ຂຽນວ່າ...
ຄັນບໍ່ຄໍລັບຊັ່ນ ເອົາຫຍັງມາກິນ ເງິນຫົກ ເຈັດແສນ ກິນຜູ້ດຽວກໍ່ລອດ ຍັງລູກຍັງເມີຍ ຊຳບໍ່ໝຳ ຍັງເມີຍນ້ອຍອີກ [/size]


ໂຕທ່ານເອງຕ້ອງໄດ້ປະຫຍັດມັດທະຍັດ ຖ້າຟູມເຟື່ອອຍ ຫຼີ້ນກິນ ແຫ່ນຳສັງຄົມ ມີຈັກພັນລ້ານກະບໍ່ພໍດ໋ອກ
ຄຽງຄູ່ກັບ ພັກລັດເຮົາຄວນຄວບຄຸມເສດຖະກິດພາຍໃນໃຫ້ມັນໄດ້ແດ່ ກະທຽບໃສ່ວ່າເງິນເດືອນຊຳນີ້ຊິໃຫ້ຊື້ເຄຶ່ອງຂອງແພງໆໄດ້ຈັງໃດ



ເງິນເດືອນ ຫົກແສນ ໃສ່ນຳ້ມັນລົດ ກໍ່ບໍ່ພໍໍ ບໍ່ຈຳເປັນເທື່ອຊິຈ່າຍ ກິນ ຟູມເຟືອຍ ໄດ້ແນວໃດ ກໍ່ຈ່າຍໃຫ້ເມືອຍນ້ອຍ ເດືອນໜຶ່ງ ກໍ່ 4-5 ລ້ານ ກີບ ບໍ່ແພງ


ປະຫຍັດມັດທະຍັດ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕ້ອງເສັງເລືອກເອັາສະເພາະຄົນເກັ່ງ ມີຄວາມຮູ້ ຄວາມສາມາດ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tiem ຂຽນວ່າ...
ຕ້ອງເສັງເລືອກເອັາສະເພາະຄົນເກັ່ງ ມີຄວາມຮູ້ ຄວາມສາມາດ


ຕ້ອງການແບບນັ້ນແຫລະ ຄົນເກັ່ງດີ ມີຄຸນນະທຳ ບາງເທື່ອບໍ່ມີໂອກາດເຂົ້າເຮັດວຽກ ເພາະລະບົບເສັ້ນ ສາຍ ເງີນ ມາທັບຖົມ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ຄັນຢາກໄດ້ພ/ງເຂົ້າເຮັດວຽກທີມີຄຸນນະພາບຫວະ.............. ບໍ່ຢາກ ................ ກະຄັດເລືອກເອົາບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ມີຄຸນນະພາບແທ້ໆ.............ບໍ່ແມ່ນວ່າ ເປັນລູກເຈົ້າຫຼານຂ້ອຍ ລະຊິເອົາເຂົ້າເຮັດວຽກໂລດ.............ໂດຍບໍ່ສົນເລີຍວ່າເຮັດຫຍັງເປັນແນ່...........ແມ່ນບໍ່ພີ່ນ້ອງເອີ້ຍ...................


໗ ກະທູ້
໒໓໒ ໂພສ
ນັກການກະທູ້
ເຖິງແນວໄດກໍ່ດີ ................ ພວກເຮົາເປັນພຽງແຕ່ຄົນທຳມະດາ ລູກພໍ່ນາໝາເຕົ່າ ຊິໄປຕັດສິນຫຍັງນຳເພິ່ນບໍ່ໄດ້ດອກ ............ ໄດ້ແຕ່ແນະນຳຫັນແຫລ.........ສ່ວນເພິ່ນນຳເອົາໄປປະຕິບັດຫັນກະ..............ເຫັນດີ............


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ລະບຽບແລະກົດໝາຍມີປະກາດໃຊ້ ແຕ່ການປະຕິບັດມັນຕ່າງ ໃນປະເທດທີ່ດ້ອຍພັດທະນາ ແລະ ກຳລັງພັດທະນາ ການສໍ້ລາດ ບັງຫລວງ ມັນປາສະຈາກບໍ່ໄດ້ ເຮົາເປັນຜູ້ນ້ອຍກໍຢາກໄດ້ໃຈຈັ່ງຊັ້ນຈັ່ງຊີ້, ເພິ່ນເປັນຜູ້ໃຫຍ່ກໍມີທັດສະນະຄະຕິ ແລະ ການປະຕິບັດໄປອີກຢ່າງ ເຊິ່ງໃຜກໍວ່າຖືກແລ້ວ...ແຕ່ມີຜູ້ນຳປະເທດໃດ, ບຸກຄົນໃດແດ່ ທີ່ຄິດ ແລະ ກະທຳແບບ “ ຖືກຕ້ອງ ໂດຍບໍ່ຫົວຊາຄວາມຖືກໃຈ” ໃນເມື່ອຄົນສ່ວນໃຫຍ່ຍັງຄຳນຶງເຖິງ “ຄວາມຖືກໃຈມາກ່ອນຄວາມຖືກຕ້ອງ” ...ແມ່ນເຮົາຈະຮ້ອງຈົນປາກຈີກມັນກໍບໍ່ມີຄວາມໝາຍ... ແຕ່ເປັນຫຍັງ ຄົນເຮົາຈຶ່ງບໍ່ຍອມມີໃຜເລີ່ມການກະທຳທີ່ຖືກຕ້ອງມາກ່ອນຄວາມຖືກໃຈ....ແລະ ສິ່ງທີ່ພວກເຮົາລະບາຍກັນຢູ່ດຽວນີກໍຄົງບໍ່ເໜືອໄປຈາກຄວາມຖືກໃຈ ໄດ້ໃຈ ແມ່ນບໍ່ ?....


ຕ້ອງສົງເສີມປະຊາທິປະໄຕ ໃຫ້ຫລາຍກວ່ານີ້ ອະນຸຍາດໃຫ້ປະຊາຊົນກວດສອບການບໍລິຫານງານພັກໄດ້ຢ່າງແທ້ຈີງ
ບໍ່ແມ່ນການກວດສອບ ມີແຕ່ໃນກາຕິກາ ແຕ່ທາງປະຕິບັດ ເຮັດບໍ່ໄດ້ຈັກຢ່າງ ແລະບໍ່ອະນຸຍາດຊ້ຳ ແລະອີກຢ່າງ
ຖ້າມາເວົ້າຢູ່ນີ້ອາດຜິດໃຈເພີ່ນກະບໍ່ຮູ້ ຈພຈ ຄິດວ່າການມາລະບາຍທີ່ນີ້ກະເປັນຊ່ອງທາງໜຶ່ງຂອງການກວດສອບ ແລະເປັນປະຊາທິປະໄຕ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໓໗ ກະທູ້
໑໗໕ ໂພສ
ນັກການກະທູ້
ບໍ່ມີໃຜມາຕໍ່ຍອດເເດ່ນໍ

ພາວະນາ ພິກຂຸ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ເວົ້າຫັຍງຫລາຍກະບໍ່ໄດ້ເນາະ ເລື່ອງນີ້ຈັກໜ໋ອຍໂດນຕັ້ງຂໍ້ຫາ ໂດຍບໍ່ຮູ້ຕົວແຫລະເນາະ
ຮູ້ສຶກວ່າມີແຕ່ເຮົາ 2 ຄົນເນາະວິຈານການເມືອງໂຫດເກີນໄປ ຄືຊິບໍ່ເປັນຫັຍງຕິເນາະ
ເຮົາຍັງຢູ່ໃນຂອບເຂດຢູ່ ບໍ່ໄດ້ເວົ້າໂລໆເລໆ ວິພາກວິຈານແບບບໍ່ມີຫລັກການ
ຫວັງວ່າເຮົາຍັງ 2ຄົນ ຄືຊິຍັງມີຊີວິດຢູ່ພັນລາວຕໍ່ໄປໄດ້ເນາະ bell ຮິໆ



ຂະນ້ອຍວ່າ ຈະວິພາກວິຈານໂຫດ ຫລື ຮຸນແຮງ
ສ່ວນຫນຶ່ງ ມັນຂຶ້ນກັບຄົນອ່ານ, ຄົນຂຽນ ຂຽນຄ່ອຍໆ, ແຕ່ຄົນອ່ານພັດອ່ານແຮງໆ
ດັ່ງນັ້ນຄົນອ່ານ ເລີຍເຂົ້າໃຈວ່າເຮົາຂຽນແຮງ (ຄວາມຈິງແລ້ວມັນບໍ່ແມ່ນເຊັ່ນນັ້ນ).

ສາຍເຫດ ອາດຈະມາຈາກ ສະພາວະຈິດໃຈ ຂອງຄົນອ່ານ ແມ່ນກຳລັງຢູ່ໃນພາວະ
ວິຕົກ ກັງວົນ ມີຄວາມຄຽດຢູ່ແລ້ວ,
ເມື່ອເຂົາໄດ້ມາອ່ານກະທູ້ຂອງເຮົາ, ເຂົາກໍ່ເລີຍໃສ່ອາລົມສ່ວນຕົວຂອງຕົນເຂົ້າໄປ ທຸກໆປະໂຫຍກ
ທຸກໆຄຳເວົ້າທີ່ເຮົາຂຽນ ແລ້ວກໍ່ຫາວ່າ ເຮົາຂຽນຮຸນແຮງ.
ທັງໆທີ່ເຮົາກຳລັງ ຮຽກຮ້ອງ ຂໍຮ້ອງ ໃຫ້ເຂົ້າໃຈປັນຫາຕົວຈິງ, ທີ່ມີຢູ່ຈິງ, ເກີດຂຶ້ນຈິງ, ກຳລັງຮຽກຮ້ອງໃຫ້ມີການແກ້ໄຂ.
ແຕ່ຫາກເຂົາບໍ່ຄິດເຊັ່ນນັ້ນ ເຂົາຄິດວ່າເຮົາກຳລັງໂຈມຕີ, ຕີຖືກຈຸດອ່ອນໆ.


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>