ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » diary ລົດນ້ຳໜັກຂອງຂ້ອຍ

໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ຂໍພື້ນທີ່ນ້ອຍໆນີ້ໄວ້ເປັນໄດອາລີ່ລົດນ້ຳໜັກຂອງຂ້ອຍເດ່ເດີ້ຈະພະຍາຍາມມາອັບເດດວ່າແຕ່ລະມື້ກິນຫຍັງແດ່
ລະນ້ຳໜັກລົງເທົ່າໃດ

ກ່ອນອື່ນຂໍເລົ່າປະຫວັດຄວາມເປັນມາກ່ອນເນາະ

ເມື່ອດົນນານມາແລ້ວໃນປີ 1991/08/20 ໄດ້ຖືກຳເນີດມະນຸດຄົນໜື່ງຂື້ນມາເທີງໂລກອັນນ່າອັດສະຈັນໃຈໃບນີ້
ລາວຜູ້ນັ້ນຊື່ວ່າບີ່ ແຕ່ເວລາຜ່ານໄປຫຼາຍປີຕອນນທີ່ລາວເຕີບໃຫຍ່ຂື້ນຍ້ອນບິດາແລະມານດາຂອງລາວລ້ຽງດີໂພດ
ນ້ຳໜັກຂອງລາວຈື່ງຂື້ນເອົ້າຂື້ນເອົາຈົນປະຈຸບັນນີ້ອາຍຸ 19ແລ້ວ ແບບວ່າຢາກດູດີຢາກໃຫ້ຄົນອື່ນມາສົນໃຈແລະຢາກມີແຟນນຳກະເຈົ້າ
ກະເລີຍຕັ້ງປະຕິຍານໄວ້ວ່າ ຕໍ່ໄປນີ້ຂ້ອຍຈະຕ້ອງລົດຄວາມອ້ວນໃຫ້ໄດ້ ລາວຈື່ງໄດ້ເຂົ້າມາພັນລາວເພື່ອສ້າງໄດອາລີ່ແຫ່ງປະຫວັດສາດ
ຂື້ນມາ - -' (ອົດເອົາອ່ານໃຫ້ມັນຈົບແດ່ເດີ້) ເພື່ອທີ່ຈະເປັນແຮງບັນດານແລະຂໍກຳລັງໃຈຈາກເພື່ອນໆພັນລາວທຸກຄົນ
ໃຫ້ສາມາດຕໍ່ສູ້ລົດນ້ຳໜັກຄັ້ງນີ້ໃຫ້ສຳເລັດໄດ້ຖ້າໃຜມີວິທີລົດນ້ຳໜັກແນວໃດມາແນະນຳກະຊ່ວຍໆໃຫ້ຄວາມເຫັນແດ່ເດີ້


໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ເລີ່ມລົດນ້ຳໜັກປະມານເດືອນຕົ້ນເດືອນ9ຕອນນັ້ນໜັກ 111ໂລ
ມື້ນີ້ ວັນທີ່ 12ຕຸລາປີ 2010
ນ້ຳໜັກຢູ່ທີ່ 105ໂລຊັ່ງວ່າງກີ້ນີ້
ອາຫານການກິນມື້ນີ້ແມ່ນ
ຕອນເຊົ້າຕື່ນມາຟ້າວໄປຮຽນ ກິນນົມກ່ອງໜື່ງ

ຕອນສວຍ ກິນເຂົ້າໜຽວກັບໄສ້ອົ່ວກັບປີ້ງໄກ່ກະກິນທຳມະດາບໍ່ຫຼາຍບໍ່ໜ້ອຍ

ຕອນບ່າຍນັ່ງຫຼີ້ນເກມລະກະກິນຂະໜົມກັບນ້ອງສອງຫໍ່

ຕອນແລງປະມານ 4ໂມງປາຍ ກິນຍຳຍໍ່ກັບເຂົ້າຈີ່ 1/4ກ້ອນ ຍຳຍໍ່ກິນຈານດຽວບໍ່ໄດ້ກິນເຂົ້າ

ອອກກຳລັງກາຍຕອນເຈັດໂມງຫຼັງຈາກເບີ່ງໂອຊິນຈົບ (ຂໍແດ່ໜ້ອຍໜື່ງມັກໜັງເລື່ອງນີ້)
ອອກກຳລັງກາຍກະໃຊ້ວິທີເປີດເພງລະກະເຕັ້ນໜື່ງຊົ່ວໂມງໂຄດເມື່ອຍແຕ່ກະສູ້


໑ ກະທູ້
໑໙໖ ໂພສ
ນັກການກະທູ້
long juck kg la hun

Evil ໃຈດຽວຫຼາຍຄວາມຄິດ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າ 80Kg ກະພໍແລ້ວ..
ຈັ່ງໃດຜູ້ຊາຍອວບຯ..
ເບິ່ງລະມີສະເໜ່ສະເໝີ..
(ບໍ່ໄດ້ເຂົ້າຂ້າງຕົວເອງເນີ້..ອິອິ)


໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ຂ້ອຍແມ່ນບໍ່ໄດ້ຫລຸດ ແຕ່ເຮັດນ້ຳຫນັກຄົງໂຕ ຕອນນີ້ນ້ຳຫນັກແມ່ນ 52 ກິໂລ
ວັນຈັນ-ວັນສຸກ ເພາະມີຮຽນທັງເຊົ້າແລງ
ຕອນເຊົ້າກິນ ເຂົ້າຫນ້ອຍຫນຶ່ງ ສ່ວນຫລາຍແມ່ນເຂົ້າບ່າຍເກືອ (ເວົ້າເລື່ອງຈິງ) ແລ້ວຕາມດ້ວຍກາເຟຫລືໂອວັນຕິນ
ຕອນສວາຍ ຫລັງຈາກທີ່ອີ່ມຕອນເຊົ້າເຕັມທີ່ ແຕ່ກໍ່ຕ້ອງກິນເພື່ອໃຫ້ເຮົາມີແຮງໃນການເຮັດວຽກ ກິນເຂົ້າປົກະຕິທຳມະດາ
ຕອນແລງ ຂ້ອຍໄປຮຽນຂ້ອຍກິນເຂົ້າໃສ່ຫນ້ອຍຫນຶ່ງ ບາງເທື່ອກໍ່ກິນນົມກັບນ້ຳດື່ມ
ຫລັງຈາກເລີກຮຽນແມ່ນກິນເຂົ້າຈ້າວກັບອາຫານຕາມທຳມະດາ
ສ່ວນວັນເສົາແລະອາທິດ ແມ່ນສ່ວນຫລາຍຈະອົດ ແຕ່ກໍ່ບໍ່ຄ່ອຍໃຫ້ຢາກໃຫ້ເຮັດຕາມດຽວເປັນຫຍັງມາ ແຕ່ຂ້ອຍກໍ່ກິນແຕ່ກໍ່ບໍ່ຫລາຍ
ສ່ວນຫລາຍແມ່ນດື່ມນ້ຳ (ອັນນີ້ແມ່ນນ້ອງຮັກບອກມາ). ແລະມັນກໍ່ເລີ່ມຄົງຕົວ ເພາະຫາກໍ່ເລີ່ມເຮັດມາໄດ້ຫນຶ່ງເດືອນແລ້ວ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Evil ຂຽນວ່າ...
long juck kg la hun



ປະມານ 5-6 ໂລນິແຫຼະໃຊ້ເວລາເດືອນປາຍແຕຂ້ອຍວ່າຕໍ່ໄປຄືຊິລົງຍາກລະແຫຼະເພາະນ້ຳໜັກເລີ່ມຄົງທີລ່ະ


໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຂ້ອຍວ່າ 80Kg ກະພໍແລ້ວ..
ຈັ່ງໃດຜູ້ຊາຍອວບຯ..
ເບິ່ງລະມີສະເໜ່ສະເໝີ..
(ບໍ່ໄດ້ເຂົ້າຂ້າງຕົວເອງເນີ້..ອິອິ)



ກະລົດໄປເລື້ອຍໆຫັ້ນແຫຼະແຕ່ຕອນນີ້ໜັກຫຼາຍເລີຍຢາກລົດເພາະໃສ່ເສື້ອລະມັນຄັບຢູ່ຍາກ


໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ KIMeiengJOONG ຂຽນວ່າ...
ຂ້ອຍແມ່ນບໍ່ໄດ້ຫລຸດ ແຕ່ເຮັດນ້ຳຫນັກຄົງໂຕ ຕອນນີ້ນ້ຳຫນັກແມ່ນ 52 ກິໂລ
ວັນຈັນ-ວັນສຸກ ເພາະມີຮຽນທັງເຊົ້າແລງ
ຕອນເຊົ້າກິນ ເຂົ້າຫນ້ອຍຫນຶ່ງ ສ່ວນຫລາຍແມ່ນເຂົ້າບ່າຍເກືອ (ເວົ້າເລື່ອງຈິງ) ແລ້ວຕາມດ້ວຍກາເຟຫລືໂອວັນຕິນ
ຕອນສວາຍ ຫລັງຈາກທີ່ອີ່ມຕອນເຊົ້າເຕັມທີ່ ແຕ່ກໍ່ຕ້ອງກິນເພື່ອໃຫ້ເຮົາມີແຮງໃນການເຮັດວຽກ ກິນເຂົ້າປົກະຕິທຳມະດາ
ຕອນແລງ ຂ້ອຍໄປຮຽນຂ້ອຍກິນເຂົ້າໃສ່ຫນ້ອຍຫນຶ່ງ ບາງເທື່ອກໍ່ກິນນົມກັບນ້ຳດື່ມ
ຫລັງຈາກເລີກຮຽນແມ່ນກິນເຂົ້າຈ້າວກັບອາຫານຕາມທຳມະດາ
ສ່ວນວັນເສົາແລະອາທິດ ແມ່ນສ່ວນຫລາຍຈະອົດ ແຕ່ກໍ່ບໍ່ຄ່ອຍໃຫ້ຢາກໃຫ້ເຮັດຕາມດຽວເປັນຫຍັງມາ ແຕ່ຂ້ອຍກໍ່ກິນແຕ່ກໍ່ບໍ່ຫລາຍ
ສ່ວນຫລາຍແມ່ນດື່ມນ້ຳ (ອັນນີ້ແມ່ນນ້ອງຮັກບອກມາ). ແລະມັນກໍ່ເລີ່ມຄົງຕົວ ເພາະຫາກໍ່ເລີ່ມເຮັດມາໄດ້ຫນຶ່ງເດືອນແລ້ວ



ສ່ວນຫຼາຍຂ້ອຍກະເນັ້ນກິນເຂົ້າສວຍຫຼາຍກ່ອນໝູ່ແຕ່ວ່າພະຍາຍາມຈະກິນເຂົ້າເຊົ້າໃຫ້ຫຼາຍເພາະມັນສຳຄັນທີ່ສຸດ
ແຕ່ກະບໍ່ໄດ້ເພາະຕອນເຊົ້າບໍ່ຄ່ອຍຢາກກິນຫຍັງລະກະຟ້າວໄປຮຽນອີກ

ທີ່ຈິງຂ້ອຍກະເຄີຍໃຊ້ວິທີອົດອາຫານມາຕະຫຼອດແບບລົງມື້ລະໂລເລີຍແຕບັດເຮົາເຊົາເຮັດລະຮ່າງກາຍມັນ
ປັບສະພາບຊິນກັບການໄດ້ຮັບພະລັງງານໜ້ອຍແລ້ວບັດນີ້ແຫຼະບັດກັບມາກິນຄືເກົ່າມັນແຮງຂື້ນຄືນເປັນສອງເທົ່າພຸ້ນກະເລີຍວ່າຊິ
ຄ່ອຍໆລົດເທື່ອລະໜ້ອຍເອົາບໍ່ຟ້າວຫຼາຍເພາະຢ້ານລົດບໍ່ໄດ້


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຫລິ້ນກິລາຫລາຍໆສ່ວນອິຫຍັງກະໄດ້, ລະກະ ຢ່າຢູ່ລ້າໆ ດຽວມັນສິຢາກ ດີແທ້ ເຂົາແລງບໍ່ຕ້ອງກິນ ຫລື ກິນກ່ອນຈະນອນດົນເຕີບ ນ້ຳຫັ້ນກິນຫລາຍໆ ຮັບຮອງລົງ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
ເອົາໃຈຊ່ວຍໃນຖານະຄົນເຄີຍຕຸ້ຍ ກິນອາຫານຫຼັກກະພໍ ຂະໜົມຢ່າແຕະ ອອກກຳລັງກາຍໄປນຳ ມັນຈັ່ງລົດໄດ້ດີ

^___^ Let's Go!!!!!

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lollirockz ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KIMeiengJOONG ຂຽນວ່າ...
ຂ້ອຍແມ່ນບໍ່ໄດ້ຫລຸດ ແຕ່ເຮັດນ້ຳຫນັກຄົງໂຕ ຕອນນີ້ນ້ຳຫນັກແມ່ນ 52 ກິໂລ
ວັນຈັນ-ວັນສຸກ ເພາະມີຮຽນທັງເຊົ້າແລງ
ຕອນເຊົ້າກິນ ເຂົ້າຫນ້ອຍຫນຶ່ງ ສ່ວນຫລາຍແມ່ນເຂົ້າບ່າຍເກືອ (ເວົ້າເລື່ອງຈິງ) ແລ້ວຕາມດ້ວຍກາເຟຫລືໂອວັນຕິນ
ຕອນສວາຍ ຫລັງຈາກທີ່ອີ່ມຕອນເຊົ້າເຕັມທີ່ ແຕ່ກໍ່ຕ້ອງກິນເພື່ອໃຫ້ເຮົາມີແຮງໃນການເຮັດວຽກ ກິນເຂົ້າປົກະຕິທຳມະດາ
ຕອນແລງ ຂ້ອຍໄປຮຽນຂ້ອຍກິນເຂົ້າໃສ່ຫນ້ອຍຫນຶ່ງ ບາງເທື່ອກໍ່ກິນນົມກັບນ້ຳດື່ມ
ຫລັງຈາກເລີກຮຽນແມ່ນກິນເຂົ້າຈ້າວກັບອາຫານຕາມທຳມະດາ
ສ່ວນວັນເສົາແລະອາທິດ ແມ່ນສ່ວນຫລາຍຈະອົດ ແຕ່ກໍ່ບໍ່ຄ່ອຍໃຫ້ຢາກໃຫ້ເຮັດຕາມດຽວເປັນຫຍັງມາ ແຕ່ຂ້ອຍກໍ່ກິນແຕ່ກໍ່ບໍ່ຫລາຍ
ສ່ວນຫລາຍແມ່ນດື່ມນ້ຳ (ອັນນີ້ແມ່ນນ້ອງຮັກບອກມາ). ແລະມັນກໍ່ເລີ່ມຄົງຕົວ ເພາະຫາກໍ່ເລີ່ມເຮັດມາໄດ້ຫນຶ່ງເດືອນແລ້ວ



ສ່ວນຫຼາຍຂ້ອຍກະເນັ້ນກິນເຂົ້າສວຍຫຼາຍກ່ອນໝູ່ແຕ່ວ່າພະຍາຍາມຈະກິນເຂົ້າເຊົ້າໃຫ້ຫຼາຍເພາະມັນສຳຄັນທີ່ສຸດ
ແຕ່ກະບໍ່ໄດ້ເພາະຕອນເຊົ້າບໍ່ຄ່ອຍຢາກກິນຫຍັງລະກະຟ້າວໄປຮຽນອີກ

ທີ່ຈິງຂ້ອຍກະເຄີຍໃຊ້ວິທີອົດອາຫານມາຕະຫຼອດແບບລົງມື້ລະໂລເລີຍແຕບັດເຮົາເຊົາເຮັດລະຮ່າງກາຍມັນ
ປັບສະພາບຊິນກັບການໄດ້ຮັບພະລັງງານໜ້ອຍແລ້ວບັດນີ້ແຫຼະບັດກັບມາກິນຄືເກົ່າມັນແຮງຂື້ນຄືນເປັນສອງເທົ່າພຸ້ນກະເລີຍວ່າຊິ
ຄ່ອຍໆລົດເທື່ອລະໜ້ອຍເອົາບໍ່ຟ້າວຫຼາຍເພາະຢ້ານລົດບໍ່ໄດ້


ຄ່ອຍຯລົດໄປ..
ມັນຈຶ່ງບໍ່ເສຍສຸຂະພາບ..
ຂ້ອຍກໍຍັງລົດຯຢູ່ເໝືອນກັນ..