ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເມືອງ​ວຽງ​ຈັ​ນ ສະ​ໄໝ​ອານາຈັກ​ລາວລ້າ​ນ ຊ້າງ (​ແຕ່​ປີ 1353 -1560)

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ພະ​ເຈົ້າຟ້າງຸ່ມທ້ອນ ໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນ ໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ​ແຕ່​ບໍ່​ ທັນ ​ມີກຳແພງ ເມືອງ​ເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1​353 ຈົນ ເຖິງ ປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະ ຄອນຊຽງທອງ (​ ເມືອງຫຼວງພະບາງ )​ ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງ ນີ້ :

* ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
* ພະເຈົ້າສາມແສນ ໄທ (1372 -1417) ຜູ້​ຈັດ​ລະບຽບ​ການ ​ປົກຄອງລາວ​ຄື​ໃໝ່ (ປົກຄອງໄດ້ 45ປີ)
* ພະເຈົ້າລ້ານ ຄຳແດງ (1417-1428 ) ປົກຄອງໄດ້ 11ປີ
* ໃນ ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
* ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
* ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
* ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
* ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
* ພະເຈົ້າວິຊຸນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
* ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ ,

ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພະ​ອົງ ​ໄດ້​ນຳພາກໍ່ສ້າງ​ ຣາຊະ​ວັງ, ຫໍພະ​ແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ​ພະຍາ​ວັດ ແລະ ວັດອຶ່ນໆ ໃນ ເຂດ ນອກ. ສ່ວນ ວັດສີສະເກດ ​ແຕ່​ກ່ອນ ​ແມ່ນ ວັດແສນ ໄດ້​ສ້າງໃ​ນ ປີ 1521, ວັດ​ໂພ​ນພະ​ເນົາ, ວັດ ໜອງ​ບອນ ​ກໍ່​ແມ່ນ ​ວັດທີ່​ເກົ່າ​ແກ່ ​ສ້າງກ່ອນ ປີ 1530.​ ພະອົງກໍ່ໄດ້ ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນ ເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນ ພິໄສ ໃຫ້ເປັນ ເມືອງຣາຊະທານີ ແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນ ພູນ ເມືອງ ​ທີ່​ໂພນ ​ພິ​ໄສ​ແລ້ວ ເພິ່ນ ຍັງ​ໄດ້​ສ້າງວັດ ທີ່ໜອງ​ຄາຍອີກ​. (ອີງຕາມ ຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

ໃ​ນເວລາ​ຟື້ນຟູຖະໜົນເຊ​ດຖາ​ທິລາດ​ໃນ ວັ​ນທີ 17 ມັງກອນ ປີ 2007 ​ໄດ້​ຄົ້ນພົບຫີນ​ສີ​ລາ​ເລກ ​ແລະ ​ໃບ​ເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອ ວັດ​ສີ​ເມືອງ ປະມານ 60 ແມັດ, ກົມມໍລະດົກ​ຂອງກະຊວງຖະ​ແຫຼ​ງຂ່າວ ​ແລະ ວັດທະນະທຳ ແລະ ​ຊ່ຽວຊານ ​ຕ່າງປະ​ເທດ​ໄດ້ ພິສູດ​ເບິ່ງ​ແລ້ວ​​​ເຫັນ ວ່າ​ ແມ່ນເສົາ​ຫຼັກ​ເມືອງ ທີ່​ໄດ້ຝັງ​ໄວ້​ແຕ່ ປີ ຄສ 1540 ສະ​ໄໝພະ​ເຈົ້າ​ໂພທິ​ສະ​ລາດ ຍັງມີ​ຊີວິດຢູ່ພຸ້ນ​, ສະນັ້ນ ລັດຖະບານ ​ ສປປລາວ​ ຈຶ່ງ​​ໄດ້ຕົກລົງ​ສ້າງ ​ຫໍ​ໄຫ້ວ​ ໃສ່​ສະຖານທີ່​ແຫ່ງ ນີ້ ​​. ຕໍ່​ມາໃນ ​ວັນທີ 29 ທັນວາ ປີ 2009 ກໍ່​ໄດ້ຄົ້ນ​ພົບອີກ 2 ກຸ່ມຫີ​ນ ໃບ​ເສມາ ຢູ່ໃກ້ໆ​ກຸ່​ມທີ່​ໄດ້​ຄົ້ນ​ພົບ​ມາກອ່ນ​​ແລ້ວ ຈຶ່ງ​ ຢືນ ຢັ​ນວ່າ ​ແມ່ນສະຖາ​ນ ທີ່ເສົາ​ຫຼັກ​ເມືອງ​ແທ້. ໃນປີ 1560 ພະ​ເຈົ້າ​ໄຊ​ເຊດ​ຖາ​ທິລາດ ໄດ້ຍ້າຍ​​ເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ ນະ ຄອນວຽງຈັນ ພ້ອມ​ທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ,

ສັງ​ລວມ: ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນ ໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະ ນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະມ້າ, ມອນ, ຈີນ ​ແລະ ສະຫຍາມ ​ມາຕະຫຼອດ. ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນ ຖືສາສະໜາພຸດເປັນຫຼັກ ປົນເປ​ກັບຮີດຄອງປະ​ເພີ​ນຂອງ​ພາມ, ແຕ່​ຄົນ​ລາວ ມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດ​​ໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮາ​ນໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານ ດັ່ງຕໍ່ໄປ ນີ້ :
ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກ​ຂອງ​ລາວ​ແຕ່​ໃດ​ມາ.

ການສ້າງ​ຜັງເມືອງ​ : ເມືອງ​ວຽງ​ຈັນ ​ແຕ່​ສະ​ໄໝ​ສີ​ໂຄດ​ຕະບອງມາ ​ແມ່ນ​ກວມ​ເອົາ​ທັງ​ຝັ່ງ​ຂວາ ​ຂອງ​ແມ່ນ້ຳຂອງ​ ນຳ​ດ້ວຍ. ສະຖານ​ທີ່ກ້ອງ​ ປາກ​ປ່າ​ ສັກນັ້ນແມ່ນ ທີ່​ຕັ້ງຂອງມະ​ເຫ​ສັກຫຼັກ​ເມືອງ​ມາ​ແຕ່​ກ່ອນ ເພາະວ່າກ່ອ​ນຈະ​ຊ່ວງ​ເຮືອອອກ​ພັ​ນສາທຸກໆ​ປີ ເພິ່ນຕ້ອງ​ມາ​ຄາລະວະ​ບູຊາ ບ່ອນ ​ສັກສິດ​ແຫ່ງ ນີ້ກ່ອນ , ​​ແຕ່​ສະ​ໄໝອານາຈັກ​ລາວ​ລ້າ​ນຊ້າງ ມາຣາຊະ​ວັງ ​ແມ່ນ ສະຖາ​ນທີ່ ຫໍຄຳ​ດຽວ ນີ້.
ສະຖາປັດຕະຍະກຳ : ​ໃນເມື່ອ​ກ່ອນນັ້ນບໍ່​ທັນມີ​ຄັນ​ຄູນ້ຳຂອງ​ຈຶ່ງ​ຖ້ວມ​ເມືອງ​ວຽງ​ຈັນ​ເລື້ອຍໆ ເປັ​ນໄລຍະ 20 ຫາ 50 ປີ ສະນັ້ນ ​ເຮືອນ ​ຂອງ​ຊາວ​ວຽງ​ ຈັນ ​ຈຶ່ງ​ແມ່ນ ​ເຮືອ​ນທີ່​ມີ​ກ້ອງ​ລ່າງ​ສູງກ່ວາ​ແຫ່ງ​ອື່ນໆ ​ເພື່ອ​ອາ​ໄສ​ຢູ່ໃນເວລາ​ນ້ຳຖ້ວມ, ​ເປັນເຮືອນຫຼັງບໍ່ໃຫຍ່​ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະ ຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງ​ໃຊ້ເພື່ອມ້ຽນ ເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ​ເປັນ ​ຄອກ​ສັດ, ຕັ້ງກີ່ ຫຼື ເຕົາຫຼໍ່). ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກ ພ້າວ, ກົກໝາກ, ເຄືອພູ ແລະ ມີສວນ ຄົວອີກ.

ເຄື່ອງ​ໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່​ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ ​ເຮັດດ້ວຍ ເຫຼັກກ້າ.

ອຸປະກອກໍ່ສ້າງ​ເຮືອ​ຊານນັ້ນ : ຈະ​ເລີ່​ມຈາກ ໄມ້ປ່ອງ, ຫຍ້າຄາ​ໄປ​ຫາ​ໄມ້​ເນື້ອ​ແຂງ, ​ແລ້ວ​ດິ​ນເຜົາ (ດິນຈີ່ ດິນຂໍ). ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ) ຊຶ່ງເຫັນຢູ່ຕາມພື້ນວັດ​ ແລະ ທາດເກົ່າ: ວັດສີເມືອງ, ວັດ​ອິນແປງ, ວັດ​ໜອງ​ບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນ ປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ​ແລະ ຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).

ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ. ສ່ວ​ນສິ​ລະ​ປະ​ຂອງ​ຄົນ ລາວນັ້ນ​ແມ່ນ ການຄວັດ ລາຍໃສ່ໄມ້​, ຫຼໍ່​ພະ, ຄ້ອງ, ​ລະຄັງ ດ້ວຍ​ທອງ, ເຮັດ​ເຄື່ອງ​ເອ້ຍ້ອງ ​​ແລະ ເຄື່ອງ​ໃຊ້​ສອຍ ດ້ວຍທອງສຳລິດ ​ແລະ ​ດິນເຜົາ​, ແຕ້ມຮູ​ບ​ສີ ໃສ່​ ຝາ​ວັດ ແລະ ໃຊ້ນ້ຳກ້ຽງເປັນສີທາ​ພື້ນ .

ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ​ສົ່ງ ທາງບົກ ແມ່ນ ໃຊ້​ເສັ້ນທາງ ຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ​ໄປຫາກັນ ເປັນ ທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງ ອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາ ຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນ ໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.

ພົລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນ ໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິ ຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່​ໃນ ​ເມືອງ​ຈັນທະ​ບູລີ.
http://www.asean.kplnet.net/lao/450%20y4.htm


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ມາຫາອ່ານປະຫວັດສາດ

ຊົ່ວຢ່າງສ້າງສັນ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຮອຍປະຫວັດສາດ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຄອບໃຈທີ່ເອົາມາໃຫ້ອ່ານເດີ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ຊວ່ງນີ້ມີແຕ່ປະຫວັດສາດເນາະ












໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ທົນພິມຂະໜາດເນາະ ດີໆໃຫ້ຄວາມຮູ້ດີມີສາລະ

^^^...ແພ້...ແລ້ວ...ພານ...^^^

໓ ກະທູ້
໑໑໔ ໂພສ
ນັກການກະທູ້
ຊື່ທຳອິດຂອງພະເຈົ້າສາມແສນ ໄທ ແມ່ນແນວໃດ ບອກແນ່ເດີ

ຄວາມແນ່ນອນຄືຄວາມບໍ່ແນ່ນອນ

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
thank you


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lod ຂຽນວ່າ...
ຄອບໃຈທີ່ເອົາມາໃຫ້ອ່ານເດີ


ບໍ່ເປັນຫຍັງມື້ໜ້າຈະເອົາມາໃຫ້ອ່ານອີກ...


໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ຂ້ອຍວ່າຖ້ານັບແຕ່ສະໃຫມພຣະຍາຈັນທະບູລີມາແລ້ວຫລາຍກວ່າ 800ປີເດີ 2000 ກ່າປີມາແລ້ວ


໑ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
Dee...........lie


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
lueang yao thae na khi kharn arn hae2


໐ ກະທູ້
໙໓ ໂພສ
ຂາປະຈຳເວັບບອດ
ຍິ່ງອ່ານຍິ່ງຄິດເຫັນພາບ ໜ້າຈະເອົາມາສະແດງເປັນໜັງຍາວໆຄືເລື່ອງສາມກົກເນາະ


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khoun ຂຽນວ່າ...
ຍິ່ງອ່ານຍິ່ງຄິດເຫັນພາບ ໜ້າຈະເອົາມາສະແດງເປັນໜັງຍາວໆຄືເລື່ອງສາມກົກເນາະ

ແມ່ນລະໜ້າຈະເອົາມາເຮັດເປັນໜັງ...ຄືສິມ່ວນເນາະ...


໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ
ສຸດຍອດ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຄອບໃຈທີ່ເອົາມາໃຫ້ອ່ານເດີ

..........................................................................
..........................................................................

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼຽວໜ້າໃຫ້ເບິງຫຼັງ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
kop jai t ha ma hai arn


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຮອຍປະຫວັດສາດ


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bandithkonsayabouly ຂຽນວ່າ...
ຄອບໃຈທີ່ເອົາມາໃຫ້ອ່ານເດີ


ບໍ່ເປັນຫຍັງ...


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ເກັ່ງຫລາຍ.... ລະກະຂອບໃຈທີ່ແບ່ງປັນຄວາມຮູ້

liverpool you"ll never walk alone

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ຫາກະຮູ້ ຂອບໃຈເດີ ເອົາມາລົງອີກ
ຈະເປັນພະຄຸນຫລາຍ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນໄດ້ອ່ານໄວກວ່ານີ້

ວິຊາປະຫວັດສາດ ເຮົາຄືຊິ A ແລ້ວ
ອອກໃນນີ້ເກືອບໝົດ

I believe in the IMPOSSIBLE

໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຂ້ອຍຮູ້ແລ້ວເທື່ອໜ້າເອົາເລື່ອງສາບສຶບພະສູນມາເດີ ບໍ່ກະເອົາເລື່ອງຄຳສາບພະແກ້ວມໍລະກົດມາ


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kiengkai ຂຽນວ່າ...
ຫາກະຮູ້ ຂອບໃຈເດີ ເອົາມາລົງອີກ
ຈະເປັນພະຄຸນຫລາຍ


ມື້ໜ້າຈະຫາມາລົງອີກ