ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ທ້ອນໂຮມປະເທດຊາດ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ພະເຈົ້າຟ້າງຸ່ມທ້ອນ ໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນ ໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ແຕ່ບໍ່ ທັນ ມີກຳແພງ ເມືອງເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1353 ຈົນ ເຖິງ ປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະ ຄອນຊຽງທອງ ( ເມືອງຫຼວງພະບາງ ) ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງ ນີ້ :
•ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
•ພະເຈົ້າສາມແສນ ໄທ (1372 -1417) ຜູ້ຈັດລະບຽບການ ປົກຄອງລາວຄືໃໝ່ (ປົກຄອງໄດ້ 45ປີ)
•ພະເຈົ້າລ້ານ ຄຳແດງ (1417-1428 ) ປົກຄອງໄດ້ 11ປີ
•ໃນ ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
•ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
•ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
•ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
•ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
•ພະເຈົ້າວິຊຸນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ ທີ່ ຫຼວງພະບາງ.
•ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ ,
ໂດຍພາຍໃຕ້ການນຳພາຂອງພະອົງ ໄດ້ນຳພາກໍ່ສ້າງ ຣາຊະວັງ, ຫໍພະແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື ພະຍາວັດ ແລະ ວັດອຶ່ນໆ ໃນ ເຂດ ນອກ. ສ່ວນ ວັດສີສະເກດ ແຕ່ກ່ອນ ແມ່ນ ວັດແສນ ໄດ້ສ້າງໃນ ປີ 1521, ວັດໂພນພະເນົາ, ວັດ ໜອງບອນ ກໍ່ແມ່ນ ວັດທີ່ເກົ່າແກ່ ສ້າງກ່ອນ ປີ 1530. ພະອົງກໍ່ໄດ້ ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ) ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນ ເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ ຕັ້ງໂພນ ພິໄສ ໃຫ້ເປັນ ເມືອງຣາຊະທານີ ແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນ ພູນ ເມືອງ ທີ່ໂພນ ພິໄສແລ້ວ ເພິ່ນ ຍັງໄດ້ສ້າງວັດ ທີ່ໜອງຄາຍອີກ. (ອີງຕາມ ຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).
ໃນເວລາຟື້ນຟູຖະໜົນເຊດຖາທິລາດໃນ ວັນທີ 17 ມັງກອນ ປີ 2007 ໄດ້ຄົ້ນພົບຫີນສີລາເລກ ແລະ ໃບເສມາກຸ່ມ 1 ມີຈຳນວນ 193 ກ້ອນ, ເໜືອ ວັດສີເມືອງ ປະມານ 60 ແມັດ, ກົມມໍລະດົກຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ແລະ ຊ່ຽວຊານ ຕ່າງປະເທດໄດ້ ພິສູດເບິ່ງແລ້ວເຫັນ ວ່າ ແມ່ນເສົາຫຼັກເມືອງ ທີ່ໄດ້ຝັງໄວ້ແຕ່ ປີ ຄສ 1540 ສະໄໝພະເຈົ້າໂພທິສະລາດ ຍັງມີຊີວິດຢູ່ພຸ້ນ, ສະນັ້ນ ລັດຖະບານ ສປປລາວ ຈຶ່ງໄດ້ຕົກລົງສ້າງ ຫໍໄຫ້ວ ໃສ່ສະຖານທີ່ແຫ່ງ ນີ້ . ຕໍ່ມາໃນ ວັນທີ 29 ທັນວາ ປີ 2009 ກໍ່ໄດ້ຄົ້ນພົບອີກ 2 ກຸ່ມຫີນ ໃບເສມາ ຢູ່ໃກ້ໆກຸ່ມທີ່ໄດ້ຄົ້ນພົບມາກອ່ນແລ້ວ ຈຶ່ງ ຢືນ ຢັນວ່າ ແມ່ນສະຖານ ທີ່ເສົາຫຼັກເມືອງແທ້. ໃນປີ 1560 ພະເຈົ້າໄຊເຊດຖາທິລາດ ໄດ້ຍ້າຍເມືອງຫຼວງຂອງອານາຈັກລາວ ລ້ານຊ້າງມາຕັ້ງ ຢູ່ ນະ ຄອນວຽງຈັນ ພ້ອມທັງອັນເຊີນເອົາ ພະແກ້ວມໍລະກົດ ແລະ ພະແຊກຄຳມານຳດ້ວຍ,
ສັງລວມ: ມາຮອດນີ້ ຈິ່ງສາມາດສະຫຼຸບໄດ້ວ່າ: ນະຄອນວຽງຈັນ ໄດ້ມີປະຫວັດຕິດພັນກັບພະທາດຫຼວງມາກ່ວາ 800 ປີ ແລ້ວ ແລະ ການພັດທະ ນານະຄອນວຽງຈັນ ກໍ່ຕິດພັນ ກັບຄວາມສີວິໄລຈາກອິນເດຍ, ຂະເໝນ , ພະມ້າ, ມອນ, ຈີນ ແລະ ສະຫຍາມ ມາຕະຫຼອດ. ແຕ່ສິ່ງສຳຄັນທາງ ດ້ານຊີ ວິດຈິດໃຈຂອງ ຊາວວຽງຈັນ ແມ່ນ ຖືສາສະໜາພຸດເປັນຫຼັກ ປົນເປກັບຮີດຄອງປະເພີນຂອງພາມ, ແຕ່ຄົນລາວ ມີສິນທຳປະຈຳໃຈ, ມີນິດໃສ ອ່ອນ ຫວານ , ຈິດໃຈກ້ວາງຂວາງ, ມັກຄວາມສະຫງົບ, ບໍ່ມັກຮຸກຮານໃຜ, ຢູ່ໃນສິນກິນ ໃນທຳແທ້ ດັ່ງຈະສັງເກດເຫັນ ໄດ້ ແຕ່ລະດ້ານ ດັ່ງຕໍ່ໄປ ນີ້ :
ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ເຮືອນເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກຂອງລາວແຕ່ໃດມາ.
ການສ້າງຜັງເມືອງ : ເມືອງວຽງຈັນ ແຕ່ສະໄໝສີໂຄດຕະບອງມາ ແມ່ນກວມເອົາທັງຝັ່ງຂວາ ຂອງແມ່ນ້ຳຂອງ ນຳດ້ວຍ. ສະຖານທີ່ກ້ອງ ປາກປ່າ ສັກນັ້ນແມ່ນ ທີ່ຕັ້ງຂອງມະເຫສັກຫຼັກເມືອງມາແຕ່ກ່ອນ ເພາະວ່າກ່ອນຈະຊ່ວງເຮືອອອກພັນສາທຸກໆປີ ເພິ່ນຕ້ອງມາຄາລະວະບູຊາ ບ່ອນ ສັກສິດແຫ່ງ ນີ້ກ່ອນ , ແຕ່ສະໄໝອານາຈັກລາວລ້ານຊ້າງ ມາຣາຊະວັງ ແມ່ນ ສະຖານທີ່ ຫໍຄຳດຽວ ນີ້.
ສະຖາປັດຕະຍະກຳ : ໃນເມື່ອກ່ອນນັ້ນບໍ່ທັນມີຄັນຄູນ້ຳຂອງຈຶ່ງຖ້ວມເມືອງວຽງຈັນເລື້ອຍໆ ເປັນໄລຍະ 20 ຫາ 50 ປີ ສະນັ້ນ ເຮືອນ ຂອງຊາວວຽງ ຈັນ ຈຶ່ງແມ່ນ ເຮືອນທີ່ມີກ້ອງລ່າງສູງກ່ວາແຫ່ງອື່ນໆ ເພື່ອອາໄສຢູ່ໃນເວລານ້ຳຖ້ວມ, ເປັນເຮືອນຫຼັງບໍ່ໃຫຍ່ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະ ຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງໃຊ້ເພື່ອມ້ຽນ ເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ເປັນ ຄອກສັດ, ຕັ້ງກີ່ ຫຼື ເຕົາຫຼໍ່). ບາງເຮືອນ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ແຄມເຮືອນ ມີ ກົກມີ້, ກົກມ່ວງ, ກົກ ພ້າວ, ກົກໝາກ, ເຄືອພູ ແລະ ມີສວນ ຄົວອີກ.
ເຄື່ອງໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ ເຮັດດ້ວຍ ເຫຼັກກ້າ.
ອຸປະກອກໍ່ສ້າງເຮືອຊານນັ້ນ : ຈະເລີ່ມຈາກ ໄມ້ປ່ອງ, ຫຍ້າຄາໄປຫາໄມ້ເນື້ອແຂງ, ແລ້ວດິນເຜົາ (ດິນຈີ່ ດິນຂໍ). ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ) ຊຶ່ງເຫັນຢູ່ຕາມພື້ນວັດ ແລະ ທາດເກົ່າ: ວັດສີເມືອງ, ວັດອິນແປງ, ວັດໜອງບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນ ປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ແລະ ຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).
ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ. ສ່ວນສິລະປະຂອງຄົນ ລາວນັ້ນແມ່ນ ການຄວັດ ລາຍໃສ່ໄມ້, ຫຼໍ່ພະ, ຄ້ອງ, ລະຄັງ ດ້ວຍທອງ, ເຮັດເຄື່ອງເອ້ຍ້ອງ ແລະ ເຄື່ອງໃຊ້ສອຍ ດ້ວຍທອງສຳລິດ ແລະ ດິນເຜົາ, ແຕ້ມຮູບສີ ໃສ່ ຝາວັດ ແລະ ໃຊ້ນ້ຳກ້ຽງເປັນສີທາພື້ນ .
ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ສົ່ງ ທາງບົກ ແມ່ນ ໃຊ້ເສັ້ນທາງ ຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ໄປຫາກັນ ເປັນ ທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງ ອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາ ຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນ ໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.
ພົລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນ ໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິ ຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່ໃນ ເມືອງຈັນທະບູລີ.

ຂໍຂອບໃຈຂໍ້ມູນດີໆ ຈາກສຳນັກຂ່າວສານປະເທດລາວ

ຂຽນເມື່ອ : 14 ກັນຍາ. 2010,16:23 ເຂົ້າຊົມ : ...... ຄັ້ງ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນຫວານິ ຂອບໃຈເດີ້ ເຄີຍອ່ານແຕ່ລືມໝົດລະ ແຫະແຫະ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ boboTHEoFIRSToGanG ຂຽນວ່າ...

ຍາວນານອີ່ຫຼີ່ນໍ