ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຄວນເອົາເດັກນ້ອຍໄປກິນດອງນຳບໍ ?

໑໒ ກະທູ້
໑໒໖ ໂພສ
ນັກການກະທູ້
ຫຼັງຈາກບຸນອອກພັນສາຜ່ານໄປ ງານບຸນໃນຮີດສິບສອງ ຄອງສິບສີ່ ກໍສືບຕໍ່ເວົ້າສະເພາະງານກິນດອງ ຫຼື ງານສ້າງຄອບຄົວໃໝ່ ງານວິວະຫະມົງຄົນສົມລົດກໍຕາມມາ ຊຶ່ງປະເພນີທົ່ວໄປ ແມ່ນໄຂໂອກາດໃຫ້ຍົກເວັ້ນກາງພັນສາ (ບາງທ້ອງຖິ່ນແຕ່ງດອງໄດ້) ດັ່ງນັ້ນ ເວລານີ້ ມີທັງບັດເຊີນດອງ ແລະ ບັດຂ່າວບຸນ ຈາກທົ່ວສາລະທິດ.

ໃນການໄດ້ຮັບຊອງທັງສອງງານດັ່ງກ່າວນັ້ນ ກໍມີທັງດີໃຈ ແລະ ອຸກໃຈ ສິ່ງທີ່ດີໃຈ ກໍຍ້ອນວ່າເພື່ອນມິດສະຫາຍ ໃຫ້ຄວາມນັບຖືຮັກແພງຕົນ ສ່ວນທີ່ອຸກໃຈ ກໍແມ່ນປັດໄຈເງິນໃສ່ຊອງບໍ່ພຽງພໍ ຖ້າໃສ່ໜ້ອຍກໍຄືວ່າບໍ່ສົມກຽດ ຖ້າໃສ່ຫຼາຍ ໝົດເດືອນຢ້ານມີບັນຫາ ຄັນເປັນມະນຸດກົບ ກໍພໍໄຄ ກິນທັງບົກ ແລະ ທາງນ້ຳໄດ້ທັງນັ້ນ.

ແຕ່ສິ່ງທີ່ຢາກເວົ້າເຂົ້າກັບຫົວຂໍ້ນັ້ນ ສົມຄວນບໍ ຈະເອົາເດັກນ້ອຍໄປຮ່ວມນຳ?


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ບໍ່ຄວນຕິ ຕາມທີ່ເຂົາເຈົ້າເວົ້າໃນໜັງສືພິມວຽງຈັນໃໝ່ຫັ້ນ

ຊົ່ວຢ່າງສ້າງສັນ

໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຕາມຄວາມເປັນຈີງ ກະບໍ່ຄວນຫັນລະ ຖ້າບໍເອົາໄປນຳ ຊີເອົາໄປຝາກໃຜເບີ່ງໃຫ້ລະ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຍັງນ້ອຍຂັດໄປນຳພໍ່ແມ່ ເພິ່ນກໍ່ບໍ່ໃຫ້ໄປ
ເພິ່ນວ່າມັນບໍ່ແມ່ນງານສຳລັບເດັກ
ໃຫຍ່ມາລະບໍ່ຢາກໄປຊ້ຳບາດນິ ບໍ່ມີເງິນໃສ່ຊອງ

ທ້າວທອງໃສ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະບໍ່ສົມຄວນ ແຕ່ກະຕ້ອງເບີ່ງນຳຄວາມຈຳເປັນຂອງເຂົາເຈົ້າ
ເຊັ່ນກັນໃດ໋