 ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຫຼັງຈາກບຸນອອກພັນສາຜ່ານໄປ ງານບຸນໃນຮີດສິບສອງ ຄອງສິບສີ່ ກໍສືບຕໍ່ເວົ້າສະເພາະງານກິນດອງ ຫຼື ງານສ້າງຄອບຄົວໃໝ່ ງານວິວະຫະມົງຄົນສົມລົດກໍຕາມມາ ຊຶ່ງປະເພນີທົ່ວໄປ ແມ່ນໄຂໂອກາດໃຫ້ຍົກເວັ້ນກາງພັນສາ (ບາງທ້ອງຖິ່ນແຕ່ງດອງໄດ້) ດັ່ງນັ້ນ ເວລານີ້ ມີທັງບັດເຊີນດອງ ແລະ ບັດຂ່າວບຸນ ຈາກທົ່ວສາລະທິດ.
ໃນການໄດ້ຮັບຊອງທັງສອງງານດັ່ງກ່າວນັ້ນ ກໍມີທັງດີໃຈ ແລະ ອຸກໃຈ ສິ່ງທີ່ດີໃຈ ກໍຍ້ອນວ່າເພື່ອນມິດສະຫາຍ ໃຫ້ຄວາມນັບຖືຮັກແພງຕົນ ສ່ວນທີ່ອຸກໃຈ ກໍແມ່ນປັດໄຈເງິນໃສ່ຊອງບໍ່ພຽງພໍ ຖ້າໃສ່ໜ້ອຍກໍຄືວ່າບໍ່ສົມກຽດ ຖ້າໃສ່ຫຼາຍ ໝົດເດືອນຢ້ານມີບັນຫາ ຄັນເປັນມະນຸດກົບ ກໍພໍໄຄ ກິນທັງບົກ ແລະ ທາງນ້ຳໄດ້ທັງນັ້ນ.
ແຕ່ສິ່ງທີ່ຢາກເວົ້າເຂົ້າກັບຫົວຂໍ້ນັ້ນ ສົມຄວນບໍ ຈະເອົາເດັກນ້ອຍໄປຮ່ວມນຳ?
|