ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ແມ່ນໃຜມີເລືອງຕາລົກແດ່ມາເລົ່າສູ່ກັນຟັງເດີ້

໓ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຂ້ອຍມີເລື້ອງໜຶ່ງສິເລົ່າ:
ເຫດການເກີດຂື້ນຢູ່ທີ່ປະຕູທາງຂື້ນໄປສະຫັວນມີຜູ້ຍິງ3ຄົນກຳລັງລໍຖ້າຄຳພິພາກສາຢູ່ສົມມຸດຜູ້ພິພາກສາຊື່ peter
peter : ໄດ້ຖາມສາວຄົນທຳອິດວ່າ: ສະຖານະພາບຂອງເຈົ້າກ່ອນແຕ່ງງ່ານແລະຫລັງແຕ່ງງານມາເບິງດຸ
ສາວຄົນທີ1: ກ່ອນແຕ່ງງານຂ້ອຍກະຍັງບໍລິສຸດຢູ່ຫລັງແຕ່ງງານຂ້ອຍກະຍັງບໍລິສຸດຄືເກົ່າ
peter : ເຈົ້າເປັນຄົນດີຫລາຍຊັ້ນເອົາກະແຈທອງຄຳໄປແລະໄດ້ຖາມສາວຄົນທີ່ສອງໃນຄຳຖາມດຽວກັນ
ສາວຄົນທີ2 : ກ່ອນແຕ່ງງານຂ້ອຍກະຍັງບໍລິສຸດຢູ່ຫລັງແຕ່ງງານຂ້ອຍບໍ່ບໍລິສຸດແລ້ວ
peter : ເຈົ້າກະເປັນຄົນດີຄືກັນຮັກສາຄວາມບໍລິສຸດຈົນຮອດມື້ແຕ່ງງານຊັ້ນເອົາກະແຈເງິນໄປແລະຖາມສາວຄົນທີ່ສາມໃນຄຳຖາມດຽວກັນອີກ
ສາວຄົນທີ3 : ກ່ອນແຕ່ງງານຂ້ອຍກະຜ່ານຜູ້ຊາຍມາເປັນ100ຫລັງແຕ່ງງານກະຍັງມົ້ວຜູ້ຊາຍຢູ່ຄືເກົ່າບໍ່ປ່ຽນແປງ
peter : ໂອ້ເຈົ້ານິເປັນຄົນທີ່ພິເສດສຸດໆຊັ້ນເຈົ້າເອົາກະແຈຫ້ອງຂອງຂ້ອຍໄປເລີຍ.


໐ ກະທູ້
໔໔໘ ໂພສ
ຊຳນານການເວັບບອດ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບອ່ານເບິ່ງ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔ ກະທູ້
໒໘໔ ໂພສ
ນັກການກະທູ້
ຮອດຕອນຫົວລະບອກແດ່ເດີ້


໔ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ລວມເລື່ອງຕະຫຼົກ/ຊວນຫົວ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ເລື່ອງຕະລົກ/ຊວນຫົວ

ເລື່ອງທີ1: ມືໃດ?

ຍິງສາວຄົນໜຶ່ງຖືກຂົ່ມຂືນ ຈຶ່ງໄປແຈ້ງຄວາມກັບຕຳຫຼວດ..

ຕຳຫຼວດ: ເຊົາຮ້ອງໃຫ້ ແລະ ເລົ່າເຫດການໃຫ້ຂ້ອຍຟັງດຸ!

ຍິງສາວ: ..ເອີ່..ມືໜຶ່ງມັນຈັບລ໋ອກຄໍ ອີກມືໜຶ່ງລ໋ອກແຂນ ແລ້ວກໍ່ດຶງສິ້ນ

ຕຳຫຼວດ: ເລົ່າລາຍອຽດດຸ!

ຍິງສາວ: ມືຊ້າຍລ໋ອກຄໍ ມືຂວາລ໋ອກແຂນ

ຕຳຫຼວດ: ແລ້ວມືໃດດຶງສິ້ນ?

ຍິງສາວ: "ມືຂ້ອຍເອງ"



555555555555555555555555555555555555555555555555555555555555555



ເລື່ອງທີ2: ເປັນຫຍັງບໍ່ເອີ້ນພໍ່?

ແລງມື້ໜຶ່ງ ສອງແມ່ລູກນັ່ງເບິ່ງໂທລະທັດນຳກັນ

ທັນໃດນັ້ນ ສາວນິໂຄ(ລູກສາວ) ໄດ້ຍິນສຽງເຄາະປະຕູຢູ່ໜ້າບ້ານ

ແລ້ວແມ່ຂອງນິໂຄກໍ່ຍ່າງອອກໄປໄຂປະຕູຕ້ອນຮັບຊາຍຄົນໜຶ່ງ

ເຊິ່ງແຕ່ງຕົວສຸພາບຮຽບຮ້ອຍ ໃສ່ສູດ,ເນັກໄທ້,ໃສ່ຂັດມັນ, ເຂົ້າມາໃນເຮືອນ...



ແມ່ນິໂຄ: ສະບາຍດີອ້າຍ

ຊາຍຄົນນັ້ນ: ສະບາຍດີ

ແລ້ວນິໂຄກໍ່ຍ່າງມາໄກ້ໆແມ່ ແລະ ແນມເບິ່ງຊາຍຄົນນັ້ນດ້ວຍຄວາມສົງໄສ,..

ແມ່ນິໂຄ: ນິໂຄ ເອີ້ນພໍ່ແມະລູກ

ນິໂຄ ຢືນງົງ ແລະ ຄິດໃນໃຈຢູ່ບຶດໜຶ່ງ:

(ຂ້ອຍມີພໍ່ພຽງຄົນດຽວ ຄົນນີ້ບໍ່ແມ່ນພໍ່ຂ້ອຍ ຫຼືວ່າແມ່ຂ້ອຍມີຜົວໃໝ່ແລ້ວ)

ນິໂຄເງີຍໜ້າຂຶ້ນແນມເບິ່ງຊາຍຄົນນັ້ນດ້ວຍສາຍຕາສຽດສີ ແລະ ຄິດໃນໃຈວ່າ

(ມັນບໍ່ແມ່ນຄວາມຈິງ)

ແມ່ນິໂຄ: ແມ່ບອກເອີ້ນພໍ່ນະ ນິໂຄ ເອີ້ນພໍ່ແມະ!

ນິໂຄຍັງມິດ ແລະ ຄິດໃນໃຈວ່າ ຂ້ອຍບໍ່ຮັບຊາຍຄົນນີ້ເປັນພໍ່ເດັດຂາດ ລາວບໍ່ແມ່ນພໍ່ຂ້ອຍ!

ແມ່ນິໂຄເລີ່ມຢາກຮ້າຍ ເລີຍເອົາມືຕົບຫົວລູກ.. (ໂປ໊ກ..!)

ຊາຍຄົນນັ້ນຕົກໃຈ ເລີຍເວົ້າວ່າ: ຢ່າຕີລູກເລີຍ ບໍ່ເປັນຫຍັງດອກ ລາວບໍ່ເອີ້ນກະບໍ່ເປັນຫຍັງ

ໃນຂະນະນັ້ນ ສາວນິໂຄເຈັບທັງຕົວ ແລະ ຫົວໃຈ ນ້ຳຕາໄຫຼລິນ..(ເປັນຫຍັງແມ່ຕ້ອງເຮັດແບບນີ້

ແມ່ລືມພໍ່ເຮົາແລ້ວລະຫວາ? ແມ່ບໍ່ຮັກພໍ່ແລ້ວ? ແມ່ຢ່າຮ້າງກັບພໍ່ແລ້ວຫວາ?)

ແມ່ນິໂຄຍິ່ງໂມໂຫ ແລະ ຕົບຫົວລູກອີກ (ໂປ໊ກ..ໆ)

ແມ່ນິໂຄ: ອີ່ອັນນີ້ ເອີ້ນພໍ່ແມະ! ເປັນຫຍັງບໍ່ເອີ້ນພໍ່?

ນິໂຄອົດໃຈເວົ້າອອກມາຄ່ອຍໆວ່າ: ພໍ່

...

...

ແມ່ນິໂຄ: ລູກເອີ້ນຄ່ອຍໆແນວນັ້ນ ພໍ່ຊິໄດ້ຍິນສະເບາະ ຮີບໄປນຳພໍ່ຢູ່ສວນມາໄວໆ

ບອກລາວວ່າ ຜູ້ຈັດການທະນາຄານມາຫາ..!

55555555555555555555555555555555555555555555555555555555555555



ເລື່ອງທີ3: ບໍ່ທັນມັນ

ຂີ້ເມົາ 2 ຄົນ ໄປທ່ຽວຫຼິ້ນກິ້ນເຫຼົ້າຈົນເດິກດື່ນ

ຊ່ວງນີ້ງານ 450 ປີ ຊິກັບບ້ານກະຢ້ານຖືກກັກ

ຈຶ່ງຊວນກັນໄປເຊົ່າເຮືອນພັກນອນກ່ອນ...

ພໍເຂົ້າໄປໃນຫ້ອງກໍ່ປິດໄຟ ແລ້ວລົ້ມຕົວລົງນອນ...

ບຶດໜຶ່ງຂີ້ເມົາຄົນໜຶ່ງກໍ່ຮ້ອງຂຶ້ນ...



ຂີ້ເມົາ1: ເຮີ້ຍ! ເປັນຫຍັງຕຽງເຮົາຄືມີຄົນມານອນນຳຫວະ?

ຂີ້ເມົາ2: ເອີ່! ຕຽງເຮົາກະມີຄົນມານອນນຳຄືກັນ..!

ຂີ້ເມົາ1: ຄັນຊັ້ນ ເຮົາມາຊ່ວຍກັນຖີບມັນລົງປະ

ຂີເມົາ2: ໄດ້ເລີຍ...



ວ່າແລ້ວຂີ້ເມົາ1 ກໍ່ອອກແຮງຖີບມັນລົງຈາກຕຽງ

ຂີ້ເມົາ1: ເຮົາຈັດການມັນໄດ້ແລ້ວ ໂຕເດະ?

ຂີ້ເມົາ2: ບໍ່ທັນມັນຫວະ! ຖືກມັນຖີບລົງມາກ່ອນ...

55555555555555555555555555555555555555555555555555555555555555



ເລື່ອງທີ4: ເຂົ້າໃຈຜິດ

ທີ່ຄຼີນິກແຫ່ງໜຶ່ງ ໄດ້ມີຍິງສາວຄົນໜຶ່ງອູ້ມແອນ້ອຍເຂົ້າມາຫາໝໍ

ອາການເດັກນ້ອຍຈ່ອຍຜອມ ສາເຫດຍ້ອນບໍ່ຍອມດູດນົມແມ່...

ທ່ານໝໍໄດ້ກວດເບິ່ງປາກແລະລຳຄໍຂອງເດັກຢ່າງລະອຽດກໍ່ບໍ່ພົບ

ສິ່ງຜິດປົກກະຕິໃດໆ ດັ່ງນັ້ນ, ທ່ານໝໍ ຈຶ່ງຂໍກວດອະໄວຍະວະ

ທີ່ໃຫ້ນົມແກ່ແອນ້ອຍ... ຍິງສາວຄ່ອຍເປີດເສື້ອຂຶ້ນແລ້ວ ປົດຂໍເກາະເສື້ອຊ້ອນອອກ..

ທ່ານໝໍຈັບເບິ່ງຫົວນົມຂອງຍິງສາວ ແລ້ວກໍ່ເວົ້າວ່າ:

ທ່ານໝໍ: ຫົວນົມກໍ່ສົມບູນດີ ແຕ່ເປັນຫຍັງຄືບໍ່ມີນ້ຳນົມ?

ຍິງສາວ: ຊິມີໄດ້ແນວໃດ ແນວຂ້ອຍເປັນນ້າສາວຂອງແອນ້ອຍ

ແມ່ມັນກຳລັງມາຕາມຫຼັງ...



ຫຸຫຸຫຸ... ມັກເລື່ອງໃດກະບອກເດີ່

ໝາຍເຫດ: ຢ່າລືມຕິດຕາມໄດອາຣີ່ນີ້ເດີ່ ເຂົາຊິເອົາເລື່ອງໃໝ່ມາລົງອີກ



Credit: http://www.narak.com/

ອາລົມມັນພາໄປ

໓ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ກະຕາລົກດີຫາມາເພີ້ມອີກ Thanks ຫລາຍໆເດີ້


໑ ກະທູ້
໒໔໐ ໂພສ
ນັກການກະທູ້
ຢາກອ່ານຕື່ມເອົາມາໃຫ້ອ່ານຕື່ມເດ່ເດີ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິອິ

ຮັກນ້ອງຕອນເມົາ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Kone619 ຂຽນວ່າ...
ລວມເລື່ອງຕະຫຼົກ/ຊວນຫົວ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ເລື່ອງຕະລົກ/ຊວນຫົວ

ເລື່ອງທີ1: ມືໃດ?

ຍິງສາວຄົນໜຶ່ງຖືກຂົ່ມຂືນ ຈຶ່ງໄປແຈ້ງຄວາມກັບຕຳຫຼວດ..

ຕຳຫຼວດ: ເຊົາຮ້ອງໃຫ້ ແລະ ເລົ່າເຫດການໃຫ້ຂ້ອຍຟັງດຸ!

ຍິງສາວ: ..ເອີ່..ມືໜຶ່ງມັນຈັບລ໋ອກຄໍ ອີກມືໜຶ່ງລ໋ອກແຂນ ແລ້ວກໍ່ດຶງສິ້ນ

ຕຳຫຼວດ: ເລົ່າລາຍອຽດດຸ!

ຍິງສາວ: ມືຊ້າຍລ໋ອກຄໍ ມືຂວາລ໋ອກແຂນ

ຕຳຫຼວດ: ແລ້ວມືໃດດຶງສິ້ນ?

ຍິງສາວ: "ມືຂ້ອຍເອງ"



555555555555555555555555555555555555555555555555555555555555555



ເລື່ອງທີ2: ເປັນຫຍັງບໍ່ເອີ້ນພໍ່?

ແລງມື້ໜຶ່ງ ສອງແມ່ລູກນັ່ງເບິ່ງໂທລະທັດນຳກັນ

ທັນໃດນັ້ນ ສາວນິໂຄ(ລູກສາວ) ໄດ້ຍິນສຽງເຄາະປະຕູຢູ່ໜ້າບ້ານ

ແລ້ວແມ່ຂອງນິໂຄກໍ່ຍ່າງອອກໄປໄຂປະຕູຕ້ອນຮັບຊາຍຄົນໜຶ່ງ

ເຊິ່ງແຕ່ງຕົວສຸພາບຮຽບຮ້ອຍ ໃສ່ສູດ,ເນັກໄທ້,ໃສ່ຂັດມັນ, ເຂົ້າມາໃນເຮືອນ...



ແມ່ນິໂຄ: ສະບາຍດີອ້າຍ

ຊາຍຄົນນັ້ນ: ສະບາຍດີ

ແລ້ວນິໂຄກໍ່ຍ່າງມາໄກ້ໆແມ່ ແລະ ແນມເບິ່ງຊາຍຄົນນັ້ນດ້ວຍຄວາມສົງໄສ,..

ແມ່ນິໂຄ: ນິໂຄ ເອີ້ນພໍ່ແມະລູກ

ນິໂຄ ຢືນງົງ ແລະ ຄິດໃນໃຈຢູ່ບຶດໜຶ່ງ:

(ຂ້ອຍມີພໍ່ພຽງຄົນດຽວ ຄົນນີ້ບໍ່ແມ່ນພໍ່ຂ້ອຍ ຫຼືວ່າແມ່ຂ້ອຍມີຜົວໃໝ່ແລ້ວ)

ນິໂຄເງີຍໜ້າຂຶ້ນແນມເບິ່ງຊາຍຄົນນັ້ນດ້ວຍສາຍຕາສຽດສີ ແລະ ຄິດໃນໃຈວ່າ

(ມັນບໍ່ແມ່ນຄວາມຈິງ)

ແມ່ນິໂຄ: ແມ່ບອກເອີ້ນພໍ່ນະ ນິໂຄ ເອີ້ນພໍ່ແມະ!

ນິໂຄຍັງມິດ ແລະ ຄິດໃນໃຈວ່າ ຂ້ອຍບໍ່ຮັບຊາຍຄົນນີ້ເປັນພໍ່ເດັດຂາດ ລາວບໍ່ແມ່ນພໍ່ຂ້ອຍ!

ແມ່ນິໂຄເລີ່ມຢາກຮ້າຍ ເລີຍເອົາມືຕົບຫົວລູກ.. (ໂປ໊ກ..!)

ຊາຍຄົນນັ້ນຕົກໃຈ ເລີຍເວົ້າວ່າ: ຢ່າຕີລູກເລີຍ ບໍ່ເປັນຫຍັງດອກ ລາວບໍ່ເອີ້ນກະບໍ່ເປັນຫຍັງ

ໃນຂະນະນັ້ນ ສາວນິໂຄເຈັບທັງຕົວ ແລະ ຫົວໃຈ ນ້ຳຕາໄຫຼລິນ..(ເປັນຫຍັງແມ່ຕ້ອງເຮັດແບບນີ້

ແມ່ລືມພໍ່ເຮົາແລ້ວລະຫວາ? ແມ່ບໍ່ຮັກພໍ່ແລ້ວ? ແມ່ຢ່າຮ້າງກັບພໍ່ແລ້ວຫວາ?)

ແມ່ນິໂຄຍິ່ງໂມໂຫ ແລະ ຕົບຫົວລູກອີກ (ໂປ໊ກ..ໆ)

ແມ່ນິໂຄ: ອີ່ອັນນີ້ ເອີ້ນພໍ່ແມະ! ເປັນຫຍັງບໍ່ເອີ້ນພໍ່?

ນິໂຄອົດໃຈເວົ້າອອກມາຄ່ອຍໆວ່າ: ພໍ່

...

...

ແມ່ນິໂຄ: ລູກເອີ້ນຄ່ອຍໆແນວນັ້ນ ພໍ່ຊິໄດ້ຍິນສະເບາະ ຮີບໄປນຳພໍ່ຢູ່ສວນມາໄວໆ

ບອກລາວວ່າ ຜູ້ຈັດການທະນາຄານມາຫາ..!

55555555555555555555555555555555555555555555555555555555555555



ເລື່ອງທີ3: ບໍ່ທັນມັນ

ຂີ້ເມົາ 2 ຄົນ ໄປທ່ຽວຫຼິ້ນກິ້ນເຫຼົ້າຈົນເດິກດື່ນ

ຊ່ວງນີ້ງານ 450 ປີ ຊິກັບບ້ານກະຢ້ານຖືກກັກ

ຈຶ່ງຊວນກັນໄປເຊົ່າເຮືອນພັກນອນກ່ອນ...

ພໍເຂົ້າໄປໃນຫ້ອງກໍ່ປິດໄຟ ແລ້ວລົ້ມຕົວລົງນອນ...

ບຶດໜຶ່ງຂີ້ເມົາຄົນໜຶ່ງກໍ່ຮ້ອງຂຶ້ນ...



ຂີ້ເມົາ1: ເຮີ້ຍ! ເປັນຫຍັງຕຽງເຮົາຄືມີຄົນມານອນນຳຫວະ?

ຂີ້ເມົາ2: ເອີ່! ຕຽງເຮົາກະມີຄົນມານອນນຳຄືກັນ..!

ຂີ້ເມົາ1: ຄັນຊັ້ນ ເຮົາມາຊ່ວຍກັນຖີບມັນລົງປະ

ຂີເມົາ2: ໄດ້ເລີຍ...



ວ່າແລ້ວຂີ້ເມົາ1 ກໍ່ອອກແຮງຖີບມັນລົງຈາກຕຽງ

ຂີ້ເມົາ1: ເຮົາຈັດການມັນໄດ້ແລ້ວ ໂຕເດະ?

ຂີ້ເມົາ2: ບໍ່ທັນມັນຫວະ! ຖືກມັນຖີບລົງມາກ່ອນ...

55555555555555555555555555555555555555555555555555555555555555



ເລື່ອງທີ4: ເຂົ້າໃຈຜິດ

ທີ່ຄຼີນິກແຫ່ງໜຶ່ງ ໄດ້ມີຍິງສາວຄົນໜຶ່ງອູ້ມແອນ້ອຍເຂົ້າມາຫາໝໍ

ອາການເດັກນ້ອຍຈ່ອຍຜອມ ສາເຫດຍ້ອນບໍ່ຍອມດູດນົມແມ່...

ທ່ານໝໍໄດ້ກວດເບິ່ງປາກແລະລຳຄໍຂອງເດັກຢ່າງລະອຽດກໍ່ບໍ່ພົບ

ສິ່ງຜິດປົກກະຕິໃດໆ ດັ່ງນັ້ນ, ທ່ານໝໍ ຈຶ່ງຂໍກວດອະໄວຍະວະ

ທີ່ໃຫ້ນົມແກ່ແອນ້ອຍ... ຍິງສາວຄ່ອຍເປີດເສື້ອຂຶ້ນແລ້ວ ປົດຂໍເກາະເສື້ອຊ້ອນອອກ..

ທ່ານໝໍຈັບເບິ່ງຫົວນົມຂອງຍິງສາວ ແລ້ວກໍ່ເວົ້າວ່າ:

ທ່ານໝໍ: ຫົວນົມກໍ່ສົມບູນດີ ແຕ່ເປັນຫຍັງຄືບໍ່ມີນ້ຳນົມ?

ຍິງສາວ: ຊິມີໄດ້ແນວໃດ ແນວຂ້ອຍເປັນນ້າສາວຂອງແອນ້ອຍ

ແມ່ມັນກຳລັງມາຕາມຫຼັງ...



ຫຸຫຸຫຸ... ມັກເລື່ອງໃດກະບອກເດີ່

ໝາຍເຫດ: ຢ່າລືມຕິດຕາມໄດອາຣີ່ນີ້ເດີ່ ເຂົາຊິເອົາເລື່ອງໃໝ່ມາລົງອີກ



Credit: http://www.narak.com/





ຮາຮາຮາຮາຮາ ອັກອັກອັກ