ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ເວົ້າເຣື່ອງ "ສຍາມ, ໄທຍ, ໄທ" ໃຫ້ຟັງ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ເວົ້າເຣື່ອງ "ສຍາມ, ໄທຍ, ໄທ" ໃຫ້ຟັງ
Monday, 24. November 2008, 01:05
ບົດຄົ້ນຄວ້າ
ໂດຍ: ສາຍເຊລຳເພົາ

໑. ອາຍາຈັກອາຍຸທະຍານັ້ນ ເປັນອານາຈັກຂອງພວກ "ສຍາມ" ເມື່ອກ່ອນ ມີຊື່ວ່າອະຍທິຍາເປັນເມືອງອງພວກມອນ ສະຖາປານາຄັ້ງຫຼ້າສຸດ ຄື ພ.ສ ໑໘ຼ໕໗ ນັ້ນແມ່ນຣາມາທິບໍດີທີ ໑ (ອູ່ທອງ)ບໍ່ແນ່ຊັດວ່າອູ່ທອງ ເປັນພວກລາວ ຫຼືມອນ ມາລົບບູຣີ ໄດ້ທຳການສະຖາປານາອານາຈັກອະໂຍທະຍາ ອັນເປັນອານາຈັກເກົ່າຂອງພວກມອນທີ່ປົກຄອງຕົນເອງມາກ່ອນ ສະໄໝບັນດາຫົວເມືອງຕ່າງປົກຄອງກັນເປັນແບບນະຄອນຣັດ ອະໂຍທະຍາ ຫຼືບາງຄັ້ງກໍວ່າອະໂຍທິຍາ(ຊື່ ອະໂຍທະຍາ ຫຼືອະໂຍທິຍານີ້ ສ່ວນໃຫຍ່ຈະພົບໃນໜັງສືວັນນະຄະດີເກົ່າຂອງລາວບູຮານ) ແລ້ວປ່ຽນຊື່ມາເປັນອະນາຈັກອາຍຸທຍາ ແລ້ວຍ້າຍຈາກຝັ່ງຕາຕົກສູ່ຝັ່ງຕາເວັນອອກ(ສະໄໝດຽວກັບພຣະເຈົ້າຟ້າງຸ່ມຂອງເຮົາ).

໒. ສ່ວນສຸໂຂທັຍນັ້ນ ແມ່ນອານາຈັກຂອງໄທ(ບໍ່ມີໂຕ ຍ) ໃນປີ ພ.ສ ໑໘໐໐ ໂດຍຂຸນບາງກາງທ່າວ(ຂຸນອິນທະຣາທິຕຍ໌) ແລະຂຸນຜາເມືອງ(ຢູ່ໃນຍຸກຂອງພຣະຍາ ລັງທິຣາດ ແຫ່ງອານາຈັກລ້ານຊ້າງຊຽງດົງ), ຕໍ່ມາໃນ ພ.ສ ໑໘໒໒ ຂຸນຣາມຄຳແຫງກໍໄດ້ສະຖານປານາອີກ(ຢູ່ໃນຍຸກຂອງພຣະຍາສຸວັນນະຄຳຜົງ ແຫ່ງອານາຈັກລ້ານ ຊ້າງຊຽງດົງ-ຊຽງທອງ), ໃນປີ ພ.ສ ໑໙໒໑ ພຣະຍາຣາມເມສວນ ແຫ່ງອາຍຸດທະຍາໄດ້ຍົກທັບໄປຕີເເອົາເມືອງພິດສະນຸໂລກ ເອົາສຸໂຂທັຍຂອງໄທ ເປັນຫົວເມືອງຂຶ້ນ ໃນສະໄໝຂອງພຣະເຈົ້າໄສເລີໄທ ແຫ່ງສຸໂຂທັຍ ມີອາຍຸພຽງ ພັນສາສູ້ບໍ່ໄດ້ ສຸໂຂທັຍໄດ້ກາຍເປັນເມືອງຂຶ້ນຂອງອະຍຸທະຍາສົມບູນ(ສຍາມ-ເປັນຄັ້ງແຮກທີ່ຊົນຊາດ ໄຕ-ລາວ ໄດ້ຜນວກເຂົ້າຮ່ວມກັບສຍາມ ເຊິ່ງເປັນຊົນຊາດຕະກຸນມອນ-ຂະແມຣ໌) ເຫດການສອງອານາຈັກປ່ຽນແປງໄປຕາມເຫດການທາງປະຫວັດສາດ.

ໃນປີ ພ.ສ ໒໐໘໕ ແລະ ພ.ສ ໒໑໐໑ ທັງສອງອານາຈັກ ໄດ້ກາຍເປັນປະເທດຣາຊຂອງພະມ້າເລື້ອຍມາ ຈົນມາເຖິງປີ ພ.ສ ໒໓໑໐ ກໍເສັຍເອກຣາຊໃຫ້ພະມ້າອີກ ຈົນມາເຖິງສະໄໝພຣະເຈົ້າຕາກສິນ ໃນປີ ພ.ສ ໒໓໑໑ ກໍສະຖາປານາກຸງທົນບູຣີ ເປັນຣາຊະທານີ(ຮ່ວມສະໄໝກັບພຣະເຈົ້າສີຣິບຸນຍະສານ ລາວເສັຍເອກະຣາດໃຫ້ສຍາມ ໃນປີ ພ.ສ ໒໓໑໗ ໃນສະໄໝພຣະເຈົ້າສີຣິບຸນຍະສານນີ້ເອງ).

໓. ຕໍ່ມາໃນ ພ.ສ ໒໓໒໕ ນາຍທອງດ້ວງ ຊົງນາມວ່າພຣະເຈົ້າມະຫາກະສັດເສີກ ຄອງເມືອງສຽມຣຽບ ແລະພັດຕັມບອງ(ຂະເໝນ) ໄດ້ທຳການຣັດຖະປານາຂຶ້ນໃນກຸງທົນບູຣີ(ປຣາບດາພິເສກ) ຈັບເອົາພຣະເຈົ້າຕາກສິນປະຫານຊີວິດ ແລະຕັ້ງພຣະອົງເອງເປັນ "ພຣະພຸດທະຍອດຟ້າຈຸລາໂລກມະຫາຣາຊ ຣັຊການທີ ໑ ແຫ່ງວົງຈັກກີ) ແລະຍ້າຍນະຄອນຫຼວງຈາກບາງກອກ(ທົນບູຣີ) ແລ້ວຕັ້ງກຸງເທບມະຫານະຄອນ ທີ່ຝັ່ງຕາເວັນອອກ, ສ້າງຕັ້ງອານາຈັກຂຶ້ນຊື່ວ່າ "ຣັດຕນະໂກສິນ" ໂດຍຖືຣືກຕາມພຣະແກ້ວມໍຣະກົດ ທີ່ໄດ້ໄປຈາກນຳໄປຈາກນະຄອນຫຼວງວຽງຈັນນັ້ນ. ທີ່ລາວສະໄໝນັ້ນກໍກົງກັບສະໄໝຂອງພຣະເຈົ້ານັນທະເສນ (ເປັນພຽງປະເທດຣາຊ ບໍ່ແມ່ນຫົວເມືອງຂຶ້ນ ຮອດປີແລ້ວສົ່ງສ່ວຍດອກໄມ້ເງິນ ດອກໄມ້ທອງ ການເມືອງ ການປົກຄອງແມ່ນອຳນາດ ຂອງລາວເອງ ແຕ່ວ່າລາວທັງສາມສະໄໝນີ້ ແບ່ງເປັນສາມອານາຈັກ ປົກຄອງຕົນເປັນເອກຣາດ) ຈົນເຖິງສະໄໝພຣະເຈົາອະນຸວົງ(ໄຊເສດຖານທິຣາຊທີ ໓) ໄດ້ຂຶ້ນຄອງນະຄອນວຽງຈັນ ໃນປີ ພ.ສ ໒໓໔໗ ຈົນມາເຖິງປີ ພ.ສ ໒໓໖໙-໙໐ ລາວເສັຍເອກະຣາຊໃຫ້ແກ່ສຍາມໂດຍສິ້ນເຊິງ ແຕ່ກໍໃນຮູບແບບຂອງການສົ່ງຊວ່ຍເໝືອນເດີມ ພຽງແຕ່ຍົກຖານະຂອງນະຄອນຫຼວງພຣະບາງໃຫ້ສູງຂຶ້ນ ແລະຄົງສະຖານະພາບນະຄອນຈຳປາສັກ ໃຫ້ປົກຄອງຕາມແບບບູຮານປະເພນີລາວເໝືອນເດີມ, ສ່ວນວຽງຈັນ ຖືກຍູບໂດຍສິ້ນເຊິງ ຕັ້ງໜອງຄາຍປົກຄອງລາວວຽງຂຶ້ນ ຕໍ່ມາຈົນມາຮອດ ຣັດຊະການທີ ໔ ຫາຣັດຊະການທີ ໕ ຂອງສຍາມ ຈຶ່ງໄດ້ຈັດການຫົວເມືອງລາວ ເປັນຝ່າຍ ມາເຖິງຕອນນີ້ລາວກາຍເປັນ ຫົວເມືອງຂຶ້ນຂອງສຍາມເຕັມຕົວ ແຕ່ກໍຍັງມີການຈັດສົ່ງສ່ວຍ.ໃນສະໄໝຣັດຊະການທີ ໕ ສຍາມໄດ້ຈັດການປົກຄອງລາວໂດຍໂດຍສົ່ງຄົນສຍາມມາປົກຄອງ ໂດຍຕັ້ງເປັນມົນທົນ ນັບແຕ່ພຣະປິ່ນເກົ້າເຈົ້າຢູ່ຫົວ ຣ ໓. (ສະໄໝດຽວກັບພຣະເຈົ້າອະນຸວົງເປັນຕົ້ນມາ ເຖິງລາວຈະເສັຍອຳນາດໃຫ້ສຍາມໂດຍເດັດຂາດ ສຍາມບໍ່ໄດ້ຖືວ່າລາວເປັນຊົນຊົນຊາດດຽວກັບສຍາມ ເລີຍເຫັນໄດ້ຈາກການຈັດລຽບບໍ່ຣິຫານມົນທົນ ຫົວເມືອງລາວຕ່າງໆ ເຊັ່ນລາວພຸງຂາວ, ລາວວຽງ, ລາວສ່ຽງ ລາວກາວອື່ນໆ ຈົນມາຮອດປາຍ ຣັດຊະການທີ່ ໕ ມີການທຳສົນທິສັນຍາຝຣ່ັງ-ສຍາມຂຶ້ນ ຈຶ່ງມີການລຶບຊື່ຄຳວ່າ "ລາວ" ອອກຈາກ ຊື່ຂອງມົນທົນອື່ນໆ ແມ່ນວັດຖຸປະສົງທາງການເມືອງ.

- ນັບແຕ່ນັ້ນມາສຍາມ ກໍໄດ້ວິວັດທະນາການຕາມຍຸກຂອງການລ່າອະນານິຄົມ ລາວເອງຍັງບໍ່ທັນເຄື່ອນໄຫວ້ໃນເວທີສາກົນເທົ່າທີ່ຄວນ ເພາະອຳນາດສ່ວນໃຫຍ່ຍັງຂຶ້ນ ກັບສຍາມ ຈົນມາເຖິງປີ ພ.ສ ໒໔໓໗ ລາວສ່ວນໜຶ່ງຂຶ້ນກັບຝຣັ່ງ ໃນສະໄໝພຣະຈຸນຈອມເກົ້າເຈົ້າຢູ່ຫົວ ຣ.໕ ຕອນນີ້ ເຮົາຈະເຫັນວ່າຍັງເປັນປະເທດສຍາມຢູ່ ດັ່ງເຮົາ ຈະເຫັນສັນຍາຕ່າງທີ່ຝຣັ່ງທຳຂຶ້ນ ກ່ຽວກັບລາວຈະໃຫ້ຊື່ວ່າ "ສັນຍາຝຣັ່ງ-ສຍາມ"(ບໍ່ແມ່ນໄທຍ) ລຸເຖີງປີ ພ.ສ ໒໔໓໒ ສຍາມ ຈຶ່ງໄດ້ປ່ຽມຊື່ປະເທດມາເປັນ "ໄທຍ(ມີ ໂຕ ຍ)" ໃນສະໄໝພູມີພົນອະດູນຍະເດຊ ຣ ໙(ປັດຈຸບັນ) ເຊິ່ງມີຫຼັກຖານດັ່ງນີ້ " อนึ่ง คำว่าสยามหมายถึงอาณาเขตของขัณทสีมา ที่ีอยู่ในความเป็นผู้ครอบครองของพระมหากษัตริย์ไทย ประเทศชื่อว่าราชอาณาจักรสยาม โดยพระบาทสมเด็จพระจอมเกล้าเจ้าอยู่หัว รัชกาลที่ 4 แห่งราชวงค์จักรี แต่ต่อมาภายใต้การนำของจอมพล ป.พิบูลสงคราม ได้เปลี่ยนชื่อสยามเป็น “ไทยแลนด์” เมื่อปี พ.ศ. 2432 และด้วยความเข้าใจผิดในอักษรโรมัน เขียนว่า Siam อ่านว่า เซียม หรือเสียม ซึ่งฝรั่งเองก็ฟังผิด สำเนียงสยามจึงถูกถ่ายทอดเป็น Siam และก็ไปตรงกับชื่อเมืองในเขมร ว่า เสียมเรียบ หรือเสียมราด โดยไม่ได้คิดถึงคำว่า “สยมภู” ซึ่งหมายถึง “แผ่นดินของพระผู้เป็นใหญ่ ຈາກນັ້ນເປັນຕົ້ນມາ ສຍາມ ກໍໄດ້ກາຍເປັນໄທຍ໌ ແຕ່ບໍ່ແມ່ນ "ໄທ" ສາແລ້ວ ຄຳວ່າ ໄທ ໝາຍເຖິງຄົນເຜົ່າລາວທັງມວນ.

ອ້າງອິງ
http://www4.sac.or.th/jaruk2008/translation_table/1161_1.pdf
http://www.watrongyang.com/home/includes/editor/assets/4444/tum01.pdf
- ປະຫວັດສາດລາວ "ດຶກດຳບັນ ປັດບັນ.
- ຄວາມເປັນມາຂອງຊາດລາວ ອູ່ຄຳ ພົມວົງສາ
- ປະຫວັດສາດຊາດໄທຍ໌

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ສະຫຼຸບໃຫ້ຝັ່ງຫຍໍ້ແນ່


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ຂໍຫຍໍ້ກວ່ານີ້ໄດ້

ມີເວລາເທື່ອໜ້າມາອ່ານຕໍ່


໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bpp ຂຽນວ່າ...


ອ່ານໃຫ້ມັນໝົດລະຫວານິ້

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ boboTHEoFIRSToGanG ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bpp ຂຽນວ່າ...


ອ່ານໃຫ້ມັນໝົດລະຫວານິ້


ຍັງບໍ່ໝົດ
ແຮ່ໆ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໙ ກະທູ້
໙໔ ໂພສ
ນັກການກະທູ້
ຂອບໃຈເດີ້

ເອົາມາຫຼາຍກວ່ານີ້ກະໄດ້

ເພາະຂ້ອຍເປັນຄົນທີ່ຮັກການອ່ານ



ເສົ້າໃຈທີ່ເຫັນຄົນລາວ "ຍອມແພ້"

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄອນເວິດ ເອົາບໍເຫັນມີໂຕໜັງສືໄທນຳໃດ໋ຫັ້ນ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາແບບຫຍໍ້ໆໄດ້ເບາະ ນິ

ຮັກແທ້ຄືແມ່

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Xiangmiang ຂຽນວ່າ...
ຂອບໃຈເດີ້

ເອົາມາຫຼາຍກວ່ານີ້ກະໄດ້

ເພາະຂ້ອຍເປັນຄົນທີ່ຮັກການອ່ານ




ຕົກລົງຈະ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ເອົາແບບຫຍໍ້ໆໄດ້ເບາະ ນິ


ບໍຈັກສິ່ຫຍໍ້ນະ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຄອນເວິດ ເອົາບໍເຫັນມີໂຕໜັງສືໄທນຳໃດ໋ຫັ້ນ


ເອົາ ຢູ່ຄອມເຮົາຄຶເຫັນນະ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ! ນັກປະຫວັດສາດເບາະນິ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີ ເປັນຄນໄທແຕ່ຍາກເຂ້າມາອ່ານນຳ ຍາກຮຽນພາສາລາວ

Maร์ค, UK

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງບໍ່ດີ ເບີ່ງມີໄປຜິດຂະເໝນອີກແລ້ວ ອັນຂະເໝນກະຄືກັບໄທອີກ ສົມກັນ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນ່າມາຈອບ ອ່ານໄຫມ່...ອິອິອິ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວໂພດອ່ານມື້ລະນ້ອຍ ມື້ໜ້າມາອ່ານອີກ


໒ ກະທູ້
໘໗ ໂພສ
ຂາປະຈຳເວັບບອດ
ອ່ານໝົດແລ້ວເດີ່

DexlaoS(Super(S))