ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ປະທານ ໄກສອນ ພົມວິຫານ ນັກໂຄສະນາ ປຸກລະດົມ ທີ່ຍອດຍິ່ງຜູ້ຫນຶ່ງ ຂອງພັກເຮົາ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ປະທານ ໄກສອນ ພົມວິຫານ ນັກໂຄສະນາ ປຸກລະດົມ ທີ່ຍອດຍິ່ງຜູ້ຫນຶ່ງ ຂອງພັກເຮົາ
ປະທານ ໄກສອນ ພົມວິຫານ ແມ່ນລູກຜູ້ປະເສີດ ຂອງປະ ຊາຊົນລາວ, ວິລະຊົນແຫ່ງຊາດລາວ, ຜູ້ກໍ່ຕັ້ງກຳລັງປະກອບອາວຸດ ປະຕິວັດ, ຜູ້ສ້າງຕັ້ງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ສ້າງຕັ້ງລະ ບອບໃຫມ່ ລະບອບປະຊາທິປະໄຕປະຊາຊົນ, ເປັນຜູ້ລິເລີ່ມ, ສຶກສາອົບຮົມ ແລະ ນຳພາດ້ວຍຕົນເອງ ການປ່ຽນແປງໃຫມ່ ທີ່ມີທິດນຳ, ມີຫລັກການ ຂອງພັກເຮົາ.
ປະທານ ໄກສອນ ພົມວິຫານ ເປັນນັກຍຸດທະສາດ, ນັກຍຸດໂທບາຍ ແລະ ນັກຈັດວາງວິທີປະຕິວັດ ດ້ານການເມືອງ, ການທະ ຫານ ທີ່ປີຊາສາມາດ, ເປັນຜູ້ຄຸ້ມຄອງເສດຖະກິດ ມະຫາພາກ ທີ່ເລິກເຊິ່ງ. ເປັນຜູ້ຮອບຮູ້ ແລະ ນຳພາການສຶກສາ, ການສຸຂະພິບານ, ວັດທະນະທຳ ສິລະປະວັນນະຄະດີ ຫລໍ່ແຫລມ. ເປັນນັກກົດຫມາຍ ແລະ ການຄຸ້ມຄອງສັງຄົມ ທີ່ຫນັກແຫນ້ນ.
ປະທານ ໄກສອນ ພົມວິຫານ ເປັນຜູ້ຕັ້ງຫນ້າ ສ້າງພະນັກ ງານ, ເປັນນັກທິດສະດີ ແລະ ພຶດຕິກຳ ທີ່ປະດິດສ້າງ, ເປັນນັກຄົ້ນ ຄ້ວາ, ນັກວິໄຈ ບັນຫາຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງເລິກເຊິ່ງ.
ປະທານ ໄກສອນ ພົມວິຫານ ເປັນນັກໂຄສະນາ ສຶກສາອົບ ຮົມ ປຸກລະດົມ ທີ່ຍອດຍິ່ງຂອງພັກ :
- ໃນສະໄຫມ ກໍ່ສ້າງເຂດທີ່ຫມັ້ນປະຕິວັດ ຢູ່ແຂວງຫົວພັນ ເພິ່ນເປັນຜູ້ກິ້ງເກືອ ເຈືອຈານ ກັບປະຊາຊົນເຜົ່າສ່ວນຫນ້ອຍ, ສຶກ ສາອົບຮົມ ປຸກລຸກ ຄວາມຕື່ນຕົວທາງດ້ານການເມືອງ, ສ້າງເຂດປົດ ປ່ອຍ ກາຍເປັນຖານທີ່ຫມັ້ນຂອງການປະຕິວັດທີ່ຫນັກແຫນ້ນ.
- ເພິ່ນ ມີວາດທະສິນໃນການພົບປະໂອ້ລົມ, ສົນທະນາ, ອະ ທິບາຍ ຢ່າງເປັນຫນ້າຈັບອົກຈັບໃຈ. ເພິ່ນ ມີວິທີ ນັບແຕ່ການໄຈ້ແຍກບັນຫາ ໄປເຖິງການສະຫລຸບບັນຫາ ຢ່າງສັງລວມ, ມີເຫດ ມີຜົນ ຊວນເຊື່ອຜູ້ຟັງຢ່າງດູດດື່ມ.
- ເພິ່ນ ຮູ້ຈັກອີງໃສ່ເປົ້າຫມາຍຜູ້ມາຟັງ ປັບປ່ຽນວິທີໃຊ້ຄຳ ສັບ, ໃຊ້ສຳນວນຄຳເວົ້າທີ່ເຫມາະສົມ, ເມື່ອເປົ້າຫມາຍມາຟັງສ່ວນ ຫລາຍ ແມ່ນລະດັບສາມັນທຳມະດາ ເພິ່ນກໍ່ໃຊ້ສຳນວນ ຄຳສັບເຂົ້າໃຈງ່າຍ. ເມື່ອເຫັນວ່າ ເປົ້າຫມາຍມາຟັງ ມີຊົນເຜົ່າຈຳນວນຫນຶ່ງ ເພິ່ນ ກໍ່ໃຊ້ພາສາຊົນເຜົ່າທີ່ເພິ່ນຮູ້. ບາງຄັ້ງເຫັນວ່າ ມີຄົນທ້ອງຖິ່ນໃດຫນຶ່ງມາຟັງ ເພິ່ນເຄີຍໃຊ້ຄຳສັບທ້ອງຖິ່ນນັ້ນ, ເຊັ່ນ: ພາສາຄົນແຂວງ ຫົວພັນ-ເຊັ່ນ : ອ້າຍດ້າ ພາສາທ້ອງຖິ່ນເມືອງຊຽງຄໍ້ ( ອ້າຍດ້າ ແປ ວ່າ: ຜູ້ເກ່ງ ). ເມື່ອເພິ່ນເຫັນວ່າ ເປົ້າຫມາຍຜູ້ມາຟັງ ແມ່ນນັກຮຽນຮູ້ ນັກສຶກສາ ປັນຍາຊົນ ເພິ່ນກໍ່ໃຊ້ຄຳສັບສູງ ແລະ ພາສາຕ່າງປະເທດ ທີ່ເພິ່ນຮູ້ ເພື່ອສົມທຽບອະທິບາຍບາງເນື້ອໃນ.
- ປະທານ ໄກສອນ ພົມວິຫານ ໃຊ້ວິທີການສົນທະນາ ກັບເປົ້າຫມາຍຜູ້ມາຟັງ ແບບສົມສ່ວນ ກັບການບັນລະຍາຍຂອງເພິ່ນ. ໂດຍສະເພາະ ເພິ່ນຈະສັງເກດເຫັນ ຜູ້ໃດທີ່ບໍ່ຕັ້ງໃຈຟັງ, ເພິ່ນໃຊ້ວິທີເຊີນໃຫ້ຜູ້ນັ້ນຕອບຄຳຖາມ ຫລື ອະທິບາຍບັນຫາໃດ ບັນຫາຫນຶ່ງ, ດ້ວຍວິທີທີ່ດີເລີດແນວນີ້ ໄດ້ເຮັດໃຫ້ຫມົດທຸກຄົນມີສະຕິ ຕັ້ງໃຈຕິດຕາມ ການຊີ້ແຈງອະທິບາຍບັນຫາຕ່າງໆ.
ທ່ານ ປະທານ ໄກສອນ ພົມວິຫານ ເອົາໃຈໃສ່ ວຽກງານ ສຶກສາອົບຮົມການເມືອງ ຢ່າງເລິກເຊິ່ງ, ເພິ່ນເອງ ເຄີຍໄປເຜີຍແຜ່ມະຕິຕ່າງໆໂດຍກົງ, ຂຶ້ນຫ້ອງສອນໂດຍກົງຫລາຍບົດ ຢູ່ໂຮງຮຽນທິດສະດີ ເຂດປົດປ່ອຍ ບ້ານບັກ, ເມືອງວຽງໄຊ ແຂວງຫົວພັນ, ຢູ່ໂຮງຮຽນພັກຊັ້ນສູງ ຢູ່ທ່າງ່ອນ ນະຄອນຫລວງວຽງຈັນ, ຊຸດຝຶກອົບຮົມ ພະນັກງານການນຳ ຫລາຍຊຸດ, ພິເສດ ເພິ່ນເອງ ເປັນຜູ້ບັນລະຍາຍແນວທາງປ່ຽນແປງ ດ້ວຍຕົນເອງ ສາມາດຫັນປ່ຽນຈິນຕະ ນາການ ພາຍໃນພັກ ແລະ ທົ່ວປວງຊົນລາວ.
ປະທານ ໄກສອນ ພົມວິຫານ ເຄີຍເຕືອນວ່າ " ຜູ້ເຮັດວຽກການເມືອງ-ແນວຄິດ ຕ້ອງແມ່ນຜູ້ຫນັກແຫນ້ນ - ບໍ່ອະນຸຍາດ ໃຫ້ຜູ້ບໍ່ກຳແຫນ້ນແນວທາງ ໄປເຜີຍແຜ່ແນວທາງ. ບໍ່ໃຫ້ຜູ້ເສຍຄຸນສົມ ບັດ, ເສຍທາດຂາດຄຸນ ໄປສຶກສາອົບຮົມຜູ້ອື່ນ ".
ພະນັກງານ ແລະ ນັກຮົມແນວຄິດທຸກຄົນ ມີຄວາມຈຳເປັນ ຕ້ອງຮ່ຳຮຽນຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມ ວິຫານ ເວົ້າລວມ - ເວົ້າສະເພາະ ຮ່ຳຮຽນເອົາແບບແຜນ ວິທີການໂຄສະນາສຶກສາອົບຮົມ ທີ່ປ່ຽມລົ້ນໄປດ້ວຍຫລາຍຮູບຫລາຍສີແລະ ມີພະລັງແຮງດຶງດູດຫົວໃຈ ຂອງພະນັກງານ, ທະຫານ ແລະ ປະຊາ ຊົນລາວ ທຸກຊັ້ນວັນນະ ແລະ ເຜົ່າຕ່າງໆ.

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ດີຫຼາຍ


໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ popk ຂຽນວ່າ...
ດີຫຼາຍ



ຄົ້ນເອົາກັບຂະເຈົາມາຫັນເເລ້

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ

e+1=0

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ຄືທ່ານຜູ້ນຳທີ່ແສນເຄົາລົບ
ຄົນລາວບາງຄົນໄດ້ລືມພະຄຸນ
ເພີ່ນພໍໄດ້ຮຽນສູງສູງກະວ່າໂຕເກັ່ງແລ້ວ
ການບໍລິຫານຄົນບໍ່ແມ່ນງ່າຍເດີ
ບໍ່ແມ່ນວ່າຮຽນສູງສູງແລ້ວ
ທ່ານຈະເຮັດໄດ້ທຸກຢ່າງ
ຂໍຂອບໃຈ
ໂອເກືອບລືມ ຍັງອີກທ່ານໜື່ງທີ່ໜ້າຍ້ອງຍໍ ສົມເດັດ ເຈົ້າສຸພານຸວົງ ທ່ານເສຍສະຫຼະຫຼາຍຄືກັນ


໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຕ້ອງຮຽນເອົາເປັນແບບຢ່າງ ເພາະທ່ານເປັນພໍ່ໃນດວງໃຈຂອງປະເທດລາວ


໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ລຸງໄກສອນ ພົມວິຫານ ລຸງແຫ່ງອຸດົມການ ລູກຫລານຂໍນ້ອມບູຊາ


໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ແມ່ແທ້ວ໋າ


໑໑ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ແຕ່ເຮົາວ່າທ່ານສຸພານຸວົງເກັງກ່ວາມ້ງ