ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ລົມໄປເລື້ອຍ ~    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ລົມໄປເລື້ອຍ ~ » ຮັກແທ້ຫຼືຮັກຫລິ້ນ

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ແມ່ນໃຜທີ່ພໍມີປະສົບການຫຼາຍຊ່ວຍຕອບໃຫ້ແດ່ວ່າ:ເຮົາຈະຮູ້ໄດ້ແນວໃດວາເຂົາຄົນນັ້ນຮັກເຮົາແທ້ຫຼືບໍ່ໄດ້ຮັກເຮົາເລີຍ
ເພາະວ່າບາງຄັ້ງກະເບິ່ງຄືວ່າຮັກເຮົາແຕ່ບາງຄັ້ງກະເວົ້າຄືບໍ່ໄດ້ຮັກເຮົາເລີຍ
ໃຜຮູ້ຊ່ວຍຕອບແຕ່.


໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ຄວາມຮູ້ສືກຂອງເຮົາຫັ້ນແຫຼະທີ່ຈະບອກເຮົາເອົງ

ແຕ່ກະບໍ່ໄດ້ໝາຍຄວາມວ່າໃຫ້ເຊື່ອແຕ່ຄວາມຮູ້ສືກພຽງຢ່າງດຽວ ໃຫ້ເບີ່ງຫຼາຍໆຢ່າງໃນໂຕຂອງຂະເຈົ້ານຳວ່າມີຄວາມຈິງໃຈກັບເຮົາຫຼາຍປານໃດ໋


♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
huk thae tha me khon huk thae kup hao tha me phai lin kor lin pai


໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ບໍ່ຮູ້ເດ ຂຶ້ນຢູ່ກັບໂຕບູກຄົນນະ ສິຮັກເເທ້ຫຼຶບໍ່ຮັກ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເຮົາຮັກຫຼິ້ນຄົນທີ່ເຮົາຮັກ ຄົນທີ່ຮັກເຮົາກະຮັກເຮົາຫຼິ້ນຄືກັນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາບເວນມີຈິງ ຖ້າເຮົາເຮັດຫັຍງກັບຄົນໜື່ງ ກະມີຄົນຊິເຮັດກັບເຮົາຄືກັນ


ບໍ່ເຊື່ອຢ່າຫຼົບລູ່ເດີ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ບໍ່ຍາກດອກ ໃຊ້ເວລາເປັນເຄຶ່ອງພິສູດແລ້ວຈະເຫັນແສງສະຫວ່າງ ອຸ໊ຍບໍ່ແມ່ນຈະເຫັນວ່າແທ້ຫລືຫລີ້ນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ວ່າເຂົາຮັກຫລືບໍ່ຮັກ........ຮູ້ໄດ້ທີ່ຕົວເຮົານີ້ແລະ......ຖາມຕົວເຮົາກ່ອນວ່າເຮົາຮັກດຽວໃຈດຽວແລ້ວບໍ່?
ຖ້າເຮົາຮັກແຕ່ເຂົາ.....ເຂົາກະຮັກແຕ່ເຮົາ.......ແລະກະຕ້ອງໃຊ້ເວລາ.......


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຢາກຮູ້ວ່າເຂົາຮັກຫລືບໍ່ຮັກ........ຮູ້ໄດ້ທີ່ຕົວເຮົານີ້ແລະ......ຖາມຕົວເຮົາກ່ອນວ່າເຮົາຮັກດຽວໃຈດຽວແລ້ວບໍ່?
ຖ້າເຮົາຮັກແຕ່ເຂົາ.....ເຂົາກະຮັກແຕ່ເຮົາ.......ແລະກະຕ້ອງໃຊ້ເວລາ.......



ແມ່ນແລ້ວ ທ່ານເອີຍ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະເປັນແນວນີ້ຄືກັນ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຮັກແທ້ແກ້ເສື້ອນິດໆ ແລ້ວຈະຮູ້ຢ່າງສະນິດໃຈ

-->-->-->

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກເຈົ້າດອກ ຈຶ່ງຍອກເຈົ້າຫຼິ້ນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
berng2 pai hun thar fan jao bor care jao sa daeng va lao bor dai huk jao dc


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກກະຄືບໍ່ຮັກ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງແບບນີ້ຕ້ອງໄດ້ຮຽນຮູ້ດ້ວຍຕົວເອງນະ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອະ ປະສົບການໜ້ອຍ ຊ່ອຍບອກບໍໄດ້ ຂອງແບບນິ

ຮັກແທ້ຄືແມ່

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
zai ve la and bg pai num.....

ຄົນລາວຄົນມີນ້ຳໃຈ

໑໙ ກະທູ້
໑໖໔ ໂພສ
ນັກການກະທູ້
ມິຮັກກະຕອງມິຊັງ ຮັກຫຼາຍເເຮ່ງຊັງຫຼາຍ ຊັງຫຼາຍກະໃດ້ກັນຊຳ

ຂາຍເບ້ຍໄມ້ຄະຍຸງໃຫລໍ່າ 1ເບ້ຍ 15,000 ກີບ

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຊັງຫຼາຍກະໄດ້ກັນຊ້ຳກະແຮງດີຕົວຊິໄດ້ຊັງເຂົາຄົນນັ້ນທີ່ເຮົາຮັກຫຼາຍຊັງເຂົາຫຼາຍໆຈັ່ງຄ່ອຍຊິໄດ້ກັນ ເພາະວ່າເວລາຮັກໃຜຕ້ອງມີອຸປະສັກຕະລອດ


໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ເຮົາ ລະ ແອບ ຮັກ..


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຄັນແອບຮັກລະບໍ່ປານໃດເພາະສຸດທ້າຍເຮົາຕ້ອງມາເສຍໃຈພາຍຫຼັງທີ່ບໍ່ໄດ້ມີໂອກາດໄດ້ເວົ້າມັນອອກໄປໃຫ້ເຂົາຄົນນັ້ນໄດ້ຮູ້ວ່າເຮົາຄິດແນວໃດບາງທີ ອາດຈະໃຈຕົງກັນກະໄດ້ໃຜຊິຮູ້


໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຢາກຮູ້ວ່າເຂົາຮັກຫລືບໍ່ຮັກ........ຮູ້ໄດ້ທີ່ຕົວເຮົານີ້ແລະ......ຖາມຕົວເຮົາກ່ອນວ່າເຮົາຮັກດຽວໃຈດຽວແລ້ວບໍ່?
ຖ້າເຮົາຮັກແຕ່ເຂົາ.....ເຂົາກະຮັກແຕ່ເຮົາ.......ແລະກະຕ້ອງໃຊ້ເວລາ.......


ຖືກຕ້ອງ ໄລຍະທາງພິສູດມ້າ ການເວລາ ພິສູດຄົນ ຕ້ອງທຳໃຈ ທຳໃຈເດີ ພີ່ນ້ອງ...

ມີສະຕິ ມີປັນຍາ ກ້າສະແດງອອກ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮັກກິນບໍ່ໄດ້.........ແຕ່ຄົນເຮົາກະຢືນຢູ່ໄດ້ຍ້ອນຄວາມຮັກ.....
ຄົນທີ່ບໍ່ມີຄວາມຮັກ ກະຄືກັບຄົນທີ່ຕາຍແລ້ວ.........ເຖິງບໍ່ມີໃຜມາຮັກເຮົາ ເຮົາກະຕ້ອງຮັກ ແລະໃຫ້ກຳລັງໃຈຕົວເອງ ຢ່າງໜ້ອຍທີ່ສຸດກະຍັງມີພໍ່ແມ່ທີ່ຍັງຮັກເຮົາໂດຍບໍ່ມີວັນປ່ຽນແປງ......


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຄວາມຮັກກິນບໍ່ໄດ້.........ແຕ່ຄົນເຮົາກະຢືນຢູ່ໄດ້ຍ້ອນຄວາມຮັກ.....
ຄົນທີ່ບໍ່ມີຄວາມຮັກ ກະຄືກັບຄົນທີ່ຕາຍແລ້ວ.........ເຖິງບໍ່ມີໃຜມາຮັກເຮົາ ເຮົາກະຕ້ອງຮັກ ແລະໃຫ້ກຳລັງໃຈຕົວເອງ ຢ່າງໜ້ອຍທີ່ສຸດກະຍັງມີພໍ່ແມ່ທີ່ຍັງຮັກເຮົາໂດຍບໍ່ມີວັນປ່ຽນແປງ......


ແມ່ນແລ້ວຄວາມຮັກກິນບໍ່ໄດ້ ແຕ່ທຸກຄົນກະຍັງຕ້ອງການມັນ ເຈັບກໍ່ຍ້ອນຄວາມຮັກ, ມີທັງສຸກ ມີທັງທຸກ ມີທັງດີໃຈ ມີທັງເສີຍໃຈ
ທຸກຢ່າງລ້ວນແລ້ວແຕ່ແມ່ນເກີດຈາກຄວາມຮັກ ເຮັດໃຫ້ເຮົາມີກຳລັງໃຈເດີນໜ້າຕໍ່ໄປກະຍ້ອນຄວາມຮັກ ຄວາມຮັກເມື່ອເກີດຂຶ້ນແລ້ວສວຍງາມສະເໝີ
ແຕ່ຈະເປັນແນວໃດນັ້ນຂຶ້ນຢູ່ກັບວ່າເຮົາຈະເປັນຄົນແຕ່ງເຕີມເສີມແຕ່ງໃຫ້ມັນ ບໍ່ມີໃຜດອກທີ່ບໍ່ຕ້ອງການຄວາມຮັກທຸກຄົນຕ້ອງການຄວາມຮັກໝົດ
ທຸກຄົນ ມີພົບກໍ່ຕ້ອງມີພາກບໍ່ມີຫຍັງດອກທີ່ຈະຢູ່ກັບເຮົາໄປຕະຫລອດ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງທ່າທີຫັ້ນເດ່

ຮັກນ້ອງຕອນເມົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊີວິດຄົນບໍ່ມີຫຍັງແນ່ນອນ.......ວັນນີ້ອາດເປັນຂອງເຮົາ ແຕ່ວັນໜ້າກະອາດເປັນຂອງຄົນອື່ນໄດ້....
ເພາະທຸກຄົນມີສິດທີ່ຈະເລືອກ.........


໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ຊີວິດຄົນບໍ່ມີຫຍັງແນ່ນອນ.......ວັນນີ້ອາດເປັນຂອງເຮົາ ແຕ່ວັນໜ້າກະອາດເປັນຂອງຄົນອື່ນໄດ້....
ເພາະທຸກຄົນມີສິດທີ່ຈະເລືອກ.........


ແມ່ນແລ້ວ ສິ່ງທີ່ແນ່ນອນຄືສິ່ງທີ່ບໍ່ແນ່ນອນ